ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຂໍຖາມແດ່ວ່າ ຄົນທີ່ບໍ່ຄໍລັບຊັນ (ບໍ່ສໍ້ລາດບັງຫຼວງ) ແມ່ນຄົນແນວໃດ?

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
[ທ່ານທັງຫຼາຍຮູ້ບໍ່ວ່າ ຄົນບໍ່ກິນສິນບົນ ຫຼື ບໍ່ສໍ້ລາດບັງຫຼວງແມ່ນຄົນແນວໃດcolor=red][/color] ຜູ້ໃດຕອບໄດ້ດີສຸດຈະໃຫ້ລາງວັນ. ຄົນເຮົາຮຸ່ນໃໝ່ຄວນປ້ອງການປະກົດການນີ້ແນວໃດ?

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມປະສົບການຂ້ອຍ ອາດຈະບໍ່ຖືກທຸກຂໍ້:
1.ເປັນຄົນເວົ້າຕົງ(ອາດຈະຕົງເກີນໄປໃນບາງຄັ້ງ).
2.ເວລາຍ່າງຈະຫລືເຮັດຫຍັງໃນບ່ອນເຮັດວຽກມັກຈະບໍ່ສັງເກດສິ່ງອ້ອມຂ້າງ.
3.ມັກຈະມີບັນຫາກັບເພື່ອນຮ່ວມງານຍ້ອນຄໍາເວົ້າຕົງ.
4.ເວົ້າອອຍບໍ່ເປັນເຊັ່ນເວົ້າຍວົະເອົານັ້ນໆນີ້ໆຈາກຄົນອື່ນບໍ່ເປັນ.
5.ຟັງຄໍາເວົ້າອ້ອມຂອງຄົນອື່ນບໍ່ເກັ່ງ.
6.ເວລາຢາກຮ້າຍເລື່ອງວຽກກໍ່ຮ້າຍໂລດ ບໍ່ມັກເກັບໄວ້ເວົ້າທີຫລັງ.
7.ຂໍ້ເດັດ : ເວລາເກີດບັນຫາໃດຫນຶ່ງໃນຫ້ອງການມັກຈະບໍ່ເກັບໄວ້ ແຕ່ຈະມາເວົ້າທັນທີ
ເວັ້ນແຕ່ວ່າຖ້າບໍ່ເວົ້າພາຍໃນຕອນນັ້ນແລ້ວແມ່ນບໍ່ເວົ້າເລີຍ.

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ລາງວັນນະແມ່ນອີ່ສັງລະ ຜູ້ທີ່ບໍ່ສໍ້ລາດບັງຫລວງນີ້ເລີຍ ຕາມຮູບຂ້າງນີ້ ເລີຍບໍໂກງກິນແນ່ນອນ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຄົນທີ່ມີໜ້າທີ່ຕຳແໜ່ງແລ້ວເປັນຄົນທີ່ບໍ່ຄໍລັບຊັ່ນໃນໂລກນີ້ມີພຽງຄົນດຽວຄື: ຈອດ ວໍຊິງຕັນ George Washington ເປັນປະທານາທິບໍດີແຕ່ປີ 1789-1797 ປະທານາທິບໍດີຄົນທຳອິດຂອງອາເມລິກາ ເຊິ່ງໃນຕອນທີ່ເປັນປະທານາທິບໍດີຫັ້ນບໍ່ເຄີຍຮັບເງິນເດືອນຈັກໂດລາ ຄົນແບບນີ້ແຫລະທີ່ບໍ່ຄໍລັບຊັ່ນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໂກງກິນ ເຊັ່ນ: ໂກງກິນງົບປະມານ
ສິນບົນ-ສິ່ງຂອງທີ່ເອົາໃຫ້ຄົນອື່ນເພື່ອຫວັງຄວາມຊ່ວຍເຫລືອ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຖາມແດ່ວ່າ ຄົນທີ່ບໍ່ຄໍລັບຊັນ (ບໍ່ສໍ້ລາດບັງຫຼວງ) ແມ່ນຄົນແນວໃດ?

