ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຂໍຄຳເຫັນໃນການພັດທະນາການບໍລິຫານງານຂອງໂຮງໝໍລັດ

໔ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ການໃຫ້ບໍລິການຂອງໂຮງໝໍບ້ານເຮົາ ໄດ້ຮັບການວິພາກວິຈານໃນດ້ານລົບ ເຊັ່ນວ່າ ການໃຫ້ບໍລິການຂອງແພດໝໍ, ລະບົບການປິ່ນປົວ ຕ່າງໆ. ຢ່າງໃດກໍດີ, ແພດໝໍບ້ານເຮົາກໍມີຫລາຍຄົນທີີມີຄວາມສາມາດ ແລະ ມີຈັນຍາບັນໃນອາຊີບ ແຕ່ກໍຍັງມີຈຳນວນໜຶ່ງທີ່ສ້າງປະກົດການຫຍໍ້ທໍ້ໃຫ້ແກ່ຂະແໜງການນີ້ ຢາກຮູ້ວ່າແຕ່ລະຄົນມີຄຳເຫັນຫຍັງດີໆ ໃນການພັດທະນາລະບົບການບໍລິຫານງານຂອງໂຮງໝໍ ໃຫ້ມີປະສິດທິພາບຫລາຍຂຶ້ນ

ໂດຍສ່ວນຕົວ, ຄິດວ່າຖ້າມີການນຳໃຊ້ການບໍລິຫານງານແບບເອກະຊົນ ໃຫ້ເອກະຊົນບໍລິຫານ ຫຼື ຫລຸດການເກື້ອກູນຈາກພາກລັດ ແລະ ໃຫ້ໂຮງໝໍບໍລິຫານງານດ້ານງົບປະມານເອງ ຈະເຮັດໃຫ້ມີການແຂ່ງຂັນສູງ ບໍ່ພຽງແຕ່ການແຂ່ງຂັນລະຫວ່າງໂຮງໝໍ ແຕ່ເປັນການແຂ່ງຂັນພາຍໃນ ຄື ການແຂ່ງຂັນໃນການເຂົ້າເຮັດວຽກ, ມີການປະເມີນຜົນເຮັດວຽກຂອງພະນັກງານ ມີການວາງລະບຽບເຄັ່ງຂັດໃນການປະຕິບັດງານ ຕ່າງໆ ຈະສາມາດຊ່ວຍປັບປູງໄດ້ລະດັບໜຶ່ງ.

^_^ sleepy girl

໔ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ງຽບແທ້ເນາະ ^^ ແຄ່ຄິດຫລິ້ນໆ ຫລາຍໆຄົນຊ່ວຍກັນອອກຄຳເຫັນແບບສ້າງສັນ ເພື່ອມີນັກການເມືອງເຂົ້າມາອ່ານຈະໄດ້ເປັນປະໂຫຍດໃນການພັດທະນາປະເທດເຮົາ.
ຈາກການສຶກສາປະເທດກຳລັງພັດທະນາປະເທດອື່ນໆກໍມີບັນຫາເຊັ່ນກັນ ບໍ່ພຽງແຕ່ບັານເຮົາ ບາງປະເທດກໍໃຊ້ລະບົບການບໍລິຫານພາກລັດແບບໃໝ່ (ທິດສະດີ) ແລະ ໃນນັ້ນຄືການລຸດອຳນາດການຄວບຄຸມຂອງລັດຖະບານ ແລະ ໃຫ້ເອກະຊົນມີສ່ວນຮ່ວມຫຼາຍຂຶ້ນ. ແຕ່ບັນຫາຕາມມາຄື ແພດໝໍມີຄວາມເດືອດຮ້ອນ ເພາະການຈ່າຍເງິນເດືອນອີງຕາມການປະພຶດແລະຜົນງານ, ພະນັກງານແພດໝໍຫຼາຍຄົນຖືກໄລ່ອອກ ເພາະການປະຕິບັດງານທີ່ບໍ່ມີປະສິດທິພາບ ນອກຈາກນີ້ ຄ່າປິ່ນປົວເພີ່ມຂຶ້ນ ແຕ່ກໍມີນະໂຍບາຍຄວບຄູ ຄືການປະກັນສັງຄົມ ເພື່ອສົ່ງເສີມໃຫ້ຜູ້ມີລາຍໄດ້ຕໍ່າສາມາດເຂົ້າເຖິງການບໍລິການໄດ້

^_^ sleepy girl

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງ ແພດໝໍບ້ານເຮົາ ນີ່ບອກເລີຍວ່າ ຄົນເຈັບຕ້ອງໃຊ້ໄຫວພິບຫລາຍ
ອາໃສແຕ່ໝໍບອກຢ່າງດຽວບໍ່ໄດ້


໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
.



໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຖອດຖອນບົດຮຽນກັບປະເທດເພື່ອນບ້ານ ດ້ານການບໍລິການ, ນອກຈາກເງິນເດືອນພື້ນຖານແລ້ວ ອີງໃສ່ຜົນງານການປະຕິບັດວຽກຕົວຈິງ - ກັບຄົນເຈັບ ໃຫ້ມີການຍ້ອງຍໍສັນລະເສີນ + ນະໂຍບາຍ ເພື່ອເປັນການກະຕຸກຊຸກຍູ້, ຫຼີກເວັ້ນ ເຮັດ ຫຼື ບໍ່ເຮັດ ກໍ່ແມ່ນໄດ້ເງິນເດືອນຊໍາກັນ