ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄວາມຄິດເຫັນທີ່ຜິດໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
... ມີອອກຕົນຍາດໂຍມຫຼາຍຄົນຫຼາຍທ່ານອາດຈະຂ້ອງໃຈໃນເລື່ອງທີ່ວ່າ ພຣະຫຼີ້ນອີນເຕີເນັດ, ພຣະໃຊ້ມືຖື, ພຣະເບີ່ງທໍລະທັດ ທີວີ ຜິດ ຫຼື ບໍ່ ແມ່ນບໍ່ ?

... ຂພຈຂໍອະທິບາຍແບບນີ້ເນາະ ທຸກໆສິ່ງຢ່າງຍ່ອມໃຫ້ຄຸນປະໂຫຍດແລະໂທດກັນໄດ້ທັງນັ້ນ ມັນຂື້ນຢູ່ກັບການນຳໃຊ້.
... ຢູ່ໃນລະບຽບວິໄນຂອງພຣະສົງກໍ່ບໍ່ໄດ້ບັນຍັດໄວ້ວ່າ ການຫຼີ້ນອີເຕີເນັດ ເບີ່ງທໍລະທັດ ໃຊ້ມືຖື ວ່າຖືກ ຫຼື ຜິດ. ມັນຂື້ນຢູ່ກັບຄວາມເໝາະສົມ ຂອງຄົນຜູ້ໃຊ້ ຫາກໃຊ້ໃນທາງທີ່ດີມີປະໂຫຍດກໍ່ຖືວ່າຖືກ ແຕ່ຫາກໃຊ້ໃນທາງທີ່ເຮັດໃຫ້ເກີດໂທດ ກໍ່ຖືວ່າຜິດ. ພຣະເພີ່ນໄດ້ຝຶກຈິດໃຈມາດີຢູ່ ສິ່ງໃດຜິດໃດຖືກ ຄວນບໍ່ຄວນກໍ່ພໍຮູ້ ບໍ່ແມ່ນວ່າບວດມາແລ້ວສິບໍ່ເຮັດຫຍັງ ອັນນັ້ນບໍ່ຖືກ ພຣະເພີ່ນກໍ່ມີກິດຈະວັດຂອງເພີ່ນຕ່າງຫາກບໍ່ຄືຊາວບ້ານ ເມື່ອບວດເຂົ້າມາກໍ່ຕ້ອງໄດ້ສຶກສາພະທັມຄຳສອນ ແລ້ວເຜີຍແຜ່ພຸດທະສາສນາ ຈະໄດ້ເປັນຜູ້ຊີ້ນຳອອກຕົນຍາດໂຍມໃຫ້ດຳລົງຊີວິດຢ່າງຖືກວິ ທີ.

... ບໍ່ແມ່ນວ່າບວດເປັນພຣະແລ້ວໃຫ້ຢູ່ແຕ່ໃນວັດ ບໍ່ໃຫ້ອອກໄປໃສ ບໍ່ໃຫ້ໃຊ້ສິ່ງໃດດອກ. ຄັນພຣະບໍ່ໃຊ້, ບໍ່ເບີ່ງ, ບໍ່ຈັບສະຖານະການແລ້ວມັນສິໃຫ້ພຣະເອົາອັນໃດໄປສອນເຂົາ ແນວວ່າດຽວນີ້ບ້ານເມືອງມັນຈະເລີນໄປຮອດໃສແລ້ວ ພຣະກໍ່ຕ້ອງປັບຕົວໃຫ້ເຂົ້າໃຈກ່ຽວກັບແນວຄິດຂອງຊາວໂລກ ເວລາຈະສອນພໍ່ອອກ - ແມ່ອອກ. ຫາກຍົກກະທູ້ທັມທີ່ມັນບໍ່ເຂົ້າກັບຊີວິດຈິງ ໃນປັດຈຸບັນໄປສອນ ມັນກໍ່ຈະບໍ່ກີນໃຈ ໃຊ້ງານບໍ່ໄດ້ ພຣະກໍ່ຕ້ອງຊອກຮູ້ແນວຄິດຂອງຊາວບ້ານ ວ່າຂະເຈົ້າມັກຫຍັງ? ປະສົບພົບພໍ້ບັນຫາໃດ? ແລ້ວກໍ່ເອົາສິ່ງນັ້ນໄປສອນເຂົາ.

