ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄົນສະຫລາດເຮັດເຄາະໃຫ້ເປັນໂອກາດ ແຕ່ຄົນປະໝາດເຮັດໂອກາດໃຫ້ເປັນເຄາະ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຈະເລີນພອນສະມາຊິກພັນລາວທຸກໆທ່ານ ມື້ນີ້ຂໍວາງມືຈາກການເມືອງກ່ອນນໍ ຫັນມາມາເວົ້າທັມມະກ່ອນ ທັມມະທີ່ຈະເວົ້ານີ້ ຖືວ່າເປັນທັມມະຊັ້ນເລີດຈະມາຝາກທ່ານສະມາຊິກທັ້ງຫລາຍ ຫວັງວ່າຫລັກທັມບົດນີ້ຈະຊ່ວຍໃຫ້ທ່ານໄດ້ມີຂໍ້ຄິດ ແລະເປັນຫລັກໄປໃຊ້ໃນຊີວິດບໍ່ຫລາຍກໍນ້ອຍ ກາລຸນາອ່ານໃຫ້ຈົບເດີ ຫົວຂໍ້ທັມ ເຮັດແນວໃດຊິພົ້ນເຄາະ (ຄົນສະຫລາດເຮັດເຄາະໃຫ້ເປັນໂອກາດ ແຕ່ຄົນປະໝາດເຮັດໂອກາດໃຫ້ເປັນເຄາະ) ອັນນີ້ເປັນຄະຕິຕາມຫລັກພະພຸດທະສາດສະຫນາທີ່ສອນໄວ້ວ່າ ເມື່ອເຮົາປະສົບສະຖານະການ ບໍ່ວ່າ ຈະດີ ຈະຮ້າຍກໍຕາມຕ້ອງຫາປະໂຫຍດຈາກມັນໃຫ້ໄດ້ ເຖິງແມ່ນຈະເປັນເຄາະກໍຕ້ອງເຮັດໃຫ້ເປັນໂອກາດ ຫຼືຫາປະໂຫຍດຈາກເຄາະນັ້ນໃຫ້ໄດ້
ຄະຕິນີ້ຖ້າເປັນຄົນບໍ່ປະໝາດເປັນຄົນສະຫລາດກໍສາມາດເຮັດໄດ້ ຢ່າງນ້ອຍກໍຖືວ່າເປັນໂອກາດກະຕຸ້ນໃຫ້ຄົນເຮົາໄດ້ສະຕິ ແລ້ວກໍມີຄວາມເຂັ້ມແຂງ ແຕ່ຖ້າເມົາແຕ່ ຮ້ອງ ໂອຍ ຕີໂພຍ ຕີພາຍ ຢູ່ ຖືວ່າເປັນການເສຍເວລາຢ່າງມະຫັນ ແລະໄປຊ້ຳເຕີມຕົວເອງອີກດ້ວຍ ແລ້ວພີ່ນ້ອງຊາວພັນລາວເຮົາເຄີຍເປັນຢູ່ບໍ່?
ຂ້າພະເຈົ້າວ່າຄົນລາວຫລາຍໆຄົນ ເທົ່າທີ່ເຫັນມາ ເວລາເກີດສະຖານະການຕ່າງໆທີ່ເປັນເຫດຮ້າຍ ສ່ວນຫລາຍຈະຄິດວ່າເຮົາຄົນຊວຍ ກຳເກົ່າ ໂດຍບໍ່ຄິດໃຊ້ປັນຍາແກ້ໄຂ ຫຼືບາງຄົນກໍເຂົ້າໄປວັດໃຫ້ຄູບາສູດນ້ຳລົດ ສະເດາະເຄາະໃຫ້ວ່າຊັ້ນ ແທ້ຈີງການໄປສູດນ້ຳລົດ ນ້ຳມົນຈາກຄູບາອາຈານແທບບໍ່ໄດ້ຊ່ວຍຫຍັງເລີຍ ການແກ້ໄຂປັນຫາແບບນີ້ ມັນບໍ່ແມ່ນການແກ້ໄຂຊີວິດ ໂດຍວິທີສະຫລາດເລີຍ ຄູບາສູດນ້ຳລົດໃຫ້ ອາດຈະຊ່ວຍໄດ້ໃນລະດັບຫນຶ່ງ ຄືເຮັດໃຫ້ສະບາຍໃຈຂື້ນ ບາງຄົນຜົວປະ ລູກບອກບໍ່ໄດ້ ໃຊ້ບໍ່ຟັງ ໄປຫາ ຄູບາໃຫ້ສູດນ້ຳລົດໃຫ້ ແບບນີ້ມັນບໍ່ຖືກແກ້ປັນຫາບໍ່ຖືກຈຸດ ເຂົາເອີ້ນເກົາບໍ່ຖືກທີ່ຄັນ ບາງຄົນຂີ່ລົດລົ້ມ ວ່າ ຊາຍ ໄປວັດສູດນ້ຳລົດ ໂດຍບໍ່ໄດ້ຄິດເລີຍວ່າ ສາເຫດ ທີ່ລົດລົ້ມນັ້ນ ມັນເກີດຈາກສາເຫດຫຍັງ? ແທ້ຈີງເກີດຈາກຄວາມປະໝາດ ຂາດສະຕິຕົນເອງນັ້ນເອງ ຄິດວ່າສູດນ້ຳລົດແລ້ວ ອະນາຄົດ ລົດຊິບໍ່ລົ້ມອີກຕິ ເປັນໄປບໍ່ໄດ້ ຖ້າທ່ານຍັງປະໝາດຢູ່ ໂອກາດຈະລົ້ມກໍມີອີກຫລາຍ
