ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 6 ໜ້າ <<<123456>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ມີເວລາຫນ໋ອຍຫນຶ່ງເລີຍຢາກສວຍໂອກາດມາເວົ້າຫຍັງທີ່ສຳຄັນສູ່ກັນຟັງ.

ແຕ່ຕົ້ນປີນີ້ມາ ຢູ່ລາວເຮົາໄດ້ນຳກົດຫມາຍພາສີຣາຍໄດ້ໃຫມ່ມາໃຊ້ ທີ່ເອີ້ນກັນວ່າ ພາສີເມູນຄ່າເພີ່ມ VATໃນອັດຕາ ສີບເປິເຊັນ.
ໃນແຕ່ລະປະເທດ ອັດຕານີ້ແຕກຕ່າງກັນ ເຊັ່ນຢູ່ປະເທດໄທ ແມ່ນມີ ເຈັດເປິເຊັນ, ຢູ່ໂປແລນ ຊາວສອງເປິເຊັນ...
ຖືວ່າຢູ່ບ້ານເຮົາກະເອົາເຂດປານກາງ.໑໐%. ພາສີນີ້ ແມ່ນ ເກັບເອົາຈາກຜູ່ຊື້ສິນຄ້າ ຫຼື ຄ່າບໍຣິການຕ່າງໆທີ່ຜູ່ຂາຍ(ທີ່ເຂົ້າໃນຣະບົບຕ້ອງໄລ່ເພີ່ມໃສ່ກັບຣາຄາສິນຄ້າທີ່ວາງຂາຍ).
ໂຕຢ່າງງ່າຍໆ:
ຄົນໃຈດີພາຫມູ່ໄປຮ້ານເບັຍ,ສັ່ງເບັຍມາຫ້າຂວດໃນຣາຄາ ເນດ(netto) ແປດພັນຕໍ່ແກ້ວ ແຕ່ບາດໄປຈ່າຍພັດໄດ້ເສັຍຫຼາຍກວ່ານັ້ນ
ງົງ !!!
ມີຄວາມສົງສັຍ ຈຶ່ງໄດ້ຖາມເຈົ້າຂອງຮ້ານວ່າເປັນຫຍັງໄລ່ແບບນີ້ ແທນທີ່ຈະແມ່ນສີ່ສີບພັນ ກັບໄດ້ຈ່າຍ ເປັນ ສີ່ສີບສີ່ພັນ!(ສີ່ພັນນີ້ເປັນພາສີມູນລະຄ່າເພີ່ມຫຼືວ່າຣາຄາເຕັມ-brutto)

ນັ້ນລະຄືພາສີມູນູຄ່າເພີ້ມ ທີ່ຜູ່ບໍຣິໂພກ ຫຼືຜູ່ໃຊ້ຕ້ອງໄດ້ຈ່າຍ.(ເປັນຜູ່ຮັບບາບ!)
ພາສີແນວນີ້ແມ່ນ ທັງສີບເປິເຊັນຕ້ອງເຂົ້າຄັງຂອງປະເທດ.
ໃນການນຳສິນຄ້າເຂົ້າປະເທດ ກະເຊັ່ນກັນກ່ອນທີ່ສິນຄ້າຈະໄດ້ອອກຈາກສາງຂອງກົມພາສີອາກອນ ພໍ່ຄ້ານຳເຂົ້າຕ້ອງໄດ້ເສັຍພາສີມູນຄ່າເພີ້ມນີ້ກ່ອນບໍ່ດັ່ງນັ້ນສິນຄ້າຕ້ອງຕົກຢູ່ໃນສາງຂອງກົມພາສີອາກອນ.

ກົມພາສີເກັບຄ່າພາສີມູນລະຄ່າເພີ້ມມນີ້ ຈາກ ໃບບິນຮັບຊື້ສິນຄ້າຂອງພໍ່ຄ້າ ບວກຄ່າຂົນສົ່ງແລະຄ່າປະກັນໄພເຂົ້າກັນແລ້ວ ມາໄລ່ສີບເປິເຊັນໃສ່ ບວກລົບຄູນຫານກັນຈັ່ງໃດອອກມາຈັ່ງຊັ້ນພໍ່ຄ້າກະຕ້ອງຈຳເປັນເສັຍເອົາເງິນນັ້ນເຂົ້າຄັງໄປກ່ອນ.

ແລະອີກຢ່າງສິນຄ້ານຳເຂົ້າ ກະຕ້ອງໄລ່ອັດຕາແລກປ່ຽນທີ່ທາງກົມພາສີມີໄວ້(ລາງເທື່ອອາຈບໍ່ກົງກັນກັບໃນຕະຫຼາດ(ຫນອງດ້ວງຫຼືຕະຫຼາດເຊົ້າ!)
ຫາກໃຜມີຫຍັງຢາກຖາມ ຫາກວ່າພໍຊິຕອບໄດ້ກະຍິນດີຕອບໃຫ້ ແຕ່ຫາກມີຫຍັງບໍ່ຮູ້ກະຢ້ານວ່າບໍ່ຕອບແຫຼະ!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍເທົາ..

ເລື່ອງນີ້ເຄີຍຮຽນໃນວິຊາບັນຊີ..ຕອນຢູ່ປີສອງ..
ຂະເຈົ້າວ່າ..VAT..ມີຄວາມໂປ່ງໃສຫຼາຍກວ່າແບບເກົ່າ..
ເຮົາເລີຍງົງວ່າ..ມັນໂປ່ງໃສແທ້ບໍ່..??


