![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຕາມລິງຄ໌ຂ້າງລຸ່ມເດີ ຮ້ານອາຫານ ແສງຕາເວັນ ![]() ![]() |
|
![]() ແສງຕາເວັນ ເນັ້ນຄວາມພໍໃຈລູກຄ້າເປັນເລີດ ຫລ້າສຸດຕິດ 3 ໃນ 10 ອັນດັບຂອງໂລກ ໂດຍ: ສົມສະຫວິນ ໂຮງແຮມ ແລະ ຮ້ານອາຫານແສງຕາວັນເປັນອີກຫນຶ່ງໃນຫລາຍໂຮງແຮມຕັ້ງຢູ່ແຄມຂອງຫາດດອນຈັນທີ່ໃຫ້ການບໍລິການດ້ານທີ່ພັກ ແລະ ຮ້ານອາຫານສຳລັບແຂກຕ່າງປະເທດທີ່ເດີນທາງມາທ່ຽວໃນນະຄອນຫລວງວຽງຈັນສິ່ງສຳຄັນຮ້ານອາຫານແສງຕາວັນແຫ່ງນີ້ຢູ່ຊັ້ນສູງສຸດຂອງໂຮງແຮມເອີ້ນວ່າ “ຮ້ານອາຫານເທິງດາດຟ້າ”. ເນື່ອງຈາກລູກຄ້າທີ່ເຂົ້າມາໃຊ້ບໍລິການປະທັບໃຈກັບຄວາມສວຍງາມຂອງວິວທຳມະຊາດແຄມຂອງທີ່ສາມາດເບິ່ງໄດ້ທຸກຍາມບວກກັບການຕົກແຕ່ງພາຍໃນດ້ວຍໄມ້ແບບຊົງລາວ ແລະ ບັນຍາກາດທີ່ງຽບສະຫງົບ ຈິ່ງເປັນອີກຫລາຍປັດໄຈເຮັດໃຫ້ລູກຄ້າຊ່ວຍກັນໂປຣໂຫມດໃຫ້ເປັນຮ້ານອາຫານທີ່ດີທີ່ສຸດໃນລາວ, ຫລ້າສຸດໄດ້ຕິດອັນດັບທີ 3 ຂອງ 10 ອັນດັບ ຮ້ານອາຫານເທິງດາດຟ້າທີ່ສາມາດຊົມວິວໄດ້ຢ່າງສວຍງາມອີກແຫ່ງຫນຶ່ງຂອງໂລກຈາກການຈັດອັນດັບຂອງເວັບໄຊທຣີບແອັດວາຍເຊີ (tripadvisor.com) ທີ່ໄດ້ເປີດເຜີຍເມື່ອບໍ່ດົນມານີ້. ທ່ານ ນາງ ແສງດາວ ຜູ້ຈັດການໂຮງແຮມ ແລະ ຮ້ານອາຫານແສງຕາວັນໃຫ້ສຳພາດທີມຂ່າວເສດຖະກິດ-ສັງຄົມວ່າ: ຕົນເອງຮູ້ສຶກພາກພູມໃຈຫລາຍທີ່ໄດ້ເປັນສ່ວນຫນຶ່ງໃນການປະກອບສ່ວນເຮັດໃຫ້ປະເທດລາວເຮົາມີຊື່ສຽງ ໂດຍສະເພາະແມ່ນຮ້ານອາຫານແສງຕາວັນເປັນຮ້ານອາຫານແຫ່ງດຽວໃນລາວທີ່ໄດ້ຕິດອັນດັບທີ 3 ຂອງ 10 ອັນດັບຮ້ານອາຫານເທິງດາດຟ້າ ໃນປີ 2012 ວ່າເປັນຮ້ານອາຫານທີ່ສາມາດຊົມທິວທັດທຳມະຊາດໄດ້ຢ່າງສວຍງາມ ເຊິ່ງທ່ານຈະໄດ້ນັ່ງຊົມຕາເວັນຂຶ້ນ ແລະ ຕາເວັນຕົກໄດ້ຢ່າງເຕັມອີ່ມໃນຮ້ານອາຫານແຫ່ງນີ້. ປັດໄຈຫລັກໆທີ່ເຮັດໃຫ້ລູກຄ້າໂວດໃຫ້ຮ້ານອາຫານພວກເຮົາແມ່ນທິວທັດທຳມະຊາດທີ່ສວຍງາມສາມາດເບິ່ງວິວຢູ່ເທິງດາດຟ້າໄດ້ຢ່າງສະບາຍ, ການຕົກແຕ່ງປະດັບປະດາຮ້ານເຮັດດ້ວຍ ໄມ້ປະຍຸກເປັນແບບລາວໆທັງຫມົດ, ລົດຊາດອາຫານແຊບ ແລະ ລາຄາບໍ່ແພງ. ສິ່ງສຳຄັນເນັ້ນການບໍລິການເອົາຄວາມພໍໃຈຂອງລູກຄ້າເປັນຫລັກ ເຊິ່ງການເວົ້າສູ່ກັນຟັງຕໍ່ໆກັນໄປເຮັດໃຫ້ລູກຄ້າເຂົ້າມາທ່ຽວລາວຄິດເຖິງຮ້ານອາຫານແສງຕາວັນເປັນອັນດັບທຳອິດ. ນອກຈາກນັ້ນ ທາງໂຮງແຮມຍັງມີບໍລິການສະຖານທີ່ອອກກຳລັງກາຍໃຫ້ຫລິ້ນໂດຍບໍ່ເສຍຄ່າ, ນວດແຜນບູຮານໃນລາຄາຖືກ 40 ພັນກີບຕໍ່ 1 ຊົ່ວໂມງ, ບໍລິການຂີ່ລົດຖີບບໍ່ເສຍຄ່າທັງຫມົດ ມີ 7 ຄັນ, ສະເພາະແຂກທີ່ນອນໃນໂຮງແຮມມີອາຫານເຊົ້າໃຫ້ຮັບປະທານປະມານ 10 ຢ່າງໃຫ້ເລືອກຮັບປະທານບໍ່ເສຍຄ່ານັບ ແຕ່ 6:30 ໂມງເຊົ້າເປັນຕົ້ນໄປ, ມີການບໍລິການຮັບ-ສົ່ງແຂກ ແລະ ອື່ນໆ. ພິເສດທາງຮ້ານຍັງມີວາລະສານທີ່ພິມເປັນພາສາຍີ່ປຸ່ນອອກເປັນທຸກໆ 3 ເດືອນແຈກໃຫ້ລູກຄ້າ, ບໍລິສັດທ່ອງທ່ຽວອື່ນໆ, ມີແຜ່ນພັບບອກແຜນທີ່ທຸກລາຍ ລະອຽດຂອງເສັ້ນທາງ, ສະຖານທີ່ທ່ຽວ, ໂຮງແຮມ ແລະ ຮ້ານອາຫານໃນນະຄອນຫລວງນຳອີກ. ໂຮງແຮມ ແລະ ຮ້ານອາຫານແສງຕາວັນເປີດໃຫ້ບໍລິການໃນເດືອນ 11 ປີ 2009 ຜ່ານມາ, ໂຮງແຮມມີທັງຫມົດ 68 ຫ້ອງ ແລະ ຮ້ານອາຫານສາມາດບັນຈຸໄດ້ສູງສຸດ 120 ຄົນ. ແຂກທີ່ເຂົ້າໃຊ້ບໍລິການໃນແຕ່ລະວັນກໍ່ບໍ່ຫລາຍສະເລ່ຍບາງມື້ບໍ່ຮອດ 20 ໂຕະຊ້ຳ. ທັງນີ້ກໍ່ຂຶ້ນກັບໄລຍະນັກທ່ອງທ່ຽວຫລາຍ ຫລື ນັກທ່ອງທ່ຽວຫນ້ອຍ. ແຕ່ເນື່ອງຈາກທີ່ຕັ້ງຂອງໂຮງແຮມ ແລະ ຮ້ານອາຫານເຫມາະສົມແກ່ການພັກຜ່ອນ, ຊົວທິວທັດແຄມຂອງໄດ້ທຸກຍາມ ແລະ ງຽບສະຫງົບ ຈິ່ງເຮັດໃຫ້ແຂກທີ່ພັກອາໄສໄດ້ໂປຣໂຫມດໃຫ້ວ່າເປັນຮ້ານອາຫານເທິງດາດຟ້າທີ່ຊົມວິວງາມທີ່ສຸດຂອງລາວໃນປີ 2012. ![]() ![]() |
|
![]() |
|
![]() ຮ້ານເຈົ້າເອງຫວາ? ເປັນຕາໄປເນາະ |
|
![]() ເງິນເດືອນອອກຊິໄປອຸດໜູນ! |
|
