ກະທູ້ມາໃໝ່ | ຫມວດ | ກະດານແຫ... » ທັມມະ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ກະດານແຫ່ງການຮຽນຮູ້ » ທັມມະ » DMC.TV ຖ່າຍທອດສົດທີ່ວັດພະທຳມະກາຍຍິບຍົກເລື່ອງ Steve Jobs ຕອນຍັງມີຊີວິດຢູ່ ແລະຫລັງຕາຍແລ້ວ...
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເມື່ອວັນທີ່ 16/8/2012 ທີ່ຜ່ານມາສຳສັບຜູ້ທີ່ມັກຊົມຊ່ອງ DMC.TV ທີ່ແຜ່ພາບທຳມະທາງພະພຸດທະສາດສະໜາ ຄົງຈະໄດ້ຊົມການຖ່າຍທອດສົດຈາກວັດພະທຳມະກາຍທີ່ປະເທດໄທ ເພີ່ນໄດ້ຍົກເອົາເລື່ອງຂອງ Steve Jobs ຜູ້ກໍ່ຕັ້ງບໍລິສັດ APPLE ວ່າໃນຕອນນີ້ພາຍຫລັງຄວາມຕາຍ Steve Jobs ໄດ້ກາຍເປັນເທບພະບຸດຍ້ອນຄຸນງາມຄວາມດີທີ່ສ້າງໄວ້ໃນໂລກມະນຸດຕອນຍັງມີຊີວິດຢູ່... (ນີ້ເປັນຄວາມເຊື່ອສະເພາະບຸກຄົນ ໂປດໃຊ້ວິຈາລະນະຍານໃນການຮັບຟັງ ແລະຮັບຮູ້ຂໍ້ມູນຂ່າວສານ...) ມີທັງໝົດ 3 ຕອນສາມາເຂົ້າໄປຊົມ ຟັງ ແລະອ່ານໄດ້ໃນນີ້ www.dmc.tv |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄວາມດີຂອງລາວມີຫຍັງແດ່ ? ເຄີຍເບິ່ງ Discovery Channel ວ່າລາວເປັນຄົນໃຈຮ້າຍ 1.ມີເທື່ອ 1 ທີ່ພະນັກງານ Apple ຄົນ 1 ຍ່າງຕໍາລາວຢູ່ລິບ ມື້ຕໍ່ມາພະນັກງານຜູ້ນັ້ນຖືກໄລ່ອອກ 2.ກ່ອນລາວຕາຍລາວເວົ້າວ່າ ຕ້ອງເອົາຊະນະ Android ໃຫ້ໄດ້ເພາະໄດ້ copy ແນວຄິດຂອງເຂົາ (ສະແດງວ່າຍັງບໍ່ປົງ) 3.ລາວເປັນນັກທຸລະກິດ ຕ້ອງການກໍາໄລ ,ຄົນທີ່ໃຊ້ iphone ມີບໍ່ທີ່ບໍ່ຕ້ອງຈ່າຍເງິນ ຖ້າວ່າດີແທ້ໆ ແມ່ນຄື Bill gate ທີ່ບໍລິຈາກເງິນ ເປັນໝື່ນລ້ານ $ ເພື່ອການກຸສົນ . |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ຄວາມດີຂອງລາວມີຫຍັງແດ່ ?ເຄີຍເບິ່ງ Discovery Channel ວ່າລາວເປັນຄົນໃຈຮ້າຍ 1.ມີເທື່ອ 1 ທີ່ພະນັກງານ Apple ຄົນ 1 ຍ່າງຕໍາລາວຢູ່ລິບ ມື້ຕໍ່ມາພະນັກງານຜູ້ນັ້ນຖືກໄລ່ອອກ 2.ກ່ອນລາວຕາຍລາວເວົ້າວ່າ ຕ້ອງເອົາຊະນະ Android ໃຫ້ໄດ້ເພາະໄດ້ copy ແນວຄິດຂອງເຂົາ (ສະແດງວ່າຍັງບໍ່ປົງ) 3.