... ຄົນເຮົາມັນບໍ່ຄືກັນແມ່ນວ່າຈະຫຼີ້ນ ຈະເບີ່ງ ຈະໃຊ້ ສິ່ງໃດໜຶ່ງລະຫວ່າງຄົນທີ່ມີທັມມະກັບຄົນທີ່ບໍ່ມີທັມມະ ມັນກໍ່ມີແນວຄິດທີ່ແຕກຕ່າງກັນ ມັນຂື້ນຢູ່ກັບມູມມອງຂອງແຕ່ລະຄົນ. ຕົວຢ່າງ: ພຣະກັບໂຍມເບີ່ງໜັງຈີນນຳກັນ ໃນເລື່ອງມີສາກລະຄອນທີ່ມີການຂ້າກັນຕີກັນ (ຂ້າລ້າງແຄ້ນ). ຜູ້ເປັນພຣະເບີ່ງແລ້ວຮູ້ສຶກວ່າການຂ້າການຕີກັນ ການທຳຮ້າຍກັນມັນບໍ່ດີ ມັນບໍ່ມີຈຸດຈົບ ມີການຂ້າກັນແບບບໍ່ເລີກບໍ່ແລ້ວ ຄືເຈົ້າຂ້າຂ້ອຍໆຂ້າເຈົ້າຢູ່ຫັ້ນ ມີລູກໆກໍ່ມາແກ້ແຄ້ນ ມີຫຼານໆກໍ່ມາແກ້ແຄ້ນ ເຫັນບໍ່ໜັງຈີນມັນຈະສະແດງອອກໄປແບບນັ້ນ ເພື່ອເປັນຄະຕິວ່າການແກ້ແຄ້ນ ມັນບໍ່ໄດ້ເປັນເລື່ອງທີ່ດີຕໍ່ຄົນເຮົາເລີຍ ແລະ ກໍ່ບໍ່ໄດ້ເປັນຜົນດີທັງສອງຝ່າຍ... ເວນຍ່ອມລະງັບດ້ວຍການບໍ່ຈອງເວນ ເມື່ອພຣະເຫັນຄະຕິທັມແນວນັ້ນ ພຣະກໍ່ຖືເອົາຄະຕິທັມນັ້ນໄປສອນພໍ່ອອກແມ່ອອກຕໍ່. ສຳລັບໂຍມເວລາເບີ່ງໜັງຈະຄິດແຕກຕ່າງຈາກພຣະ ບ້າງຄັ້ງເຜີໆຍັງຄິດວ່າຕົວເອງເປັນພະເອກໜັງເສີຍເລີຍ ນີ້ລະຄືຂໍ້ວັດລະຫວ່າງພຣະກັບໂຍມ.

... ເຄີຍໄດ້ຍີນຂ່າວບໍ່ວ່າຊາວອາເມລິກາຄົນໜຶ່ງເບີ່ງໜັງສົງຄາມ ແລ້ວເກີດມີຄວາມຄິດວ່າຕົວເອງເກັ່ງ ຕົວເອງເປັນພະເອກ ແລ້ວເອົາປືນໄປຍິງນັກສຶກສາຢູ່ໃນວິທະຍາໄລຕາຍບໍ່ແມ່ນໜ່ອຍສົບ ນີ້ລະເພີ່ນວ່າຄົນທີ່ເບີ່ງ ທີ່ຫຼີ້ນແລ້ວບໍ່ມີການພິນິດພິຈາລະນາ ພຽງເບີ່ງປັນຫາທີ່ປາຍນອກ ໂດຍບໍ່ສັງເກດເບີ່ງແກ່ນແທ້ຂອງມັນ.

... ທຸກສິ່ງຢ່າງຫາກເຮົາໃຊ້ເປັນມັນກໍ່ຈະເປັນປະໂຫຍດຕໍ່ເຮົາໂຍມເອີຍ ຫາກເຮົາໃຊ້ບໍ່ເປັນມັນກໍ່ຈະໃຫ້ໂທດ ເຊັ່ນດຽວກັນມີດທີ່ເຮົາໃຊ້ຫາກເຮົາເອົາໄປປາດໝາກໄມ້ກີນແລະເອົາໄປເຮັດໃນສິ່ງທີ່ມັນດີ ມັນກໍ່ຈະເປັນປະໂຫຍດຕໍ່ເຮົາ ແຕ່ກົງກັນຂ້າມຫາກເຮົາເອົາໄປໃຊ້ໃນທາງບໍ່ດີ ເຊັ່ນວ່າເອົາໄປຂ້າ ໄປປຸ້ນ ໄປຈີ້ຄົນບໍ..ແນວນີ້ ມັນກໍ່ຈະບໍ່ເປັນຜົນດີຕໍ່ເຮົາໆກໍ່ຈະໄດ້ຮັບໂທດ ຕາມມັນໄປດ້ວຍ. ນີ້ລະຄືເຫດຜົນທີ່ຂພຈຢາກອະທິບາຍເພື່ອໃຫ້ຫຼາຍໆຄົນໄດ້ຮູ້ ແລະ ເຂົ້າໃຈນຳກັນ ເພື່ອຈະໄດ້ຫາຍຂໍ້ສົງໃສ.

... ພຣະທີ່ຢູ່ໃນພັນລາວນີ້ກໍ່ມີຫຼາຍອົງນຳກັນທີ່ບໍ່ເປີດເຜີຍຕົວຕົນ ແຕ່ທຸກອົງລ້ວນແລ້ວແຕ່ປະຕິບັດຕາມໜ້າທີ່ຂອງພຣະທັງນັ້ນ ເຊັ່ນດຽວກັບຂພຈບໍ່ວ່າຈະຢູ່ໃນແບບໃດກໍ່ຕາມ ຮູບການໃດກໍ່ແຕ່ຂພຈກໍ່ບໍ່ເຄີຍປະລະເຊິ່ງໜ້າທີ່ຂອງພຣະທີ່ມີເລີຍ ເພື່ອນໆຫຼາຍຄົນອາດເຄີຍໄດ້ເຫັນ, ໄດ້ອ່ານ ສິ່ງທີ່ຂພຈໄດ້ຂຽນ ໄດ້ເອົາມາລົງ ຄິດວ່າທຸກທ່ານທີ່ໄດ້ອ່ານຂອງຂພຈ ຄົງຈະໄດ້ຂໍ້ຄິດເຫັນໄປບໍ່ຫຼາຍກໍ່ຄົງໜ່ອຍແນ່ນອນ. ຂພຈພູມໃຈທີ່ໄດ້ແບ່ງປັນຄວາມຮູ້, ແງ່ຂໍ້ຄິດດີໆໃຫ້ແກ່ບັນດາທ່ານທັງຫຼາຍ. ຕໍ່ໄປຂພຈຈະບໍ່ໄດ້ເຂົ້າມາຢ້ຽມຊົມເວບໄຊ້ນີ້ແລ້ວເພາະວ່າ ຊ່ວງນີ້ເປັນຊ່ວງທີ່ຂພຈກຳລັງສອບເສັງຕ້ອງໄດ້ຄົ້ນຄວ້າບົດຮຽນ.

