ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ລັດຖະບານໄທກຽກກູ້ເງິນ 2.2 ລ້ານ ລ້ານ ບາດເພື່ອ ພັດທະນາລະບົບຄົມມະນາຄົມ (ລົດໄຟຄວາມໄວສູງ)

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານ ຮູ້ບໍ ລາວກູ້ ເທົ່າໃດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ນຳເຂົາເດ, ຕາມອ່ານຂ່າວ ບໍ່ແມ່ນຢືມແປດຕື້ຫັ້ນບໍ?


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຢາກຮູ້ໄປເຮັດຫຍັງເລື່ອງປະເທດເຂົາເຈົ້າ ດຽວຄົນໄທມາເຫັນເຂົາຊິເວົ້າຄົນລາວສອດຮູ້ສອດເຫັນ ຍິ່ງຊ່ວງນີ້ບໍ່ຄ່ອຍຖຶກກັນຢູ່


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ກ່ອນຈະຢືມເຂົາໄດ້ເປີດສະພາເພຶ່ອຟັງຄວາມຄິດເຫັນດ້ານດີດ້ານລົບຢ່າງຈະແຈ້ງໂປງໃສ ແລະໄດ້ຮັບຮອງຈາກສຽງສ່ວນຫຼາຍ!
ບໍ່ຄືບາງປະເທດມືດຕຶບປຊຊບໍ່ຮູ້ຫຍັງ!


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບໍ່ຮູ້ນຳເຂົາເດ, ຕາມອ່ານຂ່າວ ບໍ່ແມ່ນຢືມແປດຕື້ຫັ້ນບໍ?



ຕື້ຫຍັງເດ?

ຕື້ນຶ່ງຫລາຍປານໃດນໍ?


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ຢາກຮູ້ໄປເຮັດຫຍັງເລື່ອງປະເທດເຂົາເຈົ້າ ດຽວຄົນໄທມາເຫັນເຂົາຊິເວົ້າຄົນລາວສອດຮູ້ສອດເຫັນ ຍິ່ງຊ່ວງນີ້ບໍ່ຄ່ອຍຖຶກກັນຢູ່


ບໍ່ໄດ້ຢາກຮູ້ ເລື່ອງບ້ານເຂົາດອກ ແຕ່ມັນຮູ້ເອງຕາມ ໂທລະທັດໄທເປີດເຜີຍຫຼາຍຕາມການຖ່າຍທອດສົດສະພາ ທີ່ເອີ່ຍເຖິງເພື່ອສົມທຽບ ຊາເບິ່ງຂ່າວໄທ ບໍ່ທຳມະດາກ່ອນຊິຕົກລົງສະພາໄດ. ທີ່ຢາກຮູ້ ເລື່ອງບ້ານເຮົານີ້ແຫຼະ, ຂາວສານສາມາດເບິ່ງໄດ້ຢູ່ໃສ່ ທ່ານ ໃດຮູ້ ຊ່ວຍແນະນຳ ເພາະໜີ້ທຸກກີບ ພົນລະເມືອງລາວເຮົາທຸກຄົນໃນປະເທດ ມີສ່ວນຮັບຜິດຊອບນຳກັນໝົດ ຮຽນຮູ້ໄວ້ບໍ່ເສຍຫາຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tpt ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບໍ່ຮູ້ນຳເຂົາເດ, ຕາມອ່ານຂ່າວ ບໍ່ແມ່ນຢືມແປດຕື້ຫັ້ນບໍ?



ຕື້ຫຍັງເດ?

ຕື້ນຶ່ງຫລາຍປານໃດນໍ?


ຕື້ໂດລາ (ລ້ານໆໂດລາ)

ບໍ່ຈື່ດີປານໃດນະຂ່າວນັ້ນ(ໂຄງການສ້າງທາງລົດໄຟຫັ້ນ) ຮູ້ແຕ່ວ່າຫຼັກຕື້ໂດລາຂຶ້ນໄປຫັ້ນລະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ຢາກຮູ້ໄປເຮັດຫຍັງເລື່ອງປະເທດເຂົາເຈົ້າ ດຽວຄົນໄທມາເຫັນເຂົາຊິເວົ້າຄົນລາວສອດຮູ້ສອດເຫັນ ຍິ່ງຊ່ວງນີ້ບໍ່ຄ່ອຍຖຶກກັນຢູ່


ຜິດອິຫຍັງນໍ? ຂ້ອຍບໍ່ຮູ້ຊ້ຳ


໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ທຽບເປັນເງິນໄທກໍປະມານ 2.5 ແສນ ລ້ານ ບາດນິຕິເບາະ ຖ້າເປັນໂຕເລກ ເຕັມກໍ່ ປະມານ 250,000,000,000 ບາດ ຫຼື ປະມານ
(250,000,000,000 X 270) = 67,500,000,000,000 ກີບ ຫຼື 67.5 ພັນຕື້
(1ຕື້ = 1 ພັນລ້ານກີບ)


໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ທຽບເປັນເງິນໄທກໍປະມານ 2.5 ແສນ ລ້ານ ບາດນິຕິເບາະ ຖ້າເປັນໂຕເລກ ເຕັມກໍ່ ປະມານ 250,000,000,000 ບາດ ຫຼື ປະມານ
(250,000,000,000 X 270) = 67,500,000,000,000 ກີບ ຫຼື 67.5 ພັນຕື້
(1ຕື້ = 1 ພັນລ້ານກີບ)



ໄທ 2 ລ້ານ ລ້ານ /60 ລ້ານ = 0,03 ລ້ານ ບາດ /ຄົນ= 7,5 ລ້ານ ກີບ/ຄົນ
ລາວ 67,5 ລ້ານ ລ້ານ /6ລ້ານ= 11,25 ລ້ານ /ຄົນ

ໃຜຖືກ ໃຜແພງ