ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຄົນມັກເວົ້າວ່າການລົງທຶນມີຄວາມສ່ຽງແລ້ວຮູ້ບໍ່ວ່າການບໍ່ລົງທຶນນັ້ນສ່ຽງກວ່າ

໑໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
[size=12pt][/size] ຫຼາຍຄົນມັກເວົ້າວ່າການລົງທຶນມີຄວາມສ່ຽງແລ້ວທ່ານຮູ້ບໍ່ວ່າການບໍ່ລົງທຶນນັ້ນແຫຼະມີຄວາມສ່ຽງຍິ່ງກວ່າ. ໝາຍຄວາມວ່າມູນຄ່າຂອງເງິນສົດແມ່ນມີມູນຄ່າລົດລົງໃນແຕ່ລະປີ ຍິ່ງພົບກັບພາວະເງິນເຟີ້ຍິ່ງສ່ຽງ ເຫັນໄດ້ຈາກວັດຖຸສິ່ງຂອງຕ່າງໆມີມູນຄ່າແພງຂຶ້ນໃນແຕ່ລະປີ. ຕົວຢ່າງ: ທ້າວສີມີເງິນ 1000.000ກີບ ໃນຊຸມປີ198X ໃນຕອນນັ້ນລາວສາມາດໃຊ້ເງິນສົດລາວຊື້ລົດຈັກຫຼືຊື້ດິນໃນເມືອງຈັກ 1-2 ໄຣ່ໄດ້ຢ່າງສະບາຍ ແຕ່ລາວບໍ່ຊື້ແລະບໍ່ຄິດທີ່ຈະເອົາເງິນສົດໄປລົງທຶນຍັງລາວເກັບໄວ້ໃຊ້ຍາມຈຳເປັນ ຈົນມາໃນປີ 20XX ທ້າວສີກາຍເປັນຕູ້ສີລາວຍັງມີເງິນສົດ1000.000ກີບ ເທົ່າເກົ່າ ແຕ່ມູນຄ່າຂອງເງິນທີ່ລາວຖືຄອງຢູ່ນັ້ນບໍ່ສາມາດຊື້ລົດຈັກມື1ຫຼືແມ້ແຕ່ມື2ດ້ວຍຊ້ຳ ຈາກເດີມຊື້ດິນໃນເມືອງ 1-2 ໄຣ່ໄດ້ຢ່າງສະບາຍ ແຕ່ດຽວນີ້ເຄິ່ງໄຣ່ກໍຍັງບໍ່ໄດ້. ຈາກກໍລະນີສຶກສາຈະເຫັນໄດ້ວ່າການບໍ່ລົງທຶນນັ້ນມີຄວາມສ່ຽງຍິ່ງກວ່າເໝືອນກັບລໍເວລາຕາຍ. ຖ້າຫາກຕອນນັ້ນລາວຄຳນຶ່ງເຖິງໃນອານາຄົດຄົນເພີ່ມຂື້ນກໍຕ້ອງການທີ່ຢູ່ຫຼາຍຂຶ້ນທຸລະກິດອະສັງຫາລິມະຊັບ(ທີ່ດິນ) ນະຈະເຕີບໂຕໄດ້ດີ ຍອມເອົາເງິນໄປຊື້ມາອອມຫຼືເກ່ງກຳໄລ່ໄວ້ປ່ຽນຊັບສິນຈາກເງິນເປັນດິນທີ່ຫຼືປ່ຽນຈາກເງິນສົດເດີມໃຫ້ມັນຂະຫຍາຍອອກດອກອອກຜົນມີມູນຄ່າເພີ່ມຂື້ນ ແຕ່ການລົງທຶນນັ້ນແມ່ນມີທັງໄດທັງເສຍຂຶ້ນກັບຕົວທ່ານແລ້ວຈະເຮັດໄດ້ດີຊຳໃດ.
ໂດຍ: ທ້າວ ສີທະນົນໄຊ ໄຊຍະເສນາ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ :) ຖ້າລົງທຶນແນວດີ ກໍ່ດີ ຫັ້ນລະເນາະ


໑໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວ ຂື້ນກັບເຮົາຈະມອງເຫັນໂອກາດ ແລະ ວິເຄາະໄດ້ຖືກຕ້ອງຕາມທີ່ຄາດຄະເນໄວ້ເທົ່າໃດ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນະນຳວິທີເກັບເງິນ
1.ຝາກທະນາຄານແບບປະຈຳ 1 ປີຈັ່ງຖອນໄດ້ ດອ ກເບ້ຍ 10%
2.ຊື້ດິນ..... ເວລາຜ່ານໄປ 3-4 ປີລາຄາມັນຈະທະວີຄູນຂຶ້ນ
3.ຊື້ຄຳ ແຕ່ວ່າຊ່ວງນີ້ຄຳລົງຫລາຍ .


໑໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າ ລົງທຶນໃນຮຸ້ນໜ້າຈະໄດ້ດີກວ່າ ເພາະຖ້າໄດ້ກໍຈະໄດເປີຫຼາຍກວ່າທະນາຄານຊຳທະນາຄານຍັງຕ້ອງມີເງິນຄ້າງໃນບັນຊີອີກ. ໃນປີ1ເທົ່າທີ່ໄປຖາມ borkerຢູ່ຕະຫຼາດຫຼັກຊັບລາວ ການໄຟ້າຈ່າຍປັນຜົນ 182 ກີບຕໍ່ຈຳນວນທີຖືຄອງຢູ່ ທະນາຄານການຄ້າ 405 ກີບ ມີ ຮຸ້ນຫຼາຍກໍຄູນເອົາເລີຍສອງປີຜ່ານມາ ສອງບໍລິສັດນີ້ຈ່າຍປັຍຜົນ 4ເທື່ອແລ້ວ ຊ້ຳຍັງຖ້າຮຸ້ນຂຶ້ນກໍຂາຍໄດທັງຕົ້ນທັງກຳໄລ່ ເສຍຄ່ານາຍໜ້າໃຫ້borkerກໍຖືກພຽງແຕ່ 0.9% ສຳລັບຊື້ 1.2%ສຳລັບຂາຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຍງບໍ່ທັນມີ ງ ລົງທຶນ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົງທືໍນຈີບສາວສຸດທ້າຍສາວບໍ່ມັກ ອຶອຶອຶ ກະເລີຍຂາດທືໍນ