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າຍເທົາ..

ເລື່ອງນີ້ເຄີຍຮຽນໃນວິຊາບັນຊີ..ຕອນຢູ່ປີສອງ..
ຂະເຈົ້າວ່າ..VAT..ມີຄວາມໂປ່ງໃສຫຼາຍກວ່າແບບເກົ່າ..
ເຮົາເລີຍງົງວ່າ..ມັນໂປ່ງໃສແທ້ບໍ່..??



ອ້າຍເອງໄດ້ງິນພຽງວ່າຢູ່ບ້ານເຮົານຳມາໃຊ້ກັນ ຫຼັກການໃຫຍ່ໆນັ້ນທັງລາຍລະອຽດຕ່າງໆຍັງບໍ່ໄດ້ເຫັນກັນ.
ຮູ້ພຽງວ່າ ເກັບກັນສີບເປິເຊັນ:ສິນຄ້ານຳເຂົ້າ ສ່ວມນຳອອກ ແມ່ນສູນເປິເຊັນ.
ສົມຄວນວ່າຕ້ອງໂປ່ງໃສກວ່າຄາວປະເທດໄທນຳມາໃຊ້ຊາວປີກ່ອນນັ້ນ.
ຫຼັກການຂອງມັນກະອາຈໂປ່ງໃສ ແຕ່ມັນກະມີຊ່ອງຫວ່າງຂອງມັນແອບແຝງຢູ່ ບໍ່ຮູ້ວ່າທາງຜູ່ຮູ້ທັງຫຼາຍໃນບ້ານເຮົາກ່ຽວກັບບັນຫານີ້ເພິ່ນພາກັນວິຈັຍແລະແກ້ໄຂກັນແບບໃດນັ້ນຍາກທີ່ຈະໄປຮູ້ນຳ.
ທາງສຖານທູດລາວວ່າຈະສົ່ງເອກສານກ່ຽວຂ້ອງມາໃຫ້ກະມິດຊ້ອຍມ້ອຍ.
ແລ້ວຕາມທີ່ນ້ອງສຶກສາມາ ມັນສົມຄວນເປັນໄປໃນຮູບໃດຢູ່ບ້ານເຮົາ.
ກະທູ້ນີ້ສ້າງຂື້ນຫວັງທີ່ຈະມາອອກຄວາມຄິດຄວາມເຫັນນຳກັນແບບອ້າຍຮູ້ຫນຶ່ງນ້ອງຮູ້ສອງເພື່ອວ່າຈະບໍ່
ໃຫ້ມັນກະທົບກັບການຮັບຮູ້ຂອງຊາວລາວແຮງໂພດສຳຫຼັບຜູ່ບໍຣະໂພກແລະຜູ່ໃຊ້ທັງຫຼາຍນັ້ນ.
ເພາະຈັ່ງໃດກົດຫມາຍນີ້ມັນກະຄວບງຳໄປຫມົດທຸກຄົນ.
ຢ້ານແນວດຽວວ່າພວກສວຍໂອກາດທັງຫຼາຍຈະພາກັນກິນຫົວເຮົາຫັ້ນດອກ.


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທີ່ເບິ່ງໂຄສະນາ
ອາກອນມູນຄ່າເພີ່ມຈະເປັນລາຍຮັບແຫ່ງໃໝ່ໃຫ້ຄັງເງິນແຫ່ງຊາດ
ໂດຍຈະເກັບຈາກຫົວໜ່ວຍທຸລະກິດແລະການບໍລິການຕ່າງຕ່າງ ໃນອັດຕາ 10ເປີເຊັນ

ລາຍໄດ້ດັ່ງກ່າວຈະນຳໄປພັດທະນາປະເທດຊາດ ເຮັດໃຫ້ຄັງເງິນແຫ່ງຊາດມີຄວາມເຂັ້ມແຂງໃນລະດັບປະເທດກໍຄືລະດັບພາກພື້ນ
ເລີ່ມນຳໃຊ້ມາຕັ້ງແຕ່ ວັນທີ 1ມັງກອນ 2010 ເປັນຕົ້ນມາ

ຫົວໜ່ວຍທຸລະກິດທີ່ຈະເຂົ້າໃນການເສຍອາກອນມູນຄ່າເພີ່ມແມ່ນຫົວໜ່ວຍເສດຖະກິດທີ່ມີລາຍໄດ້ບໍ່ຕ່ຳກວ່າ ສີຮ້ອຍລ້ານກີບຕໍ່ປີ
ແລະຫລາຍໆເງື່ອນໄຂ....

ເມື່ອເປັນແນວນັ້ນ ພວກເຮົາອາດຈະໄດ້ຊື້ສິນຄ້າ ອຸປະໂພກບໍລິໂພກ ລວມເຖິງການບໍລິການຕ່າງໆ ໃນມູນຄ່າທີ່ສູງຂຶ້ນ

ທ້າວທອງໃສ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ປຊຊ ສິໄດ້ຈ່າຍຫນັກຂຶ້ນຕວ່ານິ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ປຊຊ ສິໄດ້ຈ່າຍຫນັກຂຶ້ນຕວ່ານິ?


