ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເປັນຫຍັງທ່ານຈິ່ງເຮັດບຸນ?

໔ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສ່ວນຫລາຍຄົນເຮົາເຮັດບຸນນັ້ນແມ່ນມີເຫດຜົນຕ່າງກັນໄປ, ບາງຄົນກໍ່ເວົ້າວ່າເຮັດແລ້ວສະບາຍໃຈ, ບາງຄົນກໍ່ເວົ້າວ່າເຮັດແລ້ວໄດ້ບຸນ. ແຕ່ສ່ວນໃຫຍ່ແລ້ວກໍ່ຄິດວ່າເຮັດແລ້ວຈະໄດ້ບຸນ, ຍັງມີສ່ວນໜຶ່ງທີ່ເຮັດບຸນເພື່ອທົດແທນສິ່ງຕົນເອງເຮັດສິ່ງທີ່ບໍ່ດີ. ຂ້ອຍເອງທີ່ເຈິກັບຕົນເອງ, ຈຳພວກທີ່ເຮັດບຸນລ້າງບາບ. ຫລາຍຄົນອາດຈະໄດ້ພົບກັບຄົນຈຳພວກນີ້ຄືກັນ, ແຕ່ຄວາມຈິງແລ້ວມັນກໍ່ບໍ່ໄດ້ກ່ຽວຫຍັງກັບເຮົາ, ແຕ່ມັນກໍ່ເຮັດໃຫ້ເຮົາຄິດວ່າ ເປັນຫຍັງຕ້ອງເຮັດ, ເປັນຫຍັງຕອນເຮັດຄືບໍ່ຄິດກ່ອນ. ແຕ່ຄົນເຮົາກໍ່ບໍ່ແມ່ນວ່າຄິດບໍ່ເປັນ, ບາງຄົນກໍ່ມີເຫດຜົນສ່ວນຕົວຂອງໃຜມັນ, ແຕ່ເຫດຜົນນັ້ນດີ ຫຼື ບໍ່ດີເທົ່ານັ້ນ. ການເຮັດບຸນນັ້ນກໍ່ມີຫລາຍແບບ, ເຮົາເຮັດໃຫ້ຄົນທີ່ລ່ວງລັບໄປແລ້ວ, ເຮັດໃຫ້ເພາະຄວາມຈຳເປັນ,ເຮັດໃຫ້ເພາະໜ້າທີ່, ເຮັດເພາະຕ້ອງການທີ່ຈະເຮັດ. ແຕ່ບຸນແທ້ແທ້ (ຄວາມຄິດສ່ວນຕົວແລ້ວ) ແມ່ນການທີ່ເຮົາເຮັດໄປແລ້ວແລະບໍ່ຕ້ອງການສິ່ງຕອບແທນ, ບຸນແມ່ນການທີ່ເຮົາເຫັນຄົນອື່ນຫຍຸ້ງຍາກ ເຮົາຢາກຊ່ວຍ, ບຸນແມ່ນເຮົາຢາກໃຫ້ຜູ້ອື່ນໄດ້ກິນຄືເຮົາໄດ້ກິນ, ບຸນແມ່ນສິ່ງທີ່ທ່ານເຜີຍແຜ່ໃຫ້ຜູ້ອື່ນຄິດດີ ເຮັດໃນສິ່ງທີ່ດີ, ບຸນແມ່ນສິ່ງທີ່ເຮົາກະທຳ ແຕ່ເຮົາບໍ່ໄດ້ເຮັດຍ້ອນເຫດຜົນໃດໜຶ່ງ, ຫຼື ສິ່ງຕອບແທນຈາກສິ່ງນັ້ນ, ທ່ານມີທັງໝົດທີ່ກ່າວມານີ້ຫຼບໍ່?

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່າງຖາມເນາະ!