ຕອບ: ເປັນຄົນທີ່ບໍ່ເອົາຂອງສ່ວນລວມມາເປັນຂອງຕົນເອງ, ຊ່ວຍເຫຼືອຄົນອື່ນຍາມມີບັນຫາ ເຫັນຜົນປະໂຫຍດລວມ ແລະ ຍິ່ງໃຫຍ່ພາຍໜ້າຫຼາຍກວ່າຜົນປະໂຫຍດຕົວເອງ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຄົນບໍ່ກິນສິນບົນ ຫຼື ບໍ່ສໍ້ລາດບັງຫຼວງແມ່ນຄົນທີ່ມີລັກຊະນະດັ່ງນີ້:
-ເປັນຄົນທີ່ມັກການພັດທະນາ, ປ່ຽນແປງ :ເພື່ອພັດທະນາລະບົບການຈັດການງານທີ່ເປັນຢູ່ໃຫ້ທັນສະໄຫມ ວອງໄວທັນໃຈຜູ້ທີ່ມາໃຊ້ບໍລິການ.
-ມັກຄວາມກ້າວຫນ້າ : ໂດຍສະເພາະໃນດ້ານວຽກງານທີ່ຕົນເອງຮັບຜິດຊອບ ລວມເຖິງດ້ານອື່ນໆທີ່ກ່ຽວຂ້ອງກັນນຳອີກ.
-ຄົນເຫລົ່ານີ້ ມັກທົນຢູ່ ຫລື ລາອອກຈາກງານ ເມື່ອຕ້ອງພະເຊີນກັບປັນຫາ ຮັບສິນບົນທີ່ມີໃນລະບົບງານ(ທີ່ມີຢູ່ກ່ອນຫນ້າທີ່ຕົນຈະເຂົ້າມາ
ເຮັດວຽກ) ແລ້ວ ບໍ່ສາມາດ ຫລື ບໍ່ມີອຳນາດໃນການຈັດການກັບປັນຫາດັ່ງກ່າວ. ເມື່ອແກ້ບໍ່ໄດ້ ກໍ່ບໍ່ຂໍກ່ຽວຂ້ອງໃດໆກັບມັນ ຫລື ລາອອກໄປກ່ອນທີ່
ມັນຈະສົ່ງຜົນສະທ້ອນຮ້າຍໄປກວ່ານີ້ສູ່ຕົວເອງ ແລະ ຄອບຄົວ.
-ປະນາມການສໍ້ໂກງ ໃນທີ່ອື່ນ ທີ່ບໍ່ແມ່ນບ່ອນທຳງານ ເພື່ອຮຽກຮ້ອງໃຫ້ຜູ້ມີອຳນາດອອກມາຊ່ວຍແກ້ໄຂ ໃນທາງໃດທາງຫນຶ່ງ
-ທຳໃຈກັບປັນຫາຮັບສິນບົນ ຫລື ສໍ້ລາດບັງຫລວງ ເພື່ອທີ່ຕົວເອງຈະໄດ້ດຳລົງຊີວິດຢູ່ຢ່າງມີຄວາມສຸກໃນສັງສັງຄົມ, ແຕ່ບໍ່ເຮັດຄືເຂົາເຈົ້າ.
-ພ້ອມທີ່ຈະມີສ່ວນຮ່ວມ ແລະ ລໍຄອຍໃຫ້ສັງຄົມມີການປ່ຽນແປງ ຮັບສິນບົນ ແລະ ສໍ້ລາດບັງຫລວງ ຫນ້ອຍລົງ ຈົນເຖິງບໍ່ມີ, ໄປພ້ອມໆກັນ
ກັບປະເທດ ທີ່ນັບມື້ ນັບມີການພັດທະນາຂຶ້ນໄປເລື້ອຍໆ.

