ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຫດຜົນຂອງຄູບາ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ມື້ນັ້ນແມ່ນວັນສິນໃຫຍ່ຂ້ອຍພ້ອມກັບແມ່ແລະແມ່ຕູ່ໄດ້ເຂົ້າໄປວັດແຫ່ງໜຶ່ງຢູ່ໃກ້ກັບບ້ານຂ້າພະເຈົ້າ ໄດ້ມີຄູບາອົງໜຶ່ງ (ບໍ່ຂໍບອກນາມ)
ໄດ້ເວົ້າວ່າມີແມ່ອອກຈັກມາແຕ່ໃສມາເວົ້າໃຫ້ເພິ່ນວ່າເປັນຄູບາເປັນພຣະເປັນເຈົ້າເປັນຫຍັງຕ້ອງເບິ່ງ ໂທລະທັດຕ້ອງໃຊ້ມືຖືມັນຈຳເປັນແບບໃດ
ແລ້ວຄູບາກໍ່ຕອບວ່າ ແມ່ອອກເອີຍຄູບາເບິ່ງຄູບາກໍ່ເບິ່ງເພື່ອຄວາມຮູ້ບໍ່ໄດ້ເບິ່ງເພື່ອຄວາມສະນຸກແລະເພີ້ນເພີນແຕ່ຢ່າງໃດເລີຍ
ເບິ່ງໃຫ້ມັນຮູ້ເຫດບ້ານການເມືອງແນວມັນດີແນວມີປະໂຫຍດ ກ່ອນຄູບາຈະສອນຄົນອື່ນໄດ້ນັ້ນຄູບາຈະຕ້ອງຮູ້ກ່ອນແລ້ວຈະສອນໄດ້ຄັນບໍ່ຮູ້ຈະສອນໄດ້ແນວໃດ ທຸກຢ່າງມີທັ້ງດີແລະບໍ່ດີຕ່າງແຕ່ເຮົາຈະເລຶອກ
ເອົາອັນໃດ (ນີ້ແມ່ນຂ້າພະເຈົ້າໄດ້ຍິນມາດ້ອຍຕົວເອງເພື່ອນໆສະມະຊິກພັນລາວທຸກທ່ານທຸກຄົນມີຄວາມຄິດແນວໃດລ່ອງປະກອບສ່ວນຊ່ວຍແດ່)

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກຢ່າງເປັນໄປຕາມກົດເກນ ແລະ ຍຸກສະໄໝ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແມ່ນໆ

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ຕາມພະມະຫາສົມປອງເວົ້າເລີຍ ເພິ່ນເວົ້າດີ ມີສາລະ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ທຸກຢ່າງມີທັ້ງດີແລະບໍ່ດີ... ຖືກ. ຄູບາກໍ່ມີອົງດີ ແລະບໍ່ດີ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ໄປຟັງທຳມະມາແມ່ນບໍນິ? ຄວາມຈິງບໍ່ມີໃຜກ້າເວົ້າກັບຄູບາແບບນັ້ນດອກ ເພິ່ນພຽງແຕ່ຍົກຕົວຢ່າງຂຶ້ນມາໃຫ້ເຮົາເຂົ້າໃຈຊື່ໆ ຢ້ານເຮົາເຂົ້າໃຈຜິດເພາະເພິ່ນຮູ້ທັນ 555.
ຄວາມຈິງແລ້ວຕາມກົດຂອງສົງເພິ່ນບໍ່ຫ້າມໃຫ້ເບິ່ງໂທລະພາບ ແລະ ລົມໂທລະສັບ ແຕ່ການທີ່ຈະເບິ່ງ ຫຼື ລົມແບບໃດນັ້ນ ແມ່ນຂຶ້ນກັບຄວາມເໝາະສົມທີ່ຕ້ອງຄຳນຶງດ້ວຍຕົນເອງເປັນຊ່ວນໄຫຍ່ ເພາະພະສົງບໍ່ແມ່ນສາມັນຊົນທົ່ວໄປ(layman).

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...

ແມ່ນແລ້ວຂອບໃຈທີ່ມີຄົນເຂົ້າໃຈຂ້ອຍນະ ໂອຍດີໃຈເດ້

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...
ໄປຟັງທຳມະມາແມ່ນບໍນິ? ຄວາມຈິງບໍ່ມີໃຜກ້າເວົ້າກັບຄູບາແບບນັ້ນດອກ ເພິ່ນພຽງແຕ່ຍົກຕົວຢ່າງຂຶ້ນມາໃຫ້ເຮົາເຂົ້າໃຈຊື່ໆ ຢ້ານເຮົາເຂົ້າໃຈຜິດເພາະເພິ່ນຮູ້ທັນ 555.
ຄວາມຈິງແລ້ວຕາມກົດຂອງສົງເພິ່ນບໍ່ຫ້າມໃຫ້ເບິ່ງໂທລະພາບ ແລະ ລົມໂທລະສັບ ແຕ່ການທີ່ຈະເບິ່ງ ຫຼື ລົມແບບໃດນັ້ນ ແມ່ນຂຶ້ນກັບຄວາມເໝາະສົມທີ່ຕ້ອງຄຳນຶງດ້ວຍຕົນເອງເປັນຊ່ວນໄຫຍ່ ເພາະພະສົງບໍ່ແມ່ນສາມັນຊົນທົ່ວໄປ(layman).

ຕອບຖືກ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ

໒ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ທຸກຢ່າງມີທັ້ງດີແລະບໍ່ດີ... ຖືກ. ຄູບາກໍ່ມີອົງດີ ແລະບໍ່ດີ

ຖືກຕ້ອງ

ສາຍນ້ຳບໍ່ຄອຍປາ ເວລາບໍ່ຄອຍຄົນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ມັນຂື້ນກັບການນຳໃຊ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ມັນຂື້ນກັບການນຳໃຊ້

ມັນຂື້ນກັບການນຳໃຊ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄູບາອິດ ຄູບາປູນ ບໍ່ໃຊ້ດອກ ...................

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໂທດໃຜເດີ ບໍ່ໂທດທັງຄູບາ ແລະແມ່ອອກຜູ້ນັ້ນ ເພາະເຮົາບໍ່ໄດ້ເຊື່ອຖືໃນຕົວບຸກຄົນ ແຕ່ເຮົາເຫລື່ອມໃສໃນພຸດທະສາດສະໜາໃຜເຮັດດີທຳດີກະໄດ້ດີ ໃຜເຮັດຊົ່ວທຳຊົ່ວ ກະໄດ້ຊົ່ວ ບໍ່ມີໃດດອກຮູ້ນອກຈາກຕົວເຮົາເອງ...

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ມັນຂື້ນກັບເຈດຕະນາ ເບິ່ງໂທລະທັດແລ້ວ ຢ່າລືມເບິ່ງຕົວເອງແລ້ວກັນ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khonesl ຂຽນວ່າ...
ມັນຂື້ນກັບເຈດຕະນາ ເບິ່ງໂທລະທັດແລ້ວ ຢ່າລືມເບິ່ງຕົວເອງແລ້ວກັນ

ຄວນເບິ່ງສຸຂະພາບຕົວເອງແດ່ ກໍ່ດີໃດເນາະ ເບິ່ງໂທລະພາບນຳ ອອກກຳລັງກາຍໄປນຳເດີ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໒ ກະທູ້
໒໒໑ ໂພສ
ນັກການກະທູ້