ລາວເປັນນັກທຸລະກິດ ຕ້ອງການກໍາໄລ ,ຄົນທີ່ໃຊ້ iphone ມີບໍ່ທີ່ບໍ່ຕ້ອງຈ່າຍເງິນ ຖ້າວ່າດີແທ້ໆ ແມ່ນຄື Bill gate ທີ່ບໍລິຈາກເງິນ ເປັນໝື່ນລ້ານ $ ເພື່ອການກຸສົນ . ແມ່ນແລ້ວລາວຮ້າຍ ດ້ວຍເຫດພວງໂຕນີ້ແລະຈຶ່ງເຮັດໃຫ້ລາວບັນລຸພາວະບໍ່ໄດ້ເຖິງຈຸດທີ່ສູງສຸດ ມີຫລາຍໆຕອນນະເພີ່ນຈະເວົ້າລະອຽດເລີຍ ເພີ່ນຈະບັນຍາຍທາງດ້ານດີ ແລະດ້ານຊົ່ວ ໄປໃນທາງທຳມະ ເພາະຄົນເຮົາທຸກຄົນມັນມີຄວາມໂລບຢູ່ທີ່ໃຈທຸກໆຄົນຢູ່ແລ້ວ ຕ່າງແຕ່ໃຜຈະໜ້ອຍຫລາຍກ່ວາກັນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂ້ອຍອ່ານແລ້ວ ຂຳໆ ໂອຄົນປະເທດນີ້ເປັນແຮງກວ່າພວກເຮົາອີກເນາະ ໂຍງ ເຂົ້າກັນໄດ້ເສີຍ.....ເທບແທ້ໆ ວັດພະທຳມະກາຍ ອັກໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ສະແດງວ່າຄົນທີ່ຮູ້ເລື່ອງນີ້ຕ້ອງລົມ ກັບ Jobs ເປັນອັງກິດ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄິດວ່າເປັນການໂຄສະນາຊວນເຊື່ອຂອງວັດພະທຳມະກາຍໃຫ້ຄົນສັດທາ ເພື່ອຊື່ສຽງຂອງວັດ! ເຫັນມີຂ່າວວ່າພະສົງໃນວັດທັມມະກາຍສັນເພນຕ້ອງສັ່ງອາຫານຈາກໂຮງແຮມຫ້າດາວ ວ່າຊັ້ນ. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເວົ້າແຕ່ເລື່ອງຂອງຄົນຕາຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ... ຄິດວ່າເປັນການໂຄສະນາຊວນເຊື່ອຂອງວັດພະທຳມະກາຍໃຫ້ຄົນສັດທາ ເພື່ອຊື່ສຽງຂອງວັດ!ເຫັນມີຂ່າວວ່າພະສົງໃນວັດທັມມະກາຍສັນເພນຕ້ອງສັ່ງອາຫານຈາກໂຮງແຮມຫ້າດາວ ວ່າຊັ້ນ. ໂຫ້ປານນັ້ນກະໂພດລະໄດ໋ ແຕ່ກະຢ່າເທາະເຮົາເຊື່ອໃນສັດທາ ເຊື່ອໃນຜ້າເຫລືອງບໍ່ແມ່ນເຮົາບູຊາສະເພາະບຸກຄົນ ໃຜທຳດີກະໄດ້ດີໄປ ໃຜທຳຊົ່ວກະໄດ້ຊົ່ວໄປ ແມ່ນຄົນອື່ນອາດບໍ່ຮູ້ ແຕ່ເຮົາຮູ້ດີຢູ່ແກ່ໃຈ... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໂປດໃຊ້ຈັກກະຍານໃນການອ່ານ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມາຈອບຊື່ໆ ບໍ່ມີຄຳເຫັນ ອິອິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ລາວຍັງສ້າງບາບກຳໄວ້ຫລາຍ....