ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຊ່ວຍຕອບຕູ່ແນ່ດ່ວນໆເລີຍ ... ຂໍຮ້ອງ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>

໔ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຊ່ວຍຕອບແບບສອບຖາມນີ້ໃຫ້ຕູ່ແນ່

ແບບສອບຖາມ
ຊື່:................................................................. ອາຍຸ:........ປີ
1. ທ່ານເຊື່ອໃນພະເຈົ້າ ຫຼື ບໍ່?  ເຊື່ອ  ບໍ່ເຊື່ອ
+ ຖ້າເຊື່ອ ເຊື່ອຍ້ອນຫຍັງ? ________________________________________________________________________________________________________________________________
2. ທ່ານຄິດວ່າ: ພະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່?  ເຄີຍ  ບໍ່ເຄີຍ
+ ຖ້າເຄີຍ ພະເຈົ້າຊ່ວຍແບບໃດ? ________________________________________________________________
3. ທ່ານຄິດວ່າ: ພະເຈົ້າມີຈິງ ຫຼື ບໍ່?  ມີ  ບໍ່ມີ
+ ຖ້າມີ ມີຍ້ອນຫຍັງ? ________________________________________________________________________________________________________________________________

ໝາຍເຫດ: ກະລຸນາຕອບກ່ອນວັນພະຫັດຕອນ3ໂມງແລງເດີ້
ແລ້ວຈະຕອບແທນພາຍຫຼັງ

WaNnA B B-Girl

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນຂໍຖາມຄືນແນ່ ຊິເຮັດແບບສອບຖາມໄປເພື່ອຫຍັງ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຊື່ ທະນູເພັດອາຍຸ19ປີ
1 ບໍ່ເຊື່ອໃນພະເຈົ້າ
2 ບໍ່ເຄຍຊ່ວຍ
3 ພະເຈົ້າບໍ່ມີຈີງ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
sue Munoy 24 years old
1. bor suea
2. khue c bor khuey suai
3. khue c bor mee

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື່: ນ. ພາສຸກ , ອາຍຸ 23.
1. ເຊື່ອໃນພະເຈົ້າ, ຍ້ອນເຊື່ອແລະມີຄົນສອນໃຫ້ເຊື່ອ.
2. ຄິດວ່າພະເຈົ້າເຄີຍຊ່ວຍຫຼາຍເລື່ອງເມື່ອອະທິຖານຫາພະອົງ, ຕົວຢ່າງ: ເວລາສອບເສັງເຮົາບໍ່ໄດ້ ກໍ່ອະທິຖານຫາພະອົງ, ແລ້ວ ພະອົງຈະດົນບັນດານໃຫ້ຄິດອອກ ຫຼື ກະຕຸ້ນໃຫ້ຄົນຢູ່ຂ້າງຊວ່ຍເຮົາ

3. ຄິດວ່າ ພະເຈົ້າມີຈິງ ເພາະພະອົງຕິດຕາມໂລກມະນຸດຢູ່ຢ່າງບໍ່ຂາດສາຍ ອິອິອິ ພະອົງຮູ້ຈັກມະນຸດຍິ່ງກວ່າ ຕົວມະນຸດເອງ ຍ້ອນຕົ້ນກຳເນີດຂອງມະນຸດແມ່ນພະອົງສ້າງຂຶ້ນ, ຕອນນີ້ໂລກມະນຸດໄດ້ຮັບການທົດສອບຢ່າງໜັກໜວ່ງ, ເພາະຕັ້ງແຕ່ແລກເລີ່ມມາຍ້ອນ ພໍ່ແມ່ຄູ່ທຳອິດຂອງມະນຸດ ໄດ້ເຮັດຜິດກົດທີ່ພະເຈົ້າວາງອອກ.

ນີ້ເປັນຄວາມເຊື່ອສວ່ນບຸກຄົນ ອິອິອິ

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ເດະ
ເຊື່ອແຕ່ວ່າ ການປະພຶດຕົນຂອງເຮົານັ້ນຄື...ບຸນຫວາດສະໜາ ແລະ ກຳ ທີ່ຈະຕິດຕົວເຮົາໄປຕລອດ!!

There's a thin line between Life and Death, I wish for a Miracle to happen...

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1 ເຊື່ອໃນພະເຈົ້າ
+ ພະເຈົ້າເປັນຜູ້ແຕ່ງສາສໜາ, (ພະ) ແປວ່າຄວາມດີ ສາສໜາເປັນກົດເກນແຫ່ງຄວາມດີທີ່ຈາລຶກໄວ້ໄຫ້ຄົນລຸນຫຼັງຍຶດເປັນເກນປະຕິບັດ
2 ເຄຍຊ່ວຍ
+ຖ້າເຮົາເຮັດຄວາມດີແລ້ວ ຈະມີແຕ່ຄວາມສຳເລັດ ຄຳວ່າ(ດີ) ບໍ່ວ່າຈະແມ່ນຄົນຊັ້ນໃດກໍ່ລ້ວນແຕ່ມັກຄຳນີ້ ມັກສິ່ງດີດີ ການເຮັດຄວາມດີຍັງມີຄວາມໝາຍອະທິບາຍໄດ້ວ່າ ເຮັດໄຫ້ດີທີ່ສຸດເທົ່າທີ່ເຮົາຈະເຮັດໄດ້ ຖ້າເຮົາເຮັດໄຫ້ດີ ຄວາມດີກໍ່ຈະຕອບກັບມາຫາເຮົາເປັນຢ່າງດີ
ນີ້ຈັ່ງໝາຍຖຶງພະເຈົ້າຊ່ວຍເຮົາ
3 ພະເຈົ້າມີຈິງ
+ພະເຈົ້າປະລິນິພານ(ຕາຍ)ໄດ້2553ປີແລ້ວ ໃນລະຫວ່າງທີ່ເພີ່ນມີຊີວິດຢູ່ ເພີ່ນໄດ້ທຸ້ມເທເຫື່ອແຮງເພື່ອເດີນທາງໄປເຜີຍແພ່ສາສໜາອັນດີງາມຂອງເພິ່ນ ເປັນຕົ້ນໄດ້ແກ່ ກົດ5ຂໍ້ຫຼື ສິນ5 ອອກເຜີຍແພ່ ຈົນປັດຈຸບັນນີ້ ຄົນເຄິ່ງໂລກນັບຖືແລະປະຕິບັດກົດເກນສາສໜາຂອງເພີ່ນ ການທີ່ເພີ່ນເສຍຊີວິດໄປເປັນເວລາ 2553ປີ ເປັນທຳມະດາທີ່ຮ່າງກາຍ ກະດູກຈະສະຫຼາຍຫາຍໄປ ຄົນບາງຈຳນວນໜຶ່ງຈຶ່ງຄິດວ່າ ພະເຈົ້າບໍ່ມີຈິງ
.....ສ່ວນຕົວຂ້າພະເຈົ້າເສື່ອແສນເປີເຊັນວ່າ ((ພະເຈົ້າມີແທ້ ມີຂ້າພະເຈົ້າ ແມ່ນມີພະເຈົ້າ ເໝິດຂ້າພະເຈົ້າກໍ່ຍັງມີພະເຈົ້າຄືເກົ່າເພາະນີ້ແມ່ນຄວາມຈິງ))
ຄົນບໍ່ເຊື່ອພະເຈົ້າແມ່ນຄົນໜີຄວາມຈິງໜີຄວາມດີ ເພາະ(ພະ)ແມ່ນຄວາມດີເປັນຕົວແທນແຫ່ງຄວາມດີ ເຊິ່ງເປັນທຳມະດາທີ່ຄົນບໍ່ເຊື່ອຄວາມດີຈະເຮັດແຕ່ສິ່ງທີ່ບໍ່ດີ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ແບບສອບຖາມ
ຊື່:....ທ້າທາຍ............................................................. ອາຍຸ:..26......ປີ
1. ທ່ານເຊື່ອໃນພະເຈົ້າ ຫຼື ບໍ່?  ເຊື່ອ  ບໍ່ເຊື່ອ