... ໝົດເດືອນນີ້ຂພຈຈະໄດ້ຍ້າຍສະຖານທີ່ໄປທີ່ອື່ນແລ້ວ ເນື່ອງຈາກວ່າບ້ານເມືອງເຮົາມີບຸກຄະລາກອນຫນ່ອຍ ບໍ່ພໍທີ່ຈະຊົມໃຊ້ ຂພຈກໍ່ເລີຍຂານອາສາໄປປະຕິບັດໜ້າທີ່ເພື່ອສິດສອນນ້ອງໆນັກຮຽນຢູ່ເຂດຊົນນະບົດ ຢູ່ທີ່ນັ້ນແມ່ນຂາດສັນຍານອີນເຕີເນັດ. ດັ່ງນັ້ນ, ມັນກໍ່ເປັນສາເຫດທີ່ເຮັດໃຫ້ຂພຈບໍ່ໄດ້ເຂົ້າມາຢ້ຽມຢາມເວບໄຊນີ້ອີກ.

... ຂພຈຂໍລາເພື່ອນໆທຸກຄົນທຸກທ່ານດ້ວຍກະທູ້ນີ້ ຫວັງວ່າຫາກມີໂອກາດດີໆຄົງຈະໄດ້ພົບກັນໃໝ່ ຂອບໃຈພັນລາວແລະເພື່ອນໆທີ່ໃຫ້ຄວາມອົບອຸ່ນ... ຮັກແລະຄິດຮອດທຸກຄົນເດີ້...

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ເຄີຍໄດ້ຍີນຢູ່ ແຕ່ຄືວ່າບໍ່ແມ່ນຫຍັງສົງຄາມນິແລະ ຄືວ່າຖືກໝູ່ເພື່ອນກົດດັນຫຼາຍ ດ້ວຍການດູຖູກຫລາຍໆຢ່າງ ດັງນັ້ນຈື່ງກາຍເປັນຄົນເກັບກົດ ແລະມື້ນັ້ນເປັນມື້ທີ່ລະບາຍຄວາມເກັບກົດອອກມາ ພ້ອມທັງປິດຊິວິດໂຕເອງພ້ອມ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ແມ່ນແລ້ວ ສຳລັບການສື່ສານແມ່ນບໍ່ມີຂອບເຂດ ແຕ່ມັນຂຶ້ນກັບການນຳສະເໜີ ແລະ ການນຳມາໃຊ້.
ເບິ່ງປະເທດເພື່ອນບ້ານເຮົາແມະ ເຂົາມີສະຖານີໂທລະພາບຂອງສົງ, ສະຖານີວິທະຍຸຂອງສົງ ແລະ ເວັບໄຊຂອງສົງ ເພື່ອເຜີຍແຜ່ຄວາມຮູ້ ແລະ ທຳມະ ຕໍ່ສາມັນຊົນ ແລະ ພະສົງກໍ່ມີສ່ວນຮ່ວມໃນເລື່ອງນີ້ດ້ວຍ.

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
... ສ່ວນຫຼາຍສາຍຕາໂຍມມັກຈະເບີ່ງພຣະໃນລັກສະນະທີ່ບໍ່ດີ ຂພຈເຄີຍສັງເກດຄືກັນເວລາຫຼີ້ນເຟດບຸກ ເຄີຍມີຄົນສົ່ງມາຖາມວ່າອ໋າວພຣະກໍ່ຫຼີ້ນເຟດໄດ້ຫວາເພີ່ນວ່າຊັ້ນເດະ ເອ໋... ເຂົາເຈົ້າຄືຄິດແບບນັ້ນຫວາ ຫຼື ວ່າເຂົາເຈົ້າບໍ່ເຂົ້າໃຈໃນຄອງປະຕິບັດຂອງສົງ ຫຼື ຕັ້ງຖາມພາໂລເອົາຊື່ໆ ທັ້ງໆທີ່ວ່າເຮົາກໍ່ບໍ່ໄດ້ໃຊ້ອີນເຕີເນັດໄປໃນທາງທີ່ບໍ່ດີ ກົງກັນຂ້າມເຮົາຍັງຂຽນຂໍ້ຄິດ, ຄະຕິທັມຝາກໄວ້ໃນນັ້ນດ້ວຍຊ້ຳ ຄືບໍ່ເບີ່ງເຫັນຄວາມດີງາມຂອງກັນແດ່ ຄືມີແຕ່ຄິດໃນແງ່ລົບແທ້. ການຄິດໃນແງ່ລົບບໍ່ເຄີຍສ້າງຜົນປະໂຫຍດໃຫ້ກັບໃຜ ຊ້ຳຍັງມອງເຫັນໂອກາດເປັນວິກິດ. ດຽວຈະຍົກເອົານິທານໜຶ່ງມາເລົ່າສູ່ຟັງ.

