ກະທູ້ມາໃໝ່ | ຫມວດ | ກະດານແຫ... » ການຕະຫຼາດ/ບໍລິຫານ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມື້ນີ້ມີເວລາຫນ໋ອຍຫນຶ່ງເລີຍຢາກສວຍໂອກາດມາເວົ້າຫຍັງທີ່ສຳຄັນສູ່ກັນຟັງ. ແຕ່ຕົ້ນປີນີ້ມາ ຢູ່ລາວເຮົາໄດ້ນຳກົດຫມາຍພາສີຣາຍໄດ້ໃຫມ່ມາໃຊ້ ທີ່ເອີ້ນກັນວ່າ ພາສີເມູນຄ່າເພີ່ມ VATໃນອັດຕາ ສີບເປິເຊັນ. ໃນແຕ່ລະປະເທດ ອັດຕານີ້ແຕກຕ່າງກັນ ເຊັ່ນຢູ່ປະເທດໄທ ແມ່ນມີ ເຈັດເປິເຊັນ, ຢູ່ໂປແລນ ຊາວສອງເປິເຊັນ... ຖືວ່າຢູ່ບ້ານເຮົາກະເອົາເຂດປານກາງ.໑໐%. ພາສີນີ້ ແມ່ນ ເກັບເອົາຈາກຜູ່ຊື້ສິນຄ້າ ຫຼື ຄ່າບໍຣິການຕ່າງໆທີ່ຜູ່ຂາຍ(ທີ່ເຂົ້າໃນຣະບົບຕ້ອງໄລ່ເພີ່ມໃສ່ກັບຣາຄາສິນຄ້າທີ່ວາງຂາຍ). ໂຕຢ່າງງ່າຍໆ: ຄົນໃຈດີພາຫມູ່ໄປຮ້ານເບັຍ,ສັ່ງເບັຍມາຫ້າຂວດໃນຣາຄາ ເນດ(netto) ແປດພັນຕໍ່ແກ້ວ ແຕ່ບາດໄປຈ່າຍພັດໄດ້ເສັຍຫຼາຍກວ່ານັ້ນ ງົງ !!! ມີຄວາມສົງສັຍ ຈຶ່ງໄດ້ຖາມເຈົ້າຂອງຮ້ານວ່າເປັນຫຍັງໄລ່ແບບນີ້ ແທນທີ່ຈະແມ່ນສີ່ສີບພັນ ກັບໄດ້ຈ່າຍ ເປັນ ສີ່ສີບສີ່ພັນ!(ສີ່ພັນນີ້ເປັນພາສີມູນລະຄ່າເພີ່ມຫຼືວ່າຣາຄາເຕັມ-brutto) ນັ້ນລະຄືພາສີມູນູຄ່າເພີ້ມ ທີ່ຜູ່ບໍຣິໂພກ ຫຼືຜູ່ໃຊ້ຕ້ອງໄດ້ຈ່າຍ.(ເປັນຜູ່ຮັບບາບ!) ພາສີແນວນີ້ແມ່ນ ທັງສີບເປິເຊັນຕ້ອງເຂົ້າຄັງຂອງປະເທດ. ໃນການນຳສິນຄ້າເຂົ້າປະເທດ ກະເຊັ່ນກັນກ່ອນທີ່ສິນຄ້າຈະໄດ້ອອກຈາກສາງຂອງກົມພາສີອາກອນ ພໍ່ຄ້ານຳເຂົ້າຕ້ອງໄດ້ເສັຍພາສີມູນຄ່າເພີ້ມນີ້ກ່ອນບໍ່ດັ່ງນັ້ນສິນຄ້າຕ້ອງຕົກຢູ່ໃນສາງຂອງກົມພາສີອາກອນ. ກົມພາສີເກັບຄ່າພາສີມູນລະຄ່າເພີ້ມມນີ້ ຈາກ ໃບບິນຮັບຊື້ສິນຄ້າຂອງພໍ່ຄ້າ ບວກຄ່າຂົນສົ່ງແລະຄ່າປະກັນໄພເຂົ້າກັນແລ້ວ ມາໄລ່ສີບເປິເຊັນໃສ່ ບວກລົບຄູນຫານກັນຈັ່ງໃດອອກມາຈັ່ງຊັ້ນພໍ່ຄ້າກະຕ້ອງຈຳເປັນເສັຍເອົາເງິນນັ້ນເຂົ້າຄັງໄປກ່ອນ. ແລະອີກຢ່າງສິນຄ້ານຳເຂົ້າ ກະຕ້ອງໄລ່ອັດຕາແລກປ່ຽນທີ່ທາງກົມພາສີມີໄວ້(ລາງເທື່ອອາຈບໍ່ກົງກັນກັບໃນຕະຫຼາດ(ຫນອງດ້ວງຫຼືຕະຫຼາດເຊົ້າ!) ຫາກໃຜມີຫຍັງຢາກຖາມ ຫາກວ່າພໍຊິຕອບໄດ້ກະຍິນດີຕອບໃຫ້ ແຕ່ຫາກມີຫຍັງບໍ່ຮູ້ກະຢ້ານວ່າບໍ່ຕອບແຫຼະ!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າຍເທົາ.. ເລື່ອງນີ້ເຄີຍຮຽນໃນວິຊາບັນຊີ..ຕອນຢູ່ປີສອງ.. ຂະເຈົ້າວ່າ..VAT..ມີຄວາມໂປ່ງໃສຫຼາຍກວ່າແບບເກົ່າ.. ເຮົາເລີຍງົງວ່າ..ມັນໂປ່ງໃສແທ້ບໍ່..?? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າຍເທົາ..ເລື່ອງນີ້ເຄີຍຮຽນໃນວິຊາບັນຊີ..