ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 6 ຈາກທັງໝົດ 6 ໜ້າ <<<123456>>>


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
boor mee y meu ni na........


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ໃຜທີ່ມີຄວາມຮອບຮູ້ບັນຫາ ວີເອທີທີ່ລາວມາເວົ້າໃຫ້ຟັງນຳແນ່ວ່າມີຫຍັງດີ, ບົກພ່ອງຫຼືອັນໃດເກັບກຳໄດ້ດີປານໃດ.ພນັກງານຂອງຣັຖບານສາມາດຄວບຄຸມໄດ້ມາກນ້ອຍພຽງໃດ ຜຂ ຢູ່ໄກເຫັນໄດ້ແຕ່ໃນທັສນະຂອງຕົນແລະປະສົບການທີ່ເຫັນໃນຕ່າງແດນ.
ຢາກຮູ້ວ່າຢູ່ບ້ານເຮົາມັນເປັນໄປກັນຢ່າງໃດໃນການນຳພາສີແບບນີ້ມາໃຊ້ຫັ້ນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີປາຍຜ່ານມາໃນການນຳໃຊ້ພາສີສະນີດນີ້ ຮູ້ສຶກເປັນຈັ່ງໃດ?
ມີຫຍັງປ່ຽນແປງບໍ?
ຫາກວ່າໃຫ້ດີຂື້ນ ຄົງເປັນການຫາເງິນເຂົ້າຄັງໄດ້ຢ່າງງ່າຍດາຍ!
ແຕ່ແລ້ວເງີນນັ້ນເຂົ້າຖົງຄັງແຫ່ງຊາດຫຼາຍປານໃດ?
ໃຜຮູ້ແນ່!
ຫຼືມັນເຂົ້າຖົງທ່ານພາສີອາກອນທັງໜົດ!
ຫຼືເຂົ້າຖົງທ່ານສ່ວຍສາອາກອນທັງໜົດ!!
ໄດ້ງິນມາວ່າ ການເສັຍພາສີຕ່າງໆ ມີການຕໍ່ຮອງກັນໄດ້ປານວ່າຊື້ໄກ່ຊິມາຕົ້ມສູ່ໜູ່ກີນນີ້!
ກະເລີຍຄິດໄປໄກແບບຄົນບໍ່ຄ່ອຍເຊື່ອຮ້ອຍເປິເຊັນມາແຕ່ໃດ!
ກະຄິດໄປວ່າພາສີນີ້ ໄດ້ນ້ອຍຫຼາຍປານໃດຄົງເປັນບັນຫາທີ່ໂລກຫຼືພະອິນພະແຖນທັງຫຼາຍກະຍັງບໍ່ອາຈຮູ້ນຳໄດ້!?


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເປັນພາສີ ຮິຮິ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ຢາກເປັນພາສີ ຮິຮິ



ຢາກລວຍໄວແທ້!!



໖ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມື້ນີ້ມີເວລາຫນ໋ອຍຫນຶ່ງເລີຍຢາກສວຍໂອກາດມາເວົ້າຫຍັງທີ່ສຳຄັນສູ່ກັນຟັງ.