ຊ່ອຍກັນໄປຫັ້ນລະ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ຫາກໍ່ຮຽນຈົບປິກາຍນີ້ລະ ລຶມໝົດເລີຍ ຈື່ໄດ້ ແຕ່ ອຕທ ອກຊ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຕາມທີ່ເບິ່ງໂຄສະນາ
ອາກອນມູນຄ່າເພີ່ມຈະເປັນລາຍຮັບແຫ່ງໃໝ່ໃຫ້ຄັງເງິນແຫ່ງຊາດ
ໂດຍຈະເກັບຈາກຫົວໜ່ວຍທຸລະກິດແລະການບໍລິການຕ່າງຕ່າງ ໃນອັດຕາ 10ເປີເຊັນ

ລາຍໄດ້ດັ່ງກ່າວຈະນຳໄປພັດທະນາປະເທດຊາດ ເຮັດໃຫ້ຄັງເງິນແຫ່ງຊາດມີຄວາມເຂັ້ມແຂງໃນລະດັບປະເທດກໍຄືລະດັບພາກພື້ນ
ເລີ່ມນຳໃຊ້ມາຕັ້ງແຕ່ ວັນທີ 1ມັງກອນ 2010 ເປັນຕົ້ນມາ

ຫົວໜ່ວຍທຸລະກິດທີ່ຈະເຂົ້າໃນການເສຍອາກອນມູນຄ່າເພີ່ມແມ່ນຫົວໜ່ວຍເສດຖະກິດທີ່ມີລາຍໄດ້ບໍ່ຕ່ຳກວ່າ ສີຮ້ອຍລ້ານກີບຕໍ່ປີ
ແລະຫລາຍໆເງື່ອນໄຂ....

ເມື່ອເປັນແນວນັ້ນ ພວກເຮົາອາດຈະໄດ້ຊື້ສິນຄ້າ ອຸປະໂພກບໍລິໂພກ ລວມເຖິງການບໍລິການຕ່າງໆ ໃນມູນຄ່າທີ່ສູງຂຶ້ນ



ແມ່ນລະທ້າວທອງໃສ,
ເປັນການເກັບພາສີລາຍໄດ້ທີ່ປະເທດອື່ນເຂົາເກັບກັນມາແຕ່ດົນ ເຊັ່ນຢູ່ໄທກະປະມານຊາວກວ່າປີຜ່ານມາ.
ເປັນລາຍໄດ້ເຂົ້າຄັງໂດຍສະເພາະ ຈະເອົາໄປສ້າງສາປະເທດຊາດກະດີແລະກະສົມຄວນເປັນໄປໃນຮູບແບບນັ້ນ.
ສຳຫຼັບກົດເກັນໃນຍຸກເຣີ້ມຕົ້ນນີ້ ບົ່ງໄວ້ວ່າຢ່າງນ້ອຍຕ້ອງມີລາຍຮັບສີ່ຮ້ອຍລ້ານນໍ ແຕ່ຫາກວ່າຜູ່ໃດບໍຣິສັດໃດທີ່ມີລາຍຮັບນ້ອຍກວ່ານັ້ນຢາກຈະເຂົ້າໃຊ້ກະໄດ້ຄືກັນແຕ່ຕ້ອງແຈ້ງໃຫ້ອົງການທີ່ກ່ຽວຂ້ອງໄດ້ຮູ້ນຳ.
ແມ່ນແລ້ວສິນຄ້າທຸກຢ່າງທັງຄ່າບໍຣິການຕ່າງໆກໍຈະເພິ່ມຂື້ນ ສີບເປິເຊັນ ແຕ່ສຳຫຼັບສິນຄ້າຕ່າງໆນັ້ນມັນກະອາຈເພິ່ມຂື້ນເປັນຫຼາຍຕໍ່ຖ້າຫາກວ່າມັນໄດ້ຜ່ານມືພໍ່ຄ້າຫຼາຍຮວດຫຼາຍຕໍ່ ເພາະຜູ່ໃດກະຄິດໄລ່ລາຍໄດ້ຂອງໂຕເອງເພິ່ມເຂົ້າໃສ່ແລ້ວຈຶ່ງໄລ່ສີບເປິເຊັນເຂົ້າຕື່ມ.
ຜູ່ຊື້ ຫຼືຜູ່ບໍຣິໂພກ(ຜູ້ໃຊ້)ນີ້ຈະເປັນຕ້ອງໄດ້ຈ່າຍຕະຫຼອດ.

ເຫດສຳຄັນຫນຶ່ງທີ່ຢາກໃຫ້ທຸກຄົນແນມເຫັນກະຄືຄວາມບໍ່ກ່ຳເກິ່ງກັນຣະຫວ່າງພໍ່ຄ້າທີ່ ມີພາສີມູນລະຄ່າເພິ່ມກັບພໍ່ຄ້າຜູ່ບໍ່ເຂົ້າໃນຣະບົບ.
ໃນກໍຣະນີນີ້ ຖ້າຫາກວ່າພໍ່ຄ້າທັງສອງຂາຍສິນຄ້າສະນິດດຽວກັນຜູ່ຫນຶ່ງມີພາສີມູນຄ່າເພິ່ມແຕ່ອີກຜູ່ຫນຶ່ງບໍ່ມີມັນກໍຈະກາຍເປັນການແຂ່ງຂັນ
ຍາດລູກຄ້າກັນປະມານສິບເປິເຊັນຂອງຣາຄາທີ່ແຕກຕ່າງກັນ.