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ປົກກະຕິບໍ່ຜິດຖ້າເພິ່ນບໍ່ເບິ່ງເພື່ອຄວາມບັນເທີງແທ້ ຂອງແບບນີ້ຂຶ້ນກັບເຈດຕະນາ ຖ້າເບິ່ງເພື່ອຄວາມຮູ້ ເບິ່ງເພື່ອສຶກສາທຳ (ຊ່ອງທຳມະຫັນເດ) , ແລະ ພະສົງໃຊ້ໂທລະສັບກໍ່ບໍ່ຜິດ ຖ້າເພິ່ນໃຊ້ເພື່ອງານສາສະໜາ ໃຊ້ເພື່ອຕິດຕໍ່ພົວພັນງານພຸດທະສາສະໜາ ບໍ່ໄດ້ໃຊ້ໂທ ຢ່າງອື່ນ, ພະກໍ່ຍັງສາມາດໃຊ້ອິນເຕ່ີເນັດໄດ້ອີກ ເຊັ່ນ: ໃຊ້ໃນການເຜີຍແຜ່ ພຸດທະສາສະໜາໄດ້ທົ່ວໂລກ ກໍ່ຄືໃຊ້ເຜີຍແຜ່ຄຳສັ່ງສອນຂອງອົງສຳມາສຳພຸດທະເຈົ້ານັ້ນເອງ ໃນເມື່ອປັດຈຸບັນເຮົາມີເຄື່ອງມີທີ່ທັນສະໄໝ ເຮົາກໍ່ຕ້ອງໃຊ້ມັນໃຫ້ເປັນປະໂຫຍດ ເພາະເປົ້າໝາຍແທ້ຈິງຂອງຊີວິດກໍ່ຄື ພະນິບພານ ການຈະເຂົ້າເຖິງພະນິບພາບໄດ້ກໍ່ຕ້ອງອາໄສວິທີການທາງພຸດທະສາສະໜາເຂົ້າຊ່ວຍ ຖ້າຄູບາເພິ່ນໃຊ້ເຄືອ່ງມີເຫຼົ່ານີ້ໄດ້ການເຜີຍແຜ່ພຸດທະສາສະໜາຖືວ່າ ບໍ່ຜິດ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຕາມຫລັກທາງພະພຸດທະສາດສະໜາຈະເບິ່ງໂທລະພາບບໍ່ໄດ້ເພາະມັນຜິດສິນ10ທີ່ເພິ່ນບອກວ່າຫ້າມຮ້ອງເພັງ ຟັງເພັງ ຟ້ອນ ເຕັ້ນ ແລະ ເສບສື່ບັນເທິງຕ່າງໆ ຕາມທີ່ເຄີຍບວດຮຽນມາເລັກໆນ້ອຍໆ ຕາມທຳນຽມສາດສະໜາພຸດ ຂ້ອຍຈື່ໄດ້ວ່າ ຄູບາເພິ່ນຖືສິນ 224 ຂໍ້ ດັ່ງນັ້ນເຮັດຜິດເລັກໆນ້ອຍໆ ສິນກໍ່ຈະບໍ່ໝົດ ສ່ວນສຳມະເນນ(ຈົ່ວ) ຈະຖືສິນ10 ແມ່ຊີ ກັບຄົນທີ່ບວດຂາວໃນງານສົມໂພດພະຕ່າງໆ ຖືສິນ 8 ສ່ວນຄາລະວາດ(ບຸກຄົນສາມັນທົ່ວໆໄປຄືໄທເຮົາເຈົ້າຂ້ອຍ ຖືແຕ່ສິນ 5 ) ເຮັດອິຫຍັງຜິດນ້ອຍໜຶ່ງສິນກໍ່ໝົດ ດັ່ງນັ້ນ ເພິ່ນຈຶ່ງເອົາສິນຫ້າໃຫ້ທຸກໆວັນສິນໃຫຍ່

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຄູບາຍຸກໃໝ່ເດ໋ຊັ້ນນະ!!!!