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດບຸນເປັນການເສຍສະຫລະຢ່າງຫນຶ່ງ
ເພື່ອຊ່ວຍເກື້ອກູນຍາດມິດ ມະນຸດໂລກ
ແລ້ວເຮົາກໍຈພໄດ້ບຸນ ອີ່ມໃຈໄປໃນຕົວ
ຕົກນ້ຳບໍ່ໄຫລຕົກໄຟບໍ່ໄຫມ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເພື່ອສ້າງບຸນສ້າງກຸສົນໄວ້ເພື່ອວັນຂ້າງໜ້າ ເພາະຄົນເຮົາບໍ່ມີຫຍັງທີ່ທ່ຽງແທ້ ແລະແນ່ນອນ ເຮັດດີ ທຳດີ ວາຈາດີ ຕໍ່ຜູ້ຄົນອ້ອມຂ້າງ ຮູ້ຈັກໃຫ້ແກ່ຄົນທີ່ດ້ອຍກ່ວາກະຄືບຸນຄືກຸສົນທີ່ຍິ່ງໃຫຍ່

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຍ້ອນຄົນເຮົາບໍ່ເຄີຍຄິດວ່າ ຄົນທີ່ສ້າງສາສະໜາຂື້ນມານີ້ ຢາກໃຫ້ເຮົາຮັກສາ ສາສະໜາ ນີ້ໄວ້ເພື່ອເປັນຄູ່ແຂ່ງກັບສາສະໜາອື່ນ ມົ້ວໃດນິ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດບຸນເພື່ອລ້າງບາບທີ່ເຄີຍສ້າງມາແຕ່ຊາດກ່ອນເກີດຊາດຕໍ່ໄປຈຶ່ງຊິໄດ້ເປັນເທວະດາ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດບຸນເປັນໜຶ່ງໃນການທີ່ທຳດີ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອຊາດນີ້ແລະຊາດຫນ້າ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ທຸກຄົນກໍ່ມີທິດສະດີເປັນຂອງຕົວເອງໝົດ ດັ່ງນັ້ນຂໍ່ຝາກໜ້ອຍໜື່ງ ເຮົາເຮັດຕາມສັດທາຂອງເຮົາ ຈົບ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເພື່ອໃຫ້ຕົວເອງສະບາຍໃຈ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໕ ກະທູ້
໘ ໂພສ
ຂາປະຈຳເວັບບອດ
ຄຳວ່າ "ບູນ"ແປໄດ້ຫລາຍຄວາມຫມາຍ
ເຮັດດີ ນີ້ກໍ່ ບູນ
ເວົ້າດີ ນີ້ກໍ່ ບູນ
ຄຶດດີ ນີ້ກໍ່ ບູນ
ຮັກສາສີນ 5 ນີ້ກໍ່ ບູນ
ເລື່ອງໄດສິ່ງໄດທີ່ເຮາເຮັດລົງໄປແລ້ວຖ້າສິ່ງນັິ້ນມເຮັດໃຫ້ເຮາ ແລະຄົນອື່ນມີຄວາມສູກ ແລະບໍ່ເຮັດໃຫ້ຕົວເຮາແລະຜູ້ອື່ນດຽດຮ້ອນເປັນເລື່ອງທີ່ຖືກຄັນລອງຄອງທັມແລ້ວ ຖືວ່າເລຶ່ອງນັ້ນເປັນ "ບູນ"

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ໃນເມື່ອເວົ້າເລື່ອງບຸນແລ້ວ ເວົ້າເລື່ອງການໃຫ້ທານແດ່ຈັກໜ້ອຍເພື່ອເປັນທຳທານ: (ຢ້າຄ້ານອ່ານເດີ) ໃຜຢາກໄດ້ໄຟລ໌ໂຕນິລະບອກເດີສິສົ່ງໄປໃຫ້

