ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ເປັນນັກທຸລະກິດທີ່ຈະປະສົບຜົນສຳເລັດຕ້ອງເຮັດແນວໃດ ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າທ່ານມີຄຳຄິດເຫັນທີ່ດີຊ່ວຍຕອບແດ່ເພື່ອຈະໄດ້ເປັນບົດຮຽນ
ຄິດວ່າຄຳຄິດເຫັນທີ່ທ່ານໄດ້ສຶກສາ ຫຼື ປະເສີນໜ້າຕົວຈີງມາອາດເປັນບົດຮຽນອັ່ນລ້ຳຄ່າໃຫ້ແກ່ຫຼາຍໆຄົນໃນທີ່ນີ້

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະເຮັດທຸລະກີດກ່ຽວກັບຫຍັງ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາບໍ່ໄດ້ຮຽນເສດຖະສາດຫລືສາດກ່ຽວກັບການຄ້າ..
ແຕ່ ມັກການຄ້າ... ກະເລີຍວ່າສຶກສາຈາກປຶ້ມຂອງນັກເສດຖະສາດຕ່າງໆ..
ມັນຂື້ນກັບຫລາກຫລາຍປັດໃຈ.. ຄືຈັ່ງວ່າຕ້ອງໄດ້ຄຳນຶງເຖິງຄວາມຕ້ອງການຂອງລູກຄ້າເປັນຫລັກ..
ການວາງຕົວຕໍ່ລູກທີມໃຫ້ຫນ້ານັບຖືກໍ່ເຊັນດຽວກັນ.. ຖ້າຫາກ ຈຂກທ. ຕ້ອງການເຮັດທຸກລະກິດໃນລາວ
ຂໍແນະນຳໃຫ້ເອົາດີດ້ານການບໍລິການລູກຄ້າ... ເອົາການບໍລິການເປັນຈຸດຂາຍ... ເຫດຜົນທີ່ຕ້ອງເຮັດແບບນັ້ນ
ຈຂກທ. ກໍ່ຄົງຈະເຂົ້າໃຈດີຢູ່ຕິ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍຕອບຍາກ ເຮັດທຸຣະກິດມາຫຼາຍປີແລ້ວແຕ່ວ່າບໍ່ຮັ່ງມີຄຶເພິ່ນກະ ປະໃຫ້ຜູ້ອຶ່ນເວົ້າສູ່ຟັງສານໍ!


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ປັດຊະຍາຂົງຈື້ບອອກວ່າໃຫ້ດຸໝັ່ນອົດທົນຊື່ສັດ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soudhack ຂຽນວ່າ...
ປັດຊະຍາຂົງຈື້ບອອກວ່າໃຫ້ດຸໝັ່ນອົດທົນຊື່ສັດ



ຣ່າຯຯຯຯຯຯຯຯຯ ຈ້າວກາດາຍເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຣັດທຸລະກິດ ຊື່ສັດຫຼາຍກາບໍ່ດີເດີ້ ບໍ່ເຄີຍໄດ້ຍີນບໍ່ເພີ່ນເວົ້ານ່າ

ໄປຮົບໃຫ້ໄປຂ້າ ໄປຄ້າໃຫ້ໄປຕົວະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໘ ກະທູ້
໒໔໖ ໂພສ
ນັກການກະທູ້
ມະນຸດສຳພັນ ເປັນສິ່ງສຳຄັນຫລາຍ....ເເລ້ວກະຕ້ອງມີຄວາມດຸຫມັ່ນອົດທົນ, ຕ້ອງບໍ່ທໍ້ເເທ້ລົ້ມເທື່ອນີ້ຕ້ອງລຸກຂື້ນເພື່ອໃຫ້ສຳເລັດໃນເທື່ອຫນ້າ

学会放弃才会幸福
忍受痛苦才有未来!

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ແວະມາເບິ່ງບາດວ່າຊິໄດ້ເປັນັກທຸລະກິດນຳເພິ່ນ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຕ້ອງມີມະນຸດສຳພັນດີ ຕ້ອງເປັນຄົນທີ່ຕັດສິນໃຈໄດ້ໄວ ເປັນຄົນເຄັ່ງຂຶມມີຄວາມອົດທົນ ມອງການໄກຄິດເຖິງສິ່ງທີ່ຈະເກີດຂຶ້ນແລ້ວຕຽມພ້ອມກັບມັນ
ຕ້ອງມຸ່ງສົນໃຈໃນກຳໄລ ຢ່າກັງວົນກັບສິ່ງເລັກໆນ້ອຍໆ ມີຄວາມເປັນຜູ້ນຳ