ຄູບາຢາກເຕືອນພໍ່ອອກແມ່ອອກທັ້ງຫລາຍ ໃນເມື່ອເຮົາເຈີປັນຫາ ອຸປະສັກ ເຫດຮ້າຍແລ້ວໃຫ້ຕັ້ງສະຕິ ສະຫງົບ ຈິດ ສະຫງົບໃຈ ແລ້ວຮີບຫັນມາ ແກ້ໄຂດ້ວຍປັນຍາ ເອົາເຫດການຮ້າຍໆນັ້ນມາໃຊ້ໃຫ້ເປັນປະໂຫຍດ ເຮົາຕ້ອງປ່ຽນທັດສະນະຄະຕິວ່າ ປັນຫາ ອຸປະສັກ ຕ້ອງເປັນເວທີພັດທະນາປັນຍາ ຄືປັນຫາເກີດຂື້ນແລ້ວເຮົາຕ້ອງໃຊ້ຄວາມຄິດພິຈາລະນາ ຄົ້ນຫາ ເຫດປັດໄຈ ແລະຫາຫົນທາງແກ້ໄຂ ເຮົາຈະພິກປັນຫາ ໃຫ້ເປັນປັນຍາ ພຽງປ່ຽນອັກສອນ ຕົວດຽວ ຈາກ ປັນຫາ ກໍ ເປັນ ປັນຍາໄປ
ຄົນທີ່ເກ່ງສະຫລາດນັ້ນ ເຂົາປ່ຽນປັນຫາ ໃຫ້ເປັນປັນຍາ ແລະໃຊ້ປັນຫາໃຫ້ເປັນເວທີພັດທະນາປັນຍາ ແລ້ວກໍປ່ຽນເຄາະໃຫ້ເປັນໂອກາດ
ຄູບາຄິດວ່າເວລາທຸກຍາກນີ້ແຫລະເປັນປະໂຫຍດຫລາຍ ແຕ່ເວລາສຸກສະບາຍຕ່າງຫາກທີ່ມັກເຮັດໃຫ້ເຮົາມົວເມົາ
ພຣະພຸດທະສາດສະຫນາສອນວ່າ ຖ້າຄວາມຈະເລີນຮຸ່ງເຮືອງເກີດຂື້ນ ຢ່າມົວເມົາຕ້ອງໃຊ້ໃຫ້ມັນເປັນປະໂຫຍດ ເອົາມັນເປັນປັດໄຈສ້າງສັນໃນສິ່ງທີ່ດີຂື້ນ ພໍ່ອອກ ແມ່ອອກບາງຄົນເຖິງຍາມມີເຄາະ ມີອຸປະສັກ ຮ້າຍແຮງ ໄດ້ແຕ່ຮ້ອງຫົ່ມ ຮ້ອງໄຫ້ ໄປວັດສູດນ້ຳມົນ ຍາມມີໂຊກພັດ ລືມຕົວ ຟຸ່ມເຟືອຍ ເອົາແຕ່ຫນີເຄາະ ແລະຄອຍແຕ່ໂຊກ ຄົນແບບນີ້ ຄູບາວ່າ ເຄາະແຫ່ງຊິເອີ້ນຫາຊ້ຳ ແຕ່ຄົນສະຫລາດ ເປັນມະຫາບຸລຸດ ເຂົາຈະຜັນເອົາເຄາະໃຫ້ເປັນໂຊກ ແລະຜັນໂຊກໃຫ້ແຜ່ປະໂຫຍດສຸກ
ໃນດ້ານນີ້ຄູບາວ່າສັງຄົມລາວເຮົາອາດຈະຜິດພາດໄປແລ້ວ ເມື່ອຕອນເຮົາຟຸ່ມເຟືອຍ ສະບາຍມີພຽບພ້ອມໄປທຸກຢ່າງ ແທນທີ່ເຮົາຈະເອົາມັນເປັນປັດໄຈໃນການສ້າງສັນ ເຮົາກັບປະໝາດ ຫລົງລ້າເຫລີງ ອັນນີ້ເຂົາເອີ້ນວ່າ ທຳໂອກາດໃຫ້ເປັນເຄາະ ແທນທີ່ວ່າຈະເອົາໂອກາດນັ້ນສ້າງສັນໃນສິ່ງທີ່ດີຂື້ນ ເຊັ່ນໄປຊ່ວຍເຫລືອສັງຄົມ ຊ່ວຍເຫລືອຄົນອ້ອມຂ້າງ ໃສ່ໃຈສຸຂະພາບ ເປັນຕົ້ນ
ມາເຖິງເວລາເຮົາໂຊກບໍ່ເຂົ້າຂ້າງ ຫຼືເຈີເຄາະຮ້າຍ ຖ້າມົວໄປຕີເອິກ ເສຍດາຍ ນ່າຍ ເສຍດາຍ ໂສກເສົ້າ ຮ້ອງໄຫ້ ໂອຍ.......... ກາຍເປັນຊ້ຳເຕີມຕົວເອງຊ້າ
ຖ້າມີສະຕິປັນຍາ ຕອນນີ້ໄດ້ສະຕິ ແລ້ວໃຊ້ປັນຍາ ກໍຄວນເຮັດເຄາະໃຫ້ເປັນໂອກາດ ເພາະຄາວທຸກຍາກເດືອດຮ້ອນນີ້ແຫລະ ມັນເປັນເວລາທີ່ດີທີ່ສຸດ ຄົນທີ່ຈະເລີນ ກ້່າວຫນ້າໄດ້ ສ່ວນຫລາຍເຈີປັນຫາ ອຸປະສັກ ມາທັ້ງນັ້ນ ໄດ້ເຝີກຕົນເອງໃຫ້ເຂັ້ມແຂງ ແລ້ວເຄາະນີ້ແຫລະຊ່ວຍໃຫ້ຊີວິດເຂົາເຫລົ່ານັ້ນປະສົບຄວາມສຳເລັດໃນຊີວິດ