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຈົວຫຼີ້ນວອດແອບກາມີ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຕາມຫລັກທາງພະພຸດທະສາດສະໜາຈະເບິ່ງໂທລະພາບບໍ່ໄດ້ເພາະມັນຜິດສິນ10ທີ່ເພິ່ນບອກວ່າຫ້າມຮ້ອງເພັງ ຟັງເພັງ ຟ້ອນ ເຕັ້ນ ແລະ ເສບສື່ບັນເທິງຕ່າງໆ ຕາມທີ່ເຄີຍບວດຮຽນມາເລັກໆນ້ອຍໆ ຕາມທຳນຽມສາດສະໜາພຸດ ຂ້ອຍຈື່ໄດ້ວ່າ ຄູບາເພິ່ນຖືສິນ 224 ຂໍ້ ດັ່ງນັ້ນເຮັດຜິດເລັກໆນ້ອຍໆ ສິນກໍ່ຈະບໍ່ໝົດ ສ່ວນສຳມະເນນ(ຈົ່ວ) ຈະຖືສິນ10 ແມ່ຊີ ກັບຄົນທີ່ບວດຂາວໃນງານສົມໂພດພະຕ່າງໆ ຖືສິນ 8 ສ່ວນຄາລະວາດ(ບຸກຄົນສາມັນທົ່ວໆໄປຄືໄທເຮົາເຈົ້າຂ້ອຍ ຖືແຕ່ສິນ 5 ) ເຮັດອິຫຍັງຜິດນ້ອຍໜຶ່ງສິນກໍ່ໝົດ ດັ່ງນັ້ນ ເພິ່ນຈຶ່ງເອົາສິນຫ້າໃຫ້ທຸກໆວັນສິນໃຫຍ່

ເອົ້າ,,,,ກະດຽວວ່າຄູບາເພິ່ນຖືສິນ 227 ຂໍ້ບໍ່ແມ່ນຫວາແມ່ຕູ້
ອັ່ນນີ້ກະບັນຫາໂລກແຕກອີກລະ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜິດສິນ 1000000 % ເປັນອາບັດ ເພາະຕັ້ງແຕ່ຈົວຂຶ້ນໄປເມື່ອບວດແລ້ວຈະຕ້ອງຜ່ານສິນ10ໄປຈຶ່ງຮອດສິນ 227 ແລະໃນສິນ10ນີ້ເອງຈະມີສິນຂໍ້ທີ່ຕ່າງຈາກຄົນທົ່ວໆໄປ (ຂໍຄັດຫຍໍ້ໆຈາກ 10 ຂໍ້)ໄດ້ແກ່ຂໍ້ 3 ຈາກສິນ ກາເມສຸສາຈາລາ ເວລະມະນີ ກາຍມາເປັນ ອະພົມມະຈາລິຍາ ແມ່ນຫມາຍຖຶງ ຫາມບໍ່ໃຫ້ເສບສັງວາດ(ຮ່ວມເພດກັບເພດຍິງ) ແລະຂໍ້ທີ 7 ສຳຄັນຄືກັນ ແມ່ນ ນັດຈະຄິຕະວາທິດວິສຸກະທັສສານາ ມາລາຄັນທະວິເລປະນະທາລະນະມັນທະນະວິພູສະນະທັດຖານາ ເວລາມະນີ ສິຂາປະທັງ ສະມາທິຍາມິ ແປວ່າ ງົດເວັ້ນ (ຫ້າມ) ຟ້ອນ ລຳ ຂັບຮ້ອງ ເບີ່ງ ການສະແດງຕ່າງໆ ແລະ ປະດັບຮ່າງກາຍດ້ວຍດອກໄມ້ຂອງຫອມ ເຄື່ອງປະດັບ ເຄື່ອງທາ ເຄື່ອງຍ້ອມ ,,,,,,,,, ເວົ້າງ່າຍໆແມ່ນຫ້າມ ຮ້ອງເພງ ຫ້າມ ເບີ່ງໂທລະທັດ ຫ້າມແຕ່ງໂຕໂດຍການໃສ່ນ້ຳຫອມ ທາເຂົ້າແປ້ງນ້ຳແດງ ,,,,,,, ໃຜທີ່ບອກວ່າຄູບາເບີ່ງໄດ້ ສະແດງວ່າຍັງບໍ່ເຄີຍບວດ ໃຜທີ່ບວດແລ້ວ ຍັງຢືນວ່າເບີ່ງໄດ້ອີກ ສະແດງວ່າ ເຮັດຜິດສິນ ສິນສິຂາບົດບັນຢັດໄວ້ແລ້ວ ຝ່າຝືນບໍ່ໄດ້ ຖ້າຍັງຍາກເບີ່ງຢ່ ກະສິກມາຢູ່ບ້ານເພື່ອສຶກສາຂໍ້ມູນທາງໂລກສະ ຜູ້ທີ່ເຂົ້າບວດແມ່ນຜູ້ທີ່ລະກິເລດຕັນຫາທັ້ງປວງ ອັນທີ່ຈິງເມື່ອບວດແລ້ວບໍ່ຄວນໄປວຸ້ນວາຍນຳເລື້ອງຂອງໂລກພາຍນອກ ທີ່ເວົ້າວ່າ ເບີ່ງເພື່ອສອນຄົນ ສະແດງວ່າຍັງມີກິເລດຢູ່ ສົງໃສຄືສິລືມຄຳວ່າ ((ສະມາທິພາໃຫ້ເກີດປັນຍາ))ບໍ່ແມ່ນໂທລະທັດພາໃຫ້ເີດປັນຍາ ສະໃຫມພະພຸດທະເຈົ້າ,,,,ບໍ່ມີໂທລະທັດ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກຢ່າງມີທັ້ງດີແລະບໍ່ດີຕ່າງແຕ່ເຮົາຈະເລຶອກ
ເອົາອັນໃດ