ຕອນຢູ່ປີສອງ.. ຂະເຈົ້າວ່າ..VAT..ມີຄວາມໂປ່ງໃສຫຼາຍກວ່າແບບເກົ່າ.. ເຮົາເລີຍງົງວ່າ..ມັນໂປ່ງໃສແທ້ບໍ່..?? ອ້າຍເອງໄດ້ງິນພຽງວ່າຢູ່ບ້ານເຮົານຳມາໃຊ້ກັນ ຫຼັກການໃຫຍ່ໆນັ້ນທັງລາຍລະອຽດຕ່າງໆຍັງບໍ່ໄດ້ເຫັນກັນ. ຮູ້ພຽງວ່າ ເກັບກັນສີບເປິເຊັນ:ສິນຄ້ານຳເຂົ້າ ສ່ວມນຳອອກ ແມ່ນສູນເປິເຊັນ. ສົມຄວນວ່າຕ້ອງໂປ່ງໃສກວ່າຄາວປະເທດໄທນຳມາໃຊ້ຊາວປີກ່ອນນັ້ນ. ຫຼັກການຂອງມັນກະອາຈໂປ່ງໃສ ແຕ່ມັນກະມີຊ່ອງຫວ່າງຂອງມັນແອບແຝງຢູ່ ບໍ່ຮູ້ວ່າທາງຜູ່ຮູ້ທັງຫຼາຍໃນບ້ານເຮົາກ່ຽວກັບບັນຫານີ້ເພິ່ນພາກັນວິຈັຍແລະແກ້ໄຂກັນແບບໃດນັ້ນຍາກທີ່ຈະໄປຮູ້ນຳ. ທາງສຖານທູດລາວວ່າຈະສົ່ງເອກສານກ່ຽວຂ້ອງມາໃຫ້ກະມິດຊ້ອຍມ້ອຍ. ແລ້ວຕາມທີ່ນ້ອງສຶກສາມາ ມັນສົມຄວນເປັນໄປໃນຮູບໃດຢູ່ບ້ານເຮົາ. ກະທູ້ນີ້ສ້າງຂື້ນຫວັງທີ່ຈະມາອອກຄວາມຄິດຄວາມເຫັນນຳກັນແບບອ້າຍຮູ້ຫນຶ່ງນ້ອງຮູ້ສອງເພື່ອວ່າຈະບໍ່ ໃຫ້ມັນກະທົບກັບການຮັບຮູ້ຂອງຊາວລາວແຮງໂພດສຳຫຼັບຜູ່ບໍຣະໂພກແລະຜູ່ໃຊ້ທັງຫຼາຍນັ້ນ. ເພາະຈັ່ງໃດກົດຫມາຍນີ້ມັນກະຄວບງຳໄປຫມົດທຸກຄົນ. ຢ້ານແນວດຽວວ່າພວກສວຍໂອກາດທັງຫຼາຍຈະພາກັນກິນຫົວເຮົາຫັ້ນດອກ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຕາມທີ່ເບິ່ງໂຄສະນາ ອາກອນມູນຄ່າເພີ່ມຈະເປັນລາຍຮັບແຫ່ງໃໝ່ໃຫ້ຄັງເງິນແຫ່ງຊາດ ໂດຍຈະເກັບຈາກຫົວໜ່ວຍທຸລະກິດແລະການບໍລິການຕ່າງຕ່າງ ໃນອັດຕາ 10ເປີເຊັນ ລາຍໄດ້ດັ່ງກ່າວຈະນຳໄປພັດທະນາປະເທດຊາດ ເຮັດໃຫ້ຄັງເງິນແຫ່ງຊາດມີຄວາມເຂັ້ມແຂງໃນລະດັບປະເທດກໍຄືລະດັບພາກພື້ນ ເລີ່ມນຳໃຊ້ມາຕັ້ງແຕ່ ວັນທີ 1ມັງກອນ 2010 ເປັນຕົ້ນມາ ຫົວໜ່ວຍທຸລະກິດທີ່ຈະເຂົ້າໃນການເສຍອາກອນມູນຄ່າເພີ່ມແມ່ນຫົວໜ່ວຍເສດຖະກິດທີ່ມີລາຍໄດ້ບໍ່ຕ່ຳກວ່າ ສີຮ້ອຍລ້ານກີບຕໍ່ປີ ແລະຫລາຍໆເງື່ອນໄຂ.... ເມື່ອເປັນແນວນັ້ນ ພວກເຮົາອາດຈະໄດ້ຊື້ສິນຄ້າ ອຸປະໂພກບໍລິໂພກ ລວມເຖິງການບໍລິການຕ່າງໆ ໃນມູນຄ່າທີ່ສູງຂຶ້ນ
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ປຊຊ ສິໄດ້ຈ່າຍຫນັກຂຶ້ນຕວ່ານິ?
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຫາກໍ່ຮຽນຈົບປິກາຍນີ້ລະ ລຶມໝົດເລີຍ ຈື່ໄດ້ ແຕ່ ອຕທ ອກຊ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ... ຕາມທີ່ເບິ່ງໂຄສະນາອາກອນມູນຄ່າເພີ່ມຈະເປັນລາຍຮັບແຫ່ງໃໝ່ໃຫ້ຄັງເງິນແຫ່ງຊາດ ໂດຍຈະເກັບຈາກຫົວໜ່ວຍທຸລະກິດແລະການບໍລິການຕ່າງຕ່າງ ໃນອັດຕາ 10ເປີເຊັນ ລາຍໄດ້ດັ່ງກ່າວຈະນຳໄປພັດທະນາປະເທດຊາດ ເຮັດໃຫ້ຄັງເງິນແຫ່ງຊາດມີຄວາມເຂັ້ມແຂງໃນລະດັບປະເທດກໍຄືລະດັບພາກພື້ນ ເລີ່ມນຳໃຊ້ມາຕັ້ງແຕ່ ວັນທີ 1ມັງກອນ 2010 ເປັນຕົ້ນມາ ຫົວໜ່ວຍທຸລະກິດທີ່ຈະເຂົ້າໃນການເສຍອາກອນມູນຄ່າເພີ່ມແມ່ນຫົວໜ່ວຍເສດຖະກິດທີ່ມີລາຍໄດ້ບໍ່ຕ່ຳກວ່າ ສີຮ້ອຍລ້ານກີບຕໍ່ປີ ແລະຫລາຍໆເງື່ອນໄຂ.... ເມື່ອເປັນແນວນັ້ນ ພວກເຮົາອາດຈະໄດ້ຊື້ສິນຄ້າ ອຸປະໂພກບໍລິໂພກ ລວມເຖິງການບໍລິການຕ່າງໆ ໃນມູນຄ່າທີ່ສູງຂຶ້ນ ແມ່ນລະທ້າວທອງໃສ, ເປັນການເກັບພາສີລາຍໄດ້ທີ່ປະເທດອື່ນເຂົາເກັບກັນມາແຕ່ດົນ ເຊັ່ນຢູ່ໄທກະປະມານຊາວກວ່າປີຜ່ານມາ. ເປັນລາຍໄດ້ເຂົ້າຄັງໂດຍສະເພາະ ຈະເອົາໄປສ້າງສາປະເທດຊາດກະດີແລະກະສົມຄວນເປັນໄປໃນຮູບແບບນັ້ນ. ສຳຫຼັບກົດເກັນໃນຍຸກເຣີ້ມຕົ້ນນີ້ ບົ່ງໄວ້ວ່າຢ່າງນ້ອຍຕ້ອງມີລາຍຮັບສີ່ຮ້ອຍລ້ານນໍ ແຕ່ຫາກວ່າຜູ່ໃດບໍຣິສັດໃດທີ່ມີລາຍຮັບນ້ອຍກວ່ານັ້ນຢາກຈະເຂົ້າໃຊ້ກະໄດ້ຄືກັນແຕ່ຕ້ອງແຈ້ງໃຫ້ອົງການທີ່ກ່ຽວຂ້ອງໄດ້ຮູ້ນຳ. ແມ່ນແລ້ວສິນຄ້າທຸກຢ່າງທັງຄ່າບໍຣິການຕ່າງໆກໍຈະເພິ່ມຂື້ນ ສີບເປິເຊັນ ແຕ່ສຳຫຼັບສິນຄ້າຕ່າງໆນັ້ນມັນກະອາຈເພິ່ມຂື້ນເປັນຫຼາຍຕໍ່ຖ້າຫາກວ່າມັນໄດ້ຜ່ານມືພໍ່ຄ້າຫຼາຍຮວດຫຼາຍຕໍ່ ເພາະຜູ່ໃດກະຄິດໄລ່ລາຍໄດ້ຂອງໂຕເອງເພິ່ມເຂົ້າໃສ່ແລ້ວຈຶ່ງໄລ່ສີບເປິເຊັນເຂົ້າຕື່ມ. ຜູ່ຊື້ ຫຼືຜູ່ບໍຣິໂພກ(ຜູ້ໃຊ້)ນີ້ຈະເປັນຕ້ອງໄດ້ຈ່າຍຕະຫຼອດ. ເຫດສຳຄັນຫນຶ່ງທີ່ຢາກໃຫ້ທຸກຄົນແນມເຫັນກະຄືຄວາມບໍ່ກ່ຳເກິ່ງກັນຣະຫວ່າງພໍ່ຄ້າທີ່ ມີພາສີມູນລະຄ່າເພິ່ມກັບພໍ່ຄ້າຜູ່ບໍ່ເຂົ້າໃນຣະບົບ. ໃນກໍຣະນີນີ້ ຖ້າຫາກວ່າພໍ່ຄ້າທັງສອງຂາຍສິນຄ້າສະນິດດຽວກັນຜູ່ຫນຶ່ງມີພາສີມູນຄ່າເພິ່ມແຕ່ອີກຜູ່ຫນຶ່ງບໍ່ມີມັນກໍຈະກາຍເປັນການແຂ່ງຂັນ ຍາດລູກຄ້າກັນປະມານສິບເປິເຊັນຂອງຣາຄາທີ່ແຕກຕ່າງກັນ. ຜູ່ຊື້,ຜູ່ໃຊ້ທັງຫຼາຍກະຢາກຊື້ຂອງສິນຄ້າໃນຣາຄາຖືກຕາມສັນຊາດຍານ ບໍ່ຄິດດອກວ່າເງິນທີ່ຕົນຈ່າຍເກິນສິບເປິເຊັນນັ້ນຈະເຂົ້າຄັງຫຼວງ ຫາກຍາມໃດໂຕເອງຍັງຂາດເຂີນຢູ່. ບັດນີ້ມັນກໍຈະພາໃຫ້ພໍ່ຄ້າຜູ່ຫນຶ່ງບໍ່ພໍອົກພໍໃຈເພາະຈະບໍ່ໄດ້ຂາຍສິນຄ້າຂອງຕົນ. ໃນແວດວົງນີ້ພໍ່ຄ້າຂາຍສົ່ງກະອາຈມີ``ເງື່ອນໄຂ``ຫຼືຫາສ່ອງທາງບໍ່ເປັນທັມນຳໄດ້ ບາງທີຂາຍໃຫ້ຜູ່ທີ່ບໍ່ມີ VAT ແບບບໍ່ໄລ່ ໑໐%ເຂົ້າໃນຣາຄາສິນຄ້າ ຍາມນັ້ນພໍ່ຄ້າຄົນນີ້ກໍສາມາດ ຫຼີ້ນ ເອົາປຽບຄູ່ແຂ່ງໄດ້ຢ່າງນ້ອຍກະ ສິບເປິເຊັນ!! ຫາກວ່າພໍ່ຄ້າຂາຍສົ່ງນັ້ນຂາຍໃຫ້ທຸກຄົນສເມິກັນໂດຍຄິດໄລ່ VAT