ກະທູ້ມາໃໝ່ | ຫມວດ | ກະດານແຫ... » ການຕະຫຼາດ/ບໍລິຫານ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ້າວ່າເຮົາມີທຶນຢູ່ໜ້ອຍນື່ງບໍ່ຫຼາຍປານໃດປະມານ$50.000 ສິເອົາໄປລົງທຶນເຮັດຫຍັງຈື່ງຈະດີອັນນີ້ ຂພຈ ບໍ່ຮູ້ແທ້ ຢາກຖາມເພື່ອນຜູ້ທີ່ມີປ່ອງທາງ ດີດີມາແນະນຳກັນເບີ່ງຕາມສະບາຍເດີພີ່ນ້ອງ
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂື້ນກັບວ່າເຮົາສົນໃຈຢາກເຮັດຫຍັງ ເພາະຂພຈ ກໍກຳລັງຫາແນວຊິເຮັດຄືກັນ ກະຍັງບໍ່ຮູ້ວ່າຊິເຮັດຫຍັງດີ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອື່ມ.. ຂພຈ ກໍ່ກຳລັງຄິດຢູ່ໄດ້ວ່າຈະລົງທືນເຮັດຫຍັງດີ.. ແຕ່ມີທືນໜ້ອຍ!! ຢາກຮູ້ວ່າດຽວນີ້ ຄົນລາວໂດຍສະເພາະຢູ່ນະຄອນຫຼວງນີ້ ນິຍົມຫຍັງຫຼາຍທີ່ສຸດ ແລະ ເມື່ອເຮັດແລ້ວບໍ່ຢາກຫຼຸບທຶນຫັ້ນນະ ອິອິ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຈົ້າຕ້ອງບອກວ່າເຈົ້າມີທືນປະມານເທົ່າໃດ ເພາະວ່າທືນໜ້ອຍສຳລັບແຕ່ລະຄົນມັນຕ່າງກັນ ຂ້ອຍບໍ່ຮູ້ວ່າທືນໜ້ອຍສຳລັບເຈົ້າ ນິມັນຊຳໃດ ຫຼັງຈາກຮູ້ແລ້ວຈັງຊິໄດ້ຄິດຊ່ວຍ ວ່າຈະເຮັດຫຍັງດີ ຈັງໄດ້ກຳໄລ ແລະ ເຈົ້າມັກໃນທາງໃດ ພ້ອມເດີ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບອກຈຳນວນທຶນແດ່ເດີອັນວ່າໜ້ອຍໜຶ່ງຫັນ ບາງທີ່ຫຼາຍກ່ອນທີ່ຄິດກະເປັນໄປໄດ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສຳລັບຂ້ອຍຄີດຢາກເຮັດກີດຈະການໄອທີ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮັດສິ່ງທີ່ມັກ ເຖິງຈະໄດ້ຜົນຕອບແທນບໍ່ຫຼາຍ ແຕ່ຖ້າໄດ້ຜົນຕອບແທນທາງໃຈ ມີຄວາມສຸກທີ່ໄດ້ເຮັດມັນ ນັ້ນແລະ ເປັນທຸລະກິດທີທຸກຄົນຄວນຈະເຮັດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
@soudhack ເຮັກສິ່ງທີ່ເຮົາມັກ ເຖິງຈະໄດ້ຜົມຕອບແທນບໍ່ຫຼາຍ ແຕ່ໄດ້ຜົມຕອບແທນທາງໃຈ ຖ້າໄດ້ຜົມຕອບແທນບໍ່ຫຼາຍແລ້ວເຈົ້າຈະເອົາເງິນແຕ່ໃສ່ ມາໝຸນເພື່ອທີ່ຈະເຮັດທຸລະກິດນັ້ນຕໍ່ໄປ ແລະສົມມຸດວ່າເຈົ້າຍັງມີພາລະທາງຄອບຄົວອີກເດ່ ເຈົ້າຈະເອົາເງິນມາແຕ່ໃສ່ໄປລ້ຽງເຂົາເຈົ້າ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮັດທຸລະກິດ ຈາກຊ່ອງໂຫວ່ ຂອງການບໍລິການໃນສັງຄົມລາວ, ຮູ້ສຶກວ່າຍັງມີຫລາຍ ລະກະ ຫລາຍອີ່ຫລີ. ສິ່ງມາໃຫມ່ໆ ມັກຂາຍໄດ້ສະເໝີ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອັນນີ້ມັນກໍ່ຂື້ນກັບວ່າເຮົາສົນໃຈຢາກເຮັດຫຍັງ ຫລືວ່າເຮົາຖະຫນັດກ່ຽວກັບຫຍັງເຮົາຕອ້ງເຮັດໃນສິ່ງທີ່ເຮົາມັກແລະຄິດວ່າສາມາດເຮັດໄດ້ດວ້ຍຕົນເອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂໍບອກທຸກໆຄົນເດີ້ວ່າ: ໃຜທີ່ຢາກເຮັກຖຸລະກິດຫຍັງກໍ່ຕາມຕ້ອງມີຄວາມໝັ່ນໃຈໃນໂຕເອງທີ່ສຸດຖຸລະກິດຈັ່ງກ້າວໜ້າແລະສຳເລັດໄດ້ ຫ້າມລັງເລໃຈເດັດຂາດເດີ້ພີ່ນ້ອງ... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄປດື່ມນຳກັນກ່ອນຈະບອກວິທີເດີ ຮະຮາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ທຶນປະມານ 200.000 ກີບນີ້ລະຊ່ອຍແນ່ເດີເພາະ ຂພຈ ອອກບ້ານມາດົນແລ້ວຫຼຽວເບີ່ງຫຍັງກະມືດຕຶບເລີຍ.