![]() ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ... ແສງຕາເວັນ ເນັ້ນຄວາມພໍໃຈລູກຄ້າເປັນເລີດ ຫລ້າສຸດຕິດ 3 ໃນ 10 ອັນດັບຂອງໂລກ ໂດຍ: ສົມສະຫວິນ ໂຮງແຮມ ແລະ ຮ້ານອາຫານແສງຕາວັນເປັນອີກຫນຶ່ງໃນຫລາຍໂຮງແຮມຕັ້ງຢູ່ແຄມຂອງຫາດດອນຈັນທີ່ໃຫ້ການບໍລິການດ້ານທີ່ພັກ ແລະ ຮ້ານອາຫານສຳລັບແຂກຕ່າງປະເທດທີ່ເດີນທາງມາທ່ຽວໃນນະຄອນຫລວງວຽງຈັນສິ່ງສຳຄັນຮ້ານອາຫານແສງຕາວັນແຫ່ງນີ້ຢູ່ຊັ້ນສູງສຸດຂອງໂຮງແຮມເອີ້ນວ່າ “ຮ້ານອາຫານເທິງດາດຟ້າ”. ເນື່ອງຈາກລູກຄ້າທີ່ເຂົ້າມາໃຊ້ບໍລິການປະທັບໃຈກັບຄວາມສວຍງາມຂອງວິວທຳມະຊາດແຄມຂອງທີ່ສາມາດເບິ່ງໄດ້ທຸກຍາມບວກກັບການຕົກແຕ່ງພາຍໃນດ້ວຍໄມ້ແບບຊົງລາວ ແລະ ບັນຍາກາດທີ່ງຽບສະຫງົບ ຈິ່ງເປັນອີກຫລາຍປັດໄຈເຮັດໃຫ້ລູກຄ້າຊ່ວຍກັນໂປຣໂຫມດໃຫ້ເປັນຮ້ານອາຫານທີ່ດີທີ່ສຸດໃນລາວ, ຫລ້າສຸດໄດ້ຕິດອັນດັບທີ 3 ຂອງ 10 ອັນດັບ ຮ້ານອາຫານເທິງດາດຟ້າທີ່ສາມາດຊົມວິວໄດ້ຢ່າງສວຍງາມອີກແຫ່ງຫນຶ່ງຂອງໂລກຈາກການຈັດອັນດັບຂອງເວັບໄຊທຣີບແອັດວາຍເຊີ (tripadvisor.com) ທີ່ໄດ້ເປີດເຜີຍເມື່ອບໍ່ດົນມານີ້. ທ່ານ ນາງ ແສງດາວ ຜູ້ຈັດການໂຮງແຮມ ແລະ ຮ້ານອາຫານແສງຕາວັນໃຫ້ສຳພາດທີມຂ່າວເສດຖະກິດ-ສັງຄົມວ່າ: ຕົນເອງຮູ້ສຶກພາກພູມໃຈຫລາຍທີ່ໄດ້ເປັນສ່ວນຫນຶ່ງໃນການປະກອບສ່ວນເຮັດໃຫ້ປະເທດລາວເຮົາມີຊື່ສຽງ ໂດຍສະເພາະແມ່ນຮ້ານອາຫານແສງຕາວັນເປັນຮ້ານອາຫານແຫ່ງດຽວໃນລາວທີ່ໄດ້ຕິດອັນດັບທີ 3 ຂອງ 10 ອັນດັບຮ້ານອາຫານເທິງດາດຟ້າ ໃນປີ 2012 ວ່າເປັນຮ້ານອາຫານທີ່ສາມາດຊົມທິວທັດທຳມະຊາດໄດ້ຢ່າງສວຍງາມ ເຊິ່ງທ່ານຈະໄດ້ນັ່ງຊົມຕາເວັນຂຶ້ນ ແລະ ຕາເວັນຕົກໄດ້ຢ່າງເຕັມອີ່ມໃນຮ້ານອາຫານແຫ່ງນີ້. ປັດໄຈຫລັກໆທີ່ເຮັດໃຫ້ລູກຄ້າໂວດໃຫ້ຮ້ານອາຫານພວກເຮົາແມ່ນທິວທັດທຳມະຊາດທີ່ສວຍງາມສາມາດເບິ່ງວິວຢູ່ເທິງດາດຟ້າໄດ້ຢ່າງສະບາຍ, ການຕົກແຕ່ງປະດັບປະດາຮ້ານເຮັດດ້ວຍ ໄມ້ປະຍຸກເປັນແບບລາວໆທັງຫມົດ, ລົດຊາດອາຫານແຊບ ແລະ ລາຄາບໍ່ແພງ. ສິ່ງສຳຄັນເນັ້ນການບໍລິການເອົາຄວາມພໍໃຈຂອງລູກຄ້າເປັນຫລັກ ເຊິ່ງການເວົ້າສູ່ກັນຟັງຕໍ່ໆກັນໄປເຮັດໃຫ້ລູກຄ້າເຂົ້າມາທ່ຽວລາວຄິດເຖິງຮ້ານອາຫານແສງຕາວັນເປັນອັນດັບທຳອິດ. ນອກຈາກນັ້ນ ທາງໂຮງແຮມຍັງມີບໍລິການສະຖານທີ່ອອກກຳລັງກາຍໃຫ້ຫລິ້ນໂດຍບໍ່ເສຍຄ່າ, ນວດແຜນບູຮານໃນລາຄາຖືກ 40 ພັນກີບຕໍ່ 1 ຊົ່ວໂມງ, ບໍລິການຂີ່ລົດຖີບບໍ່ເສຍຄ່າທັງຫມົດ ມີ 7 ຄັນ, ສະເພາະແຂກທີ່ນອນໃນໂຮງແຮມມີອາຫານເຊົ້າໃຫ້ຮັບປະທານປະມານ 10 ຢ່າງໃຫ້ເລືອກຮັບປະທານບໍ່ເສຍຄ່ານັບ ແຕ່ 6:30 ໂມງເຊົ້າເປັນຕົ້ນໄປ, ມີການບໍລິການຮັບ-ສົ່ງແຂກ ແລະ ອື່ນໆ. ພິເສດທາງຮ້ານຍັງມີວາລະສານທີ່ພິມເປັນພາສາຍີ່ປຸ່ນອອກເປັນທຸກໆ 3 ເດືອນແຈກໃຫ້ລູກຄ້າ, ບໍລິສັດທ່ອງທ່ຽວອື່ນໆ, ມີແຜ່ນພັບບອກແຜນທີ່ທຸກລາຍ ລະອຽດຂອງເສັ້ນທາງ, ສະຖານທີ່ທ່ຽວ, ໂຮງແຮມ ແລະ ຮ້ານອາຫານໃນນະຄອນຫລວງນຳອີກ. ໂຮງແຮມ ແລະ ຮ້ານອາຫານແສງຕາວັນເປີດໃຫ້ບໍລິການໃນເດືອນ 11 ປີ 2009 ຜ່ານມາ, ໂຮງແຮມມີທັງຫມົດ 68 ຫ້ອງ ແລະ ຮ້ານອາຫານສາມາດບັນຈຸໄດ້ສູງສຸດ 120 ຄົນ. ແຂກທີ່ເຂົ້າໃຊ້ບໍລິການໃນແຕ່ລະວັນກໍ່ບໍ່ຫລາຍສະເລ່ຍບາງມື້ບໍ່ຮອດ 20 ໂຕະຊ້ຳ. ທັງນີ້ກໍ່ຂຶ້ນກັບໄລຍະນັກທ່ອງທ່ຽວຫລາຍ ຫລື ນັກທ່ອງທ່ຽວຫນ້ອຍ. ແຕ່ເນື່ອງຈາກທີ່ຕັ້ງຂອງໂຮງແຮມ ແລະ ຮ້ານອາຫານເຫມາະສົມແກ່ການພັກຜ່ອນ, ຊົວທິວທັດແຄມຂອງໄດ້ທຸກຍາມ ແລະ ງຽບສະຫງົບ ຈິ່ງເຮັດໃຫ້ແຂກທີ່ພັກອາໄສໄດ້ໂປຣໂຫມດໃຫ້ວ່າເປັນຮ້ານອາຫານເທິງດາດຟ້າທີ່ຊົມວິວງາມທີ່ສຸດຂອງລາວໃນປີ 2012. ດີໃຈນຳ |
|
![]() ບໍ່ວ່າ 1 ໃນ 3 ຂອງໂລກ ...ເຂົາເອົາຫຍັງມາແທກ ຄັນ 1 ໃນ 3 ຄົນຄືບໍ່ຫລາຍ ຫລືວ່າຄ່າບໍລິການແພງ |
|
![]() ມື້ແລງຊິພາກິກໄປກ່ອນ ອຶອຶ |
|
![]() ຮ້ານຢູ່ແຖວໃດ... |
|
![]() ເປັນເລື່ອງທີ່ຫນ້າຍິນດີ! ![]() |
|
![]() ບໍ່ແມ່ນຮ້ານຂ້ອຍດອກ ແຕ່ດີໃຈນຳ ທີ່ມີຊາວໂລກ ໂຫວດໃຫ້ໄດ້ ອັນດັບ3 ນະ ![]() ![]() |
|
![]() ເຄີຍນຳເບິ່ງເວັບ ແມ່ນແທ້ຕາມປີເພິນໂວດ ແຕ່ເລື່ອງການບໍລິການ ມັນພັດທະນາໄປເຫຼື້ອຍໆ ຕອນນີ້ຈົກປະເທດໄດໃດ້ເຮົາກໍ່ຍັງບໍ່ຮູ້ ຊ່ວາຍເຈົ້າຂອງກະທູ້ອັບເດດ ຂໍ້ມູນຕື່ມ ![]() |