ຜູ່ຊື້,ຜູ່ໃຊ້ທັງຫຼາຍກະຢາກຊື້ຂອງສິນຄ້າໃນຣາຄາຖືກຕາມສັນຊາດຍານ ບໍ່ຄິດດອກວ່າເງິນທີ່ຕົນຈ່າຍເກິນສິບເປິເຊັນນັ້ນຈະເຂົ້າຄັງຫຼວງ ຫາກຍາມໃດໂຕເອງຍັງຂາດເຂີນຢູ່.
ບັດນີ້ມັນກໍຈະພາໃຫ້ພໍ່ຄ້າຜູ່ຫນຶ່ງບໍ່ພໍອົກພໍໃຈເພາະຈະບໍ່ໄດ້ຂາຍສິນຄ້າຂອງຕົນ.

ໃນແວດວົງນີ້ພໍ່ຄ້າຂາຍສົ່ງກະອາຈມີ``ເງື່ອນໄຂ``ຫຼືຫາສ່ອງທາງບໍ່ເປັນທັມນຳໄດ້ ບາງທີຂາຍໃຫ້ຜູ່ທີ່ບໍ່ມີ VAT ແບບບໍ່ໄລ່ ໑໐%ເຂົ້າໃນຣາຄາສິນຄ້າ ຍາມນັ້ນພໍ່ຄ້າຄົນນີ້ກໍສາມາດ ຫຼີ້ນ ເອົາປຽບຄູ່ແຂ່ງໄດ້ຢ່າງນ້ອຍກະ ສິບເປິເຊັນ!!
ຫາກວ່າພໍ່ຄ້າຂາຍສົ່ງນັ້ນຂາຍໃຫ້ທຸກຄົນສເມິກັນໂດຍຄິດໄລ່ VAT ເຂົ້າໃນຣາຄາຂາຍສົ່ງຂອງຕົນມັນກໍຈະດີ ແຕ່ ໃນຊີວີດມັນມີຫຼາຍສິ່ງຫຼາຍແນວທີ່ມັນຄວນຈະເປັນແຕ່ມັນກັບເສືອກໄປທາງອື່ນ.
ທັງຫມົດມັນກໍຈະຂື້ນນຳກົມກວດກາແລະເກັບກຳພາສີສນິດນີ້ວ່າມີມາຕຖານພຽງໃດ.

ຂຽນມາເພື່ອແບ່ງປັນປະສົບການສູ່ກັນບໍ່ແມ່ນເພື່ອວ່າມາຕິກັນແບບຢຽບຫຍາມແຕ່ຢ່າງໃດ.
ພຽງເພື່ອຢາກໃຫ້ແນມເຫັນເຫັດການທີ່ອາຈເກິດຂື້ນ ແຕ່ກະບໍ່ສເມິໄປດອກ,ມັນບໍ່ເກິດມີກໍເປັນໄດ້.

ຫຼືຜູ່ອື່ນນັ້ນວ່າຈັ່ງໃດ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ປຊຊ ສິໄດ້ຈ່າຍຫນັກຂຶ້ນຕວ່ານິ?



ບໍ່ຫນັກປານໃດດອກ ກ່ຽວເອີຍ ພຽງສິບເປິເຊັນ
ໃນບ້ານຂອງລູງ ແມ່ນ ໒໒%!
ສິນຄ້າບາງປະເພດກະຍົກເວັ້ນກະມີ ຫາກວ່າເປັນສິນຄ້າທີ່ທາງຣັຖບານຕ້ອງການສົ່ງເສີມ(ເພາະມີການຂາດແຄນໃນປະເທດ)
ເຊັ່ນຣົຖງໄຖນາບໍ່ຫຼືອຸປກອນໃນການກະເສດ ຫຼືໃນແວດວົງຂອງການສຶກສາ...
ຫຼືຢາປົວພະຍາດທີ່ຈຳເປັນເຊັ່ນ ວັກຊິນກັນໄຂ້ຫມູ!!!
ແລະຫຼາຍໆຢ່າງທີ່ຣັຖບານບົ່ງບອກຢ່າງຊັດເຊັນ.
ແຕ່ ເບັຍກັບຢາສູບທັງເຝິນີ້ຢ້ານວ່າບໍ່ຖືກຍົກເວັ້ນໃນທຸກກໍຣະນີແມ່ນວ່າໃຫ້ພວກນັກຮຽນກະຄາຣາດຽວກັນ!!!
ພາກັນຫາຕະຫຼາດມຶດ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ປຊຊ ສິໄດ້ຈ່າຍຫນັກຂຶ້ນຕວ່ານິ?


ຊ່ອຍກັນໄປຫັ້ນລະ



ທິດຝອຍນີ້ເປັນ ປຊຊ ແບບຢ່າງທີ່ດີ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ arngoonpao ຂຽນວ່າ...
ຫາກໍ່ຮຽນຈົບປິກາຍນີ້ລະ ລຶມໝົດເລີຍ ຈື່ໄດ້ ແຕ່ ອຕທ ອກຊ




ມາທົບທວນຄືນໃຫມ່ ແລ້ວມາຊ່ອຍອະທິບາຍສູ່ກັນຟັງແນ່ເດ.ໃຫ້ມັນເປັນບັນຫາທີ່ສຳຄັນປະເດັນຫນຶ່ງໃນພັນລາວ ເພາະວ່າບັນຫານີ້ມັນແຕະຕ້ອງໄປຫມົດທຸກຄົນແມ້ແຕ່ຜູ່ຍ່າຕາຍາຍຕະຫຼອດຮອດຄູບາຢູ່ໃນວັດ.
ກະທັ້ງເດັກນ້ອຍທີ່ຫາກໍມືນຕາມາເບິ່ງໂລກທີ່ປາສຈາກແພດໄພນາໆປະການໃນສຫມອງ.
ແຕ່ວ່າບໍVAT ນີ້ມັນກະບໍ່ໂຫດຮ້າຍປານໃດດອກ.ພຽງສິບເປິເຊັນ!
ແຕ່ຍາມຢາກຂີ່ຣົຖ ເອົາດີ ໗ ແລ້ວ ຕ້ອງເສັຍເພິ່ມເຂົ້າຣາຄາສິບເປິເຊັນກະຢາກເກົາຄາງກອດໆ!!
(ຜູ່ມີເງິນຊື້ແລ້ວຕື່ມອີກສິບເປິເຊັນມັນກະສ່ຳຂີ້ໄກ່ລ້ານີ້ແຫຼະນໍ!)