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂາຍປິ້ງເອັນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົາປີ້ງໄກ່ນາປົ່ງມາຂາຍແມ ຕາມຄິວລົດນ່າ ອິອິໆໆ ມື້ໄດນໍຈະລວຍເຮັດແນວນີ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ... ທຶນປະມານ 200.000 ກີບນີ້ລະຊ່ອຍແນ່ເດີເພາະ ຂພຈ ອອກບ້ານມາດົນແລ້ວຫຼຽວເບີ່ງຫຍັງກະມືດຕຶບເລີຍ.yo! ເວົ້າແທ້ຫວ໋າ ເວົ້າຫລິ້ນຕີ........
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ວ໋າເເຕ່ພວກເວົ້າມານິ ເຄີຍເຫັດຫຍັງມາເເທ້ເເລ້ວ ບໍ່ ຫລືວ໋າມີເເຕ່ທິດສະດີ ການເຫັດຫຍັງມັນບໍ່ຍາກດອກ ວ໋າເເຕ່ລົງມືເຫັດກ່ອນ ຄວາມຮູ້ມັນກະຈະມາເອງດອກ ກະຄືເຮົາຂີລົດ ໄປໃນຕອນກາງຄືນ ທີ່ບໍ່ມີໄຟເເຄມທາງ ມີເເຕ່ໄຟຕາລົດເຮົາຄັນດຽວ ເເຕ່ເຮົາກະຍັງໄປຮອດເປົ້າໝາຍ ຫລືບໍ່ກະກາຍເປົ້າໄປເລຍ ໝາຍເຫດ ທີເວົ້າມານິ ເຈົ້າຂອງກະບໍ່ເຄີຍເຮັດ ຍັງ ຈັກອັນຄືກັນ ຮືຮື
i did it all to my own , turned a chair to a thrown ,i'm a KING in this world
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຖ້າມີແຕ່ 200000ກີບແທ້ກະຢ່າຟ້າວໄປເຮັດຫຍັງເທື່ອສະ ໄປເປັນລູກຈ້າງເອົາເງິນເດືອນໄປກ່ອນຈັກໄລຍະ 1 ຈົນຊິເກັບເງິນໄດ້ກ້ອນຫນຶ່ງເປັນທຶນລະຄ່ອຍຄິດໃຫມ່ກະໄດ້
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂາຍຢາ
ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
໒ ແສນ ກະຂາຍຕຳໝາກຮຸ່ງຫັ້ນແຫຼະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຖ້າມີ 200.000 ກີບ ເນາະນຳວ່າໃຫ້ໄປເກັບເກັດເກັບກະຕຸກ ຂາຍຕັ້ງໂຕຈັກ 10ປີ ມີເງິນເກັບຫຼາຍໆລະຈັງວ່າກັນໃໝ່ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢາກຊື້ແຟຣນໄຊສ໌ຂອງ ຊາຍ4ໝີ່ກ້ຽວນ່ະ.. ແຕ່ຕັ້ງຫົກໝື່ນບາດ.. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຖ້າມີ 200.000 ກີບ ເນາະນຳວ່າໃຫ້ໄປເກັບເກັດເກັບກະຕຸກ ຂາຍຕັ້ງໂຕຈັກ 10ປີ ມີເງິນເກັບຫຼາຍໆລະຈັງວ່າກັນໃໝ່ ຮາຮາເວົ້າຫັ້ນນາຄັກເຫວີຍແມ່ນຄວາມໃດເນາະ ແຕ່ກະຄິດວ່າມັນຕ້ອງມີແນວໃດແນວນື່ງລະສິເຮັດໃຫ້ມີກຳໄລວ່າບໍ່ແຕ່ກະຄິດບໍ່ອອກຈັກເທື່ອ ບໍ່ມີໃຜຢາກເຂົ້າຫຸ້ນສ່ວນນຳກັນຫວາ
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
^ ^ ^ ^ ເກັບຜັກຂາຍຢູ່ຕລາດນຳເດີ້ ຕັ້ງຮ້ານຂາຍປິ້ງເອັນໄປນຳ ເກັບຕຸກໄປນຳ ລວຍຄັກໆບາດນີ້
ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສອງແສນກີບເອົາໃຫ້ວັດສາ ແລ້ວອ້າຍໄປຫາເອົາໃໝ່
ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົາມາໃຫ້ຂ້ອຍຊື້ເບຍກິນນຳກັນຊະ ເປັນການສົ່ງເສີມຜະລິດຕະພັນລາວນາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຊ່ຳຕື່ມຕົດເໝັນເນາະເອົາໄປຊື້ເບຍນິ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ວ່າຢູ່ຂອງນຸ້ຍແມ່ນບໍ່ນິ..?? ສົມພໍເຂົ້າມາບອຣ໌ດນີ້ລ່ະໄດ້ກິ່ນ ຕຸຕຸ.. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມີສອງແສນ..ເອົາໄວ້ໄປຊື້ຫຸ້ນໄຟຟ້າລາວຊ່ະ.. ປິໜ້າຕະຫຼາດຫຸ້ນກະເປິດແລ້ວ.. ຫຸ້ນໄຟຟ້າຮັບຮອງແຈ່ມກວ່າເບຍລາວອີກ.. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມາເຂົ້າຫຸ້ນກັນຜູ້ລະສອງແສນຮັບຮອງໂລດລະຂ້ອຍສິເປັນຜູ້ກຳເງິນເຫັນດີນຳບໍ່
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|