ຮັບບໍ່ໄດ້ ຈົວ-ຄູບາ ຜູ້ທີ່ອອກອາການເປັນເກ-ກະເທີຍ ແຖມເວົ້າວ່າຕົນບໍ່ຜິດ, ຍັງມີຈີບບ່າວ-ສາວອີກ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ກະແມ່ນຄວາມເພີ່ນໃດ ມັນກະຂື້ນກັບຕົວເຮົາເອງຄືເພີ່ນວ່າຫັນລະ ໃຈລະຊີບ່ໃຫ້ເພີ່ນຮູ້ເລື່ອງເຫດການບ້ານເມືອງເລີຍບໍນໍ ແລະ ຊີບໍ່ໃຫ້ເພີ່ນໄດ້ເວົ້າໄດ້ລົມນຳ ແມ່ອອກແມ່ເພີ່ນ ຫຼື ພໍ່ອອກພໍ່ເພີ່ນເລີຍບໍ ຢ່າງນ້ອຍເວລາຈົວລັກໄປຫຼີ້ນກະພໍຊີໄດ້ໂທ ມາຕີກອງເພນ ຫຼື ຕີກອງແລງ ຕື່ງໆ ຕົ່ງ 5555555

໓ ກະທູ້
໒໑໓ ໂພສ
ນັກການກະທູ້
"ບໍ່ມີຍັງທ່ຽງແທ້ແນ່ນອນ ມີການປ່ຽນແປງຕະຫລອດເວລາ, ແຕ່ກິເລດມັກຍຶດຕິ ບໍ່ມັກການປ່ຽນແປງ..."

So much I need to say been lonely since the day
the day you went away......