“ທານ”: ໝາຍເຖິງການໃຫ້ດ້ວຍຄວາມບໍລິສຸດໃຈໂດຍບໍ່ຫວັງຜົນຕອບແທນ, ເມື່ອເຮົາໃຫ້ທານໄປແລ້ວເຖິງຈະບໍ່ຫວັງຜົນຕອບແທນໃດໆກໍ່ຕາມ ແຕ່ກໍ່ຈະມີບຸນເກີດຂຶ້ນ ແລະ ບຸນນັ້ນກໍ່ຈະຊ່ວຍອອກແບບຊີວິດຂອງເຮົາໃຫ້ສົມບູນພ້ອມດ້ວຍຊັບສົມບັດ, ຖ້າຜູ້ໃດຫາກປາສະຈາກ ທານບາຣະມີ ແລ້ວເກີດມາກໍ່ຈະຍາກຈົນສ້າງບາຣະມີໄດ້ບໍ່ສະດວກ. ດັ່ງນັ້ນ, ການໃຫ້ ທານ ຈຶ່ງເປັນພື້ນຖານຂອງການພັດທະນາຄຸນນະພາບຊີວິດໃຫ້ມີຄວາມຈະເລີນກ້າວໜ້າ. ທານແມ່ນໜຶ່ງໃນບຸນກິຣິຍາວັດຖຸ 10, ການເຮັດທານຈຶ່ງເປັນການສ້າງບຸນຢ່າງໜຶ່ງ. ຄໍາວ່າ “ທານ” ນີ້ໂດຍທົ່ວໄປມັກສັບສົນກັບຄຳວ່າ “ບຸນ” ເນື່ອງຈາກເຮົາມັກຈະຖະຫວາຍເຄື່ອງຂອງໃຫ້ກັບພະສົງວ່າເປັນການ “ເຮັດບຸນ” ແຕ່ຖ້າ ໃຫ້ເຄື່ອງຂອງແກ່ຄົນຍາກຈົນ ຫຼື ຄົນທີ່ດ້ອຍກ່ວາຕົນວ່າ: “ໃຫ້ທານ” ແຕ່ແທ້ຈິງແລ້ວການໃຫ້ນັ້ນບໍ່ວ່າຈະໃຫ້ໃຜກໍ່ຕາມຖືວ່າເປັນການໃຫ້ທານທັ້ງນັ້ນ ແລະ ໄດ້ບຸນທັ້ງນັ້ນ.

ທານແບ່ງອອກເປັນ 4 ປະເພດດັ່ງນີ້:
1.ອາມິສະທານ: ຄືການໃຫ້ວັດຖຸສິ່ງຂອງຕ່າງໆເປັນທານເຊັ່ນ: ເຂົ້າ, ນ້ຳ, ຜ້າ, ຍານພາຫະນະ, ທີ່ຢູ່ອາໄສ, ດອກໄມ້ເຄື່ອງຫອມ ທູບທຽນ ເປັນຕົ້ນ.
ການໃຫ້ອາມິສະທານນີ້ແບ່ງຕາມຄຸນນະພາບຂອງສິ່ງທີ່ໃຫ້ທານໄດ້ 3 ຢ່າງ:
- ທາດທານ: ໃຫ້ສິ່ງຂອງທີ່ດ້ອຍກ່ວາຂອງຕົນເອງໃຊ້ ໄດ້ບຸນນ້ອຍ
- ສະຫາຍທານ: ໃຫ້ສິ່ງຂອງສະເໝີກັບສິ່ງທີ່ຕົນເອງໃຊ້ ໄດ້ບຸນຫຼາຍຂຶ້ນ
- ສາມີທານ: ໃຫ້ສິ່ງຂອງທີ່ດີກ່ວາຕົນເອງໃຊ້ໄດ້ບຸນຫຼາຍທີ່ສຸດ

2. ອະໄພຍະທານ: ຄືການໃຫ້ຊີວິດສັດໂລກເປັນທານ, ການລະງັບຄວາມຄຽດແຄ້ນ ໃຫ້ອອກຈາກໃຈ ອະໄພເຊິ່ງກັນ ແລະ ກັນ.

3. ວິທະຍາທານ: ຄືການໃຫ້ຄວາມຮູ້ເປັນທານ ແລະ ໃຫ້ຄຳແນະນຳສັ່ງສອນທີ່ດີທີ່ມີປະໂຫຍດໃນການດຳລົງຊີວິດ.

4. ທຳມະທານ: ຄືການໃຫ້ຄວາມຮູ້ທາງທຳເປັນທານເຊັ່ນ: ການແນະນຳສັ່ງສອນໃຫ້ເຂົ້າໃຈເລື່ອງ ບຸນ, ບາບ ໃຫ້ຖິ້ມຄວາມຊົ່ວສ້າງຄວາມດີ ເຮັດໃຈໃຫ້ສະອາດຜ່ອງໃສດ້ວຍການເຮັດສະມາທິພາວະນາເຊິ່ງເປັນທາງມາແຫ່ງຄວາມສະອາດບໍລິສຸດ ທາງກາຍ, ວາຈາ, ໃຈ ຈົນໝົດກິເຫຼດທັງຫຼາຍໄດ້.
ການໃຫ້ທຳມະເປັນທານ ປຽບເໝືອນການໃຫ້ແສງສະຫ່ວາງສ່ອງທາງໃຫ້ຊີວິດໃຫ້ດຳເນີນໄປໃນທາງທີ່ຖືກຕ້ອງດີງາມ. ທຳມະທານຈຶ່ງມີອະນິສົງຫຍິ່ງໃຫ່ຍ ແລະ ປະເສີດກ່ວາການໃຫ້ທານທັງປວງ.