+ ຖ້າເຊື່ອ ເຊື່ອຍ້ອນຫຍັງ? ເຊື່ອໃນພຸດທະສາດສະໜາເພາະເພິນສອນໃຫ້ເດີນທາງສາຍກາງ ອັນເປັນເສັ້ນທາງແຫ່ງຄວາມດຸນດ່ຽງຂອງຊີວິດ ແລະ ຊີວິດບໍຄວນຈະຍຶດຕິດ ຫຼືຜູກມັດ ກັບທຸກຢ່າງ, ພະພຸດທະເຈົ້າບໍ່ເຄີຍທີ່ຈະສອນໃຫ້ບູຊາເພີນເປັນດັງທຸກສິ່ງໃນຊີວິດ ແຕ່ວ່າ ໃຫ້ເຮົາຮຽນຮູ້ທີ່ຈະເຂົ້າໃຈຊີວິດ ແລະ ນັບຖືຄົນທີ່ມີບຸນຄົນກັບເຮົາ ດີກວ່າທີຈະໄປບູຊາແຕ່ພະອົງ.
________________________________________________________________________________________________________________________________
2. ທ່ານຄິດວ່າ: ພະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່?  ເຄີຍ  ບໍ່ເຄີຍ
+ ຖ້າເຄີຍ ພະເຈົ້າຊ່ວຍແບບໃດ? ພະພຸດທະເຈົ້າ ໃຫ້ຄຳສອນທີ່ເປັນກາງ ແລະ ບໍ່ເປັນລັກສະນະເຫັນແກ່ຕົວ ທີ່ວ່າເພິນເປັນຄົນວິເສດກວ່າມະນຸດຄົນອື່ນໆ ຫຼືວ່າເພີ່ນເປັນຜູ້ສ້າງໂລກນີ້, ແຕ່ສິ່ງທີ່ພະພຸດທະອົງຄົ້ນພົບ ແລະ ເອົາມາແບ່ງປັ່ນເປັນການຊ່ວຍໃຫ້ມະນຸດເຂົ້າໃຈຄວາມຈື່ງແທ້ຂອງວັດທະຈັກຊິວິດ ແລະເຮົາຄວນຈະປະພຶດຕົນແນວໃດ ໃຫ້ເປັນຄົນທີ່ມີຄຸນນະພາບ.
________________________________________________________________
3. ທ່ານຄິດວ່າ: ພະເຈົ້າມີຈິງ ຫຼື ບໍ່?  ມີ  ບໍ່ມີ
+ ຖ້າມີ ມີຍ້ອນຫຍັງ? ພະພຸດທະເຈົ້າ ມີຈີງ ແລະ ຄວາມຮູ້ອັນສະຫຼາດຫຼັກແຫຼມ ຄືຕົວແທນຂອງພະພຸດທະອົງ... ເພິ່ນໃຫ້ຄວາມຮູ້ກັບພຸດທະສະນິກະຊົນໄດ້ ສອງພັນກວ່າປີມານີ້ແລ້ວ, ແລະເພິ່ນກະບໍ່ເຄີຍທີ່ຈະຮຽກຮ້ອງວ່າຕ້ອງເຊື່ອໃນພະເຈົ້າ ແຕ່ວ່າໃຫ້ເຊື່ອໃນສີ່ງທີ່ຕົນເຮັດ ແລະຕົນກະທຳ... ບາດບຸນຄຸນໂທດ ແມ່ນຍ່ອມເປັນຜົນມາຈາກການກະທຳທັງນັ້ນ... ປູກໝາກເຜັດຍ່ອມໄດ້ໝາກເຜັດ, ປູກໝາກພ້າວຍ່ອມໄດ້ໝາກພ້າວ, ຖ້າປູກຄວາມດີຍ່ອມໄດ້ຄວາມດີ...

