ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄຳວ່າ ນະຣົກ ແລະ ຊາດຕໍ່ໄປ ມີແທ້ບໍ່

໙ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ໃນໂລກເຮົາມີແທ້ບໍ່ບາບ ແລະ ບຸນ ເພາະຂ້ອຍເມື່ອຍແລ້ວເຮັດດີ ເຊິ່ງຂ້ອຍເອງຄິດວ່າຄົນເຮົາທຸກວັນນີ້ຂ້ອນຂ້າງຢາກໃສ່ໜ້າກາກເຂົ້າຫາກັນ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດກະທູ້ໃຫ້

ສະຫວັນຢູ່ໃນອົກ ນາຣົກຢູ່ໃນໃຈ ເພິ່ນວ່ານະ

I believe in the IMPOSSIBLE

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າຟ້າວຄິດເຖິງຊາຕໜ້າທ້ອນ..
ແຕ່ໃຫ້ຟ້າວທຳຄວາມດີໄວ້ແຕ່ຊາຕນີ້..


໒ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ມີແທ້ ຢ່າໄດ້ສົງໃສເລີຍ.


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນະລົກຫັ້ນກະຢູ່ໃນໃຈເຮົານີ້ລະ ບໍ່ຕ້ອງລໍຮອດຊາດໜ້າ ຊາດນີ້ໆລະ


໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ບໍ່ຕ້ອງວ່າ ນະລົກກະໄດ້ ເອີ້ນວ່າບາບໄລ່ ເວນທັນ ມັນເຫັນກັບຕາ ແລະກໍບໍ່ຕ້ອງວ່າຊາດໜ້າ ເພາະວ່າມະນຸດເຮົາ
ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ ເບິ່ງວ່າ ຄຸກສ້າງໄວ້ໃສ່ໃຜ, ມີຕຳຫລວດໄວ້ເພື່ອຫຍັງ? ມີທະຫານໄວ້ເພື່ອຫຍັງ?
ມີໄຟແດງ ໄວ້ເພື່ອຫຍັງ? (ໃຫ້ຄຶດແລະຕອບເອົາເອງ)


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດດີຫຼາຍເທື່ອກະຍັງບໍ່ມີຄົນເຫັນແຕ່ເຮັດບາບເທື່ອດຽວໃຜກະຮູ້
ນີ້ແລະເພີ່ນວ່າຄວາມດີສ້າງຍາກ ຄວາມບາບທຳລາຍງ່າຍ ທ່ານເອີຍ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຮັດບາປ ແລ້ວສະບາຍໃຈດີເດີ້

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
ແຟນຂ້ອຍບອກວ່າລາວຈະຮັກຂ້ອຍຮອດຊາດໜ້າວ່າຊັ້ນ
ສົງໃສຊາດໜ້າຈະມີແທ້ຕິ ລາວຈຶ່ງບອກຂ້ອຍຈັ່ງຊັ້ນ


໐ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ AngryBirds ຂຽນວ່າ...
ແຟນຂ້ອຍບອກວ່າລາວຈະຮັກຂ້ອຍຮອດຊາດໜ້າວ່າຊັ້ນ
ສົງໃສຊາດໜ້າຈະມີແທ້ຕິ ລາວຈຶ່ງບອກຂ້ອຍຈັ່ງຊັ້ນ


ບໍ່ມີດອ໋ກ ມີແຕ່ວິນຍານຫັ້ນຕິມາຫຼອກມາຫຼອນກັນຢູ່ຊາດນີ້ນະ
ຖ້າມີຊາດໜ້າ ຂ້ອຍຂໍຢ່າໄດ້ພົບຄົນທີ່ເຮັດໃຫ້ຂ້ອຍເຈັບອີກເລີຍ
ເພາະວ່າພົບຊາດນີ້ກະເບື່ອພໍຕາຍແລ້ວ
ຂໍໃຫ້ພວກມັກຕັວະຂ້ອຍໄປສູ່ສຸຂະຕິເດີ້

ຈຸ໊ອ້າ ຈຸ໊ອ້າ !