ເຂົ້າໃນຣາຄາຂາຍສົ່ງຂອງຕົນມັນກໍຈະດີ ແຕ່ ໃນຊີວີດມັນມີຫຼາຍສິ່ງຫຼາຍແນວທີ່ມັນຄວນຈະເປັນແຕ່ມັນກັບເສືອກໄປທາງອື່ນ. ທັງຫມົດມັນກໍຈະຂື້ນນຳກົມກວດກາແລະເກັບກຳພາສີສນິດນີ້ວ່າມີມາຕຖານພຽງໃດ. ຂຽນມາເພື່ອແບ່ງປັນປະສົບການສູ່ກັນບໍ່ແມ່ນເພື່ອວ່າມາຕິກັນແບບຢຽບຫຍາມແຕ່ຢ່າງໃດ. ພຽງເພື່ອຢາກໃຫ້ແນມເຫັນເຫັດການທີ່ອາຈເກິດຂື້ນ ແຕ່ກະບໍ່ສເມິໄປດອກ,ມັນບໍ່ເກິດມີກໍເປັນໄດ້. ຫຼືຜູ່ອື່ນນັ້ນວ່າຈັ່ງໃດ? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ປຊຊ ສິໄດ້ຈ່າຍຫນັກຂຶ້ນຕວ່ານິ?ບໍ່ຫນັກປານໃດດອກ ກ່ຽວເອີຍ ພຽງສິບເປິເຊັນ ໃນບ້ານຂອງລູງ ແມ່ນ ໒໒%! ສິນຄ້າບາງປະເພດກະຍົກເວັ້ນກະມີ ຫາກວ່າເປັນສິນຄ້າທີ່ທາງຣັຖບານຕ້ອງການສົ່ງເສີມ(ເພາະມີການຂາດແຄນໃນປະເທດ) ເຊັ່ນຣົຖງໄຖນາບໍ່ຫຼືອຸປກອນໃນການກະເສດ ຫຼືໃນແວດວົງຂອງການສຶກສາ... ຫຼືຢາປົວພະຍາດທີ່ຈຳເປັນເຊັ່ນ ວັກຊິນກັນໄຂ້ຫມູ!!! ແລະຫຼາຍໆຢ່າງທີ່ຣັຖບານບົ່ງບອກຢ່າງຊັດເຊັນ. ແຕ່ ເບັຍກັບຢາສູບທັງເຝິນີ້ຢ້ານວ່າບໍ່ຖືກຍົກເວັ້ນໃນທຸກກໍຣະນີແມ່ນວ່າໃຫ້ພວກນັກຮຽນກະຄາຣາດຽວກັນ!!! ພາກັນຫາຕະຫຼາດມຶດ!!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ປຊຊ ສິໄດ້ຈ່າຍຫນັກຂຶ້ນຕວ່ານິ?ຊ່ອຍກັນໄປຫັ້ນລະ ທິດຝອຍນີ້ເປັນ ປຊຊ ແບບຢ່າງທີ່ດີ!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ arngoonpao ຂຽນວ່າ... ຫາກໍ່ຮຽນຈົບປິກາຍນີ້ລະ ລຶມໝົດເລີຍ ຈື່ໄດ້ ແຕ່ ອຕທ ອກຊມາທົບທວນຄືນໃຫມ່ ແລ້ວມາຊ່ອຍອະທິບາຍສູ່ກັນຟັງແນ່ເດ.ໃຫ້ມັນເປັນບັນຫາທີ່ສຳຄັນປະເດັນຫນຶ່ງໃນພັນລາວ ເພາະວ່າບັນຫານີ້ມັນແຕະຕ້ອງໄປຫມົດທຸກຄົນແມ້ແຕ່ຜູ່ຍ່າຕາຍາຍຕະຫຼອດຮອດຄູບາຢູ່ໃນວັດ. ກະທັ້ງເດັກນ້ອຍທີ່ຫາກໍມືນຕາມາເບິ່ງໂລກທີ່ປາສຈາກແພດໄພນາໆປະການໃນສຫມອງ. ແຕ່ວ່າບໍVAT ນີ້ມັນກະບໍ່ໂຫດຮ້າຍປານໃດດອກ.ພຽງສິບເປິເຊັນ! ແຕ່ຍາມຢາກຂີ່ຣົຖ ເອົາດີ ໗ ແລ້ວ ຕ້ອງເສັຍເພິ່ມເຂົ້າຣາຄາສິບເປິເຊັນກະຢາກເກົາຄາງກອດໆ!! (ຜູ່ມີເງິນຊື້ແລ້ວຕື່ມອີກສິບເປິເຊັນມັນກະສ່ຳຂີ້ໄກ່ລ້ານີ້ແຫຼະນໍ!) |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ດີຫລາຍ ເຖິງບໍ່ຮູ້ກ່ຽວກັບການຄ້າຂາຍ ກໍພໍຝັນພໍ້ເລັກນ້ອຍກັບຄຳວ່າ VAT |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ... ດີຫລາຍ ເຖິງບໍ່ຮູ້ກ່ຽວກັບການຄ້າຂາຍ ກໍພໍຝັນພໍ້ເລັກນ້ອຍກັບຄຳວ່າ VATການເກັບພາສີນີ້ເກັບກັນໃນຍາມຕື່ນຍາມໄປຊື້ຜັກໃນຕະຫຼາດຍາມພາສາວໄປແອ່ວ ທຸກຍາມຂອງຊີວີດການເປັນຢູ່ຂອງທຸກຄົນ. (ຢາກເວົ້າແບບກວນໆແນ່ຢ່າຖືຊາເດິ!) |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ playboys ຂຽນວ່າ... ແມ້ແຕ່ຍາມທີ່ຍັງງົງໆຢູ່ແບບນີ້ກະ ຕົກຢູ່ໃນການຄວບຄຸມຂອງຣະບົບຢ່າງຫຼີກລ້ຽງຍາກ!