ເປັນຊາວພຸດບໍ່ຈຳເປັນເຂົ້າວັດທຸກມື້ ພຽງປະຕິບັດຕົນໃຫ້ໄປໃນທາງທີດີ ແລະ ຖືກຕ້ອງ ພະພຸດທະອົງກະເຫັນແລ້ວ... ສາທຸ
___________________

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໒ ກະທູ້
໒໐໕ ໂພສ
ນັກການກະທູ້
ຊື່:...........???............ ອາຍຸ:...???.....ປີ
1. ບໍ່ເຊື່ອ
2. ບໍ່ເຄີຍ
3. ບໍ່ມີ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື່ ກີກອາຍຸ19ປີ
1 ເຊື່ອໃນພະເຈົ້າ

໔ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຊັ້ນຂໍຖາມຄືນແນ່ ຊິເຮັດແບບສອບຖາມໄປເພື່ອຫຍັງ

ຈະເອົາໄປປະກອບສວ່ນໃນການສຶກສາຮ່ຳຮຽນ

WaNnA B B-Girl

໔ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ChanThaMaLee ຂຽນວ່າ...
ຊື່ ກີກອາຍຸ19ປີ
1 ເຊື່ອໃນພະເຈົ້າ

ຕອບບໍ່ໝົດຊ້ຳ

WaNnA B B-Girl

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
sue frank ar yu 15 pee :
1 ບໍ່ເຊື່ອໃນພະເຈົ້າ
2 ບໍ່ເຄຍຊ່ວຍ
3 ພະເຈົ້າບໍ່ມີຈີງ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຕົວເຮົາເອງແຫຼະຄືພະເຈົ້າສວນພະເຈົ້າເຮັດຕາມທີ່ເຮົາສັ່ງການມັນ ພະເຈົ້າບໍ່ໄດ້ບອກໃຫ້ເຊື່ອພະເຈົ້າແຕ່ບອກໃຫ້ເຊື່ອຕົນເອງຄືພະເຈົ້າເດິທ່ານ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຕົວເຮົາເອງແຫຼະຄືພະເຈົ້າສວນພະເຈົ້າເຮັດຕາມທີ່ເຮົາສັ່ງການມັນ ພະເຈົ້າບໍ່ໄດ້ບອກໃຫ້ເຊື່ອພະເຈົ້າແຕ່ບອກໃຫ້ເຊື່ອຕົນເອງຄືພະເຈົ້າເດິທ່ານ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊື່ ຊິດ
1 ເຊື່ອໃນພະເຈົ້າ(ຄວາມຄິດ)
2 ຂື້ນກັບເຮົາ(ຄວາມຄິດ)
3 ກະໂຕເຮົານິລະ

໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ກະ ຂ້ອຍນີ້ແລະພະເຈົ້າ ທຸກຢ່າງຂ້ອຍເຮັດເອົາເອງຫມົດ ພະເຈົ້າຢູ່ໃສບໍ່ເຫັນມີດອກ

໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ພະເຈົ້າໃສມາ ຈ່າຍຄາຍ້ານຊ່ວຍ ກະຂ້ອຍນີ້ແລະຈ່າຍເອງ ເຊັງເຊັງ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
1 ເຊື່ອໃນພະເຈົ້າ
+ ພະເຈົ້າເປັນຜູ້ແຕ່ງສາສໜາ, (ພະ) ແປວ່າຄວາມດີ ສາສໜາເປັນກົດເກນແຫ່ງຄວາມດີທີ່ຈາລຶກໄວ້ໄຫ້ຄົນລຸນຫຼັງຍຶດເປັນເກນປະຕິບັດ
2 ເຄຍຊ່ວຍ
+ຖ້າເຮົາເຮັດຄວາມດີແລ້ວ ຈະມີແຕ່ຄວາມສຳເລັດ ຄຳວ່າ(ດີ) ບໍ່ວ່າຈະແມ່ນຄົນຊັ້ນໃດກໍ່ລ້ວນແຕ່ມັກຄຳນີ້ ມັກສິ່ງດີດີ ການເຮັດຄວາມດີຍັງມີຄວາມໝາຍອະທິບາຍໄດ້ວ່າ ເຮັດໄຫ້ດີທີ່ສຸດເທົ່າທີ່ເຮົາຈະເຮັດໄດ້ ຖ້າເຮົາເຮັດໄຫ້ດີ ຄວາມດີກໍ່ຈະຕອບກັບມາຫາເຮົາເປັນຢ່າງດີ
ນີ້ຈັ່ງໝາຍຖຶງພະເຈົ້າຊ່ວຍເຮົາ
3 ພະເຈົ້າມີຈິງ
+ພະເຈົ້າປະລິນິພານ(ຕາຍ)ໄດ້2553ປີແລ້ວ ໃນລະຫວ່າງທີ່ເພີ່ນມີຊີວິດຢູ່ ເພີ່ນໄດ້ທຸ້ມເທເຫື່ອແຮງເພື່ອເດີນທາງໄປເຜີຍແພ່ສາສໜາອັນດີງາມຂອງເພິ່ນ ເປັນຕົ້ນໄດ້ແກ່ ກົດ5ຂໍ້ຫຼື ສິນ5 ອອກເຜີຍແພ່ ຈົນປັດຈຸບັນນີ້ ຄົນເຄິ່ງໂລກນັບຖືແລະປະຕິບັດກົດເກນສາສໜາຂອງເພີ່ນ ການທີ່ເພີ່ນເສຍຊີວິດໄປເປັນເວລາ 2553ປີ ເປັນທຳມະດາທີ່ຮ່າງກາຍ ກະດູກຈະສະຫຼາຍຫາຍໄປ ຄົນບາງຈຳນວນໜຶ່ງຈຶ່ງຄິດວ່າ ພະເຈົ້າບໍ່ມີຈິງ
.....ສ່ວນຕົວຂ້າພະເຈົ້າເສື່ອແສນເປີເຊັນວ່າ ((ພະເຈົ້າມີແທ້ ມີຂ້າພະເຈົ້າ ແມ່ນມີພະເຈົ້າ ເໝິດຂ້າພະເຈົ້າກໍ່ຍັງມີພະເຈົ້າຄືເກົ່າເພາະນີ້ແມ່ນຄວາມຈິງ))
ຄົນບໍ່ເຊື່ອພະເຈົ້າແມ່ນຄົນໜີຄວາມຈິງໜີຄວາມດີ ເພາະ(ພະ)ແມ່ນຄວາມດີເປັນຕົວແທນແຫ່ງຄວາມດີ ເຊິ່ງເປັນທຳມະດາທີ່ຄົນບໍ່ເຊື່ອຄວາມດີຈະເຮັດແຕ່ສິ່ງທີ່ບໍ່ດີ