ແຕ່ຕົ້ນປີນີ້ມາ ຢູ່ລາວເຮົາໄດ້ນຳກົດຫມາຍພາສີຣາຍໄດ້ໃຫມ່ມາໃຊ້ ທີ່ເອີ້ນກັນວ່າ ພາສີເມູນຄ່າເພີ່ມ VATໃນອັດຕາ ສີບເປິເຊັນ.
ໃນແຕ່ລະປະເທດ ອັດຕານີ້ແຕກຕ່າງກັນ ເຊັ່ນຢູ່ປະເທດໄທ ແມ່ນມີ ເຈັດເປິເຊັນ, ຢູ່ໂປແລນ ຊາວສອງເປິເຊັນ...
ຖືວ່າຢູ່ບ້ານເຮົາກະເອົາເຂດປານກາງ.໑໐%. ພາສີນີ້ ແມ່ນ ເກັບເອົາຈາກຜູ່ຊື້ສິນຄ້າ ຫຼື ຄ່າບໍຣິການຕ່າງໆທີ່ຜູ່ຂາຍ(ທີ່ເຂົ້າໃນຣະບົບຕ້ອງໄລ່ເພີ່ມໃສ່ກັບຣາຄາສິນຄ້າທີ່ວາງຂາຍ).
ໂຕຢ່າງງ່າຍໆ:
ຄົນໃຈດີພາຫມູ່ໄປຮ້ານເບັຍ,ສັ່ງເບັຍມາຫ້າຂວດໃນຣາຄາ ເນດ(netto) ແປດພັນຕໍ່ແກ້ວ ແຕ່ບາດໄປຈ່າຍພັດໄດ້ເສັຍຫຼາຍກວ່ານັ້ນ
ງົງ !!!
ມີຄວາມສົງສັຍ ຈຶ່ງໄດ້ຖາມເຈົ້າຂອງຮ້ານວ່າເປັນຫຍັງໄລ່ແບບນີ້ ແທນທີ່ຈະແມ່ນສີ່ສີບພັນ ກັບໄດ້ຈ່າຍ ເປັນ ສີ່ສີບສີ່ພັນ!(ສີ່ພັນນີ້ເປັນພາສີມູນລະຄ່າເພີ່ມຫຼືວ່າຣາຄາເຕັມ-brutto)

ນັ້ນລະຄືພາສີມູນູຄ່າເພີ້ມ ທີ່ຜູ່ບໍຣິໂພກ ຫຼືຜູ່ໃຊ້ຕ້ອງໄດ້ຈ່າຍ.(ເປັນຜູ່ຮັບບາບ!)
ພາສີແນວນີ້ແມ່ນ ທັງສີບເປິເຊັນຕ້ອງເຂົ້າຄັງຂອງປະເທດ.
ໃນການນຳສິນຄ້າເຂົ້າປະເທດ ກະເຊັ່ນກັນກ່ອນທີ່ສິນຄ້າຈະໄດ້ອອກຈາກສາງຂອງກົມພາສີອາກອນ ພໍ່ຄ້ານຳເຂົ້າຕ້ອງໄດ້ເສັຍພາສີມູນຄ່າເພີ້ມນີ້ກ່ອນບໍ່ດັ່ງນັ້ນສິນຄ້າຕ້ອງຕົກຢູ່ໃນສາງຂອງກົມພາສີອາກອນ.

ກົມພາສີເກັບຄ່າພາສີມູນລະຄ່າເພີ້ມມນີ້ ຈາກ ໃບບິນຮັບຊື້ສິນຄ້າຂອງພໍ່ຄ້າ ບວກຄ່າຂົນສົ່ງແລະຄ່າປະກັນໄພເຂົ້າກັນແລ້ວ ມາໄລ່ສີບເປິເຊັນໃສ່ ບວກລົບຄູນຫານກັນຈັ່ງໃດອອກມາຈັ່ງຊັ້ນພໍ່ຄ້າກະຕ້ອງຈຳເປັນເສັຍເອົາເງິນນັ້ນເຂົ້າຄັງໄປກ່ອນ.

ແລະອີກຢ່າງສິນຄ້ານຳເຂົ້າ ກະຕ້ອງໄລ່ອັດຕາແລກປ່ຽນທີ່ທາງກົມພາສີມີໄວ້(ລາງເທື່ອອາຈບໍ່ກົງກັນກັບໃນຕະຫຼາດ(ຫນອງດ້ວງຫຼືຕະຫຼາດເຊົ້າ!)
ຫາກໃຜມີຫຍັງຢາກຖາມ ຫາກວ່າພໍຊິຕອບໄດ້ກະຍິນດີຕອບໃຫ້ ແຕ່ຫາກມີຫຍັງບໍ່ຮູ້ກະຢ້ານວ່າບໍ່ຕອບແຫຼະ!!