... ມີບໍລິສັດແຫ່ງໜຶ່ງຜະລິດເກີບອອກຈຳໜ່າຍ ແລະ ສົ່ງພະນັກງານສອງຄົນໄປເບີ່ງທ້ອງຕະຫຼາດທີ່ທະວີບອາຟຣິກາ.
ພະນັກງານຜູ້ທີ່ໜຶ່ງໄປສັງເກດການເຫັນວ່າ ປະຊາຊົນພົນລະເມືອງຢູ່ທະວີບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບຈັກຄົນເລີຍ. ດັ່ງນັ້ນ, ລາວຈິ່ງໂທກັບໄປຫາບໍລິສັດແລ້ວແຈ້ງຄວາມວ່າປະຊາຊົນພົນລະເມືອງຂອງທະວິບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບເລີຍ ລາວກໍ່ເລີຍຫ້າມບໍ່ໃຫ້ທາງບໍລິສັດນຳເອົາໄປຂາຍເພາະຢ້ານວ່າຈະບໍ່ມີຄົນຊື້ ແລະ ໃນເວລາດຽວກັນນັ້ນພະນັກງານຜູ້ທີ່ສອງ ທີ່ທາງບໍລິສັດສົ່ງໄປນັ້ນກໍ່ໂທມາຫາບໍລິສັດ ແລະ ແຈ້ງຄວາມວ່າ ປະຊາພົນພົນລະເມືອງໃນທະວີບນີ້ບໍ່ມີໃຜໃສ່ເກີບ ຫາກເຮົາເອົາເກີບໄປຂາຍໃຫ້ເຂົາກໍ່ຄືສິມີຄົນຊື້ ແລະ ໄດ້ຂາຍດີ. ດັ່ງນັ້ນ, ລາວຈິ່ງໂທສັ່ງໃຫ້ບໍລິສັດຂອງລາວໃຫ້ເອົາເກີບ ໄປຂາຍໃຫ້ປະຊາຊົນຄົນອາຟຣິກາ...

... ນີ້ຄືຕົວຊີ້ວັດລະຫວ່າງຄົນທັງສອງຄົນ ຄື: ຄົນທີ່ໜຶ່ງຄິດໃນແງ່ລົບ ສ່ວນຄົນທີ່ສອງຄິດໃນແງ່ບວກ. ຢູ່ໃນຊີວິດຂອງເຮົາກໍ່ເໝືອນກັນ ຫາກເຮົາຄິດໃນແງ່ລົບຫຼາຍເກີນໄປ ມັນກໍ່ມອງບໍ່ເຫັນໂອກາດ. ດັ່ງນັ້ນ, ຈິ່ງຢາກໃຫ້ທຸກທ່ານມອງໂລກໃນແງ່ດີແດ່ ເພື່ອຊີວິດຈະໄດ້ດີຂື້ນ ສັງຄົມກໍ່ຈະໜ້າຢູ່... ຕ້ອງເຂົ້າໃຈວ່າບາງສິ່ງບາງຢ່າງທີ່ທ່ານເຫັນອາດບໍ່ເປັນດັ່ງທີ່ທ່ານຄິດ... ສະເໝີ.

ຈະເລີນທັມມມມມມມມມມມມມມມມມ !

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຈະໄປຢູ່ໄສນໍ້ຄູບາ ອະນຸໂມທະນາ ເດີ້
ພຣະສົງ ຄື ຜູ້ປະຕິບັດຕາມຄຳສັ່ງສອນຂອງພຣະພຸດທະເຈົ້າແລ້ວສອນຜູ້ອື່ນໃຫ້ປະຕິບັດຕາມ
ຂາດເຂິນອັນໃດ ຂ້າພະເຈົ້າຊ່ວຍໄດ້ກະຢາກຊ່ວຍ
ຂໍປະວາລະນາໂຕ ໄວ້ເດີ້

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
... ສ່ວນຫຼາຍສາຍຕາໂຍມມັກຈະເບີ່ງພຣະໃນລັກສະນະທີ່ບໍ່ດີ ຂພຈເຄີຍສັງເກດຄືກັນເວລາຫຼີ້ນເຟດບຸກ ເຄີຍມີຄົນສົ່ງມາຖາມວ່າອ໋າວພຣະກໍ່ຫຼີ້ນເຟດໄດ້ຫວາເພີ່ນວ່າຊັ້ນເດະ ເອ໋... ເຂົາເຈົ້າຄືຄິດແບບນັ້ນຫວາ ຫຼື ວ່າເຂົາເຈົ້າບໍ່ເຂົ້າໃຈໃນຄອງປະຕິບັດຂອງສົງ ຫຼື ຕັ້ງຖາມພາໂລເອົາຊື່ໆ ທັ້ງໆທີ່ວ່າເຮົາກໍ່ບໍ່ໄດ້ໃຊ້ອີນເຕີເນັດໄປໃນທາງທີ່ບໍ່ດີ ກົງກັນຂ້າມເຮົາຍັງຂຽນຂໍ້ຄິດ, ຄະຕິທັມຝາກໄວ້ໃນນັ້ນດ້ວຍຊ້ຳ ຄືບໍ່ເບີ່ງເຫັນຄວາມດີງາມຂອງກັນແດ່ ຄືມີແຕ່ຄິດໃນແງ່ລົບແທ້. ການຄິດໃນແງ່ລົບບໍ່ເຄີຍສ້າງຜົນປະໂຫຍດໃຫ້ກັບໃຜ ຊ້ຳຍັງມອງເຫັນໂອກາດເປັນວິກິດ. ດຽວຈະຍົກເອົານິທານໜຶ່ງມາເລົ່າສູ່ຟັງ.