ສັງເກດໄດ້ວ່າ ຄົນທີ່ບໍ່ຮັບສິນບົນ ບໍ່ສໍ້ລາດບັງຫລວງ ເປັນຄົນທີ່ ມີຄວາມຮັກ ມີຄວາມຮັບຜິດຊອບ ມີຄວາມເປັນຫ່ວງ ກັງວົນ ນຳອະນາຄົດຂອງ
ຂອງຄອບຄົວ ແລະ ປະເທດຊາດ ທີ່ເປັນຂອງປະຊາຊົນຫມົດທຸກຄົນ(ບໍ່ແມ່ນເປັນພຽງຂອງຄົນກຸມໃດກຸ່ມຫນຶ່ງທີ່ສວຍໂອກາດ ຫາຜົນປະໂຫຍດໃສ່
ຕົວເອງ ແລະ ຄອບຄົວຂອງເຂົາເຈົ້າ).

ດັ່ງນັ້ນ ກ່ອນທີ່ຈະຮັບເອົາສິນນ້ຳໃຈໃດໆ ກໍ່ຄວນພິຈາລະນາໃຫ້ດີ ເຖິງຜົນກະທົບ(ດີ ບໍ່ດີ)
ທັງທາງກົງ ແລະ ທາງອ້ອມ ທີ່ຈະຕາມມາ ສູຕົນ, ບຸກຄົນອ້ອມຂ້າງ, ບ້ານເມືອງ ຫລື ປະເທດຊາດ ໃນອະນາຄົດ.

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ເປັນຄົນດີ
ຍ່າງໜ້ອຍກໍ່ດີກວ່າພວກທີ່ "ຄໍລັບຊັນ"

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບບຂພຈ ນີ້ລະ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ທຸກມື້ນີ້ຫາຍາກຫຼາຍຄົນບໍ່ກິນສິນບົນຫັນນາ
ແຕ່ກາມີຄົນ1ລາວເປັນອາຈານຂ້ອຍສະໄໝຮຽນ
ລາວຈະບໍ່ເອົາຫຍັງເລີຍຈາກນັກຮຽນ
ເວລາເສັງຖ້າເສັງຕົກກາຄືຕົກໃດ້ກາຄືໃດ້
ລາວຈະເປັນຄົນບໍ່ມີຄວາມລັບກັບນັກຮຽນເປັນຄົນກົງໄປກົງມາ
ເວລາວ່າງຈາກການສອນນັກຮຽນລາວຈະເອົາເຂົ້າໜົມໝາກໄມ້ໄປເລາະຂາຍໃຫ້ນັກຮຽນ
ແຕ່ລາວກາຂາຍໃນລາຄາທີ່ຖືກ
ສ່ວນນັກຮຽນເອົາເງີນໃຫ້ເກີນລາວກໍ່ບໍ່ເອົາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາກັນໄປທາດຝຸ່ນໜົດແລ້ວພວກນັ້ນ!!

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
[ທ່ານທັງຫຼາຍຮູ້ບໍ່ວ່າ ຄົນບໍ່ກິນສິນບົນ ຫຼື ບໍ່ສໍ້ລາດບັງຫຼວງແມ່ນຄົນແນວໃດcolor=red][/color] ຜູ້ໃດຕອບໄດ້ດີສຸດຈະໃຫ້ລາງວັນ. ຄົນເຮົາຮຸ່ນໃໝ່ຄວນປ້ອງການປະກົດການນີ້ແນວໃດ?