໑໐ ກະທູ້
໓໗໙ ໂພສ
ຊຳນານການເວັບບອດ


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ດີຫລາຍ ເຖິງບໍ່ຮູ້ກ່ຽວກັບການຄ້າຂາຍ ກໍພໍຝັນພໍ້ເລັກນ້ອຍກັບຄຳວ່າ VAT


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ດີຫລາຍ ເຖິງບໍ່ຮູ້ກ່ຽວກັບການຄ້າຂາຍ ກໍພໍຝັນພໍ້ເລັກນ້ອຍກັບຄຳວ່າ VAT




ການເກັບພາສີນີ້ເກັບກັນໃນຍາມຕື່ນຍາມໄປຊື້ຜັກໃນຕະຫຼາດຍາມພາສາວໄປແອ່ວ
ທຸກຍາມຂອງຊີວີດການເປັນຢູ່ຂອງທຸກຄົນ.
(ຢາກເວົ້າແບບກວນໆແນ່ຢ່າຖືຊາເດິ!)


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ playboys ຂຽນວ່າ...



ແມ້ແຕ່ຍາມທີ່ຍັງງົງໆຢູ່ແບບນີ້ກະ ຕົກຢູ່ໃນການຄວບຄຸມຂອງຣະບົບຢ່າງຫຼີກລ້ຽງຍາກ!!


໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ເປັນແບບນີ້ເອງ......


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PTDT ຂຽນວ່າ...
ເປັນແບບນີ້ເອງ......



ສະບາຍດີ,
ເອົາຮູບແບບນີ້ມາກວນໃຈກັນແທ້ໆ.
ຄັນຊັ້ນຢູ່ຫວຽດບໍ່ມີພາສີນີ້ບໍ?


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ໂອ້ໆໆໆໆໆ​ ຄິດວ່າລາຄາ ເບຍ 8000 ຈະມີ VAT ຢູ່ແລ້ວ 10% ຊັ້ນດອກ
ເພາະວ່າສ່ວນຫລາຍຮ້ານຄ້າ ຫລື ການບໍລິການຕ່າງໆນັ້ນ ເພິ່ນຈະ ມີລາຄາຕົ້ນທຶນ+ກຳໄລ ແລະ ພາສີນຳ ຈະບໍ່ຄ່ອຍເຫັນແຍກແບບເກັບພາສີມູນຄ່າເພີ່ມຈັກເທື່ອ
ນອກຈາກວ່າ ຈະເປັນພາສີນຳເຂົ້າ ທີ່ມັກຈະພົບເຫັນວ່າຈະຕ້ອງໄດ້ຈ່າຍເພີ່ມ...


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ໂອ້ໆໆໆໆໆ​ ຄິດວ່າລາຄາ ເບຍ 8000 ຈະມີ VAT ຢູ່ແລ້ວ 10% ຊັ້ນດອກ
ເພາະວ່າສ່ວນຫລາຍຮ້ານຄ້າ ຫລື ການບໍລິການຕ່າງໆນັ້ນ ເພິ່ນຈະ ມີລາຄາຕົ້ນທຶນ+ກຳໄລ ແລະ ພາສີນຳ ຈະບໍ່ຄ່ອຍເຫັນແຍກແບບເກັບພາສີມູນຄ່າເພີ່ມຈັກເທື່ອ
ນອກຈາກວ່າ ຈະເປັນພາສີນຳເຂົ້າ ທີ່ມັກຈະພົບເຫັນວ່າຈະຕ້ອງໄດ້ຈ່າຍເພີ່ມ...



ພາສີອັນນີ້ ພາກັນເກັບເພິ່ມຈາກລາຄາຕົ້ນທຶນ+ກຳໄລ
ຫາກວ່າ ຕົ້ນທືນຂອງເບັຍແມ່ນ 8໐໐໐k ບວກກຳໄລຂອງເຈົ້າຂອງຮ້ານມາແລ້ວຈຶ່ງມາໄລ່ຕື່ມໃສ່ ອີກ ສິບເປິເຊັນ.
A- (8000+ 500)+10%=9350 k brut.
ແຕ່ຖ້າຫາກວ່າ ຣາຄາມີ VATຢູ່ນຳແລ້ວກະຍັງໄດ້ເພິ່ມຄືເກົ່າ ເພາະຜູ່ຂາຍໄດ້ຕື່ມກຳຂອງຕົນໃຫມ່ເດ.
ໂຕຢ່າງ:8000 - 10% = 7200 k net
ບາດຂາຍກະໄດ້ຕື່ມ ກຳໄລເຂົ້າໃສ່ ໂຕຢ່າງຂ້າງລຸ່ມນີ້:
ເມື່ອຕື່ມກຳໄລຂອງຮ້ານເຂົ້າ :500 k
B- 500 +7200=7700+10%= 8470k ນີ້ກາຍເປັນຣາຄາ brut ທີ່ລູກຄ້າຕ້ອງຈ່າຍ.
ການຕື່ມກຳໄລນີ້ຕ້ອງຕື່ມໃສ່ ຣາຄາ ເນດແລ້ວຈື່ງບວກສິບເປິເຊັນເຂົ້າໃສ່.

