ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເສຍເປັນພຣະ ຊະນະເປັນມານ

໑໑ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຂ້ອຍໄດ້ຟັງເພງແລ້ວເກີດສົນໃຈຄຳທີ່ວ່າ ເສຍເປັນພຣະ ຊະນະເປັນມານ
ຂ້ອຍໄດ້ຟັງມາຫຼາຍຮອບແລ້ວແຕ່ກໍ່ຍັງບໍ່ທັນເຂົ້າໃຈຄຳດັ່ງກ່າວວ່າມີຄວາມໝາຍ
ແນວໃດ ທ່ານຜູ້ຮູ້ທັງຫຼາຍເອີຍ! ຊ່ວຍຕອບ ແລະອະທິບາຍໃຫ້ຂ້າພະເຈົ້າດ້ວຍ.




ຂອບໃຈໄວ້ລວງໜ້າເດີສຳລັບຜູ້ທີ່ຊ່ວຍຕອບ ແລະໃຫ້ຄວາມໝາຍ......


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຫຍັງຫຼາຍດອກ ມັນເປັນຄຳປອບໃຈໃຫ່ແກ່ຜູ້ທີ່ພ່າຍແພ້


໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
การชนะผู้อื่น แล้วได้ทำตามความต้องการสมอยากนั้น ความจริงแล้ว ใจเราตกเป็นทาสของความอยาก(กิเลส)
ชนะผู้อื่น แต่แพ้กิเลสในใจตน แล้วแสวงหามาให้ได้สมอยากโดยไม่สนใจวิธีการ ชนะอย่างนี้ ก็คือ ชนะเป็นมาร

ส่วนผู้ยอมแพ้ โดยไม่คิดทำในสิ่งไม่ถูกต้อง ไม่ปล่อยให้ความอยากเข้าครอบงำจิตใจ เขาจึงเรียกว่า แพ้เป็นพระ คือ แพ้ผู้อื่น แต่เอาชนะกิเลสในใจตนนั่นเอง



♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າເຄືຍໄດ້ຍິນບໍ່ກັບ 2 ປະໂຍກ ກັບຄຳວ່າອັກໂກເຖ ສິເນໂກຖັງ ເອົາສະນະຄວາມໂກດດ້ວຍຄວາມບໍ່ໂກດຕອບ
ແລະອີກປະໂຍກທີ 2 ຊະຍັງເວຣັງ ປະຊາວະຕິ ຜູ້ຊະນະຍ່ອມກໍ່ແຕ່ເວຣ ໃຫ້ສັງເກດພຽງແຕ່ສ່ຳນີ້ແລ້ວ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງ ^_^

try do see

໖ ກະທູ້
໑໔໖ ໂພສ
ນັກການກະທູ້
ບາງຄັ້ງເຮົາກໍໍຕ້ອງເປັນມານຈັກຄັ້ງ ເພື່ອໄດ້ມາຊິງໄຊຊະນະ ບໍ່ໍຊັ້ນເຮົາກະແພ້ຕະຫຼອດໄປ ​(ໂລກຄວາມຈິງຊ່າງໂຫດຮ້າຍ "ທຳດີໄດ້ດີກໍຕໍ່ເມື່ອມີຄົນເຫັນ")

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະເວົ້າໃນເຊີງຂອງກິລາ..ຕາມທັດສະນະຄະຕິຂອງຕາຫິບແລ້ວ:

>> ແພ້ເປັນພະ: ແມ່ນຮູ້ຈັກຍອມຮັບເອົາຄວາມພ່າຍແພ້ນັ້ນແລ້ວເອົາມັນໄປແກ້ໄຂກັບຈຸດບົກຜ່ອງຂອງຕົນເອງ!!

ເຂົາເອີ້ນວ່າ: ຄົນທີ່ປະເສີດແລະມີສະປີລິດຂອງນັກກິລາ.

>> ຊະນະເປັນມານ: ແມ່ນການເອົາປຽບຄົນອື່ນໂດຍທີ່ໃຊ້ວິທີສົກກະປົກເພື່ອທີ່ຈະໄດ້ໄຊຊະນະນັ້ນມາ..ຊື່ງ HIA ຫຼາຍ!!

ເຂົາເອີ້ນວ່າ: ຄົນບໍ່ຍອມຮັບຈຸດອ່ອນຂອງຕົນເອງແລະເອົາໄຊຊະນະດີກວ່າມິດຕະພາບ.

ສະຫຼຸບ: ແພ້ແບບໃສສະອາດຕອນນີ້..ດີກວ່າຊະນະແບບສົກກະປົກ





໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຫມາຍດີເນາະ

ຮັກນ້ອງຕອນເມົາ

໖ ກະທູ້
໑໔໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ຈະເວົ້າໃນເຊີງຂອງກິລາ..ຕາມທັດສະນະຄະຕິຂອງຕາຫິບແລ້ວ:

>> ແພ້ເປັນພະ: ແມ່ນຮູ້ຈັກຍອມຮັບເອົາຄວາມພ່າຍແພ້ນັ້ນແລ້ວເອົາມັນໄປແກ້ໄຂກັບຈຸດບົກຜ່ອງຂອງຕົນເອງ!!

ເຂົາເອີ້ນວ່າ: ຄົນທີ່ປະເສີດແລະມີສະປີລິດຂອງນັກກິລາ.

>> ຊະນະເປັນມານ: ແມ່ນການເອົາປຽບຄົນອື່ນໂດຍທີ່ໃຊ້ວິທີສົກກະປົກເພື່ອທີ່ຈະໄດ້ໄຊຊະນະນັ້ນມາ..ຊື່ງ HIA ຫຼາຍ!!

ເຂົາເອີ້ນວ່າ: ຄົນບໍ່ຍອມຮັບຈຸດອ່ອນຂອງຕົນເອງແລະເອົາໄຊຊະນະດີກວ່າມິດຕະພາບ.

ສະຫຼຸບ: ແພ້ແບບໃສສະອາດຕອນນີ້..ດີກວ່າຊະນະແບບສົກກະປົກ





ຮ້າຍມາ ແຂງໃສ່ການອ່ອນຂໍ້ ບາງຄັ້ງບໍແມ່ນໃຫ້ທຸກຢ່າງດີຂື້ນ ກັບເຮັດໃຫ້ຄົນບໍ່ດືເຫຼືງໃຈເຮັດຕໍ່ໄປບໍ່ຈົບສຶ້ນ
ກົດລະບຽບແລະ ມາດຕາເກນຈະເປັນຕົວຄວບຄຸມ ການຕອບໂຕຄືການຢຸດຢັ້ງ
(ໂລກຄວາມຈິງຊ່າງໂຫດຮ້າຍ )

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງ ^_^

try do see

໑໑ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
[img][/img]


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ແບບບໍ່ຢາກໜ້າແຕກຫຼາຍກາເລີຍແກ້ໂຕວ່າ ເສຍເປັນພຣະ ຊະນະເປັນມານ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້