ໂຕຢ່າງລາງຄົນ ທີ່ບໍ່ສໍ້ລາດບັງຫລວງ:
- ບໍ່ໃຊ້ໜ້າທີ່ຂອງຕົນ ລັກເອົາເງິນ ຫລືຊັບສົມບັດ ຂອງປະເທດ (ເງິນຂອງຫລວງ)
- ບໍ່ໃຊ້ໜ້າທີ່ຂອງຕົນ ຊ່ອຍຄົນຢ່າງຜິດກົດໝາຍ ຍ້ອນເຂົາໃຫ້ເງິນ ຫລືຜົນປະໂຫຍດແກ່ຕົນ.
- ບໍ່ໃຊ້ໜ້າທີ່ຂອງຕົນ ຊ່ອຍຍາດຕິພິ່ນ້ອງ ໝູ່ເພື່ອນ ຢ່າງຜິດກົດໝາຍ.

ການປາບປາມ ຫລື ປ້ອງກັນປາກົດການນີ້ ແມ່ນຍາກຫລາຍ, ແຕ່ກໍພໍຫລຸດຜ່ອນ ປາກົດການນີ້ໄດ້.
ມັນຕ້ອງແມ່ນຜູ້ມີອຳນາດ ຢາກເຮັດ ຈັ່ງຊິຫລຸດຜ່ອນໄດ້. ຊິໃຫ້ "ຄົນເຮົາຮຸ່ນໃຫມ່" ປ້ອງກັນນີ້ ຄືຊິເປັນໄປບໍ່ໄດ້.

ເຄື່ອງມືໜຶ່ງໃນການຊ່ອຍຫລຸດຜ່ອນບັນຫານີ້ ແມ່ນເສລີພາບຂອງນັກຂ່າວ ແລະທຸລະກິດຂ່າວສານ.

ໝາຍເຫດ: ຕອບໄດ້ດີ ຫລື ບໍ່ດີ ຂ້ອຍກໍບໍ່ເອົາລາງວັນເດີ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເມື່ອເວົ້າເຖິງ ການຮັບສິນບົນ ຫລື ການສໍ້ລາດບັງຫລວງ.

ຄົນສ່ວນຫລາຍມັກຈຳແນກວ່າ ຄົນດີ ແລະ ຄົນບໍ່ດີ(ເຫມືອນກັບການຈຳແນກ ຊ້າຍ ແລະ ຂວາ).
ແຕ່ຄວາມຈິງແລ້ວ ຄົນດີ ແລະ ຄົນບໍ່ດີ, ຄົນສອງຈຳພວກນີ້ ແມ່ນມີຫນ້ອຍທີ່ສຸດໃນສັງຄົມ(ຈົນແທບຈະບໍ່ມີເລີຍ).
ໃນສັງຄົມຫນຶ່ງ ຈຳພວກຄົນທີ່ມີຫລາຍທີ່ສຸດແມ່ນ ຈຳພວກຄົນດີແນ່ ຊົ່ວແນ່(ເຫມືອນກັບ ຮອດຍາມລ້ຽວຊ້າຍ ກໍ່ຕ້ອງລ້ຽວຊ້າຍ, ຮອດຍາມ
ແລ້ວຂວາ ກໍ່ຕ້ອງລ້ຽວຂວານັ້ນແລ້ວ).

ຄົນທີ່ມີໂອກາດ ຮັບສິນບົນ ຫລືໂກງກິນ ກໍ່ຍ້ອນວ່າເຂົາມີໂອກາດ ແລະ ເຂົາຈະບໍ່ຍອມປ່ອຍຖິ້ມໂອກາດນັ້ນໄປພຽງຍ້ອນຄວາມລະອາຍໃຈ
ຈາກການຖືກປະນາມຈາກພວກທີ່ດ້ອຍໂອກາດ ແລະ ພວກອິດສາຕາຮ້ອນ ທັງຫລາຍ.