ທ່ານກຳລັງເລື່ອງພະເຈົ້າ ຫຼື ພະພຸດທະເຈົ້າ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກລົງ ພະເຈົ້າຫຍັງ
ຜູ້ຄອມເມັ້ນເລີມສັບສົນ
ເຈຊັດ ພະເຈົ້າຂອງຊາວ ຄຣິ ບໍ
ຫຼືວ່າ ສີທັດຖະ ພະພຸດທະເຈົ້າຂອງຊາວພຸດ

ຮັກແທ້ຄືແມ່

໔ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ຕົກລົງ ພະເຈົ້າຫຍັງ
ຜູ້ຄອມເມັ້ນເລີມສັບສົນ
ເຈຊັດ ພະເຈົ້າຂອງຊາວ ຄຣິ ບໍ
ຫຼືວ່າ ສີທັດຖະ ພະພຸດທະເຈົ້າຂອງຊາວພຸດ

ພະເຈົ້າຂອງສາສະໜາຜູ້ຄອມເມັ້ນເອງ ໃຜຖືສາສະໜາຫຍັງກະຕອບຕາມຄວາມຄິດຕົວເອງໂລດ

WaNnA B B-Girl

໘ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ເຊື່ອ( ເຮົາເກີດເອງ ໃຫຍ່ເອງບໍ່ໄດ້ແນ່ນອນ)
ເຄີຍ( ບຸບຜະກາລີຫັ້ນແລ້ວ ພະເຈົ້າ)
ມີຈິງ( ທຸກຄົນທີ່ມີຄວາມສາມາດຫຼາຍກວ່າເຮົາ)

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ shorty ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ຕົກລົງ ພະເຈົ້າຫຍັງ
ຜູ້ຄອມເມັ້ນເລີມສັບສົນ
ເຈຊັດ ພະເຈົ້າຂອງຊາວ ຄຣິ ບໍ
ຫຼືວ່າ ສີທັດຖະ ພະພຸດທະເຈົ້າຂອງຊາວພຸດ

ພະເຈົ້າຂອງສາສະໜາຜູ້ຄອມເມັ້ນເອງ ໃຜຖືສາສະໜາຫຍັງກະຕອບຕາມຄວາມຄິດຕົວເອງໂລດ

ເຮີ້ໆໆໆ! ຂພຈ ຖືພຸດ
ເຊື່ອວ່າ ພະພຸດທະເຈົ້າມີແທ້
ຫຼັກຖານກະເຫັນກັນຢູ່ຢ່າງຫຼວງຫຼາຍ ແລະ ກະ ພຸດທະປະຫວັດອີກ ພຽບ!
ແລະການຖືສິນໄຫວ້ພະພາວັນນາ ມັນກະເຮັດໃຫ້ຊີວິດເຮົາດີຂື້ນໄດ້
ພະເຈົ້າຜູ້ໃດກະລ້ວນແຕ່ສອນໃຫ້ສາວົກຂອງຕົນເປັນຄົນດີວ່າບໍ?