ຂໍຍືນຍັນອີກເທື່ອຫນຶ່ງ
(ຄົນສະຫລາດເຮັດເຄາະໃຫ້ເປັນໂອກາດ ແຕ່ຄົນປະໝາດເຮັດໂອກາດໃຫ້ເປັນເຄາະ)
ສະນັ້ນຢ່າຫມົດກຳລັງໃຈ ພຣະພຸດທະສາດສະຫນາບໍ່ໄດ້ສອນໃຫ້ເຮົາທໍ້ແທ້ ບໍ່ໄດ້ສອນໃຫ້ເຮົາທໍ້ຖອຍ ອ່ອນແອ ເມື່ອເຈີປັນຫາອຸປະສັກ ເຈີເຄາະກຳ ເຈີພະຍັນຕະລາຍ ໃຫ້ເຂັ້ມແຂງໄວ້ ແລ້ວໃຊ້ໃຫ້ມັນເປັນປະໂຫຍດ ແລ້ວເຝິກຕົນເອງໃຫ້ຈະເລີນກ້າວຫນ້າໄປເລື້ອຍໆ ແລ້ວເຮົາຈະມີຄວາມຊຳນິ ຊຳນານຫລາຍຂື້ນໃນການແກ້ໄຂປັນຫາ ໃນການທີ່ຈະຜະຈົນເຄາະຮ້າຍ ກຳໄພ ອັນຕະລາຍໃຫ້ຜ່ານກ້າວໄປສູ່ຄວາມສຳເລັດໃນການສ້າງສັນພັດທະນາຕໍ່ໄປ ສູ້ໆໆໆໆໆໆ ຂອບໃຈຫລາຍໆເດີທີ່ອົດສາອ່ານ,,,,,,,,ຈົບ