ການຮັບສິນບົນ ເປັນເລື້ອງທີ່ບໍ່ຈົບ ບໍ່ງາມ, ແຕ່ເມື່ອເຮົາຕ້ອງຢູ່ກິນກັບມັນ ເຮົາກໍ່ປ່ຽນມັນໃຫ້ເປັນໃນຮູບແບບທີ່ສັງຄົມຍອມຮັບໄດ້ ເຊັ່ນ :
ເປັນສິນນ້ຳໃຈ(ແທນທີ່ຈະບອກວ່າ ເອົາ ! ນີ້ເງິນ ຄ່າເຈົ້າເຮັດໃຫ້).
ໃສ່ຊອງຂາວ ງາມໆໃຫ້(ແທນທີ່ຈະຈົກເງິນອອກມານັບໃຫ້ຕໍ່ຫນ້າ)
ບໍ່ແມ່ນການວ່າຈ້າງ ແຕ່ແມ່ນຄວາມມີນ້ຳໃຈ ເຈົ້າຊ່ວຍເຫລືອຂ້ອຍ ຂ້ອຍຊ່ວຍເຫລືອເຈົ້າ ເພື່ອເປັນການຕອບແທນ.
ມີກຽດ ມີສັກສີ ນັບຖື ນັບຖື, ຂໍໃຫ້ລ່ຳ ໃຫ້ລວຍ(ແທນທີ່ຈະເວົ້າວ່າ ຂ້ອຍກໍ່ຮູ້ວ່າເຈົ້າກໍ່ໂກງກິນຄືກັນກັບຂ້ອຍ ໂກງແຂ່ງກັນເນາະ ຈຶ່ງລວຍໄວໆ).
ພວກນັ້ນກໍ່ມີຕາຍແຕ່ປະນາມ ວ່າກັນໄປ, ລອງພວກມັນໄດ້ມີໂອກາດ ມັນກໍ່ເຮັດຄືກັນຫັ້ນແຫລະ, ຢາກວ່າຫຍັງກໍ່ວ່າໄປໂລດຕາມໃຈໃນຫມູ່
ສັງຄົມພວກເຂົາ, ສ່ວນເຮົາກໍ່ຢູ່ໃນສັງຄົມຊັ້ນສູງ ທີ່ມີກຽດຂອງເຮົາຕໍ່ໄປ ຢ່າໄປໃສ່ໃຈໃຫ້ບັ່ນທອນຊີວິດ ຈິດໃຈ(ເຮັດຫນ້າທີ່ຂອງເຮົາຕໍ່ໄປ).

ພວກຮັບສິນບົນນີ້ ຄິດຈັ່ງຫນຶ່ງກໍ່ເປັນຫນ້າອິດສາ. ເງິນເຮົາຫາມາຍາກ ກໍ່ເອົາໄປໃຫ້ເຂົາງ່າຍໆ ເສຍດາຍເຫື່ອແຮງ
ແບບນີ້ຢ່າໃຫ້ໄດ້ມີໂອກາດເດີ້ ຊິໂກງແກ້ແຄ້ນຄືນ ໃຫ້ຫນຳໃຈ(ເພິ່ນວ່າເດ໋!).
ຖ້າຈະໃຫ້ດີ ຢ່າມີການຮັບສິນບົນ ຢ່າໂກງກິນເລີຍຈະດີກວ່າ. ຈຶ່ງຈະດຳລົງຊີວິດຢູ່ຢ່າງມີຄວາມສຸກ ແລະ ບໍ່ຮູ້ສຶກວ່າຖືກເອົາປຽບ
ຢູ່ໃນສັງຄົມ. ຈະແລ່ນເອກະສານ ກໍ່ແລ້ວໄວ, ຈະຂີ່ລົດຮັບຈ້າງກໍ່ຮູ້ສຶກພໍໃຈໃນລາຄາທີ່ເປັນທຳ(ບໍ່ຈຳເປັນຕ້ອງຕໍ່ລາຄາລົງອີກ).
ເຂົ້າຫາເຈົ້າຫນ້າທີ່ພະນັກງານ ກໍ່ມີຄວາມຍິ້ມແຍ້ມແຈ່ມໃສ ໄດ້ຮັບການຕ້ອນຮັບ ດູແລ ແລະ ເອົາໃຈໃສ່ ເປັນຢ່າງດີ.
ບ້ານເມືອງຮຸ່ງເຮືອງສີວິໄລ ຈອດລົດໄວ້ກໍ່ມີຄົນເບິ່ງໃຫ້ ບໍ່ຕ້ອງເສຍຄ່າຝາກລົດ, ໄປໃສ-ມາໃສ ເຈັບທ້ອງ ກໍ່ມີຫ້ອງນ້ຳສາທາລະນະ.
ຈ່າຍເງິນ ແລກເງິນ ກໍ່ທອນຄົບທຸກກີບ(ຮອດ 500ກີບ ແລ້ວກູເອົາ). ຈັ່ງແມ່ນມີຄວາມສຸກ.