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເປັນແບບນີ້ເອງ...... |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PTDT ຂຽນວ່າ... ເປັນແບບນີ້ເອງ......ສະບາຍດີ, ເອົາຮູບແບບນີ້ມາກວນໃຈກັນແທ້ໆ. ຄັນຊັ້ນຢູ່ຫວຽດບໍ່ມີພາສີນີ້ບໍ? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂອ້ໆໆໆໆໆ ຄິດວ່າລາຄາ ເບຍ 8000 ຈະມີ VAT ຢູ່ແລ້ວ 10% ຊັ້ນດອກ ເພາະວ່າສ່ວນຫລາຍຮ້ານຄ້າ ຫລື ການບໍລິການຕ່າງໆນັ້ນ ເພິ່ນຈະ ມີລາຄາຕົ້ນທຶນ+ກຳໄລ ແລະ ພາສີນຳ ຈະບໍ່ຄ່ອຍເຫັນແຍກແບບເກັບພາສີມູນຄ່າເພີ່ມຈັກເທື່ອ ນອກຈາກວ່າ ຈະເປັນພາສີນຳເຂົ້າ ທີ່ມັກຈະພົບເຫັນວ່າຈະຕ້ອງໄດ້ຈ່າຍເພີ່ມ... We Make Them Cry Who Care 4 Us But We Cry 4 Those Who Never Cry 4 Us & We care 4 Those Who Will Never Cry 4 Us |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ... ໂອ້ໆໆໆໆໆ ຄິດວ່າລາຄາ ເບຍ 8000 ຈະມີ VAT ຢູ່ແລ້ວ 10% ຊັ້ນດອກເພາະວ່າສ່ວນຫລາຍຮ້ານຄ້າ ຫລື ການບໍລິການຕ່າງໆນັ້ນ ເພິ່ນຈະ ມີລາຄາຕົ້ນທຶນ+ກຳໄລ ແລະ ພາສີນຳ ຈະບໍ່ຄ່ອຍເຫັນແຍກແບບເກັບພາສີມູນຄ່າເພີ່ມຈັກເທື່ອ ນອກຈາກວ່າ ຈະເປັນພາສີນຳເຂົ້າ ທີ່ມັກຈະພົບເຫັນວ່າຈະຕ້ອງໄດ້ຈ່າຍເພີ່ມ... ພາສີອັນນີ້ ພາກັນເກັບເພິ່ມຈາກລາຄາຕົ້ນທຶນ+ກຳໄລ ຫາກວ່າ ຕົ້ນທືນຂອງເບັຍແມ່ນ 8໐໐໐k ບວກກຳໄລຂອງເຈົ້າຂອງຮ້ານມາແລ້ວຈຶ່ງມາໄລ່ຕື່ມໃສ່ ອີກ ສິບເປິເຊັນ. A- (8000+ 500)+10%=9350 k brut. ແຕ່ຖ້າຫາກວ່າ ຣາຄາມີ VATຢູ່ນຳແລ້ວກະຍັງໄດ້ເພິ່ມຄືເກົ່າ ເພາະຜູ່ຂາຍໄດ້ຕື່ມກຳຂອງຕົນໃຫມ່ເດ. ໂຕຢ່າງ:8000 - 10% = 7200 k net ບາດຂາຍກະໄດ້ຕື່ມ ກຳໄລເຂົ້າໃສ່ ໂຕຢ່າງຂ້າງລຸ່ມນີ້: ເມື່ອຕື່ມກຳໄລຂອງຮ້ານເຂົ້າ :500 k B- 500 +7200=7700+10%= 8470k ນີ້ກາຍເປັນຣາຄາ brut ທີ່ລູກຄ້າຕ້ອງຈ່າຍ. ການຕື່ມກຳໄລນີ້ຕ້ອງຕື່ມໃສ່ ຣາຄາ ເນດແລ້ວຈື່ງບວກສິບເປິເຊັນເຂົ້າໃສ່. ດັ່ງນີ້ແຫຼະຈຶ່ງວ່າສັບສົນສົມຄວນ ວ່າຕ້ອງຕັ້ງເຄົ້າກັນຈັ່ງໃດ.