ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
- ມະນຸດທຸກໆໃຜໆກໍຢາກໄດ້ລູກຄົນຮູ້ຜູ້ດີທັງນັ້ນ, ຄົນໄທຍ໌ ກັບຄົນລາວ ກໍຢາກໄດ້ລູກຂອງຕົນເປັນຄົນຮູ້ຜູ້ດີເຊັ່ນກັນ ແຕ່ຄົນໄທຍ໌ແປກ ຢາກໄດ້ລູກຂອງຕົນເປັນເທວະດາ ກະເລີຍພິມໃສ່ເສື້ອເລີຍ ເປັນອັກສອນໄທຍ໌ວ່າ ລູກເທວະດາ ປາກົດວ່າຄົນໄທຍ໌ໄດ້ລູກເທວະດາສົມໃຈຢາກ ຄື ລູກຂອງເຂົາໄດ້ນຸ່ງເສື້ອເວດາທຸກໆຄົນ, ຜູ້ທີ່ເປັນເວດາແມ່ນລູກ ແຕ່ພໍ່ແມ່ກາຍເປັນຂໍທານ ຫຼືກາຍເປັນຄົນທີ່ຕ້ອງບາດບັ່ນທໍາງານຫາເງິນມາຊື້ເສື້ອໃຫ້ລູກໆ ຄົນລາວເຮົາເຫັນ ກໍຢາກໃຫ້ລູກຕົນເປັນເທວະດາດ້ວຍ ກໍຕ້ອງສັງຊື້ເສື້ອມາຂາຍກັນຫຼວງຫຼາຍ ທັງຄົນລາວ ແລະຄົນໄທຍ໌ ລູກຂອງໃຜໆ ກໍກາຍເປັນລູກເທວະດາກັນທັງນັ້ນ, ແຕ່ລູກໆ ຂອງພໍ່ແມ່ນເລົ່ານັ້ນ ຈະເປັນເທວະດາດັ່ງກັບຂຽນປະກາດໄວ້ໃນເສື້ອບໍ່ນັ້ນ ກໍຕ້ອງໄດ້ ເບິ່ງກັນໄປອີກຊົ່ວລູກໆ ຈະໃຫຍ່ກ້າໜ້າບານພຸ້ນ, ສ່ວນທີ່ເປັນເທວະດາທີ່ແທ້ຈິງຂະນະນີ້ ຕ້ອງແມ່ນເຈົ້າຂອງຜູ້ຜລິດ ແລະຂາຍເສື້ອ ທີ່ຂຽນວ່າ ລູກເທວະດາ ສໍາລັບພໍ່ແລະແມ່ ຂອງເດັກນ້ອຍຜູ້ເປັນຫົ່ມເສື້ອເທວະດາຂະນະນີ້ ຕ້ອງໄດ້ເປັນກຸລີ ຫຼືບໍ່ກໍຕ້ອງຕົກນະຮົກ ບາກບັ່ນຫາເງິນລ້ຽງລູກ ລ້ຽງເຕົ້າ ຄໍ່າບໍ່ໄດ້ຍືນ ຄືນບໍ່ໄດ້ຢູ່, ຫາກຜູ້ໃດ ມີວິຊາ ມີປັນຍາ ພໍ່ແມ່ນກໍສະບາຍແນ່ ຫາກພໍ່ແມ່ຜູ້ໃດອັດຕະຄັດ ຂັດສົນ ກໍຕ້ອງເປັນກຸລີເຂົາ ແລະຕົກນະຮົກ ທັງເປັນ, ຫາກອະນາຄົດ ລູກເທວະດາຂອງພໍ່ແມ່ຄົນນັ້ນ ກາຍເປັນຄົນດີຂອງສັງຄົມ ກໍກາຍເປັນເທວະດາ ດຶງພໍ່ດຶງແມ່ ອອກຈາກໝໍ້ນະຮົກໄປສະຫວັນຊັ້ນຟ້າ ກົງກັນຂ້າມຫາກລູກໆ ຂອງພໍ່ແມ່ທີ່ລ້ຽງນັ້ນ ບໍ່ໄດ້ດັ່ງໃຈ ບໍ່ໄປດັ່ງຫວັງ ກໍດຶງເອົາພໍ່ແມ່ລົງນະຮົກໄປດ້ວຍ.
ເພງອີສານ(ລູກເທວະດາ)
http://www.webratchaburi.org/1986/%E0%B9%80%E0%B8%81%E0%B8%A1%E0%B8%AA%E0%B9%8C/%E0%B9%80%E0%B8%9E%E0%B8%A5%E0%B8%87%E0%B8%A5%E0%B8%B9%E0%B8%81%E0%B8%97%E0%B8%B8%E0%B9%88%E0%B8%87/%E0%B9%80%E0%B8%9E%E0%B8%A5%E0%B8%87%E0%B8%A5%E0%B8%B9%E0%B8%81%E0%B9%80%E0%B8%97%E0%B8%A7%E0%B8%94%E0%B8%B2.html
|