ພາວະນາ ພິກຂຸ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ້ານອ່ານ ຍາວນະ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຄ້ານອ່ານ ຍາວນະ

ເກົ້າອົດ ເກົ້າເຍືອນຫາກຊິໄດ້ທ່ອນຄຳ

ພາວະນາ ພິກຂຸ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຍືນຍັນ
(ຄົນສະຫລາດເຮັດເຄາະໃຫ້ເປັນໂອກາດ ແຕ່ຄົນປະໝາດເຮັດໂອກາດໃຫ້ເປັນເຄາະ)

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຮູ້ສຶກວ່າກະທູ້ໆຍາວໆແບບນີ້ ທ່ານສະມາຊິກຄົນໃດ໋ ເຂົ້າມາກະແກ່ງຫົວເລີຍນໍ ຢ່າຟ້າວທໍ້ໃຈພີ່ ນ້ອງ ເສຍສະຫລະເວລາອ່ານຈັກ 5 ນາທີ ຂ້າພະເຈົ້າຫວັງວ່າທ່ານຈະໄດ້ຮັບຜົນປະໂຫຍດຈາກບົດຄວາມນີ້ຫລາຍ ຖ້າທ່ານນຳໄປປະຕິບັດ

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ບົດຄວາມຍາວໆ ແບບນີ້ບໍ່ມີໃຜຢາກອ່ານນໍ ເທື່ອຫນ້າ ຊິເອົາສັ້ນໆເນີ່

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
,,,

ພາວະນາ ພິກຂຸ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ຂອບໃຈຫລາຍໆ ທິ່ນຳເອົາສິ່ງທີ່ດີໆ ມາເຜີຍແຜ່

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຂອບໃຈເດີ ອາຈານເດີທີ່ນຳມາຝາກ

໐ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຂະນ້ອຍ ອ່ານຈົນໝົດເລີຍ ເຫັນວ່າ ອາຈານຂຽນກ່ຽວກັບທັມມະນີ້ແຫຼະ!ເໝາະສົມທີ່ສຸດ ເພາະຫຼັກໆແລ້ວມັນກໍ່ແມ່ນໜ້າທີ່ຂອງຄູບາອາຈານເຮົາ ຂະນ້ອຍຈື່ໄດ້ວ່າ ໜ້າທີ່ຕົ້ນຕໍຂອງພຣະສົງແມ່ນສຶກສາທັມມະແລ້ວປະຕິບັດ (ເຖິງວ່າຈະບໍ່ໄດ້ບັນລຸທັມຂັ້ນໃດກໍຕາມ) ແລ້ວກໍ່ຕ້ອງພາກັນອອກເຜີຍແຜ່ໃຫ້ພຸດທະສາສະນິກກະຊົນຮັບຮູ້ແລະເຂົ້າໃຈ ຕາມຂີດຄວາມສາມາດຂອງເຮົາທີ່ມີ (ຫາກຜິດພາດປະການໃດກໍຂໍອະໂຫສິກັມມານຳ)
ພຣະສົງແມ່ນມີບົດບາດສຳຄັນຫຼາຍ ພ້ອມດຽວກັນນັ້ນກໍ່ຖືວ່າເປັນຜູ້ນຳທາງດ້ານຈິດວິນຍານໃນສັງຄົມ ສ່ວນການວິພາກວິຈານການເມືອງໃນແງ່ລົບ ຫຼື ວ່າປຸກລະດົມໃຫ້ຄົນຊັງກັນນັ້ນ ຂະນ້ອຍຄິດວ່າ ມັນບໍ່ຢາກຄັກ ໃນຖານະທີ່ເຮົາເປັນຜູ້ອອກບວດແລ້ວ ແຕ່ຖ້າຫາກມີຜູ້ມາສະເໜີ ຫຼື ຮ້ອງຂໍ ແລະ ມີເວທີຢ່າງເປັນທາງການຄັກແນ່ ອັນນີ້ກໍໜ້າຈະພໍຮັບໄດ້
ຂໍກຣາບນະມັດສະການ ມາດ້ວຍຄວາມເຄົາລົບ ຄຸນພຣະພຸດ ພຣະທັມ ພຣະສົງ ອັນເປັນທີ່ເພິ່ງ.

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Donedv ຂຽນວ່າ...