ຮັກແທ້ຄືແມ່

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບບສອບຖາມ
ຊື່: ອໍ່ແກ້ນ ອາຍຸ: 23 + ປີ
1. ທ່ານເຊື່ອໃນພະພຸດທະເຈົ້າ ຫຼື ບໍ່? ເຊື່ອ
+ ຖ້າເຊື່ອ ເຊື່ອຍ້ອນຫຍັງ? ຍ້ອນຄຳສອນຂອງພະພຸດທະເຈົ້າ ມີແຕ່ແນວດີໆ ສອນໃຫ້ເຮັດຄວາມດີ ຢ່າງມີຄວາມສຸກ
2. ທ່ານຄິດວ່າ: ພະພຸດທະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່? ເຄີຍ
+ ຖ້າເຄີຍ ພະພຸດທະເຈົ້າເຈົ້າຊ່ວຍແບບໃດ? ພະພຸດທະເຈົ້າໄດ້ແຕ່ງຄຳສອນໂດຍການເຫັນແຈ້ງຮູ້ຈິງ ແລະເຜີຍແຜ່ມາໃຫ້ເຮົາຮູ້.​ເວົ້າງ່າຍໆ ຄຳສອນພະເຈົ້າຊ່ວຍເຮົາ ເປັນຄົນທີ່ໄຝ່ດີ ກ້າດີ.
3. ທ່ານຄິດວ່າ: ພະພຸດທະເຈົ້າມີຈິງ ຫຼື ບໍ່? ມີ
+ ຖ້າມີ ມີຍ້ອນຫຍັງ? ຍ້ອນ: ຄວາມເຊື່ອບໍ່ຕ້ອງມີເຫດຜົນ.

ເຮົາເຊື່ອໃນພຸດທະສາດສະໜາ. ພຸດທະສາດສະໜາ ແມ່ນ ສາດສະໜາທີ່ສອນຄົນເຮົາໃຫ້ເປັນຄົນດີ ໃນພາກປະຕິບັດ, ບໍ່ແມ່ນສາດສະໜາແຫ່ງການອ້ອນວອນ. ຕົນເປັນທີ່ເພິ່ງແຫ່ງຕົນ, ແລ້ວພະພຸດທະເຈົ້າຈະຊີ້ທາງມີຄວາມສຸກໃຫ້.

ຄິດດີ ເວົ້າດີ ເຮັດດີ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1,ຫ້າມຍືມເງິນ ໝູ່
2,ບໍ່ລົມເຮື່ອງສາດສະນາ
3,ບໍ່ລົມເຮື່ອງການເມືອງ
ນີ່ຄື ກົດໃນການຄົບໝູ່ ຂອງຂ້ອຍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໔ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ shorty ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ຕົກລົງ ພະເຈົ້າຫຍັງ
ຜູ້ຄອມເມັ້ນເລີມສັບສົນ
ເຈຊັດ ພະເຈົ້າຂອງຊາວ ຄຣິ ບໍ
ຫຼືວ່າ ສີທັດຖະ ພະພຸດທະເຈົ້າຂອງຊາວພຸດ

ພະເຈົ້າຂອງສາສະໜາຜູ້ຄອມເມັ້ນເອງ ໃຜຖືສາສະໜາຫຍັງກະຕອບຕາມຄວາມຄິດຕົວເອງໂລດ

ເຮີ້ໆໆໆ! ຂພຈ ຖືພຸດ
ເຊື່ອວ່າ ພະພຸດທະເຈົ້າມີແທ້
ຫຼັກຖານກະເຫັນກັນຢູ່ຢ່າງຫຼວງຫຼາຍ ແລະ ກະ ພຸດທະປະຫວັດອີກ ພຽບ!
ແລະການຖືສິນໄຫວ້ພະພາວັນນາ ມັນກະເຮັດໃຫ້ຊີວິດເຮົາດີຂື້ນໄດ້
ພະເຈົ້າຜູ້ໃດກະລ້ວນແຕ່ສອນໃຫ້ສາວົກຂອງຕົນເປັນຄົນດີວ່າບໍ?