ດັ່ງນີ້ແຫຼະຈຶ່ງວ່າສັບສົນສົມຄວນ ວ່າຕ້ອງຕັ້ງເຄົ້າກັນຈັ່ງໃດ.ເຫັນໄດ້ໃນຄວາມແຕກຕ່າງຂອງສອງຣາຄາ
ຄືກັນກັບທີ່ເວົ້າເອົາໄວ້ທາງເທິງນັ້ນ(ຣາຄາຂອງພໍ່ຄ້າຂາຍສົ່ງ).9350 - 8470= 880k
ຫາກວ່າສອງຮ້ານຕື່ມກຳໄລທໍ່ກັນ
ຄວາມແຕກຕ່າງຣະຫວ່າງ ອາ ກັບ ເບ ມີ 880k
ຮ້ານ ອາ ຂາຍ 9350 k===ເອົາ VAT 850
ຮ້ານເບ ຂາຍ 8470k k===ເອົາVAT 770
ຮ້ານເບອາຈຂາຍດັ່ງດຍວກັນກັບຮ້ານອາ ກະໄດ້ກຳໄລຫຼາຍແຕ່ກະຕ້ອງເອົາອັນຕາ ວັດເຂົ້າຄັງຫຼາຍຂື້ນ.ແທນທີ່ຈະ 770 ກະເປັນ ກະແມ່ນ 935 ຫຼາຍກວ່າຮ້ານອາອີກຊ້ຳ.ພັດໄດ້ກຳໄລແທນທີ່ຈະແມ່ນ 500 = 1215!
ດ້ວຍເຫດນີ້ລະຈຶ່ງວ່າ ພໍ່ຄ້າເຮົາເຂົາຫົວໃສສ່ຳໃດ!
ເວົ້າມາແລ້ວຢ້ານຫຼານຄົນບໍ່ເຂົ້າໃຈນຳ.
ກະຖາມມາເດິໃຜກະດາຍ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຖາມອາຈານມາແລ້ວ..ເນີ້ທຸກຄົນ..
ຊຶ່ງຈະຂໍມາອະທິບາຍງ່າຍຯວ່າ..

ອາກອນມູນຄ່າເພີ່ມ (VAT) ນີ້..
ມັນມີິຂັ້ນຕອນຈາກ..

..ເລີ່ມທຳອິດລາວເຮົາຈະເຂົ້າໃນເຂດການຄ້າເສລີອາຊ່ຽນ..
ສິນຄ້າທຸກຢ່າງ(ທີ່ກຳນົດ)ຈະຖືກຍົກເວັ້ນພາສີເຫຼືອ 0%..
ຖ້າເປັນແບບນີ້ຈະເຮັດໃຫ້ເງິນທີ່ເຂົ້າລັດໜ້ອຍລົງ..
ເພາະຍົກເລີກພາສີແລ້ວເດະ..ເງິນທີ່ຈະໄປຊື້ Prado ເອີ້ຍ! ໄປພັດທະນາປະເທດກໍຈະໜ້ອຍລົງ..
ສະນັ້ນຈຶ່ງໄດ້ນຳໃຊ້ ອາກອນມູນຄ່າເພີ່ມນີ້..ມາເປັນໂຕເກັບພາສີແທນ..
ຈະອະທິບາຍວົງຈອນຂອງ VAT ແລະ ໄປປຽບທຽບກັບ ອາກອນຕົວເລກທຸລະກິດ (ອາກອນແບບເກົ່າ)

VAT..
ສົມມຸດວ່າຂ້ອຍນຳເຂົ້ານົມແລັກຕາຊອຍ..ແລ້ວຖືກຍົກເວັ້ນພາສີ 0% ທີ່ດ່ານ..
ສະແດງວ່າຂ້ອຍບໍ່ໄດ້ຈ່າຍພາສີອາກອນເລີຍແມ້ແຕ່ກີບດຽວ..
ຫຼັງຈາກນັ້ນຂ້ອຍມຂາຍໃນລາຄາກ່ອງລ່ະ 5000 ກີບ..
ເວລາທີ່ລູກຄ້າມາຊື້ກັບຂ້ອຍ..ຂ້ອຍຕ້ອງໄລ່ VAT 10% ໃສ່..
ສະນັ້ນລູກຄ້າຂອງຂ້ອຍຕ້ອງຈ່າຍໃນລາຄາ 5500 ກີບ..
ຫຼັງຈາກຊື້ແລ້ວລູກຄ້າຂ້ອຍໄດ້ເອົາໃບບິນ ແລະ ຂ້ອຍກໍຮັກສາໃບບິນໄວ້້..
ທ້າຍເດືອນມາ..ຂ້ອຍນຳເອົາໃບບິນໄປທີ່ກົມອາກອນ..
ແລະພໍທີ່ອາກອນເບິ່ງໃບບິນຂອງຂ້ອຍ..
ຂະເຈົ້າກໍໄດ້ເກັບເງິນຄ່າ VAT ຈາກຂ້ອຍເປັນຈຳນວນ 500 ກີບ..
ສະແດງວ່າເງິນທີ່ເຂົ້າລັດ..ແມ່ນເງິນຄ່າ VAT..ແລະຜູ້ຈ່າຍອາກອນທີ່ແທ້ຈິງແມ່ນລູກຄ້າ..