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະໄໝເທັກໂນໂລຢີ່ແລ້ວ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກຢ່າງມີ ຂໍ້ດີ ແລະ ຂໍ້ເສຍ ໃນຕົວມັນເອງ

ແຕ່ ໃນທັດສະນະສ່ວນຕົວ ແລ້ວ ຈະເປັນປະໂຫຍດ ຫລື ບໍ່ ຂຶ້ນກັບ ເຈດຕະນາ ຂອງຜູ້ ກ່ຽວ ວ່າມີ ຈຸດປະສົງຫັຍງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຜິດສິນ 1000000 % ເປັນອາບັດ ເພາະຕັ້ງແຕ່ຈົວຂຶ້ນໄປເມື່ອບວດແລ້ວຈະຕ້ອງຜ່ານສິນ10ໄປຈຶ່ງຮອດສິນ 227 ແລະໃນສິນ10ນີ້ເອງຈະມີສິນຂໍ້ທີ່ຕ່າງຈາກຄົນທົ່ວໆໄປ (ຂໍຄັດຫຍໍ້ໆຈາກ 10 ຂໍ້)ໄດ້ແກ່ຂໍ້ 3 ຈາກສິນ ກາເມສຸສາຈາລາ ເວລະມະນີ ກາຍມາເປັນ ອະພົມມະຈາລິຍາ ແມ່ນຫມາຍຖຶງ ຫາມບໍ່ໃຫ້ເສບສັງວາດ(ຮ່ວມເພດກັບເພດຍິງ) ແລະຂໍ້ທີ 7 ສຳຄັນຄືກັນ ແມ່ນ ນັດຈະຄິຕະວາທິດວິສຸກະທັສສານາ ມາລາຄັນທະວິເລປະນະທາລະນະມັນທະນະວິພູສະນະທັດຖານາ ເວລາມະນີ ສິຂາປະທັງ ສະມາທິຍາມິ ແປວ່າ ງົດເວັ້ນ (ຫ້າມ) ຟ້ອນ ລຳ ຂັບຮ້ອງ ເບີ່ງ ການສະແດງຕ່າງໆ ແລະ ປະດັບຮ່າງກາຍດ້ວຍດອກໄມ້ຂອງຫອມ ເຄື່ອງປະດັບ ເຄື່ອງທາ ເຄື່ອງຍ້ອມ ,,,,,,,,, ເວົ້າງ່າຍໆແມ່ນຫ້າມ ຮ້ອງເພງ ຫ້າມ ເບີ່ງໂທລະທັດ ຫ້າມແຕ່ງໂຕໂດຍການໃສ່ນ້ຳຫອມ ທາເຂົ້າແປ້ງນ້ຳແດງ ,,,,,,, ໃຜທີ່ບອກວ່າຄູບາເບີ່ງໄດ້ ສະແດງວ່າຍັງບໍ່ເຄີຍບວດ ໃຜທີ່ບວດແລ້ວ ຍັງຢືນວ່າເບີ່ງໄດ້ອີກ ສະແດງວ່າ ເຮັດຜິດສິນ ສິນສິຂາບົດບັນຢັດໄວ້ແລ້ວ ຝ່າຝືນບໍ່ໄດ້ ຖ້າຍັງຍາກເບີ່ງຢ່ ກະສິກມາຢູ່ບ້ານເພື່ອສຶກສາຂໍ້ມູນທາງໂລກສະ ຜູ້ທີ່ເຂົ້າບວດແມ່ນຜູ້ທີ່ລະກິເລດຕັນຫາທັ້ງປວງ ອັນທີ່ຈິງເມື່ອບວດແລ້ວບໍ່ຄວນໄປວຸ້ນວາຍນຳເລື້ອງຂອງໂລກພາຍນອກ ທີ່ເວົ້າວ່າ ເບີ່ງເພື່ອສອນຄົນ ສະແດງວ່າຍັງມີກິເລດຢູ່ ສົງໃສຄືສິລືມຄຳວ່າ ((ສະມາທິພາໃຫ້ເກີດປັນຍາ))ບໍ່ແມ່ນໂທລະທັດພາໃຫ້ເີດປັນຍາ ສະໃຫມພະພຸດທະເຈົ້າ,,,,ບໍ່ມີໂທລະທັດ

ເຄີຍໄດ້ ຍິນ ອາຈານເພິ່ນບອກ ຄືກັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>