... ມີບໍລິສັດແຫ່ງໜຶ່ງຜະລິດເກີບອອກຈຳໜ່າຍ ແລະ ສົ່ງພະນັກງານສອງຄົນໄປເບີ່ງທ້ອງຕະຫຼາດທີ່ທະວີບອາຟຣິກາ.
ພະນັກງານຜູ້ທີ່ໜຶ່ງໄປສັງເກດການເຫັນວ່າ ປະຊາຊົນພົນລະເມືອງຢູ່ທະວີບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບຈັກຄົນເລີຍ. ດັ່ງນັ້ນ, ລາວຈິ່ງໂທກັບໄປຫາບໍລິສັດແລ້ວແຈ້ງຄວາມວ່າປະຊາຊົນພົນລະເມືອງຂອງທະວິບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບເລີຍ ລາວກໍ່ເລີຍຫ້າມບໍ່ໃຫ້ທາງບໍລິສັດນຳເອົາໄປຂາຍເພາະຢ້ານວ່າຈະບໍ່ມີຄົນຊື້ ແລະ ໃນເວລາດຽວກັນນັ້ນພະນັກງານຜູ້ທີ່ສອງ ທີ່ທາງບໍລິສັດສົ່ງໄປນັ້ນກໍ່ໂທມາຫາບໍລິສັດ ແລະ ແຈ້ງຄວາມວ່າ ປະຊາພົນພົນລະເມືອງໃນທະວີບນີ້ບໍ່ມີໃຜໃສ່ເກີບ ຫາກເຮົາເອົາເກີບໄປຂາຍໃຫ້ເຂົາກໍ່ຄືສິມີຄົນຊື້ ແລະ ໄດ້ຂາຍດີ. ດັ່ງນັ້ນ, ລາວຈິ່ງໂທສັ່ງໃຫ້ບໍລິສັດຂອງລາວໃຫ້ເອົາເກີບ ໄປຂາຍໃຫ້ປະຊາຊົນຄົນອາຟຣິກາ...

... ນີ້ຄືຕົວຊີ້ວັດລະຫວ່າງຄົນທັງສອງຄົນ ຄື: ຄົນທີ່ໜຶ່ງຄິດໃນແງ່ລົບ ສ່ວນຄົນທີ່ສອງຄິດໃນແງ່ບວກ. ຢູ່ໃນຊີວິດຂອງເຮົາກໍ່ເໝືອນກັນ ຫາກເຮົາຄິດໃນແງ່ລົບຫຼາຍເກີນໄປ ມັນກໍ່ມອງບໍ່ເຫັນໂອກາດ. ດັ່ງນັ້ນ, ຈິ່ງຢາກໃຫ້ທຸກທ່ານມອງໂລກໃນແງ່ດີແດ່ ເພື່ອຊີວິດຈະໄດ້ດີຂື້ນ ສັງຄົມກໍ່ຈະໜ້າຢູ່... ຕ້ອງເຂົ້າໃຈວ່າບາງສິ່ງບາງຢ່າງທີ່ທ່ານເຫັນອາດບໍ່ເປັນດັ່ງທີ່ທ່ານຄິດ... ສະເໝີ.

ຈະເລີນທັມມມມມມມມມມມມມມມມມ !