ອາກອນຕົວເລກທຸລະກິດ (ອາກອນແບບເກົ່າ)..
ສົມມຸດຂ້ອຍນຳເຂົ້ານົມແລັກຕາຊອຍ..ກ່ອງໜຶ່ງ..
ຊື້ມາແຕ່ໄທພໍມາໄລ່ເປັນເງິນລາວຕົກຢູ່ກ່ອງລ່ະ 5000 ກີບ..
ອາກອນທີ່ດ່ານໄດ້ເກັບອາກອນຕົວເລກທຸລະກິດຈາກຂ້ອຍແມ່ນ 10% ຕົກຢູ່ 500 ກີບ..
ຂ້ອຍກໍຈ່າຍເງິນຈຳນວນນັ້ນທັນທີຢູ່ທີ່ດ່ານ..
ແຕ່ພໍມາຂາຍ..ຂ້ອຍກໍຂາຍແລັກຕາຊອຍກ່ອງນັ້ນໃນລາຄາ 5500 ກີບ..
ສະແດງວ່າເງິນທີ່ເຂົ້າລັດ..ແມ່ນອາກອນຕົວເລກທຸລະກິດ..ແລະ ຜູ້ຈ່າຍອາກອນທີ່ແທ້ຈິງແມ່ນລູກຄ້າ..

ນີ້ຄືຄວາມແຕກຕ່າງ..ລະຫວ່າງ.. VAT ກັບ ອາກອນຕົວເລກທຸລະກິດ..
ແຕ່ໃນດ້ານຄວາມໂປ່ງໃສນັ້ນ..VAT ຈະໂປ່ງໃສກວ່າ..ເພາະໄລ່ອາກອນຈາກໃບບິນ..
ສ່ວນອາກອນຕົວເລກທຸລະກິດ ແມ່ນຈະໄລ່ຈາກສິນຄ້າຕົວຈິງ..
ຊຶ່ງສາມາດເວົ້າກັນໄດ້..ຈຶ່ງເປັນສາເຫດວ່າ..ພະນັກງານພາສີອາກອນ..
ທີ່ເງິນເດືອນບໍ່ຮອດສອງລ້ານກີບ..ແຕ່ສາມາດມີລົດ ແລະ ມີເຮືອນຫຼັງໃຫຍ່ໄດ້(ອ້າງອີິງຈາກຄຳເວົ້າອາຈານຂອງຂ້ອຍ)..
ສະນັ້ນການທີ່ເຮົາຂໍໃບບິນຈາກຜູ້ຂາຍ..ຕ້ອງຫັດໃຫ້ເປັນນິໄສ..
ເພາະມັນຄືຜົນປະໂຫຍດຂອງປະເທດຊາດ ກໍຄືຕົວເຮົາ..


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍ

ວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = ="


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@bell ສະຫຼຸບມັນກໍ່ເສຍຄືກັນແມ່ນບໍ?
ຕ່າງແຕ່ວິທີການເສຍແຕກຕ່າງການເທົ່ານັ້ນເອງ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍ

ວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = ="


ແນ່ນອນເຮົາຕ້ອງໄດ້ເອົາໃບບິນ,ໃນເມກາບາງບ່ອນຊື້ຜັກບົ່ວຫົວດຽວກະມີບິນດັ່ງນັ້ນແຕ່ລະຮ້ານຂາຍເຄື່ອງຕ້ອງມີ
ລະບົບຄອມພິວເຕີເຂົ້າຊ່ອຍໃນອະນາຄົດອັນໃກ້ນີ້(ລາວກ້າວໄປ)ແນ່ນອນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກະຮູ້ໄດ໋ນິແຕ່ກ່ອນແມ່ນ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ ຂໍເວົ້າສັ້ນໆພຽງນີ້:
ຂອບໃຈນ້ອງເບລພິເສດໃນການອະທິບາຍກ່ຽວກັບຣະບົບການເກັບພາສີນີ້ຢ່າງລົ້ນເຫຼືອ,ແລະກະຂອບໃຈທຸກຄົນທີ່ມາແວ່ອ່ານແລະຫາຄວາມເຂົ້າໃຈນຳກັນ.
ມື້ຫນ້າຈະມາເວົ້າກັນຕື່ມເຖິງວິທີການເກັບຈາກບ້ານອື່ນເມືອງໄກສູ່ຟັງ.
ຣັກແພງທຸກຄົນ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍ

ວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = ="


ຄວາມຈິງມັນຈຳເປັນໄດ໋..ເວັບມາສເຕີ..
ແຕ່ອັນນີ້ຍັງຖືວ່າເປັນຈຸດອ່ອນທີ່ເຮັດໃຫ້ບ້ານເຮົາຍັງຢູ່ຂັ້ນທົດລອງໃຊ້ຢູ່..
ເພິ່ນເລີ່ມໃຊ້ກັບພວກບໍລິສັດໃຫຍ່ຯກ່ອນ..
ແຕ່ສົມມຸດວ່າເຮົາໄປຊື້ຢູ່ເອັມພອຍທ໌ມາຣ໌ທ..ກໍຄວນຂໍບິລໄວ້ກະດີ..
ເພາະໃບບິລນັ້ນລ່ະແມ່ນເງິນພາສີຂອງປະເທດ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
@bell ສະຫຼຸບມັນກໍ່ເສຍຄືກັນແມ່ນບໍ?
ຕ່າງແຕ່ວິທີການເສຍແຕກຕ່າງການເທົ່ານັ້ນເອງ