ຢ່າງໜ້ອຍຜລິດຕະພັນທີ່ລາວຜລິດຂຶ້ນ ລາຄາແພງ ກໍ່ໃຫ້ເກີດອາຊະຍາກຳໃນສັງຄົມ....ວ່າບໍ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ... ລາວຍັງສ້າງບາບກຳໄວ້ຫລາຍ....ຢ່າງໜ້ອຍຜລິດຕະພັນທີ່ລາວຜລິດຂຶ້ນ ລາຄາແພງ ກໍ່ໃຫ້ເກີດອາຊະຍາກຳໃນສັງຄົມ....ວ່າບໍ່ບໍ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມີຄົນໄທບໍ່ຫຼາຍດອກທີ່ເຊື່ອ ວັດຈານບິນໄຮນັ່ນ ມີພຽງສ່ວນນ້ອຍ ຄົນໄທເຮົາເຮັດຫຍັງວັດນີ້ບໍ່ໄດ້ ຍ້ອນຫຍັງຂ່ອຍບໍ່ຂອເວົ້າ http://topicstock.pantip.com/religious/topicstock/2012/04/Y11981915/Y11981915.html ຕະກີ້ວັດນີ້ນ່າເຊື່ອຖືອ ແຕ່ຍ້ອນຄົນບາງກຸ່ມເຂົ້າມາແອບອ້າງຜົນປະໂຫຍດ (ນີ້ເປັນຄວາມເຊື່ອສະເພາະບຸກຄົນ ໂປດໃຊ້ວິຈາລະນະຍານໃນການຮັບຟັງ ແລະຮັບຮູ້ຂໍ້ມູນຂ່າວສານ...) |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ລອງເບິ່ງ ບໍ່ມີພະວັດໄດ໋ດອກ ໃສ່ເສື້ອຍືດ http://www.youtube.com/watch?v=abMQPXSng2E&feature=youtu.be ນີ່ vdo ຂອງຫລວງພ່ອ ລືສີລິງດຳ หลวงพ่อฤาษีลิงดำ clike ທ່ານເປັນຜູ້ສອນ ກຳມະຖານ ສະມາທິ ໃຫ້ແກ່ໃນຫຼວງ ແລະເປັນພະທີ່ຄົນໄທນັບຖືມາກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໜຶ່ງວັດນີ້ຂ້ອຍວ່າມີດີແທ້ ສອນສາສະໜາໄດ້ຄົບຖ້ວນເລີຍສາມາດຕອບບັນຫາຂອງຊີວິດໄດ້ຢ່າງແທ້ຈິງ ສິ່ງທີ່ເຮົາບໍ່ເຫັນບໍ່ໄດ້ໝາຍຄວາມວ່າມັນບໍ່ມີນະຈະ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ວັດນີ້ຂ້ອຍວ່າມີດີແທ້ ສອນສາສະໜາໄດ້ຄົບຖ້ວນເລີຍສາມາດຕອບບັນຫາຂອງຊີວິດໄດ້ຢ່າງແທ້ຈິງ ສິ່ງທີ່ເຮົາບໍ່ເຫັນບໍ່ໄດ້ໝາຍຄວາມວ່າມັນບໍ່ມີນະຈະ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ວັດນີ້ຂ້ອຍວ່າມີດີແທ້ ສອນສາສະໜາໄດ້ຄົບຖ້ວນເລີຍສາມາດຕອບບັນຫາຂອງຊີວິດໄດ້ຢ່າງແທ້ຈິງ ສິ່ງທີ່ເຮົາບໍ່ເຫັນບໍ່ໄດ້ໝາຍຄວາມວ່າມັນບໍ່ມີນະຈະ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເລື່ອງລາວທໍາມະບໍ່ມີຜູ້ໃດບັງຄັບໃຫ້ໃຜເຊື່ອໄດ້ ຖ້າບັງຄັບໃຫ້ຜູ້ບໍ່ເຊື່ອມາເຊື່ອກໍ່ປຽບສະເໝືອນຖອກນໍ້າມັນໃສ່ໄຟ ພະພຸດທະເຈົ້າຈຶ່ງໄດ້ເວົ້າໄວ້ວ່າ ທໍາມະເປັນປັດຈັດຕັງ ຮູ້ໄດ້ສະເພາະຜູ້ປະຕິບັດເທົ່ານັ້ນ ພະອົງເປັນພຽງຜູ້ຊີ້ທາງເທົ່ານັ້ນ ປຽບສະເໜືອນເຮົາໄປບອກຄົນທີບໍ່ເຄີຍກິນຕໍາໝາກຫຸ່ງ ວ່າມັນແຊບ ຄົນທີ່ບໍ່ເຄີຍກິນກໍ່ຕ້ອງມີການຕໍ່ວ່າໃຫ້ຜູ້ເຄີຍກິນວ່າມັນບໍ່ແຊບດອກບໍ່ມີຈິງດອກ ຊຶ່ງເຮົາມີິວິທີດຽວເທົ່ານັ້ນທີຈະໃຫ້ເຂົາເຈົ້າຮູ້ຄວາມຈິງກໍ່ຄື ໃຫ້ເຂົາໄປຊິມດ້ວຍຕົວຂອງເຂົາເອງ ເລື່ອງທໍາມະແມ່ນມີຄວາມລະອຽດອ່ອນຫຼາຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຕາມຄວາມຄິດເຮົາຄິດວ່າມັນບໍ່ແມ່ນດອກເພີ່ນໄປຮູ້ໄດ້ແນວໄດມັນເປັນການເອກອ້າງເພື່ອຢາກດຶງດູດຄວາມສົນໃຈເພື່ອຊາວໂລກໃຫ້ໄປສັດທາໃນພະທຳມະກາຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ການທີ່ໄປສະແດງຕົນວ່າຕົນເອງຮັບຮູ້ອອກມາໃນຫລັກພຣະທຳມະວິນັຍມັນກໍຜິດຢູ່ແລ້ວ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ toungalaxy ຂຽນວ່າ... ຕາມຄວາມຄິດເຮົາຄິດວ່າມັນບໍ່ແມ່ນດອກເພີ່ນໄປຮູ້ໄດ້ແນວໄດມັນເປັນການເອກອ້າງເພື່ອຢາກດຶງດູດຄວາມສົນໃຈເພື່ອຊາວໂລກໃຫ້ໄປສັດທາໃນພະທຳມະກາຍແຕ່ຂ້ອຍຄິດມັນນ່າຈະບໍ່ແມ່ນແນວນັ້ນໃດ. ຮູ້ໄດ້ແນວໃດ ນັ້ນຂ້ອຍຄິດວ່າຕ້ອງອາໄສການປະຕິບັດ ກຳມະຖານ ຫຼື ເຮັດສະມາທິຂັ້ນສູງເຖິງຈະຮູ້ຈະເຫັນໄດ້ ແມ້ແຕ່ ພະສຳມາສຳພຸດທະເຈົ້າຍັງຮູ້ອາດີດ ແລະ ອານາຄົດຂອງຄົນອື່ນໄດ້ ນັບເປັນ ຮ້ອຍຊາດ, ພັນຊາດ, ແສນຊາດ, ຈົນເປັນອະຈິນໄຕ (ບໍ່ມີທີ່ສິ້ນສຸດ) . ແລ້ວເປັນຫຍັງຈິ່ງມາໃຫ້ໂລກຮູ້ ຕາມທີ່ຂ້ອຍເຄີຍອ່ານໃນເວັບບອດຂອງວັດ ແມ່ນເພື່ອເປັນກໍລະນີ ສຶກສາກົດແຫ່ງກໍາ ໂດຍນໍາເອົາເລື່ອງມາເປັນແບບຢ່າງວ່າ ຜົນການກະທຳຂອງຄົນຜູ້ນີ້ ໄດ້ຮັບຜົນໃນອານາຄົດແບບໃດ ເພື່ອໃຫ້ເຮົາມີສະຕິ ດຳເນີນຊີວິດດ້ວຍຄວາມບໍ່ປະໝາດ, ຂ້ອຍເຄີຍໄດ້ຍິນຄົນຕ້ານວັດນີ້ຫຼາຍຢູ່ ແຕ່ຂ້ອຍກໍ່ຍັງບໍ່ປັກໃຈເຊື່ອ ເພາະຍັງບໍ່ໄດ້ໄປຮູ້ໄປເຫັນດ້ວຍຕົນເອງ ແຕ່ສິ່ງທີ່ຂ້ອຍເຊື່ອກໍ່ຄືເນື້ອຫາຂອງວັດທີ່ນຳມາສະເໜີໃນເວັບ ຫຼື ໃນໂທລະພາບກໍ່ດີ ລ້ວນແລ້ວແຕ່ມີມູນຄວາມຈິງທັ້ງນັ້ນ ເລື່ອງແບບນີ້ຂ້ອຍຢາກໃຫ້ທຸກຄົນສຶກສາໃຫ້ດີໆ ແລະ ຄິດໄຕ່ຕອງໃຫ້ຄັກໆ ສິ່ງທີ່ບໍ່ເຫັນດ້ວຍຕາ, ບໍ່ໄດ້ຍິນດ້ວຍຫູ, ບໍ່ໄດ້ຮັບກິ່ນດ້ວຍດັງ, ບໍ່ຮັບຮູ້ດ້ວຍຜິວໜັງຂອງຕົນເອງ ບໍ່ສາມາດຮັບຮູ້ດ້ວຍອິນຊີທັງຫ້າຂອງຕົນເອງ ກໍ່ບໍ່ໄດ້ໝາຍຄວາມວ່າສິ່ງນັ້ນບໍ່ມີຈິງໃດ ຂ້ອຍຢາກໃຫ້ທຸກຄົນສຶກສາເບິ່ງຄັກໆວ່າ ສາສະໜາເຮົາເກີດຂຶ້ນມາຈາກໃສແທ້, ທີ່ເຂົາວ່າບາບກຳມີຈິງນັ້ນກໍ່ໃຫ້ສຶກສາຄົ້ນຄ້ວາເບິ່ງວ່າເຂົາເຈົ້າຮູ້ໄດ້ແນວໃດ ສຶກສາໄຕ່ຕອງຄັກໆແລ້ວ ທຸກຄົນຈະສັດທາ ແລະ ເຊື່ອວ່າ ເປັນຄວາມຈິງແທ້ໆ ທີ່ບໍ່ເຄີຍຮູ້ມາກ່ອນ ແຕ່ກໍ່ມີຢູ່ຈິງ ເກີດຂຶ້ນຈິງ ມາດົນນານແລ້ວ ( ຄຳເຫັນເດີ ບໍ່ໄດ້ຕໍ່ຕ້ານໃດ ມາໃຫ້ທຳມະເປັນທານ ອິໆ ) ສາທຸ ສາທຸ ສາທຸ ອະນຸໂມທາມິ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂ້ອຍເຊື່ອໃນພຣະທັມຄຳສອນຂອງພຣະພຸດທະເຈົ້າແຕ່ໃນສິ່ງທີ່ທາງພຣະອົງນັ້ນໄດ້ເວົ້າໃນ TV ສຳລັບສ່ວນຕັວແມ່ນບໍ່ເຊື່ອ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ວັດນີ້ກາມີຄົນລາວຫລາຍຄົນໄດ໋ທີ່ເອົາເງິນໄປໄຫ້ ໂຕຂ້ອຍເອງຂ້ອຍບໍ່ເຊື່ອ ເພາະເວົ້າໃນສິ່ງທີ່ບໍ່ເຫັນ ພຣະພຸທເຈົ້າໄດ້ຫ້າມໄວ້ ຖຶງຈະຈິງຫລືບໍ່ຈິງກາຕາມ ເອົາຫລັກຖານມາແຕ່ໃສ ຄົນຜູ້ນີ້ລາວເປັນຄົນສລາດ ລາວຮູ້ຈັກຫລອກເອົາເງິນຄົນທີ່ໂງ່ຄົນທີ່ງົມງາຍ (ຫາກຈະຖາມວ່າເປັນຫຍັງຂ້ອຍຈຶ່ງວ່າແນວນີ້ເພາະ ຄົນຈຳພວກນີ້ສອນຜິດຄຳສອນ )ເຫັນແຕ່ຫນ້າຂ້ອຍຍັງບໍ່ເຊີນເຂົ້າບ້ານ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
วัดพระธรรมกายนี้เน้นแต่วัตถุ ไผบริจาคหลายกะได้บุญ ซึ่งบ่ถืกต้องเลย |