ແມ່ນແລ້ວ... ຂອບໃຈເດີ້ທີ່ສະແດງຄວາມຄິດເຫັນ

WaNnA B B-Girl

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ທີ່ຈິງແລ້ວສາສະນາພຸດນິ ບໍ່ໄດ້ສອນໃຫ້ເຊື່ອໃນເລື່ອງພະເຈົ້າໄດ໋... ສາສະນາພຸດເປັນພຽງສາສະນາດຽວໃນໂລກທີ່ສອນໃຫ້ເຮົາຮູ້ວ່າທຸກສິ່ງທີ່ເກີດມານັ້ນແມ່ນຍ່ອມເກີດຂຶ້ນເອງຕາມທໍາມະຊາດ ບໍ່ມີໃຜຈະມາເປັນຜູ້ບັນດານການເປັນໄປຂອງໂລກເຮົາ.. ກະເວົ້າງ່າຍໆເລີຍວ່າ: ຕົນເອງເປັນພະເຈົ້າຂອງຕົນເອງ... ທຸກຢ່າງຂຶ້ນກັບເຮົາເອງ... ສະນັ້ນ ຕອບວ່າ ບໍ່ ໃນທຸກໆກໍລະນີ... ຊື່ ສຸກມະໂນ ອາຍຸ 18ປີ

<img alt="http://punlao.com" src="http://punlao.com/glittergenerator/tipos/14/a.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/l.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/e.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/x.gif" /><br><a href="http://punlao.com"><b>http://punlao.com</b></a>

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ພະພຸດທະເຈົ້າບໍ່ແມ່ນພະເຈົ້າໄດ໋... ເພິ່ນກໍເປັນພຽງມະນຸດຜູ້ໜຶ່ງຄືເຮົາ ແຕ່ເພິ່ນເປັນມະນຸດພຽງຜູ້ດຽວທີ່ສາມາດນິບພານໄດ້

<img alt="http://punlao.com" src="http://punlao.com/glittergenerator/tipos/14/a.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/l.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/e.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/x.gif" /><br><a href="http://punlao.com"><b>http://punlao.com</b></a>

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ shorty ຂຽນວ່າ...
ຊ່ວຍຕອບແບບສອບຖາມນີ້ໃຫ້ຕູ່ແນ່

ແບບສອບຖາມ
ຊື່:................................................................. ອາຍຸ:........ປີ
1. ທ່ານເຊື່ອໃນພະເຈົ້າ ຫຼື ບໍ່?  ເຊື່ອ  ບໍ່ເຊື່ອ
+ ຖ້າເຊື່ອ ເຊື່ອຍ້ອນຫຍັງ? ________________________________________________________________________________________________________________________________
2. ທ່ານຄິດວ່າ: ພະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່?  ເຄີຍ  ບໍ່ເຄີຍ
+ ຖ້າເຄີຍ ພະເຈົ້າຊ່ວຍແບບໃດ? ________________________________________________________________
3. ທ່ານຄິດວ່າ: ພະເຈົ້າມີຈິງ ຫຼື ບໍ່?  ມີ  ບໍ່ມີ
+ ຖ້າມີ ມີຍ້ອນຫຍັງ? ________________________________________________________________________________________________________________________________

ໝາຍເຫດ: ກະລຸນາຕອບກ່ອນວັນພະຫັດຕອນ3ໂມງແລງເດີ້
ແລ້ວຈະຕອບແທນພາຍຫຼັງ

ໜ້າຈະລະບຸແນ່ວ່າເປັນພະເຈົ້າຂອງສາສະໜາໃດ
ເພາະວ່າຖ້າເປັນ ພະເຈົ້າ ມັນຕ້ອງແມ່ນສາສະໜາຄຼິດສະຕຽນ
ແຕ່ຖ້າເປັນ ພະພຸດທະເຈົ້າ ກໍຕ້ອງແມ່ນສາສະໜາພຸດ

໔ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...

ສາສະໜາໃດກໍ່ໄດ້

WaNnA B B-Girl

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>