ເໝືອນບໍ່ຕ່າງແຕ່ມັນກະຕ່າງໄດ໋..ເອື້ອຍ ວວ.
ຖ້າເຮົາທຸກຄົນເກັບໃບບິລໄວ້..ມັນຈະເຮັດໃຫ້ເງິນເຂົ້າສູ່ລະບົບຫຼາຍກວ່າ..
ມັນຈະໂປ່ງໃສຫຼາຍກວ່າ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍ

ວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = ="


ແນ່ນອນເຮົາຕ້ອງໄດ້ເອົາໃບບິນ,ໃນເມກາບາງບ່ອນຊື້ຜັກບົ່ວຫົວດຽວກະມີບິນດັ່ງນັ້ນແຕ່ລະຮ້ານຂາຍເຄື່ອງຕ້ອງມີ
ລະບົບຄອມພິວເຕີເຂົ້າຊ່ອຍໃນອະນາຄົດອັນໃກ້ນີ້(ລາວກ້າວໄປ)ແນ່ນອນ


ມັນກະໜ້າຈະເປັນຈຸດອ່ອນທີ່ເຮັດໃຫ້ບ້ານເຮົາຢູ່ໃນຊ່ວງທົດລອງນຳໃຊ້ນ່ະ ອ້າຍທິດ..
ແຕ່ຖ້າໄປຊື້ຢູ່ມິນິມາຣ໌ທ..ກໍສາມາດຖາມເອົາບິລໄດ້..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມື້ນີ້ ຂໍເວົ້າສັ້ນໆພຽງນີ້:
ຂອບໃຈນ້ອງເບລພິເສດໃນການອະທິບາຍກ່ຽວກັບຣະບົບການເກັບພາສີນີ້ຢ່າງລົ້ນເຫຼືອ,ແລະກະຂອບໃຈທຸກຄົນທີ່ມາແວ່ອ່ານແລະຫາຄວາມເຂົ້າໃຈນຳກັນ.
ມື້ຫນ້າຈະມາເວົ້າກັນຕື່ມເຖິງວິທີການເກັບຈາກບ້ານອື່ນເມືອງໄກສູ່ຟັງ.
ຣັກແພງທຸກຄົນ.


ແຕ່ບ້ານເຮົາກະຍັງຢູ່ພຽງຈຸດເລີ່ມຕົ້ນທົດລອງໃຊ້ນ່ະ..ອ້າຍເທົາ..
ແຕ່ກະຕ້ອງພັດທະນາກັນຕໍ່ໄປ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳມະດາໃນແຕ່ລະຮ້ານຄ້າທີ່ມີຣະບົບນີ້ສົມຄວນຕ້ອງມີເຄື່ອງບັນທຶກການຂາຍທັງຂາຍສຳຫຼັບທີ່ຕ້ອງອອກໃບບິນແລະ
ການຂາຍຫຍ່ອຍກະເຊັ່ນກັນ ບໍ່ດັ່ງນັ້ນມັນກະສໍ້ໂກງກັນງ່າຍແລະການເກັບກຳ ພາສີມູນຄ່າເພິ່ມນີ້ກໍຈະບໍ່ມີປະສິດທິຜົນ.
ໃນຮ້ານຂາຍຫຍ່ອຍທຸກໆການຂາຍຕ້ອງຜ່ານ ຣະບົບ cash register ດັ່ງໃນ super market ເພື່ອຫຼີກເວັ້ນການສໍ້ໂກງ.
ເມືອ່ຮອດທ້າຍເດືອນມາກໍຈະສົມໄດ້ງ່າຍ ທັງກວດຂັນໄດ້ງ່າຍ..
ຫາກວ່າຈະເຮັດພຽງວ່າລູກຄ້າຖາມເອົາຈັ່ງໃຫ້ໃບບິນຄືວ່າມານັ້ນ ການລັກໂລບຫນີການເກັບເງິນ VAT ເຂົ້າຄັງກໍຈະບໍ່ໄດ້ເທົ່າທີ່ຄວນ.ເພາະມີສ່ອງຫວ່າງໃຫ້ພວກພໍ່ຄ້າຫາທາງອອກງ່າຍເກິນໄປ.
ແມ້ແຕ່ມີ ແຄສ ຣີແຈສເຕີ ກະຍັງບໍ່ແນ່ນອນ ເພາະຜູ່ກ່ຽວອາຈບໍ່ຕີເຂົ້າຣະບົບໄດ້ໂຕຢ່າງຍາມທີ່ມີຄົນທີ່ຮູ້ຈັກກັນດີກະອາຈບໍ່ບັນທຶກການຂາຍນັ້ນ...
ແຕ່ກະເປັນການສ້າງຄວາມຢ້ານໃຫ້ນຳອີກຖ້າຫາກວ່າບໍ່ບັນທຶກການຂາຍເພາະບໍ່ຮູ້ວ່າຜູ່ມາຊື້ນັ້ນແມ່ນໃຜ!!
ອາຈແມ່ນເຈົ້າຫນ້າທີ່ກວດກາກະເປັນໄດ້!!


ໜ້າທີ່ 1 ຈາກທັງໝົດ 6 ໜ້າ <<<123456>>>