ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ມີທັມມະໃນໃຈແລ້ວຈະມີສຸກ

໓ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
1. ການຮູ້ຈັກພໍ ເປັນໂຊກ ເປັນລາບ ມີຄວາມສຸກ, ການບໍ່ຮູ້ຈັກພໍ ເປັນຄົນໂລບ ເຊີ່ງເປັນທີ່ມາແຫ່ງຄວາມວຸ້ນວາຍ.
2. ຮູ້ຈັກສະຫງົບພາຍໃນເປັນຄວາມຮົ່ມເຢັນຂອງຈິດໃຈນຳມາແຫ່ງ ນິບພານ,ບໍ່ຮູ້ຈັກສະຫງົບພາຍໃນເປັນຄົນວຸ້ນວາຍນຳມາຊຶ່ງຄວາມເດືອດຮ້ອນ.
3. ຮູ້ຈັກຊ່ວຍເຫລືອຄົນອື່ນເປັນຄົນເມດຕາເຊິ່ງນຳມາແຫ່ງຄວາມສຸກ,ບໍ່ຮູ້ຈັກຊ່ວຍເຫລືອຄົນອື່ນເປັນຄົນເຫັນແກ່ຕົວເຊິ່ງນຳມາແຫ່ງຄວາມຍາກເຂັນ.
4. ຮູ້ຈັກອະໄພ ເປັນຄົນມີທັມມະ ເຊິ່ງນຳມາແຫ່ງຄວາມຜາສຸກ, ບໍ່ຮູ້ຈັກອະໄພ ເປັນຄົນມັກຈົດມັກຈຳ ເຊິ່ງນຳມາແຫ່ງຄວາມໂດດດ່ຽວ.
5. ຮູ້ຈັກຢ້ານກົວຕໍ່ບາບກຳ ເປັນຄົນຍ່ຳເກງຕໍ່ກົດຂອງຟ້າດິນ ນຳມາແຫ່ງຄວາມບໍລິສຸດ, ບໍ່ຮູ້ຈັກຢ້ານກົວຕໍ່ບາບກຳ ເປັນຄົນຖືຕົນເປັນໃຫຍ່ ນຳມາເຊິ່ງຄວາມເດືອດຮ້ອນ.
6. ຮູ້ຈັກອ່ອນນ້ອມຖ່ອມຕົນ ເປັນຄົນໜ້າຍ້ອງຍໍ ນຳມາເຊິ່ງຈະຣິຍາ, ບໍ່ຮູ້ຈັກອ່ອນນ້ອມຖ່ອມຕົນ ເປັນຄົນໂອ້ອວດ ນຳມາເຊິ່ງຄົນອື່ນບໍ່ພໍໃຈ.
7. ຮູ້ຈັກອົດທົນ ເປັນຍອດຄົນ ເຊິ່ງນຳມາແຫ່ງຊັດທາ, ບໍ່ຮູ້ຈັກອົດທົນ ເປັນຄົນອ່ອນແອ ເຊິ່ງນຳມາແຫ່ງຄວາມວຸ້ນວາຍ.
8. ຮູ້ຈັກປະຫຍັດ ເປັນຄົນຖະໜອມບຸນ ນຳມາເຊິ່ງວາດສະໜາ, ບໍ່ຮູ້ຈັກປະຫຍັດ ເປັນຄົນຟຸ້ມເຟືອຍ ເຊິ່ງນຳມາແຫ່ງຄວາມເດືອດຮ້ອນ.
9. ຮູ້ຈັກຄວາມທຸກ/ສຸກ ເປັນຄົນຮູ້ຊີວິດ ນຳມາແຫ່ງການຮູ້ຕົນເອງ, ບໍ່ຮູ້ຈັກຄວາມທຸກ/ສຸກ ເປັນຄົນວຸ້ນວາຍ ນຳມາເຊິ່ງຄວາມເດືອດຮ້ອນ.