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທໍາດີໄດ້ດີ

ທໍາຊົວໄດ້ຊົວ

ທໍາຊົວໄດ້ດີມີຖົມໄປ....ອຶອຶອຶ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຊົ່ວກະທຳຊົ່ວຖ້າຜົນຍັງບໍ່ໃຫ້ເຂົາກໍ່ເຂົ້າໃຈວ່າການທຳຊົ່ວຄືຄວາມດີ
ແຕ່ເມື່ອຜົນຊົ່ວໃຫ້ຜົນ ເຂົາຈື່ງຈະຮູ້ ຄົນລາວບູຮານຈື່ງມີຄຳເວົ້າໄວສອນກັນວ່າ ບໍ່ເຫັນໂລງສົບ ບໍ່ລັ່ງນ້ຳ ອ້ອຍ.....ຕາ



Uploaded with ImageShack.us

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແທ້


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ນະລົກມີຈິງ ນະລົກມີຈິງ ຢາກຂື້ນສະຫວັນຕ້ອງເຮັດກັນເດີ້ ອິອິອິ (ກັນຫລອນ ຫລື ກັນສົມໂພດ)

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ມີແທ້


ກ້າເວົ້າເຕັມສົບເຕັມປາກເນາະ ເຄີຍໄປມາແລ້ວສຳເບາະ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Phengpuan ຂຽນວ່າ...
ຄົນຊົ່ວກະທຳຊົ່ວຖ້າຜົນຍັງບໍ່ໃຫ້ເຂົາກໍ່ເຂົ້າໃຈວ່າການທຳຊົ່ວຄືຄວາມດີ
ແຕ່ເມື່ອຜົນຊົ່ວໃຫ້ຜົນ ເຂົາຈື່ງຈະຮູ້ ຄົນລາວບູຮານຈື່ງມີຄຳເວົ້າໄວສອນກັນວ່າ ບໍ່ເຫັນໂລງສົບ ບໍ່ລັ່ງນ້ຳ ອ້ອຍ.....ຕາ



Uploaded with ImageShack.us




ເຫິນດີນຳ ເຮັດດີກະໄດ້ຮັບກຳດີ ເຮັດຊົ່ວກໍຕ້ອງໄດ້ຮັບກຳທີ່ຕົນເອງເຮັດແນ່ນອນ , ດັ່ງຄຳເວົ້າທີ່ວ່າ ປູກໝາກກ້ວຍກໍຕ້ອງໄດ້ໝາກກ້ວຍ,,,ແຕ່ບາງຄົນຖ່າມວ່າ : ເປັນຫຍັງ ປູກຖົ່ວຂຽວຄືໄດ້ຖົ່ວງອກ...ອັນນີ້ກໍຈິງຍູ່ແຕ່ມັນເປັນຖົ່ວງອກໄດ້ພຽງແຕ່ຊົ່ວຄັ້ງຊົ່ວຄາວເທົ່ານັ້ນດອກ ສຸດທ້າຍກໍກາຍມາເປັນຖົ່ວຂຽວຕາມຕວາມຈິງ. ຖ້າປຽບກັບຄົນແລ້ວ ບາງຄົນກໍບອກວ່າ ເປັນຫຍັງ ເຮັດດີແລ້ວບໍໄດ້ດີ...ນັ້ນແມ່ນກຳດີທີ່ສ້າງນັ້ນຍັງບໍທັນສົ່ງຜົນ .....ຂໍໃຫ້ທຸກຄົນເຊື່ອວ່າ ເຮັດດີກະໄດ້ດີ

ໃຜທີ່ເຄີຍນໍາໃຊ້ GIS ມາກ່ອນແດ່...ຢາກແລກປ່ຽນປະສົບການນໍາກັນບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫວັນໃນອົກ ນາຣົກໃນໃຈ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ 100%


໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ທຳດີຕໍ່ໄປເຖີງວ່າຊາດຈະບໍ່ມີກໍ່ຕາມ

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]

໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ທຳດີຕໍ່ໄປເຖີງວ່າຊາດຈະບໍ່ມີກໍ່ຕາມ

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາໆໆໆ ຂພຈຍັງບໍ່ທັນຕາຍ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ທ່ານທີ່ຂຽນກະທູ້ນີ້ຢ່າພ້າວນ້ອຍໃຈ ຕ້ອງຄິດສະເໝີວ່າທຳດີຄົນດີຍ້ອງທຳຊົ່ວຄົນຊົ່ວຍ້ອງ