ເຫັນໄດ້ໃນຄວາມແຕກຕ່າງຂອງສອງຣາຄາ ຄືກັນກັບທີ່ເວົ້າເອົາໄວ້ທາງເທິງນັ້ນ(ຣາຄາຂອງພໍ່ຄ້າຂາຍສົ່ງ).9350 - 8470= 880k ຫາກວ່າສອງຮ້ານຕື່ມກຳໄລທໍ່ກັນ ຄວາມແຕກຕ່າງຣະຫວ່າງ ອາ ກັບ ເບ ມີ 880k ຮ້ານ ອາ ຂາຍ 9350 k===ເອົາ VAT 850 ຮ້ານເບ ຂາຍ 8470k k===ເອົາVAT 770 ຮ້ານເບອາຈຂາຍດັ່ງດຍວກັນກັບຮ້ານອາ ກະໄດ້ກຳໄລຫຼາຍແຕ່ກະຕ້ອງເອົາອັນຕາ ວັດເຂົ້າຄັງຫຼາຍຂື້ນ.ແທນທີ່ຈະ 770 ກະເປັນ ກະແມ່ນ 935 ຫຼາຍກວ່າຮ້ານອາອີກຊ້ຳ.ພັດໄດ້ກຳໄລແທນທີ່ຈະແມ່ນ 500 = 1215! ດ້ວຍເຫດນີ້ລະຈຶ່ງວ່າ ພໍ່ຄ້າເຮົາເຂົາຫົວໃສສ່ຳໃດ! ເວົ້າມາແລ້ວຢ້ານຫຼານຄົນບໍ່ເຂົ້າໃຈນຳ. ກະຖາມມາເດິໃຜກະດາຍ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໄປຖາມອາຈານມາແລ້ວ..ເນີ້ທຸກຄົນ.. ຊຶ່ງຈະຂໍມາອະທິບາຍງ່າຍຯວ່າ.. ອາກອນມູນຄ່າເພີ່ມ (VAT) ນີ້.. ມັນມີິຂັ້ນຕອນຈາກ.. ..ເລີ່ມທຳອິດລາວເຮົາຈະເຂົ້າໃນເຂດການຄ້າເສລີອາຊ່ຽນ.. ສິນຄ້າທຸກຢ່າງ(ທີ່ກຳນົດ)ຈະຖືກຍົກເວັ້ນພາສີເຫຼືອ 0%.. ຖ້າເປັນແບບນີ້ຈະເຮັດໃຫ້ເງິນທີ່ເຂົ້າລັດໜ້ອຍລົງ.. ເພາະຍົກເລີກພາສີແລ້ວເດະ..ເງິນທີ່ຈະໄປຊື້ Prado ເອີ້ຍ! ໄປພັດທະນາປະເທດກໍຈະໜ້ອຍລົງ.. ສະນັ້ນຈຶ່ງໄດ້ນຳໃຊ້ ອາກອນມູນຄ່າເພີ່ມນີ້..ມາເປັນໂຕເກັບພາສີແທນ.. ຈະອະທິບາຍວົງຈອນຂອງ VAT ແລະ ໄປປຽບທຽບກັບ ອາກອນຕົວເລກທຸລະກິດ (ອາກອນແບບເກົ່າ) VAT.. ສົມມຸດວ່າຂ້ອຍນຳເຂົ້ານົມແລັກຕາຊອຍ..ແລ້ວຖືກຍົກເວັ້ນພາສີ 0% ທີ່ດ່ານ.. ສະແດງວ່າຂ້ອຍບໍ່ໄດ້ຈ່າຍພາສີອາກອນເລີຍແມ້ແຕ່ກີບດຽວ.. ຫຼັງຈາກນັ້ນຂ້ອຍມຂາຍໃນລາຄາກ່ອງລ່ະ 5000 ກີບ.. ເວລາທີ່ລູກຄ້າມາຊື້ກັບຂ້ອຍ..ຂ້ອຍຕ້ອງໄລ່ VAT 10% ໃສ່.. ສະນັ້ນລູກຄ້າຂອງຂ້ອຍຕ້ອງຈ່າຍໃນລາຄາ 5500 ກີບ.. ຫຼັງຈາກຊື້ແລ້ວລູກຄ້າຂ້ອຍໄດ້ເອົາໃບບິນ ແລະ ຂ້ອຍກໍຮັກສາໃບບິນໄວ້້.. ທ້າຍເດືອນມາ..ຂ້ອຍນຳເອົາໃບບິນໄປທີ່ກົມອາກອນ.. ແລະພໍທີ່ອາກອນເບິ່ງໃບບິນຂອງຂ້ອຍ.. ຂະເຈົ້າກໍໄດ້ເກັບເງິນຄ່າ VAT ຈາກຂ້ອຍເປັນຈຳນວນ 500 ກີບ.. ສະແດງວ່າເງິນທີ່ເຂົ້າລັດ..ແມ່ນເງິນຄ່າ VAT..ແລະຜູ້ຈ່າຍອາກອນທີ່ແທ້ຈິງແມ່ນລູກຄ້າ.. ອາກອນຕົວເລກທຸລະກິດ (ອາກອນແບບເກົ່າ).. ສົມມຸດຂ້ອຍນຳເຂົ້ານົມແລັກຕາຊອຍ..ກ່ອງໜຶ່ງ.. ຊື້ມາແຕ່ໄທພໍມາໄລ່ເປັນເງິນລາວຕົກຢູ່ກ່ອງລ່ະ 5000 ກີບ.. ອາກອນທີ່ດ່ານໄດ້ເກັບອາກອນຕົວເລກທຸລະກິດຈາກຂ້ອຍແມ່ນ 10% ຕົກຢູ່ 500 ກີບ.. ຂ້ອຍກໍຈ່າຍເງິນຈຳນວນນັ້ນທັນທີຢູ່ທີ່ດ່ານ.. ແຕ່ພໍມາຂາຍ..