ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ລາຄາອາຫານບ້ານເຮົາມີສອງມາດຕະຖານ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ວັນອາທິດຜ່ານມາ ແມ່ຂ້ອຍໃຫ້ຂ້ອຍໄປຕະຫລາດເພື່ອຊື້ປາ ຢູ່ຕະຫລາດໂພນຕ້ອງ, ຂ້ອຍຖາມແມ່ຄ້າຄົນໜຶ່ງວ່າ: ປາລາຄາກິໂລລະເທົ່າໃດ; ລາວຕອບຂ້ອຍວ່າ: 20,000ກີບ; ຂ້ອຍຕອບລາວວ່າ: ເອົາໃຫ້ແດ່ 2 ກິໂລ ເລືອກໃຫ້ໂລດເອົາໂຕໃດກະໄດ້ ຊັ່ງເຕັມໃຫ້ແດ່ເດີ; ລາວຕອບຂ້ອຍວ່າ: ບໍ່ໄດ້ຄັນຊັ່ງເຕັມ 22,000ກີບ ຕໍ່ກິໂລ; ຂ້ອຍຖາມຄືນວ່າ: ແມ່ນຫຍັງເກາະ?; ລາວຕອບວ່າ: ຄັນຊັາງເຕັມລາຄາ 20,000ກີບ ແມ່ນຂາດທຶນ ຢູ່ໃສກະຂາຍແນວນີ້ວ່າຊັ່ນ.

ເພື່ອນໆ ເຄີຍພົບແນວນີ້ບໍ່ ? ແບບນີ້ແມ່ຄ້າຈອມຫລອກຫລວງ ພາກລັດເຮົາບໍ່ໄດ້ລົງສຳຫລອດແດ່ບໍ່? ປ່ອຍໃຫ້ແມ່ຄ້າເອົາປຽບ ຜູ້ບໍລິໂພກຂະໜາດ.


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນເລື່ອງປົກກະຕິ ຊີງຊັ່ງບໍ່ມີຈັກຮ້ານທີ່ບໍ່ໂກງ ລອງຊັ່ງຢູ່ຕະຫລາດແລ້ວມາຊັ່ງຢູ່ເຮືອນອີກແມ້ ລຸດໄປ 1-2 ຂີດແມ່ນບຸນລະ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ຕະຫຼາດດົງໂດກກະຄີໍກັນເດີ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຕະຫລອດ ເຕີມນ້ຳມັນກະຄືກັນເດີ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ເສຍປຽບເນາະ ແມ່ຄ້າຈັກສີໜ້າເລືອດໄປຮອດໃສ? ຄືວ່າເຮັດທ້າທ້າຍ ກົດໝາຍເອົາແທ້ເອົາວ່ານິລະ? ອັນນີ້ກະບໍ່ແມ່ນວ່າເດີ ສົມພໍຄົນສວນຫລາຍໄປ ຊື້ອາຫານຢູ່ຝັງນັ້ນຫລາຍ ຂື້ນ.


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ຕະຫລາດດາວເຮືອງປາກເຊ ເຂົາຕິດລາຄາສິນຄ້າໃສ່ຄັກແນ່ ຖ້າເຫັນໃຜລະເມີດໂທແຈ້ງໄດ້ຕາມເບີທີ່ເຂົາໃຫ້


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
ຕະຫລາດດາວເຮືອງປາກເຊ ເຂົາຕິດລາຄາສິນຄ້າໃສ່ຄັກແນ່ ຖ້າເຫັນໃຜລະເມີດໂທແຈ້ງໄດ້ຕາມເບີທີ່ເຂົາໃຫ້


ແບບນີ້ກະໜ້າຊື້ ເປັນຕາອຸດໜູນແດ່ ລູກຄ້າກະບໍ່ເສຍປຽບ ຈາກແມ່ຄ້າ ພໍ່ຄ້າໜ້າເລືອດ