ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ໃຜທີ່ກໍາລັງຈະປຸກເຮືອນ ຊື້ລົດ ຖ້າເປັນໄປໄດ້ຢ່າລືມ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າ AEC 2015 ກ່ອນເດີ ເພາະພາສີຂອງສິນຄ້າຈາກໄທເຊັ່ນ ຊີມັງ,ເຫລັກເສັ້ນ,ກະເບື້ອງ,ແຜ່ນເພດານ,ກາໂລ,ອຸປະກອນຫ້ອງນ້ຳ
ເຄື່ອງໃຊ້ໄຟຟ້າ ຈະເຫລືອ 0% ໝາຍຄວາມວ່າມັນອາດຈະຖືກລົງ 20-40% ເພາະຄົນຂາຍຢູ່ໄທອາດຈະມາຂາຍເອງໂດຍບໍ່ຜ່ານຄົນຄ້າ
ກາງຢູ່ລາວ ລວມທັງລົດ Vigo ລາຄາ 36,000$ ກໍ່ອາດຈະເຫລືອ 26,000$, Toyota vios = 21,000$, Nissan March=13,000$ ລາຄາຈະລົດໃກ້ຄຽງກັບລົດ ເກົາຫລີ ສ່ວນລົດຈີນອາດຈະຂາຍບໍ່ໄດ້ເລີຍ







໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເຈົ້!ຄືບໍ່ພາກັນ ສະແດງຄວາມຄິດເຫັນແນ່ອ່ານ ຕັ້ງ 82 ຄັ້ງ no comment



໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ເຈົ້!ເອົາມາແຕ່ໃສ ?


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້ຫວາ


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ບໍ່ມີພາສີ ແຕ່ໄດ້ຍິນແວ້ວໆວ່າສິເພີ່ມ ອມພ, ບໍ່ຮູ້ວ່າສິເປັນຈິງຫຼືບໍ່? ຖ້າເປັນຈິງກໍຄົງຈະໄດ້ຊື້ສິນຄ້າໃນລາຄາທໍ່ເກົ່າຫັນແຫຼະ.

ນີ້ກໍເດືອນ 9 ແລ້ວໃດ໋ເນາະ.... ອີກປະມານປີປາຍກໍຮອດ 2015 ລະ, ລຸ້ນໆໆໆໆ.


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສີເຫລືອ 0% ແຕ່ເພີ່ມອາກອນທຸລະກິດມັນກະເພີ່ມແທ້ຫັ້ນລະ AEC ຊິມີຄວາມໝາຍຫຍັງ
ປະເທດສະມາຊິກຕ້ອງໄດ້ກວດສອບເພາະຖືເປັນການເອົາປຽບ ສິນຄ້າເຂົ້າປະເທດໝູ່ 0% ບາດສິນຄ້າ
ເຂົ້າປະເທດໂຕມີອາກອນທຸລະກິດ 30%
ອີກຢ່າງ ສິນຄ້າທົ່ວໄປພວກ ຄອມ, .... ຍົກເວັ້ນລົດທີ່ຕ້ອງລົງທະບຽນ ອາດຈະບໍ່ໄດ້ເສຍ VAT ກໍ່ໄດ້


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ...
ເຈົ້!ເອົາມາແຕ່ໃສ ?



ລອງຫາໃນເນັດເບິ່ງວ່າ AEC ແມ່ນຫຍັງ
ຂ້ອຍເບິ່ງຜູ້ນຳບ້າ່ນເຮົາບໍ່ຢາກເຂົ້າປານໃດ ແຕ່ກະຖືກກົດດັນໃຫ້ເຂົ້າເພາະປະເທດອາຊຽນເຂົ້າ
ໝົດຊິບໍ່ເຂົ້າແຕ່ໂຕກະຄືຊິບໍ່ຄື