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຮູ້ແຕ່ວິທີເຮັດໃຫ້ມັນເຈັ້ງ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ເຮົາບໍ່ໄດ້ຮຽນເສດຖະສາດຫລືສາດກ່ຽວກັບການຄ້າ..
ແຕ່ ມັກການຄ້າ... ກະເລີຍວ່າສຶກສາຈາກປຶ້ມຂອງນັກເສດຖະສາດຕ່າງໆ..
ມັນຂື້ນກັບຫລາກຫລາຍປັດໃຈ.. ຄືຈັ່ງວ່າຕ້ອງໄດ້ຄຳນຶງເຖິງຄວາມຕ້ອງການຂອງລູກຄ້າເປັນຫລັກ..
ການວາງຕົວຕໍ່ລູກທີມໃຫ້ຫນ້ານັບຖືກໍ່ເຊັນດຽວກັນ.. ຖ້າຫາກ ຈຂກທ. ຕ້ອງການເຮັດທຸກລະກິດໃນລາວ
ຂໍແນະນຳໃຫ້ເອົາດີດ້ານການບໍລິການລູກຄ້າ... ເອົາການບໍລິການເປັນຈຸດຂາຍ... ເຫດຜົນທີ່ຕ້ອງເຮັດແບບນັ້ນ
ຈຂກທ. ກໍ່ຄົງຈະເຂົ້າໃຈດີຢູ່ຕິ...



ໂອໂທດເດີ ຕອບຊ້າໄປ ຄຳຄິດເຫັນເປັນປະໂຫຍດເນາະ ຂອບໃຈເດີ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຫຍັງໃກ້ໂຕເອງຂາຍໂລດອິອິອິ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຖີງ:​ xyz ທິດຝອຍ ເດີ
ຂາຍໄປຂາຍມາເຖືອແຕ່ 200.000 ກີບ ຫວາ
ສົມພໍແລ້ວຈື່ງໄດ້ສ້າງກະທູ້ໃຫມ່ຍ້ອນຂາຍສິ່ງຕົນເອງມີໜົດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໄສຢູ່ເດີ້ນິ

strawberry

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົງໃສຫຍັງຄຸນຫຍິງຢ້ານຂ້ອຍຂາຍເຈົ້າຫວາ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ກະທູ້ນີ້ມີປະໂຫຍດຫລາຍ: ຂພຈ ກໍ່ກຳລັງສຶກສາຢູ່ຄືກັນ.... ສະນັ້ນກະຂໍ ແບ່ງປັນນຳເລັກໜ້ອຍ....ບໍ່ຮູ້ວ່າຊຶຖືກບໍເບີ່ງເອົາເດີ້ ບໍ່ມີຫລັກການຍັງດອກຂຽນຕາມທີ່ຄິດອອກ...

1. ປັດໃຈຕົນເອງ: ເປັນຄົນມັກດ້ານນີ້ບໍ.., ຖ້າຕົນເອງ ບໍ່ຄ່ວຍເປັນຄົນມີມະນູດສຳພັນດີ... ກໍ່ຫາຄົນທີ່ເປັນມາເຮັດແທນ.. ແລະ ຕົນເອງກໍ່ເຮັດໜ້າທີ່ອື່ນ....
2. ປັດໃຈດ້ານເງິນ ແລະ ຜົນຕອບແທນ: ຢາກໄດ້ກໍາໄລໄລຍະສັ້ນບໍ, ໄລຍະຍາວ....
3. ປັດໃຈດ້ານການເມືອງ...​ຖ້າທຸລະກິດໄຫຍ່ເທົ່າໃດກໍ່ຍີ່ງຈຳເປັນຮູ້ຜູ້ໃຫຍ່ເທ່ານັ້ນ..... ຍົກຕົວຢ່າງທຸລະກິດນ້ອຍ.... ກໍ່ຮູ້ຄົນຢູ່ແຖງອ້ອມແອ້ມບ້ານກໍ່ໄດ້...

ປົກກະຕິແລ້ວ ລົມເປັນມື້ກະໄດ້.... ແຕ່ຂຽນໄດ້ເທົ່ານີ້ລະ.... ເມື່ອຍມືລະ.... ຕົນເອງ ກະບໍ່ຄ່ອຍປະສົບຄວາມສຳເລັດໃຫຍ່ຫລວງອີ່ຫຍັງດອກ....
ຖ້າມີທຸລະກິດ ຊຶມີເວລາ ມານັ່ງ ຫລີ້ນ ພັນລາວ ຢູ່ນີ້ນໍ....