ຜິດພາດ ຂໍອະໄພ, ຜິດໃຈ ກໍ່ຂໍໂທດ
ຂພຈ ພຽງແຕ່ຢາກໃຫ້ເບິງປັນຫາໃນຫລາຍໆແງ່ຊື່ໆ.

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ເລື່ອງນີ້ຕ້ອງຖາມຄົນນີ້ ເມື່ອກ່ອນເຄີຍຄໍຣັບຊັ້ນ ດຽວນີ້ເພິ່ນພຽງພໍທຸກຢ່າງແລ້ວ!

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ MeElse ຂຽນວ່າ...
ເມື່ອເວົ້າເຖິງ ການຮັບສິນບົນ ຫລື ການສໍ້ລາດບັງຫລວງ.

ຄົນສ່ວນຫລາຍມັກຈຳແນກວ່າ ຄົນດີ ແລະ ຄົນບໍ່ດີ(ເຫມືອນກັບການຈຳແນກ ຊ້າຍ ແລະ ຂວາ).
ແຕ່ຄວາມຈິງແລ້ວ ຄົນດີ ແລະ ຄົນບໍ່ດີ, ຄົນສອງຈຳພວກນີ້ ແມ່ນມີຫນ້ອຍທີ່ສຸດໃນສັງຄົມ(ຈົນແທບຈະບໍ່ມີເລີຍ).
ໃນສັງຄົມຫນຶ່ງ ຈຳພວກຄົນທີ່ມີຫລາຍທີ່ສຸດແມ່ນ ຈຳພວກຄົນດີແນ່ ຊົ່ວແນ່(ເຫມືອນກັບ ຮອດຍາມລ້ຽວຊ້າຍ ກໍ່ຕ້ອງລ້ຽວຊ້າຍ, ຮອດຍາມ
ແລ້ວຂວາ ກໍ່ຕ້ອງລ້ຽວຂວານັ້ນແລ້ວ).

ຄົນທີ່ມີໂອກາດ ຮັບສິນບົນ ຫລືໂກງກິນ ກໍ່ຍ້ອນວ່າເຂົາມີໂອກາດ ແລະ ເຂົາຈະບໍ່ຍອມປ່ອຍຖິ້ມໂອກາດນັ້ນໄປພຽງຍ້ອນຄວາມລະອາຍໃຈ
ຈາກການຖືກປະນາມຈາກພວກທີ່ດ້ອຍໂອກາດ ແລະ ພວກອິດສາຕາຮ້ອນ ທັງຫລາຍ.