ຂ້ານ້ອຍເຊື່ອຢູ່ດອກ ຍາມະຫາເອີຍ ຢ່າຟ້າວກິນເກືອແສບທ້ອງຫຼາຍ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^ ເລົ່າສູ່ຟັງງງງງງງງງງງງຊື່ໆ ຫະຫະ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຕ້ສື່ຂ້າພະນ້ອຍບໍ່ໄດ້ຂັດແຍ່ງຫຍັງກັບໃຜ ຕອນຂ້າພະນ້ອຍບວດເປັນຈົວ ໄດ້ສິນ 10 ສິນ10 ຖ້າແປລາວ ແປວ່າ
1.ບໍ່ໃຫ້ຂ້າສັດ
2.ບໍ່ໃຫ້ລັກເອົາຊັບສິນທີ່ມາຄ່າທີ່ເຈົ້າຂອງບໍ່ໄດ້ໃຫ້
3.ບໍ່ໃຫ້ນອນນຳສະຕຣີເພດຫລືບໍ່ໃຫ້ທຳກິດຈະກຳສັງວາດ(ສັງວາດແມ່ນການຮ່ວມເພດ)
4.ບໍ່ໃຫ້ຕົວະ
5.ບໍ່ໃຫ້ກິນນ້ຳເມົາ ຂອງທີ່ພາໃຫ້ເມົາແບບເຫລົ້າເບຍ
6.ບໍ່ໃຫ້ບໍລິໂພກຕັ້ງແຕ່ເວລາ12ໂມງໄປຈົນຮ້ອດເຊົ້າຂອງວັນໃຫມ່ (ບໍລິໂພກແປວ່າກິນ ບໍ່ໄດ້ລະບຸວ່າກິນຫຍັງສະແດງວ່າທັງນ້ຳລ້າພ້ອມ )
7.ບໍ່ໃຫ້ເບີ່ງບໍ່ໃຫ້ຟັງ ລະຄອນ ດົນຕີ ການຟ້ອນລຳກາລະເຫຼັ້ນ ຕ່າງໆ (ຖ້າແມ່ນສະໃຫມນີ້ກະແມ່ນ ໂທລະທັດ ເພາະສະໃຫມ 2500ປີກ່ອນບໍ່ມີວິທະຍຸ
ແລະໂທລະທັດ)
8.ບໍ່ໃຫ້ໃສ່ເຂົ້າແປງ ແຕ່ງໂຕດ້ວຍນ້ຳຫອມ ໃສ່ນ້ຳຫອມ ຫລືໃສ່ຂອງມີຄ່າ ທັງງາມແລະບໍ່ງາມ
9.ບໍ່ໃຫ້ນອນບ່ອນໃຫຍ່ບ່ອນນຸ້ມ ເຊັ່ນເຊື່ອ ອາດສະຫນາ (ບ່ອນທີ່ນຸ້ມ)
10.ລະເວັ້ນຈາກການ ຈັບຕ້ອງຈັບບາຍ ຂອງມີຄ່າ ເຊັ່ນເງິນຄຳເພັດນິນຈິນດາ
ສິນ10ຂໍ້ທີ່ແປອອກມາ ຂ້າພະເຈົ້າກໍ່ໄດ້ປະຕິບັດຕາມ ບໍ່ໃຫ້ບົກພ່ອງ ຈັກຫນ້ອຍ ເພາະສິນບັນຢັດໄວ້ໃນໃບລານແລ້ວ ປ່ຽນບໍ່ໄດ້ ຄັນຝ່າຝືນ ຖືວ່າອາບັດ (ບາບ)
ສ່ວນສະໃຫມ2012 ໃຜສິວ່າຈັ່ງໃດ ແຫກກົດບໍ່ຜິດສິນບໍ່ ເວົ້າເອົາເອງວ່າໄດ້ ລືກັນວ່າສະໃຫມໃຫມ່ແລ້ວ ຂ້າພະເຈົ້າບໍ່ສົນ ຂ້າພະເຈົ້າປະຕິບັດຕາມກົດ ທີ່ມີມາ2500ກວ່າປີ ........ ໂດຍຂະນ້ອຍ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
^
^ ເລົ່າສູ່ຟັງງງງງງງງງງງງຊື່ໆ ຫະຫະ

....ວ່າງແລ້ວບໍ່..... ຢ່າລືມກະບີ່ໄລ້ທຽມທານເດີ....

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ແຕ່ຖ້າບັຣລຸເຖິງຂັ້ນແລ້ວນີ້ບໍ່ຖ້າໃຊ້ກະໄດ້. ເພາະຄັນຍັງໃຊ້ຢູ່ກະຖືວ່າຍັງປ່ຽວາງບໍ່ໄດ້.

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ antonlaos ຂຽນວ່າ...
ແຕ່ຖ້າບັຣລຸເຖິງຂັ້ນແລ້ວນີ້ບໍ່ຖ້າໃຊ້ກະໄດ້. ເພາະຄັນຍັງໃຊ້ຢູ່ກະຖືວ່າຍັງປ່ຽວາງບໍ່ໄດ້.

ຄັນບໍ່ປ່ຽວາງ ກະຖືວ່າຍັງມີຄວາມໂລພ, ຄວາມໂມໂຫ ໂທໂສ ຢູ່ ມັນບາບ ຕົກ ອບາຽພູມ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ antonlaos ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ antonlaos ຂຽນວ່າ...
ແຕ່ຖ້າບັຣລຸເຖິງຂັ້ນແລ້ວນີ້ບໍ່ຖ້າໃຊ້ກະໄດ້. ເພາະຄັນຍັງໃຊ້ຢູ່ກະຖືວ່າຍັງປ່ຽວາງບໍ່ໄດ້.

ຄັນບໍ່ປ່ຽວາງ ກະຖືວ່າຍັງມີຄວາມໂລພ, ຄວາມໂມໂຫ ໂທໂສ ຢູ່ ມັນບາບ ຕົກ ອບາຽພູມ

....ປະມານນັ້ນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...