ການໃຫ້ທານທີ່ມີອະນິສົງຫຼາຍ.

ການໃຫ້ທານທີ່ມີອະນິສົງຫຼາຍຈົນບໍ່ສາມາດປະເມີນຄ່າໄດ້ຕາມຫຼັກຂອງ ພຸດທະສາສະໜາ ແລ້ວຈະຕ້ອງຄົບດ້ວຍອົງປະກອບທັງສາມປະການຄື:

- ວັດຖຸທານບໍລິສຸດ: ໝາຍເຖິງສິ່ງຂອງທີ່ນຳມາໃຫ້ທານນັ້ນຫາໄດ້ໂດຍສຸຈະຣິດ ບໍ່ໄດລັກ ຫຼື ສໍ້ໂກງໃຜມາ.

- ບຸກຄົນບໍລິສຸດ: ໝາຍເຖິງຜູ້ຮັບ ແລະ ຜູ້ໃຫ້ມີສິນທຳຕາມເພດພາວະຂອງຕົນ (ຜູ້ໃຫ້ຢ່າງນ້ອຍຮັກສາສິນ 5 ໄດ້).

- ເຈດຕະນາບໍລິສຸດ: ໝາຍເຖິງມີເຈຕະນາໃຫ້ດ້ວຍຄວາມເລື່ອມໃສສັດທາ ເຊື່ອໃນຜົນຂອງທານ ທັ້ງກ່ອນໃຫ້, ຂະນະທີ່ໃຫ້ ແລະ ຫຼັງຈາກໃຫ້ໄປແລ້ວ.

ນອກຈາກນີ້ການໃຫ້ທານຈະໄດ້ບຸນຫຼາຍ ຫຼື ນ້ອຍຍັງຂຶ້ນກັບເຈດຕະນາຂອງຜູ້ໃຫ້ອີກດ້ວຍ ຖ້າໃຫ້ທານໂດຍສະເພາະເຈາະຈົງບຸກຄົນໃດບຸນຄົນໜຶ່ງ ຈະໄດ້ບຸນນ້ອຍກ່ວາ ການໃຫ້ທານແກ່ຄະນະສົງໂດຍບໍ່ສະເພາະເຈາະຈົງຜູ້ໃດຜູ້ໜຶ່ງເຊິ່ງເອີ້ນວ່າ: “ ສັງຄະທານ “, ດັ່ງທີ່ ພະສຳມະສຳພຸດທະເຈົ້າໄດ້ຮັບຮອງໄວ້ວ່າ: “ ສັງຄະທານເປັນປາມຸກຂອງຜູ້ຫວັງບຸນ ພະສົງນັ້ນແຫຼະເປັນປາມຸກຂອງຜູ້ບູຊາ ແລະ ເປັນເນື້ອນາບຸນຂອງໂລກ ບໍ່ມີເນື້ອນາບຸນທີ່ຍິ່ງກ່ວາ “.

ສິ່ງຂອງທີ່ໃຫ້ແລ້ວບໍ່ໄດ້ບຸນ.

ສິ່ງຂອງບາງຢ່າງບໍ່ສົມຄວນທີ່ຈະໃຫ້ໃຜ ເພາະໃຫ້ແລ້ວນອກຈາກຈະບໍ່ໄດ້ບຸນແລ້ວ ຍັງມີໂທດ ຫຼື ບາບກຳເກີດຂຶ້ນ ທັງຜູ້ໃຫ້ແລະ ຜູ້ຮັບ ເຊັ່ນ: ສຸລາ, ຢາເສບຕິດ, ສິ່ງຕ່າງໆທີ່ເຮັດໃຫ້ປະໝາດມົວເມົາໝົກໝຸ້ນໃນກາມ, ຮູບພາບຕ່າງໆທີ່ຍົ່ວຍຸໃຫ້ເກີດກາມະຣົມອາວຸດ ຫຼື ຢາພິດ ທີ່ຈະນຳສູ່ການກະທຳຜິດ.