ຂ້ອຍກໍຂາຍແລັກຕາຊອຍກ່ອງນັ້ນໃນລາຄາ 5500 ກີບ.. ສະແດງວ່າເງິນທີ່ເຂົ້າລັດ..ແມ່ນອາກອນຕົວເລກທຸລະກິດ..ແລະ ຜູ້ຈ່າຍອາກອນທີ່ແທ້ຈິງແມ່ນລູກຄ້າ.. ນີ້ຄືຄວາມແຕກຕ່າງ..ລະຫວ່າງ.. VAT ກັບ ອາກອນຕົວເລກທຸລະກິດ.. ແຕ່ໃນດ້ານຄວາມໂປ່ງໃສນັ້ນ..VAT ຈະໂປ່ງໃສກວ່າ..ເພາະໄລ່ອາກອນຈາກໃບບິນ.. ສ່ວນອາກອນຕົວເລກທຸລະກິດ ແມ່ນຈະໄລ່ຈາກສິນຄ້າຕົວຈິງ.. ຊຶ່ງສາມາດເວົ້າກັນໄດ້..ຈຶ່ງເປັນສາເຫດວ່າ..ພະນັກງານພາສີອາກອນ.. ທີ່ເງິນເດືອນບໍ່ຮອດສອງລ້ານກີບ..ແຕ່ສາມາດມີລົດ ແລະ ມີເຮືອນຫຼັງໃຫຍ່ໄດ້(ອ້າງອີິງຈາກຄຳເວົ້າອາຈານຂອງຂ້ອຍ).. ສະນັ້ນການທີ່ເຮົາຂໍໃບບິນຈາກຜູ້ຂາຍ..ຕ້ອງຫັດໃຫ້ເປັນນິໄສ.. ເພາະມັນຄືຜົນປະໂຫຍດຂອງປະເທດຊາດ ກໍຄືຕົວເຮົາ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍ ວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = =" |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
@bell ສະຫຼຸບມັນກໍ່ເສຍຄືກັນແມ່ນບໍ? ຕ່າງແຕ່ວິທີການເສຍແຕກຕ່າງການເທົ່ານັ້ນເອງ
ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ... ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = =" ແນ່ນອນເຮົາຕ້ອງໄດ້ເອົາໃບບິນ,ໃນເມກາບາງບ່ອນຊື້ຜັກບົ່ວຫົວດຽວກະມີບິນດັ່ງນັ້ນແຕ່ລະຮ້ານຂາຍເຄື່ອງຕ້ອງມີ ລະບົບຄອມພິວເຕີເຂົ້າຊ່ອຍໃນອະນາຄົດອັນໃກ້ນີ້(ລາວກ້າວໄປ)ແນ່ນອນ
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຫາກະຮູ້ໄດ໋ນິແຕ່ກ່ອນແມ່ນ
ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມື້ນີ້ ຂໍເວົ້າສັ້ນໆພຽງນີ້: ຂອບໃຈນ້ອງເບລພິເສດໃນການອະທິບາຍກ່ຽວກັບຣະບົບການເກັບພາສີນີ້ຢ່າງລົ້ນເຫຼືອ,ແລະກະຂອບໃຈທຸກຄົນທີ່ມາແວ່ອ່ານແລະຫາຄວາມເຂົ້າໃຈນຳກັນ. ມື້ຫນ້າຈະມາເວົ້າກັນຕື່ມເຖິງວິທີການເກັບຈາກບ້ານອື່ນເມືອງໄກສູ່ຟັງ. ຣັກແພງທຸກຄົນ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ... ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = =" ຄວາມຈິງມັນຈຳເປັນໄດ໋..ເວັບມາສເຕີ.. ແຕ່ອັນນີ້ຍັງຖືວ່າເປັນຈຸດອ່ອນທີ່ເຮັດໃຫ້ບ້ານເຮົາຍັງຢູ່ຂັ້ນທົດລອງໃຊ້ຢູ່.. ເພິ່ນເລີ່ມໃຊ້ກັບພວກບໍລິສັດໃຫຍ່ຯກ່ອນ.. ແຕ່ສົມມຸດວ່າເຮົາໄປຊື້ຢູ່ເອັມພອຍທ໌ມາຣ໌ທ..