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ອືມມມມມ
ດີໆ
ຂ້ອຍກະມັກທັມມະ
ເຮັດໃຫ້ຈິດໃຈເຮົາສະຫງົບ ຫຸຫຸ


໕ ກະທູ້
໒໕໑ ໂພສ
ນັກການກະທູ້
ພະຍາຍາມໃຫ້ມີ ຢູ່ຕອນນີ້

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄົນເຮັດໄດ້ຄົບຕາມນັ້ນບໍ່ນໍ

ທ້າວທອງໃສ

໑ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ໝື່ນຮູ້ບໍ່ສູ້ປ່ອຍວາງ


໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ເຮັດໃຫ້ມີຄວາມສຸກແທ້ຕົວະ
ຈິດໃຈປອດໂປ່ງອີກ


໑ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ປົດທຸກ ກະມີຄວາມສຸກຄືກັນ ຮ່າໆໆ ;-)


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຢາກເຮັດໄດ້ຈັ່ງຊັ້ນເດ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeeKing ຂຽນວ່າ...
1. ການຮູ້ຈັກພໍ ເປັນໂຊກ ເປັນລາບ ມີຄວາມສຸກ, ການບໍ່ຮູ້ຈັກພໍ ເປັນຄົນໂລບ ເຊີ່ງເປັນທີ່ມາແຫ່ງຄວາມວຸ້ນວາຍ.
2. ຮູ້ຈັກສະຫງົບພາຍໃນເປັນຄວາມຮົ່ມເຢັນຂອງຈິດໃຈນຳມາແຫ່ງ ນິບພານ,ບໍ່ຮູ້ຈັກສະຫງົບພາຍໃນເປັນຄົນວຸ້ນວາຍນຳມາຊຶ່ງຄວາມເດືອດຮ້ອນ.
3. ຮູ້ຈັກຊ່ວຍເຫລືອຄົນອື່ນເປັນຄົນເມດຕາເຊິ່ງນຳມາແຫ່ງຄວາມສຸກ,ບໍ່ຮູ້ຈັກຊ່ວຍເຫລືອຄົນອື່ນເປັນຄົນເຫັນແກ່ຕົວເຊິ່ງນຳມາແຫ່ງຄວາມຍາກເຂັນ.
4. ຮູ້ຈັກອະໄພ ເປັນຄົນມີທັມມະ ເຊິ່ງນຳມາແຫ່ງຄວາມຜາສຸກ, ບໍ່ຮູ້ຈັກອະໄພ ເປັນຄົນມັກຈົດມັກຈຳ ເຊິ່ງນຳມາແຫ່ງຄວາມໂດດດ່ຽວ.
5. ຮູ້ຈັກຢ້ານກົວຕໍ່ບາບກຳ ເປັນຄົນຍ່ຳເກງຕໍ່ກົດຂອງຟ້າດິນ ນຳມາແຫ່ງຄວາມບໍລິສຸດ, ບໍ່ຮູ້ຈັກຢ້ານກົວຕໍ່ບາບກຳ ເປັນຄົນຖືຕົນເປັນໃຫຍ່ ນຳມາເຊິ່ງຄວາມເດືອດຮ້ອນ.
6. ຮູ້ຈັກອ່ອນນ້ອມຖ່ອມຕົນ ເປັນຄົນໜ້າຍ້ອງຍໍ ນຳມາເຊິ່ງຈະຣິຍາ, ບໍ່ຮູ້ຈັກອ່ອນນ້ອມຖ່ອມຕົນ ເປັນຄົນໂອ້ອວດ ນຳມາເຊິ່ງຄົນອື່ນບໍ່ພໍໃຈ.
7. ຮູ້ຈັກອົດທົນ ເປັນຍອດຄົນ ເຊິ່ງນຳມາແຫ່ງຊັດທາ, ບໍ່ຮູ້ຈັກອົດທົນ ເປັນຄົນອ່ອນແອ ເຊິ່ງນຳມາແຫ່ງຄວາມວຸ້ນວາຍ.
8. ຮູ້ຈັກປະຫຍັດ ເປັນຄົນຖະໜອມບຸນ ນຳມາເຊິ່ງວາດສະໜາ, ບໍ່ຮູ້ຈັກປະຫຍັດ ເປັນຄົນຟຸ້ມເຟືອຍ ເຊິ່ງນຳມາແຫ່ງຄວາມເດືອດຮ້ອນ.
9. ຮູ້ຈັກຄວາມທຸກ/ສຸກ ເປັນຄົນຮູ້ຊີວິດ ນຳມາແຫ່ງການຮູ້ຕົນເອງ, ບໍ່ຮູ້ຈັກຄວາມທຸກ/ສຸກ ເປັນຄົນວຸ້ນວາຍ ນຳມາເຊິ່ງຄວາມເດືອດຮ້ອນ.