ການຮັບສິນບົນ ເປັນເລື້ອງທີ່ບໍ່ຈົບ ບໍ່ງາມ, ແຕ່ເມື່ອເຮົາຕ້ອງຢູ່ກິນກັບມັນ ເຮົາກໍ່ປ່ຽນມັນໃຫ້ເປັນໃນຮູບແບບທີ່ສັງຄົມຍອມຮັບໄດ້ ເຊັ່ນ :
ເປັນສິນນ້ຳໃຈ(ແທນທີ່ຈະບອກວ່າ ເອົາ ! ນີ້ເງິນ ຄ່າເຈົ້າເຮັດໃຫ້).
ໃສ່ຊອງຂາວ ງາມໆໃຫ້(ແທນທີ່ຈະຈົກເງິນອອກມານັບໃຫ້ຕໍ່ຫນ້າ)
ບໍ່ແມ່ນການວ່າຈ້າງ ແຕ່ແມ່ນຄວາມມີນ້ຳໃຈ ເຈົ້າຊ່ວຍເຫລືອຂ້ອຍ ຂ້ອຍຊ່ວຍເຫລືອເຈົ້າ ເພື່ອເປັນການຕອບແທນ.
ມີກຽດ ມີສັກສີ ນັບຖື ນັບຖື, ຂໍໃຫ້ລ່ຳ ໃຫ້ລວຍ(ແທນທີ່ຈະເວົ້າວ່າ ຂ້ອຍກໍ່ຮູ້ວ່າເຈົ້າກໍ່ໂກງກິນຄືກັນກັບຂ້ອຍ ໂກງແຂ່ງກັນເນາະ ຈຶ່ງລວຍໄວໆ).
ພວກນັ້ນກໍ່ມີຕາຍແຕ່ປະນາມ ວ່າກັນໄປ, ລອງພວກມັນໄດ້ມີໂອກາດ ມັນກໍ່ເຮັດຄືກັນຫັ້ນແຫລະ[b][/b], ຢາກວ່າຫຍັງກໍ່ວ່າໄປໂລດຕາມໃຈໃນຫມູ່
ສັງຄົມພວກເຂົາ, ສ່ວນເຮົາກໍ່ຢູ່ໃນສັງຄົມຊັ້ນສູງ ທີ່ມີກຽດຂອງເຮົາຕໍ່ໄປ ຢ່າໄປໃສ່ໃຈໃຫ້ບັ່ນທອນຊີວິດ ຈິດໃຈ(ເຮັດຫນ້າທີ່ຂອງເຮົາຕໍ່ໄປ).

ພວກຮັບສິນບົນນີ້ ຄິດຈັ່ງຫນຶ່ງກໍ່ເປັນຫນ້າອິດສາ. ເງິນເຮົາຫາມາຍາກ ກໍ່ເອົາໄປໃຫ້ເຂົາງ່າຍໆ ເສຍດາຍເຫື່ອແຮງ
ແບບນີ້ຢ່າໃຫ້ໄດ້ມີໂອກາດເດີ້ ຊິໂກງແກ້ແຄ້ນຄືນ ໃຫ້ຫນຳໃຈ(ເພິ່ນວ່າເດ໋!).
ຖ້າຈະໃຫ້ດີ ຢ່າມີການຮັບສິນບົນ ຢ່າໂກງກິນເລີຍຈະດີກວ່າ. ຈຶ່ງຈະດຳລົງຊີວິດຢູ່ຢ່າງມີຄວາມສຸກ ແລະ ບໍ່ຮູ້ສຶກວ່າຖືກເອົາປຽບ
ຢູ່ໃນສັງຄົມ. ຈະແລ່ນເອກະສານ ກໍ່ແລ້ວໄວ, ຈະຂີ່ລົດຮັບຈ້າງກໍ່ຮູ້ສຶກພໍໃຈໃນລາຄາທີ່ເປັນທຳ(ບໍ່ຈຳເປັນຕ້ອງຕໍ່ລາຄາລົງອີກ).
ເຂົ້າຫາເຈົ້າຫນ້າທີ່ພະນັກງານ ກໍ່ມີຄວາມຍິ້ມແຍ້ມແຈ່ມໃສ ໄດ້ຮັບການຕ້ອນຮັບ ດູແລ ແລະ ເອົາໃຈໃສ່ ເປັນຢ່າງດີ.
ບ້ານເມືອງຮຸ່ງເຮືອງສີວິໄລ ຈອດລົດໄວ້ກໍ່ມີຄົນເບິ່ງໃຫ້ ບໍ່ຕ້ອງເສຍຄ່າຝາກລົດ, ໄປໃສ-ມາໃສ ເຈັບທ້ອງ ກໍ່ມີຫ້ອງນ້ຳສາທາລະນະ.
ຈ່າຍເງິນ ແລກເງິນ ກໍ່ທອນຄົບທຸກກີບ(ຮອດ 500ກີບ ແລ້ວກູເອົາ). ຈັ່ງແມ່ນມີຄວາມສຸກ.