ກໍຄວນຂໍບິລໄວ້ກະດີ.. ເພາະໃບບິລນັ້ນລ່ະແມ່ນເງິນພາສີຂອງປະເທດ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ... @bell ສະຫຼຸບມັນກໍ່ເສຍຄືກັນແມ່ນບໍ? ຕ່າງແຕ່ວິທີການເສຍແຕກຕ່າງການເທົ່ານັ້ນເອງ ເໝືອນບໍ່ຕ່າງແຕ່ມັນກະຕ່າງໄດ໋..ເອື້ອຍ ວວ. ຖ້າເຮົາທຸກຄົນເກັບໃບບິລໄວ້..ມັນຈະເຮັດໃຫ້ເງິນເຂົ້າສູ່ລະບົບຫຼາຍກວ່າ.. ມັນຈະໂປ່ງໃສຫຼາຍກວ່າ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ... ເບວໄປຖາມມາໄດ້ແຈ້ງດີ ຂໍຊົມເຊີຍວ່າແຕ່ ຊື້ແລັກຕາຊອຍກ່ອງດຽວ ຊິໃຫ້ຂໍບິນນຳອີ່ຫລີຫວາ = =" ແນ່ນອນເຮົາຕ້ອງໄດ້ເອົາໃບບິນ,ໃນເມກາບາງບ່ອນຊື້ຜັກບົ່ວຫົວດຽວກະມີບິນດັ່ງນັ້ນແຕ່ລະຮ້ານຂາຍເຄື່ອງຕ້ອງມີ ລະບົບຄອມພິວເຕີເຂົ້າຊ່ອຍໃນອະນາຄົດອັນໃກ້ນີ້(ລາວກ້າວໄປ)ແນ່ນອນ ມັນກະໜ້າຈະເປັນຈຸດອ່ອນທີ່ເຮັດໃຫ້ບ້ານເຮົາຢູ່ໃນຊ່ວງທົດລອງນຳໃຊ້ນ່ະ ອ້າຍທິດ.. ແຕ່ຖ້າໄປຊື້ຢູ່ມິນິມາຣ໌ທ..ກໍສາມາດຖາມເອົາບິລໄດ້.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ... ມື້ນີ້ ຂໍເວົ້າສັ້ນໆພຽງນີ້:ຂອບໃຈນ້ອງເບລພິເສດໃນການອະທິບາຍກ່ຽວກັບຣະບົບການເກັບພາສີນີ້ຢ່າງລົ້ນເຫຼືອ,ແລະກະຂອບໃຈທຸກຄົນທີ່ມາແວ່ອ່ານແລະຫາຄວາມເຂົ້າໃຈນຳກັນ. ມື້ຫນ້າຈະມາເວົ້າກັນຕື່ມເຖິງວິທີການເກັບຈາກບ້ານອື່ນເມືອງໄກສູ່ຟັງ. ຣັກແພງທຸກຄົນ. ແຕ່ບ້ານເຮົາກະຍັງຢູ່ພຽງຈຸດເລີ່ມຕົ້ນທົດລອງໃຊ້ນ່ະ..ອ້າຍເທົາ.. ແຕ່ກະຕ້ອງພັດທະນາກັນຕໍ່ໄປ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ທຳມະດາໃນແຕ່ລະຮ້ານຄ້າທີ່ມີຣະບົບນີ້ສົມຄວນຕ້ອງມີເຄື່ອງບັນທຶກການຂາຍທັງຂາຍສຳຫຼັບທີ່ຕ້ອງອອກໃບບິນແລະ ການຂາຍຫຍ່ອຍກະເຊັ່ນກັນ ບໍ່ດັ່ງນັ້ນມັນກະສໍ້ໂກງກັນງ່າຍແລະການເກັບກຳ ພາສີມູນຄ່າເພິ່ມນີ້ກໍຈະບໍ່ມີປະສິດທິຜົນ. ໃນຮ້ານຂາຍຫຍ່ອຍທຸກໆການຂາຍຕ້ອງຜ່ານ ຣະບົບ cash register ດັ່ງໃນ super market ເພື່ອຫຼີກເວັ້ນການສໍ້ໂກງ. ເມືອ່ຮອດທ້າຍເດືອນມາກໍຈະສົມໄດ້ງ່າຍ ທັງກວດຂັນໄດ້ງ່າຍ.. ຫາກວ່າຈະເຮັດພຽງວ່າລູກຄ້າຖາມເອົາຈັ່ງໃຫ້ໃບບິນຄືວ່າມານັ້ນ ການລັກໂລບຫນີການເກັບເງິນ VAT ເຂົ້າຄັງກໍຈະບໍ່ໄດ້ເທົ່າທີ່ຄວນ.ເພາະມີສ່ອງຫວ່າງໃຫ້ພວກພໍ່ຄ້າຫາທາງອອກງ່າຍເກິນໄປ. ແມ້ແຕ່ມີ ແຄສ ຣີແຈສເຕີ ກະຍັງບໍ່ແນ່ນອນ ເພາະຜູ່ກ່ຽວອາຈບໍ່ຕີເຂົ້າຣະບົບໄດ້ໂຕຢ່າງຍາມທີ່ມີຄົນທີ່ຮູ້ຈັກກັນດີກະອາຈບໍ່ບັນທຶກການຂາຍນັ້ນ... ແຕ່ກະເປັນການສ້າງຄວາມຢ້ານໃຫ້ນຳອີກຖ້າຫາກວ່າບໍ່ບັນທຶກການຂາຍເພາະບໍ່ຮູ້ວ່າຜູ່ມາຊື້ນັ້ນແມ່ນໃຜ!! ອາຈແມ່ນເຈົ້າຫນ້າທີ່ກວດກາກະເປັນໄດ້!! |