ຮ້ານເບຍນິຢູ່ໃສນໍບອກແດ່ ຕາມທີ່ໄດ້ຮຽນມາພາສີມູນຄ່າເພິ່ມເກັບໃນກໍລະນີຜູ້ຂາຍມີກຳໄລຫົກສີບລ້ານກີບຂື້ນໄປໃດ ບໍ່ໄດ້ເກັບນຳປະຊາຊົນ ເກັບນຳຜູ້ປະກອບການ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ ວາລະກອນ,
ໃນຄຳຖາມແລະຄຳເຫັນທີ່ຂຽນໄວ້ ຂອງເຈົ້າເບິ່ງຄືວ່າ ເຈົ້າບໍ່ເຂົ້າໃຈໃນກົດການບົ່ງຣາຄາສິນຄ້າ
ຫຼືວ່າດຽວນີ້ ພໍ່ຄ້າບໍ່ໄລ່ເຂົ້າໃນຣາຄາ ທັງຣາຍຈ່າຍແລະກຳໄລຂອງຕົນເຂົ້າເລີຍບໍດຽວນີ້!
ຫາກເປັນແບບນີ້ຄົງລວຍໄວນໍ!
ຫາກວ່າ ເຈົ້າຂອງກະທູ້ເຂົ້າໃຈບັນຫານີ້ຕ່າງໄປກັບເຈົ້າກໍຊ່ອຍເອົາມາອະທິບາຍຕໍ່ກັນແນ່ເດິ!!
ຈະເປັນພຣະຄຸນຢ່າງສູງ!



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮອດປານນີ້ຣະບົບການເກັບພາສາ ມູນະ່າເພີ່ມນີ້ໄປຮອດໃສແລ້ວ?
ອີກບໍ່ດົນເມື່ອຫຼັກການການໄດ້ເປັນ ສມາຊິກຂອງອົງການຄ້າໂລກທີ່ຫາກໍໄດ້ຮັບຖານະເຂົ້າເປັນສມາຊິກນັ້ນຈະເປັນໄປຈັ່ງໃດ?
ເມື່ອວ່າສີນຄ້າຕ່າງໆທີ່ຜ່ານແດນຂອງແຕ່ລະປະເທດຂອງກຸ່ມດຽວກັນ ເຊັ່ນ ກຸ່ມປະເທດຢູໂຣບ ແລະອາຊຽຂນຳກັນ!
ແລ້ວໂຄງການເກັບພາສີ ຈະເປັນໄປໃນຮູບໃດ?
ສີນຄ້າຕ່າງໆທີ່ເຂົ້າໃນເຂດຂອງຕຼາດຮ່ວມຢູໂຣບ ແມ່ນຜ່ານຊາຍແດນຂອງກຸ່ມກໍມີການເກັບພຽງຄັ້ງດຽວ ດັ່ງນັ້ນ ພວກພໍ່ຄ້າຫົວໃສແລະສລາດເລືອກເອົາສີນຄ້າໂຕເອັງຜ່ານທ່າເຮືອໃດ(ສາມາດເສັຍຄ່າພາສີໃນດ່ານນັ້ນກໍໄດ້ຫຼືຂໍອະນຸຍາດໄປເສັຍໃນປະເທດອື່ນທີ່ສີນຄ້າຈະຖືກນຳໄປ..ເຊັ່ນເອົາຄອນແທນເນີ້ລົງທ່າເຮືອຮຳບຸກ-ເຢິຮະມັນ ແຕ່ປາຍທາງແມ່ນຈະເອົາໄປ ໂປໂລຍແລະໄປເສັຍພາສີຢູ່ພຸ້ນ ພາສີເຢິຣະມັນກໍໃຫ້ອະນຸຍາດແຕ່ສີນຄ້ານັ້ນຕ້ອງໄດ້ອອກຈາກເຢິຣະມັນໃນກຳນົດເວລາທີ່ທາງການພາສີອະນຸຍາດໃຫ້)
ພາສີມູນຄ່າເພີ່ມນີ້ ທີ່ເຢິຣະມັນແມ່ນ ສີບເກົ້າເປິເຊັນ ບາດຢູ່ໂປໂລຍຮອດ ຊາວສາມເປິເຊັນ!!!
ແລ້ວໃນກຸ່ມອາຊຽນເປັນໄປກັນແບບໃດໃຜຮູ້ ກໍນຳມາເວົ້າສູ່ຟັງແນ່..


ໜ້າທີ່ 6 ຈາກທັງໝົດ 6 ໜ້າ <<<123456>>>