... ມາແບບໃດນໍນິ ອິຫຍັງມີຮອດຕົກອະບາຍ ຄົນເຮົາຍ່ອມມີຄວາມໂລບ ຄວາມໂກດ ຄວາມຫຼົງເປັນຂອງທຳມະດາ ຕ່າງແຕ່ວ່າມີໜ່ອຍມີຫຼາຍແຕກຕ່າງກັນເທົ່ານັ້ນລະ ຂພຈພຽງແຕ່ອະທິບາຍກ່ຽວກັບຄວາມເຂົ້າໃຈຂອງຍາດໂຍມກ່ຽວກັບ ຄຳຖາມທີ່ເຂົາເຈົ້າຖາມມາແບບນັ້ນ ບໍ່ແມ່ນລະບາຍ. ຫຼື ທ່ານບໍ່ຢາກໃຫ້ພະອະທິບາຍ ຫຼື ຊີ້ແຈງ ກ່ຽວກັບຄວາມເຂົ້າໃຈແນວນັ້ນກ
... ແຕ່ນີ້ມັນແມ່ນໜ້າທີ່ຂອງພະໃດນິທີ່ຈະສອນອອກຕົນ. ການຂຽນກະທູ້ທັມ (ການສະແດງທັມ) ຢູ່ໃນເວບໄຊ້ຜ່ານທາງອີນເຕີເນັດ ກໍ່ບໍ່ເຫັນວ່າມັນສິຜິດຫຼັກທັມຂອງພະວິໄນອິຫຍັງເລີຍ ການຫຼີ້ນອີນເຕີເນັດກໍ່ບໍ່ເຫັນບົ່ງບອກວ່າຜິດ ມັນຂື້ນຢູ່ທີ່ຜູ້ຊົມໃຊ້ຈະໃຊ້ໃນທາງໃດ ຖ້າໃຊ້ໃນທາງລົບກໍ່ຖືວ່າຜິດ ແຕ່ຖ້າໃຊ້ໃນທາງບວກກໍ່ບໍ່ເຫັນວ່າສິເປັນຫຍັງ ທຸກສິ່ງຢ່າງຍ່ອມມີທັງດີ ແລະ ບໍ່ດີກັນທັງນັ້ນຂື້ນຢູ່ວ່າເຮົາຈະ ນຳໃຊ້ໃນທາງໃດເທົ່ານັ້ນລະໂຍມເອີຍ.
... ການສະແດງທັມຂອງພຣະເພີ່ນກໍ່ອາໄສການຮຽນຮູ້ ແລະ ເຂົ້າໃຈກ່ຽວກັບຈິດໃຈຂອງໂຍມທັງນັ້ນລະ ການສອນກໍ່ເຊັ່ນດຽວກັນ ຕ້ອງອາໄສເທັກໂນໂລຢີເຂົ້າມາຊ່ວຍ ແລະ ຊອກຫາແນວທີ່ມັນດີໆທີ່ເປັນຄະຕິກໍ່ເປັນສິ່ງສຳຄັນ ໃນການນຳເອົາມາເປັນພາບປະກອບໃນການສອນ ເພາະມັນເປັນປັດໜຶ່ງທີ່ຊ່ວຍກະຕຸ້ນແນວຄິດໄດ້ດີ ແລະ ກໍ່ເຫັນຜົນໄດ້ດີກວ່າເອົາໜັງສືຜູກ ມາອ່ານໃຫ້ກັນຟັງຕັ້ງຫຼາຍເທົ່າ. ແລະ ທັງ2ແບບທີ່ວ່າມານັ້ນກໍ່ລ້ວນແລ້ວແຕ່ຈຸດປະສົງດຽວກັນກໍ່ຄື: ໃຫ້ຜູ້ຟັງໄດ້ຮູ້ທັມມະ ໄດ້ເຂົ້າເຖິງທັມມະ ແລະ ໄດ້ປະຕິບັດທັມມະ. ດັ່ງນັ້ນ, ຈິ່ງຈຳເປັນຕ້ອງໃຊ້ ແລະ ກໍ່ຖືວ່າບໍ່ຜິດວິໄນດັ່ງທີ່ທ່ານໂຍມເຂົ້າໃຈ.

ຈະເລີນທັມມມມມມມມມມມມມມມມ !

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ໃຕ້ສື່ຂ້າພະນ້ອຍບໍ່ໄດ້ຂັດແຍ່ງຫຍັງກັບໃຜ ຕອນຂ້າພະນ້ອຍບວດເປັນຈົວ ໄດ້ສິນ 10 ສິນ10 ຖ້າແປລາວ ແປວ່າ
1.ບໍ່ໃຫ້ຂ້າສັດ
2.ບໍ່ໃຫ້ລັກເອົາຊັບສິນທີ່ມາຄ່າທີ່ເຈົ້າຂອງບໍ່ໄດ້ໃຫ້
3.ບໍ່ໃຫ້ນອນນຳສະຕຣີເພດຫລືບໍ່ໃຫ້ທຳກິດຈະກຳສັງວາດ(ສັງວາດແມ່ນການຮ່ວມເພດ)
4.ບໍ່ໃຫ້ຕົວະ
5.ບໍ່ໃຫ້ກິນນ້ຳເມົາ ຂອງທີ່ພາໃຫ້ເມົາແບບເຫລົ້າເບຍ
6.ບໍ່ໃຫ້ບໍລິໂພກຕັ້ງແຕ່ເວລາ12ໂມງໄປຈົນຮ້ອດເຊົ້າຂອງວັນໃຫມ່ (ບໍລິໂພກແປວ່າກິນ ບໍ່ໄດ້ລະບຸວ່າກິນຫຍັງສະແດງວ່າທັງນ້ຳລ້າພ້ອມ )
7.ບໍ່ໃຫ້ເບີ່ງບໍ່ໃຫ້ຟັງ ລະຄອນ ດົນຕີ ການຟ້ອນລຳກາລະເຫຼັ້ນ ຕ່າງໆ (ຖ້າແມ່ນສະໃຫມນີ້ກະແມ່ນ ໂທລະທັດ ເພາະສະໃຫມ 2500ປີກ່ອນບໍ່ມີວິທະຍຸ
ແລະໂທລະທັດ)
8.ບໍ່ໃຫ້ໃສ່ເຂົ້າແປງ ແຕ່ງໂຕດ້ວຍນ້ຳຫອມ ໃສ່ນ້ຳຫອມ ຫລືໃສ່ຂອງມີຄ່າ ທັງງາມແລະບໍ່ງາມ
9.ບໍ່ໃຫ້ນອນບ່ອນໃຫຍ່ບ່ອນນຸ້ມ ເຊັ່ນເຊື່ອ ອາດສະຫນາ (ບ່ອນທີ່ນຸ້ມ)
10.ລະເວັ້ນຈາກການ ຈັບຕ້ອງຈັບບາຍ ຂອງມີຄ່າ ເຊັ່ນເງິນຄຳເພັດນິນຈິນດາ
ສິນ10ຂໍ້ທີ່ແປອອກມາ ຂ້າພະເຈົ້າກໍ່ໄດ້ປະຕິບັດຕາມ ບໍ່ໃຫ້ບົກພ່ອງ ຈັກຫນ້ອຍ ເພາະສິນບັນຢັດໄວ້ໃນໃບລານແລ້ວ ປ່ຽນບໍ່ໄດ້ ຄັນຝ່າຝືນ ຖືວ່າອາບັດ (ບາບ)
ສ່ວນສະໃຫມ2012 ໃຜສິວ່າຈັ່ງໃດ ແຫກກົດບໍ່ຜິດສິນບໍ່ ເວົ້າເອົາເອງວ່າໄດ້ ລືກັນວ່າສະໃຫມໃຫມ່ແລ້ວ ຂ້າພະເຈົ້າບໍ່ສົນ ຂ້າພະເຈົ້າປະຕິບັດຕາມກົດ ທີ່ມີມາ2500ກວ່າປີ ........ ໂດຍຂະນ້ອຍ