ຜິດພາດ ຂໍອະໄພ, ຜິດໃຈ ກໍ່ຂໍໂທດ
ຂພຈ ພຽງແຕ່ຢາກໃຫ້ເບິງປັນຫາໃນຫລາຍໆແງ່ຊື່ໆ.
[ຂໍສະເຫຼີຍຄຳຕອບ: ຄົນທີ່ບໍ່ມີໂອກາດ ແມ່ນຄົນທີ່ບໍ່ກິນບ້ານກິນເມືອງ/ບໍ່ຄຳລັບຊັນ ຍົກຕົວຢ່າງ:
- ບັນດາຕຳແໜ່ງ ແລະ ໜ້າທີ່ຕ່າງໆທີ່ມອບໝາຍໃຫ້ຜູ້ໃດຜູ້ໜຶ່ງຮັບຜິດຊອບ ຈະເປັນຢູ່ໃນອົງການຈັດຕັ້ງໃດກໍແລ້ວແຕ່ (ຄົນພິການ, ນາຍຊ່າງຮັບເໝົາ, ຂ້າລັດຖະການ, ອົງການຈັດຕັ້ງສາກົນຕ່າງໆ ...) ສ່ວນຫຼາຍແລ້ວຜູ້ກ່ຽວກໍຈະຖືໂອກາດນັ້ນແລ້ວ ສໍ້ໂກງກິນ ແລະ ຈະກິນນັບແຕ່ ເວລາ, ຊັບສິນ, ເງິນ, ກິກ....ອື່ນໆ]

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຄົນທີ່ບໍ່ມີໂອກາດແມ່ນຄົນບໍ່ກິນບ້ານກິນເມືອງ...

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຄົນນີ້ເລີຍ ບໍ່ສໍ້ລາດບັງຫລວງອີ່ຫລີ່

http://hilight.kapook.com/view/78595

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຄົນນີ້ເລີຍ ບໍ່ສໍ້ລາດບັງຫລວງອີ່ຫລີ່

http://hilight.kapook.com/view/78595

ຕາມລິ້ງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າເຫັນແກ່ເງິນແສນໄຖ່ ຈົ່ງເຫັນແກ່ໄພ່(ລາສະດອນ)ແສນເມືອງ

ແລ້ວ ຊີວິດ ແລະ ບ້ານເມືອງຈະຮົ່ມເຢັນເປັນສຸກ ຮຸ່ງເຮືອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຄົນນີ້ເລີຍ ບໍ່ສໍ້ລາດບັງຫລວງອີ່ຫລີ່

http://hilight.kapook.com/view/78595

ຂ້ອຍປະທັບໃຈ ທ່ານ ປະທານະທິບໍດີ ຄົນນີ້ຫຼາຍ ຂໍເອົາໄປຕັ້ງກະທູ້ຕໍ່ກ່ອນ :)

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເສຍດາຍເດ໋! ບໍ່ໄດ້ລາງວັນຈ້ອຍ! ຕອບບັກຫລາຍໆຫນຶ່ງ ໄກ້ຄຽງຫນ້ອຍດຽວເນາະ ບ່ອນວ່າ ບໍ່ມີໂອກາດ
ບໍ່ເປັນຫຍັງ ເທື່ອຫນ້າເອົາໃຫມ່ ມີເທື່ອຫນ້າຢູ່ຫວ໋າລະ?

ງົງ