ອັນທີ່ງ່າຍໆໆ ຄື
ບໍ່ໂລບ=ບໍ່ຢາກໄດ້ເກີນຄວນ
ບໍ່ໂກດ=ບໍ່ໂຫດຮ້າຍເກີນຄວນ
ບໍ່ຫຼົງ=ບໍ່ມົນເມົາໃນລາບ ຍົດ ຊື່ສຽງ ແລະໄວເກີນຄວນ
ອັນນີ້ທັມມະຈັບໄວປານຫຍັງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ M33 ຂຽນວ່າ...
ຢາກເຮັດໄດ້ຈັ່ງຊັ້ນເດ



ມາອີກແລ້ວ
- ຄວາມຈິງ ຄື ສະພາວະທີ່ເກີດຂຶ້ບກັບເຮົາ
- ຄວາມຝັນ ຄື ການນອນຝັນ ແລະແນວຄິດໄຝ່ຝັນ

ທັງສອງຢ່າງ ຄືສົມມຸດ (ສະມະຕິສັດຈະ) ແຕ່ ທຸກ-ສະມຸໄທ-ນິໂຣທ-ມັຄຄະ ອັນນີ້ຂອງຈິງ ຮຽກວ່າ ອະຣິຍະສັຈ ຄືຄວາມຈິງທີ່ປະເສີດ ແ​ລະ ປາຣະມັຖສັຈຈະ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
yark h dai tam nan deeee

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຖືກຕ້ອງທີ່ສຸດ

ຊີວິດລິຂິດເອງ noOK

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ສາທຸ

ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NIKNALONG ຂຽນວ່າ...
ສາທຸ


ຖືກຕ້ອງ
ມີໜຶ່ງດຽວທີ່ດົ່ງດັງປະດຸດດັ່ງດວງດາວເດັ່ນ
ດວງເດືອນດາວປະດັບເພັງມັນໂດດເດັ່ນບົນນະພາ
ດວງເດືອນດາວພາວອາດຕາອະໜາດຄ່າດວງດາວດິນ
ດວງດີດາວດວງໃດດົ່ງດັງໄດ້ດວງດາວເສີມ
ດາວຟ້າສັດທາເພີ່ມຕື່ມໃຫ້ດາວແດນດິນດີ
------------
ຕ້ອງປະຕິບັດທັມເອງ ຊີວິເຮົາເອງຈຶ່ງສຳເຣັດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂພສະນີມະຕັນຍຸຕາ
ການຮູ້ຈັກບໍລິໂພກໃຫ້ພໍປະມານ ເຊັ່ນການກິນອາຫານກໍ່ໃຫ້ກິນພໍປະມານ,

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວ...ສາທຸໆ...ແລະ ຕ້ອງພາກັນລົງມືປະຕິບັດຕັ້ງແຕ່ດຽວນີ້ສາ...ເພາະເວລາບໍ່ຄອຍຖ້າຜູ້ໃດ.

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
To: saynamhung
ທ່ານ ເປັນນາຍພານຫຼື ມາຖືສິນແດ່ເດີທ່ານ ຢ່າຂ້າສັດຕັດຊີວິດ ຜິດສິນຂໍ້ໜື່ງໄດຫັນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ເຮົາບໍ່ໄດ້ຂ້າສັດເດີ...ແຕ່ເຮົາຫາປາຕ່າງຫາກ...ອັນສິນຫ້ານັ້ນບໍ່ມີໃຜປາສະຈາກຂໍ້ນີ້ໄດ້ດັອກທ່ານ...ຖ້າໂຮງຂ້າສັດຢຸດຂ້າສັດເມື່ອໃດເຮົາກໍ່ຈະເຊົາຫາປາເມື່ອນັ້ນແຫຼະ.

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫວະທ່ານ ແຕ່ທ່ານຕ້ອງໄດ້ເຂົ້າວັດຢາດນ້ຳອຸທິດສ່ວນບຸນກຸສົນຫາສັບພະສັດທີ່ທ່ານໄດ້ສັງຫານມາເພື່ອລ້ຽງຊີບ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວ...ເລື່ອງເຂົ້າວັດນັ້ນແນ່ນອນຢູ່ແລ້ວ ເພາະມັກເຂົ້າວັດທຳບຸນເປັນປະຈຳເມື່ອມີເວລາຫວ່າງ.

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...