ທ່ານປະຕິບັດໄດ້ຖືວ່າດີຫຼາຍ ຂໍອະນຸໂມທະນານຳເດີ້. ຄັ້ງໜຶ່ງກ່ອນພຣະພຸທທະເຈົ້າ ຈະປະລິນິພພານເພີ່ນໄດ້ຕັສກັບ ອານົນວ່າສິກຂາບົດທີ່ເປັນຂໍ້ປີກຍ່ອຍ ຫາກພໍປັບໄດ້ກໍ່ປັບເພື່ອໃຫ້ເຂົ້າກັບສະພາບການຂອງສັງຄົມ. ດັ່ງນັ້ນ, ຈິ່ງມັກເຫັນພຣະເພີ່ນສະແດງທັມ ໂດຍແບ່ງອອກເປັນສອງແບບຄື: ແບບເທດສະໜາ ແລະ ແບບການບັນຍາຍທັມ. ແບບເທດສະໜາ ຄືແບບທີ່ເທດໂດຍໃຊ້ປື້ມຕຳລາ, ໜັງສືຜູກ, ຄຳພີຕີກາລ້ວນໆ. ແຕ່ການບັນຍາຍທັມເປັນການສະແດງທັມ ໂດຍການຄັດເອົາເນື້ອໃນຈຸດສຳຄັນ ຂອງແຕ່ລະຫົວຂໍ້ທັມທີ່ເຂົ້າກັບການດຳລົງ ຊີວິດຂອງໂຍມໃນປັດຈຸບັນມາຊີ້ແຈງໂດຍເວົ້າກັບປາກແບບບໍ່ໄດ້ຈັບປື້ມຕຳລາ. ແບບນີ້ລະຄືແບບທີ່ ເອົາມາປະຍຸກໃໝ່ເພື່ອໃຫ້ເຂົ້າກັບສະພາບ ການຂອງສັງຄົມ ແລະ ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ... ຮັກແພງ...

ມັນກະ...ບໍ່ໄດ້ເຫມິດໃດຄູບາ ຮິຮິຮິຮິ ພະຍາຍາມຢູ່ ແຕ່ກະສິກແລ້ວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
..... ຄັ້ງໜຶ່ງກ່ອນພຣະພຸທທະເຈົ້າ ຈະປະລິນິພພານເພີ່ນໄດ້ຕັສກັບ ອານົນວ່າສິກຂາບົດທີ່ເປັນຂໍ້ປີກຍ່ອຍ ຫາກພໍປັບໄດ້ກໍ່ປັບເພື່ອໃຫ້ເຂົ້າກັບສະພາບການຂອງສັງຄົມ......

.....ໂອ.....ຫວ໋າ ຫາກໍ່ຮູ້ໃດນິ ......ແຕ່ວ່າຄົນເຮົາທຸກມື້ນີ້ມັກເຫັນຜິດເປັນຖືກ ເຫັນກົງຈັກເປັນດອກບົວຫັ້ນຕີ້ລະ ກະເລີຍບາງທີ ແປຄວາມຫມາຍໄປໃນທາງທີ່ເຂົ້າຂ້າງຄວາມຕ້ອງການຂອງຕົວເອງ ກໍ່ເລີຍອີ່ເລີເປີເສີໄປ ພະຫມູ່ຄະນະຄິດວ່າເຮັດໄດ້ ...ໄປກັນໃຫຍ່ເລີຍ ທັ້ງທີ່ຄວນປັບຫນ້ອຍດຽວ ກາຍເປັນປັບຫລາຍຈົນຍານ ....ຈັ່ງໃດກະຢ່າ ວັດທີ່ເຄັງກະມີ .... ແຕ່ຂ້າພະເຈົ້າ ກະຍັງຍຶດຄອງເກົ່າຕົ້ນສະບັບ....

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວແຕ່ຜູ້ໃຊ້ ໃຊ້ທາງດີກະດີ ໃຊ້ໃນທາງຮ້າຍກະຮ້າຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