ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຕົກລົງແມ່ນທຸລະກິດ ຫຼື ທຸລະກຸດ?

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ເຫັນເຂົາເຈົ້າເຮັດບໍລິສັດເຄືອຂ່າຍ ບາງຄົນກໍ່ວ່າປະສົບຜົນສຳເລັດ ບາງຄົນກໍ່ວ່າລົ້ມເຫຼວ, ຈັກເປີເຊັນແທ້ສຳເລັດ?

ການຫຼິ້ນຫຸ້ນເດ ບາງຄົນກໍ່ວ່າປະສົບຜົນສຳເລັດ ບາງຄົນກໍ່ວ່າລົ້ມເຫຼວ, ຈັກເປີເຊັນແທ້ສຳເລັດ?

ຕົກລົງແມ່ນທຸລະກິດ ຫຼື ທຸລະກຸດແທ້?

_______________________________________________

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ທຸກຢ່າງຈະມີຄວາມເປັນໄປໄດ້ແມ່ນຂື້ນຢູ່ກັບເຮົາເຮັດເອງ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະມີໄດ້ເສຍຫັ້ນລະ
ຜູ້ໄດ້ກະໄດ້ບັກຫລາຍໆ ຜູ້ເສຍກະເສຍບັກຫລາຍໆ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັ້ນລະເນາະ, ຜູ້ເຮັດຕ້ອງເມື່ອຍ


໓ ກະທູ້
໒໑໓ ໂພສ
ນັກການກະທູ້
ອັນນີ້ມັນຕ້ອງອາໄສໃຫວພິບໃນການສໍ້ໂກງ ເຊິ່ງມັນເປັນພອນສະຫວັນຂອງຄົນບາງຈໍາພວກເທົ່ານັ້ນ. ໄທເຮົາເຈົ້າຂ້ອຍເຮັດບໍ່ໄດ້ດອກ
ເຮີ ຄິດລະຢາກເລີ່ມເຮັດທຸລະກິດ ຈະເຮັດອັນໃດກ່ອນດີນໍເຮົາ

So much I need to say been lonely since the day
the day you went away......





໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານເປັນທຸລະກຸດ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ໄຜມີຂໍ້ມູນຍູ້ໃນມືຫຼາຍ ຜູ້ນັ້ນໄດ້ປຽບ
ເຫັນເຂົາໄດ້ ກໍ່ພາກັນເຮັດຕາມເຂົາ ໄປນຳເຂົາ ບໍ່ຕ່າງຫຍັງກັບແມງເມົ້າ

ເພິ່ນຖຶງບອກເດ ມີຄວາມສ່ຽງ
ຄົນສິຫຼິ້ນຕ້ອງສຶກສາ ຮູ້ຈັກສ້າງທາງຖອຍ ປະກັນຄວາມສ່ຽງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜເກັ່ງກະຢູ່ລອດ ເພາະຍຸກນີ້ມັນຄື =ຍຸກສົງຄາມເສດຖະກິດ=


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ມັນຂຶ້ນກັບເຮົາບໍລິຫານ


໑໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ


໑ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ນີ້ເປິນສຸດຍອດການເຮັດທຸລະກິດເຄືອຂ່າຍໂດຍທີ່ບໍ່ຕ້ອງເອີ່ຍປາກຊວນໃຜ ເປິນວິທີທີ່ເຮັດໃຫ້ຄົນມາຂໍສະມັກເຮັດທຸລະກິດກັບເຮົາເອງ

ວິທີການເຮັດທຸລະກິດເຄືອຂ່າຍໂດຍທີ່ບໍ່ຕ້ອງເອີ່ຍປາກຊວນໃຜ http://learnmlmonlinefree.blogspot.com/2013/04/blog-post.html


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມີຫຼາຍຄົນຖາມຢາກໃຫ້ເຮັດນຳ ແຕ່ຂ້ອຍບໍ່ສົນໃຈແມ໋ແຕ່ນ້ອຍ

ແທ້...!


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ແມ່ນແຫຼະ ຂ້ອຍເຫັນ ຄົນຂ້າງບ້ານ ຈົມ ວ່າ ເມຍລາວ ເຫັນໝູ່ລາວເຮັດທຸລະກິດ" ຄັງເຊັນ "ລວຍ, ບາດເມຍລາວໄປເຮັດ ພັດ "ຄາງເຊັນ"(ຄາງກະໄຕເຊັນ ເພາະຫຼຸບ)


໑ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
99% ຂອງນັກທຸລະກິດເຄືອຂ່າຍຫລົ້ມເຫລວຍ້ອນປະຕິບັດຕາມວິທີທີ່ບໍ່ຖືກຕ້ອງ ທຸລະກິດເຄືອຂ່າຍບໍ່ແມ່ນຫວາຜູ້ໃດກະຈະປະສົບຜົນສຳເລັດໃດ້ ມັນກະຄືກັນກັບ
ທຸລະກິດອື່ນອື່ນ ຜູ້ເຮັດຈະຕ້ອງມີແຜນການ ມີຄວາມຮູ້ໃນສິ່ງທີ່ຂະເຮັດ ມີການສຶກສາວ່າຈະເຮັດດ້ວຍວິທີໃດທັງໄລຍະສັ້ນແລະຍາວ ບໍ່ຄວນໂດດໄປໃສ່ທຸລະກິດໃດກໍ່ຕາມໂດຍທີ່ຍັງບໍ່ມີຄວາມຮູ້ໃນການເຮັດທຸລະກິດນັ້ນ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົ້ມຕຸ໋ນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທັງກິດ ທັງກຸດ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ທັງກິດ ທັງກຸດ



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໍ້ນີ້ໄດ້ ມີໍ້ໜ້າເສຍ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຢາກຮູ້ກໍ່ຕ້ອງໄດ້ສຳຜັດເອງ(ສິບປາກເວົ້າບໍ່ທໍ່ມືຄຳ), ແລະກຳນົດງົບໃນການລົງທຶນນັ້ນໃຫ້ຫນ້ອຍເທົ່າທີ່ເຮົາຍອມເສຍໄດ້
(ໂດຍບໍ່ເສຍໃຈພາຍຫລັງຫາກເກີດການລົ້ມເຫຼວ). ເພາະຢ່າງຫນ້ອຍ ເວລາ ທີ່ເຮົາໃຊ້ໄປກັບມັນຈະກັບຄືນມາເປັນຄວາມຮູ້ແລະປະສົບການ,
(ບໍ່ແມ່ນປະສົບການແຫ່ງຄວາມລົ້ມເຫຼວ ແຕ່ຫາກເປັນປະສົບການທີ່ໄດ້ສຳຜັດກັບທຸລະກິດຫລືການລົງທຶນນັ້ນໂດຍຄວາມສາມາດຂອງເຮົາເອງລ້ວນໆ).

"ການລົງທຶນທີ່ດີທີ່ສຸດແມ່ນການລົງທຶນກັບຄວາມຮູ້"(Benjamin Franklin ເບນຈາມິນ ແຟຣັງກິນ)



໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ກ້າໃດ້ ກ້າເສຍ