Que sera sera

໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ເປັນນັກທຸລະກິດທີ່ຈະປະສົບຜົນສຳເລັດຕ້ອງເຮັດແນວໃດ ໃ <======ແປງແນ່ເຈົາຂອງກະທູ້ເອີ້ຍ


໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ມີຄວາມທຸກຍາກ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ມີແຮງຜັກດັນ
2.ມີຄວາມມຸ້ງຫມັ້ນ
3.ມີຄວາມອົດທົນ
4.ທໍ້ແຕ່ບໍ່ຖອຍ
5.ບໍ່ອາຍທີ່ຈະທຳມາຫາກິນຢ່າງຖືກຕ້ອງ
6.ກິນປະຢັດ ຢູ່ປະຢັດ ຍົກເວັ້ນຂັບແລັກຊັດ... ຕາມສະບາຍ
7.ສຳຄັນ ...ຕື່ນແຕ່ເຊົ້າໆ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ເພື່ອໃຫ້ບັນລຸຄວາມສຳເລັດ ແລະ ມີກຳໄລທາງທຸລະກິດ ກ່ອນອື່ນທ່ານຕ້ອງມີແຜນທຸລະກິດທີ່ດີສາກ່ອນ...ທ່ານຕ້ອງຮູ້ວ່າຄວາມຕ້ອງການຂອງຕະຫຼາດມີຫຼາຍໜ້ອຍປານໃດໃນທຸລະກິດທີ່ທ່ານຕ້ອງການຈະເຮັດ...ການສືກສາການຕະຫຼາດທີ່ດີນີ້ແຫຼະຈະຊ່ວຍທ່ານກ້າວໄປເຖິງຈຸດທີ່ທ່ານຕ້ອງການນັ້ນກໍ່ຄື ຜົນສຳເລັດໃນທຸລະກິດຂອງທ່ານ; ປັດໃຈທີ່ສຳຄັນທີ່ສຸດ ທີ່ຄວນສືກສາ ມີຄື: 1. ທີ່ຕັ້ງ ທີ່ທ່ານຈະດຳເນີນທຸລະກິດ, 2. ຄຸນນະພາບ, ແລະ 3. ທັດສະນະຄະຕິໃນການດຳເນີນທຸລະກິດ....ໃນສາມຢ່າງນີ້ຈະຂາດສິ່ງໃດສິ່ງໜື່ງບໍ່ໄດ້...ຂພຈ ກໍ່ບໍ່ໄດ້ຈົບວິຊາສະເພາະທາງດ້ານການຄ້າມາແຕ່ທາງໃດແຕ່ ພໍເຂົ້າໃຈເລື່ອງ ພື້ນຖານຂອງການບໍລິຫານທຸລະກິດກໍ່ເທົ່ານັ້ນແຫຼະ...ຫວັງວ່າຄົງຈະຊ່ວຍທ່ານໄດ້ເລັກໆນ້ອຍໆເນາະ.

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
To: jun
ວ່າຈະແປງຍາມໃດກ່າລືມ ຖ້ານ້ອງບໍ່ບອກກໍ່ຄົງຈະລືມໄປຕະຫຼອດເລີຍ
ແຮະແຮໆໆ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາສອງຂໍ້ນີ້ໃຫ້ໄດ້ກ່ອນເນີ້..
1. ຊື່ສັດກັບລູກຄ້າ..
2. ມີຈັນຍາບັນ..


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເອົາສອງຂໍ້ນີ້ໃຫ້ໄດ້ກ່ອນເນີ້..
1. ຊື່ສັດກັບລູກຄ້າ..
2. ມີຈັນຍາບັນ..


+1


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍຄົນອອກແນວຄິດຍິ່ງດີ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒ ກະທູ້
໑໔໕ ໂພສ
ນັກການກະທູ້
ບໍ່ມີຫຍັງເປັນຕາສົນໃຈຊໍ້າ

someone watching over me!

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
vanhkham
ຜູ້ບ່າວແຖວນີ້ກ່າຫຼາຍເປັນຫຍັງບໍ່ສົນໃຈນ້ອງເອີຍ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒ ກະທູ້
໑໔໕ ໂພສ
ນັກການກະທູ້
5555.......ມີແຕ່ຜູ້.....ຫັ້ນນະ

someone watching over me!

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ອັນເດີນ້ອງວັນຄຳເອີຍ ບໍ່ເຂົ້າເຈີເນີ ?

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>