ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ຮ້ລົງທຶນດອກ ຮູ້ແຕ່ຈ່າຍ


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ມີເງິນສອງແສນຈະເຮັດຫຍັງໄດ້ແດ່ເພາະວ່າປະຈຸບັນນີ້ໂຄງການໜຶ່ງກໍ່ລົງທືນເປັນສາມລ້າໂດລາຂື້ນໄປ


໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຟັງນັກລົງທຶນມືອາຊີບສຳລັບຜູ້ທີ່ມີທຶນສອງແສນກີບ ຊິແນະນຳໃຫ້: ໃຫ້ໄປເກັບເອົາກ້ອນຫີນພູ ແປງໜ້າມັນກ້ຽງໆ ແລ້ວເລາະໄປຮັບຈ້າງຝົນມີດ ຝົນພ້າ ລົງທຶນບໍ່ຫຼາຍ
ແຕ່ໄດ້ກຳໄລມະຫາສານ ຊົ່ວຫີນຝົນຊິຫ້ຽນ.


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສອງປີຜ່ານໄປຂ້ອຍໄດ້ລົງທຶນຊື້ດິນສອງຕອນແຕ່ບໍ່ທັນໄດ້ຂາຍຄາດວ່າກຳໄລພໍມີ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈັດປີຜ່ານໄປຂ້ອຍຍັງມີທຶນ50,000ພັນດອນໃຜແດ່ມີແນວຄິດດີໆຊ່ອຍບອກວິທີແດ່

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ມີສອງແສນ..ເອົາໄວ້ໄປຊື້ຫຸ້ນໄຟຟ້າລາວຊ່ະ..
ປິໜ້າຕະຫຼາດຫຸ້ນກະເປິດແລ້ວ..
ຫຸ້ນໄຟຟ້າຮັບຮອງແຈ່ມກວ່າເບຍລາວອີກ..


ຂພຈ ເຫັນດີນຳ ເລື່ອງຊື້ຫຸ້ນໄຟຟ້ານະ ເພາະວ່າຕົນເອງກໍ່ສົນໃຈ ແຮະແຮະ.
ແຕ່ວ່າ ຖ້າຈະໃຫ້ແນະນໍາເລື່ອງທຸລະກິດສຳລັບເງິນ 200 000
ອື່ມມມມມ ... ຄິດອອກແຕ່ປູກຜັກນິລະ ສົ່ງໃຫ້ຕະຫລາດ,ໂຮງແຮມ,ຮ້ານອາຫານ,ບ້ານພັກ,ລີສອດ....ນິກາໄດ້ ຖ້າໂຕເຈ້າຢູ່ນະຄອນຫລວງ ແຕ່ບໍ່ຮູ້ຈະສົ່ງຜັກໃຫ້ໃຜ ຊັ້ນກໍ່ເອົາມາຂາຍໃຫ້ ຂພຈ ກໍ່ໄດ້. ເດ໋ ມີບ່ອນຮອງຮັບວັດຖະດິບແລ້ວເດ.
ອ້ອ ມີອີກຢ່າງ1 ຄືວ່າ ຖ້າບ້ານເຈ້າຢູ່ຕ່າງແຂວງ ເຄື່ອງດື່ມສະປອນເຊີ ຕ້ອງການຕົວແທນຈໍາຫນ່າຍເກາະ (ສົງໃສຈະຍາວກວ່ານິ້ ຖ້າສົນໃຈ ຈື່ງວ່າກັນໃຫມ່ຊະເນາະ)


໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ອຸ໋ຍ ມີທືນ50 000 ພັນດອນຫວາ 555 ຂພຈ ຍັງອ່ານບໍ່ທັນຈົບຫມົດ ພັດໄປຕອບກ່ອນ ແຮະແຮະ.


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດກ່ຽວກັບກະເສດ ດີທີ່ສູດ


໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ມີເງິນຕັ້ງ ຫ້າມຶ່ນໂດລາຄິດບໍ່ອອກຈະໄປຕໍ່ຍອດແນວໃດກະບໍ່ຊ່າງຊິວ່າລະເນາະ ແຕ່ ຂພຈ ຍັງງຶດທ່ານວ່າມີປັນຍາຫາເງິນກ້ອນນີ້ມາໄດ້ຈັ່ງໃດນໍ ຊ່ວຍຊີ້ແນະແດ່ທ້ອນ.


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>