ສາທຸ

ພາວະນາ ພິກຂຸ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍຍຍຍອ່ານແຕ່ຊື່ຫົວຂໍ້ກະຮູ້ແລ້ວວ່າມີສາລະດີ ຂໍຊົມເຊີຍເດີ້ຂະນ້ອຍ ທີ່ທ່ານພຣະອາຈານໄດ້ສະຫຼະເວລາ ມາຊີ້ແຈງແບ່ງປັນຄວາມຮູ້ ທັງຂໍ້ຄິດທີ່ຈະນຳໄປໃຊ້ໃນການດຳລົງຊີວິດຖືກຕາມແບບວິທີ... ກະທູ້ນີ້ມີສາລະຫຼາຍ ຂໍກາບນະມັສສະກາຣ ຂະນ້ອຍ ນັບຖືໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳຫຼັບຄົນມີປັນຍາ ວິກິດຢູ່ໃສ ປັນຍາຢູ່ທີ່ນັ້ນ ສ່ວນຄົນດ້ອຍປັນຍາ ໂອກາດຢູ່ໃສ ວິກິດຢູ່ຫັ້ນ
ຈົ່ງຮຽນຮູ້ທີ່ຈະປ່ຽນປັນຫາໃຫ້ເປັນປັນຍາ ປ່ຽນອຸປະສັກໃຫ້ເປັນອຸປະກອນ ຄົນເອີຣົບເອີ້ນປັນຫາວ່າ ວິກິດ
ດັ່ງນັ້ນ... ເຂົາຈິ່ງແກ້ປັນຫາດ້ວຍການຄິດແບບວິເຄາະ ສ່ວນຄົນລາວເອີ້ນປັນຫາວ່າ ເຄາະ
ດັ່ງນັ້ນ... ເຮົາຈິ່ງແກ້ປັນຫາດ້ວຍການສະເດາະເຄາະ. ການວິເຄາະເຮັດໃຫ້ເກີດປັນຍາ ແລະ
ນຳມາເຊິ່ງການແກ້ໄຂ. ການສະເດາະເຄາະເຮັດໃຫ້ເກິດຄວາມງົມງາຍ ແລະກາຍເປັນການເພິ່ມພູນປັນຫາ.
ຄົນປັນຍານ້ອຍມັກຕັດສີນຄົນອື່ນ, ຄົນປັນຍາດີມັກໃຫ້ໂອກາສຄົນອື່ນ, ຄົນເຈົ້າປັນຍາມັກເອົາປຽບຄົນອື່ນ,
ຄົນຊາມປັນຍາ(ປັນຍາຊົ່ວ)ມັກໂທດຄົນອື່ນ, ຄົນໄຮ້ປັນຍາມັກຣິດສະຫຍາຄົນອື່ນ.
ປາກຄົນຄົມກວ່າປາກກາ ໃຈຄົນກວ້າງກວ່າມຫາສະມຸດ. ປັນຍາຂອງຄົນມີອານຸພາບຍິ່ງກວ່າສັສຕຣາວຸທ
ທຸກສະນິດໃນໂລກສິ່ງສັກສິດຊະນິດໃດໆ ກະບໍ່ວິເສດຍິ່ງໄປກວ່າປັນຍາ. ປັນຍາທີ່ແທ້ເກີດຂື້ນມາພ້ອມກັບ
ຄວາມກະຣຸນາຕໍ່ເພື່ອນມະນຸດ. ສ່ວນປັນຍາຈອມປອມ ເກີດຂື້ນເພື່ອສະແຫວງຫາວິທີເອົາປຽບເພື່ອນມະນຸດ
.....................ປັນຍາຂັ້ນຕ່ຳ ເຮັດໃຫ້ຄົນຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມຂັດສົນ
.....................ປັນຍາກາງ ເຮັດໃຫ້ຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມດູຫມິ່ນ
.....................ປັນຍາສູງ ເຮັດໃຫ້ຄົນຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມທຸກ
.....................ປັນຍາສູງສຸດ ເຮັດໃຫ້ຄົນພົ້ນຈາກຄວາມໂງ່ທັງຫຼາຍ.

ຈະເລີນທັມມມມມມມມມມມມມມມມມມມມມ !

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...

ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...

ສາທຸໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຄ້ານອ່ານ ຍາວນະ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ສຳລັບຂ້ານ້ອຍເຄາະກໍ່ແມ່ນສິ່ງຫນຶ່ງທີ່ເຮັດໃຫ້ຂ້ານ້ອຍເປັນຄົນເຂັ້ມແຂງຂື້ນອີກລະດັບຫນຶ່ງ ແຕ່ກໍ່ເປັນບັນຫາທີ່ຂ້ານ້ອຍຕ້ອງເສົ້າເພາະມັນເປັນບາງຄັ້ງ
ແຕ່ກໍ່ເຂັ້ມແຂງສະເຫມີເພາະບັນຫາພັກດັນໃຫ້ເດີນໄປຂ້າງໜ້າຄືກັບຄົນອຶ່ນໆເຂົາ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Nong55 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຄ້ານອ່ານ ຍາວນະ

ເສຍໂອກາດໄປເດີ

ພາວະນາ ພິກຂຸ