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນ ຍັງບໍ່ໄດ້ໄປຈັກເທື່ອຊາດໜ້ານະ

ຢູ່ຫ່າງໆ ຢ່າງຫ່ວງໆ

໐ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ບຸນ ບາບ ມີແທ້ຈິງ ເຮັດຫັຍງແດ່ ຄວາມດີຫັ້ນ ເຮັດແບບໃດ໋ ຖ້າເຮັດບໍ່ຖືກກໍ່ຈະໄດ້ ບາບ ບໍ່ ແມ່ນໄດ້ບຸນ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫວັນໃນອົກ ນາລົກໃນໃຈ ສະແດງວ່າໃຜອົກໃຫຍ່ ແມ່ນສະຫວັນຊັ້ນສູງ ຜູ້ໃດໃຈນ້ອຍແມ່ນສະຫວັນຍ່ອມໆ ສະຫວັນໃນອົກນາລົກໃນໃຈ ບ້າ!!!

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Tano ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Phengpuan ຂຽນວ່າ...
ຄົນຊົ່ວກະທຳຊົ່ວຖ້າຜົນຍັງບໍ່ໃຫ້ເຂົາກໍ່ເຂົ້າໃຈວ່າການທຳຊົ່ວຄືຄວາມດີ
ແຕ່ເມື່ອຜົນຊົ່ວໃຫ້ຜົນ ເຂົາຈື່ງຈະຮູ້ ຄົນລາວບູຮານຈື່ງມີຄຳເວົ້າໄວສອນກັນວ່າ ບໍ່ເຫັນໂລງສົບ ບໍ່ລັ່ງນ້ຳ ອ້ອຍ.....ຕາ



Uploaded with ImageShack.us




ເຫິນດີນຳ ເຮັດດີກະໄດ້ຮັບກຳດີ ເຮັດຊົ່ວກໍຕ້ອງໄດ້ຮັບກຳທີ່ຕົນເອງເຮັດແນ່ນອນ , ດັ່ງຄຳເວົ້າທີ່ວ່າ ປູກໝາກກ້ວຍກໍຕ້ອງໄດ້ໝາກກ້ວຍ,,,ແຕ່ບາງຄົນຖ່າມວ່າ : ເປັນຫຍັງ ປູກຖົ່ວຂຽວຄືໄດ້ຖົ່ວງອກ...ອັນນີ້ກໍຈິງຍູ່ແຕ່ມັນເປັນຖົ່ວງອກໄດ້ພຽງແຕ່ຊົ່ວຄັ້ງຊົ່ວຄາວເທົ່ານັ້ນດອກ ສຸດທ້າຍກໍກາຍມາເປັນຖົ່ວຂຽວຕາມຕວາມຈິງ. ຖ້າປຽບກັບຄົນແລ້ວ ບາງຄົນກໍບອກວ່າ ເປັນຫຍັງ ເຮັດດີແລ້ວບໍໄດ້ດີ...ນັ້ນແມ່ນກຳດີທີ່ສ້າງນັ້ນຍັງບໍທັນສົ່ງຜົນ .....ຂໍໃຫ້ທຸກຄົນເຊື່ອວ່າ ເຮັດດີກະໄດ້ດີ



ເຊື່ອໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bacjomh ຂຽນວ່າ...
ໃນໂລກເຮົາມີແທ້ບໍ່ບາບ ແລະ ບຸນ ເພາະຂ້ອຍເມື່ອຍແລ້ວເຮັດດີ ເຊິ່ງຂ້ອຍເອງຄິດວ່າຄົນເຮົາທຸກວັນນີ້ຂ້ອນຂ້າງຢາກໃສ່ໜ້າກາກເຂົ້າຫາກັນ



໒ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ນະຮົກມີແທ້ສະຫວັນກະມີ ໃນພຸດທະປະຫວັດກະຍັງກວ່າໄວ້ ຈັ້ງໃດກະດີ ໃຫ້ທຳດີເອົາໄວ້ໃຜ້ບໍ່ຍອ້ງກະຕາມຊ່າງ ໃຜຜູ້ເຮັດຊົວຊ້າໃຜຊີຍ້ອງກະຢ່າເຂົາ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^


ສວດຍວດເລີຍໂດ່

I believe in the IMPOSSIBLE