ອະນິສົງ ຂອງການໃຫ້ທານ:

1. ເປັນທາງມາຂອງຊັບສົມບັດ: ຄົນຈໍານວນຫຼວງຫຼາຍມັກບໍ່ເຊື່ອວ່າການໃຫ້ທານຈະເຮັດໃຫ້ອຸດົມສົມບູນດ້ວຍຊັບສິນເງິນທອງ ເພາະບໍ່ເຄີຍເຫັນວ່າບຸນເປັນແນວໃດເນື່ອງຈາກບໍ່ສາມາດເຫັນດ້ວຍຕາ, ບໍ່ໄດ້ຍິນດ້ວຍຫູ, ບໍ່ສາມາດຮັບ ກິ່ນໄດ້ດ້ວຍດັງ ແລະ ບຸນບໍ່ສາມາດຮັບຮູ້ໄດ້ດ້ວຍຜິວໜັງ ບໍ່ສາມາດຮັບຮູ້ໄດ້ດວ້ຍອິນຊີທັງຫ້າໃດໆຈິ່ງສະຫຼຸບວ່າບຸນບໍ່ມີຈິງ ແມ້ແຕ່ນະຣົກ ສະຫັວນກໍ່ເຊື່ອວ່າບໍ່ມີ, ແຕ່ສຳລັບ ພະອໍຣະຫັນ ຫຼື ອົງສຳມາສຳພຸດທະເຈົ້າແລ້ວທີ່ປະຕິບັດທຳເຮັດໃຈໃຫ້ຜ່ອງໃສຈົນຈິດສະອາດບໍລິສຸດຍ່ອມຮູ້ເຫັນວ່າ ບຸນມີຈິງ ໂລກນີ້ໂລກໜ້າມີຈິງ, ຊີວິດຫຼັງຄວາມຕາຍມີຈິງ ເຊິ່ງສິ່ງເຫຼົ່ານີ້ໃຜໆກໍ່ສາມາດໄປຮູ້ໄປເຫັນໄດ້ດ້ວຍຕົນເອງ ຖ້າຕັ້ງໃຈປະຕິບັດທຳ ນັ່ງສະມາທິພາວະນາຈົນຈິດສະຫງົບສະອາດທີ່ສຸດກໍ່ຈະໄດ້ຍານພິເສດທີ່ເອີ້ນວ່າ “ ທິບຈັກຂຸ “ ຈຶ່ງສາມາດຮູ້ເຫັນເລື່ອງນີ້ໄດ້. ບຸນທີ່ເກີດຈາກການໃຫ້ທານແມ່ນຢູ່ເບື້ອງຫຼັງຂອງການຮັ່ງມີດ້ວຍຊັບສົມບັດທັ້ງນັ້ນ, ດັ່ງນັ້ນຈຶ່ງເຫັນໄດ້ວ່າມະນຸດເຮົາເກີດມາແລ້ວມີຖານະແຕກຕ່າງກັນຢ່າງເຫັນໄດ້ຊັດ ບາງຄົນເກີດມາກໍ່ເກີດມາໃນຄອບຄົວທີ່ຮັ່ງມີພຽບພ້ອມດ້ວຍຊັບສົມບັດທັ້ງໆທີ່ຍັງບໍ່ໄດ້ສ້າງໄດ້ສາຫັຍງ ກໍ່ຍ້ອນອະນິສົງຂອງການໃຫ້ທານໃນອາດີດຊາດຂອງເຂົາເຈົ້ານັ້ນເອງ.

2. ຜູ້ໃຫ້ທານຍ່ອມເປັນທີ່ຮັກຂອງຄົນທັງຫຼາຍ.
3. ຄົນດີທັງຫຼາຍຍ່ອມຈະຄົບຫາແຕ່ຜູ້ໃຫ້ທານ.
4. ຊື່ສຽງຂອງຜູ້ໃຫ້ຍ່ອມກະຈາຍໄປທົ່ວທຸກແຫ່ງຫົນ.
5. ຜູ້ໃຫ້ຍ່ອມແກ່ກ້າອາດຫານ ບໍ່ເຂີນອາຍໃນທີ່ປະຊຸມຊົນ.
6. ເມື່ອລະຈາກໂລກນີ້ແລ້ວຜູ້ໃຫ້ຍ່ອມບັງເກີດໃນສຸຂະຕິໂລກສະຫວັນ.

ຈົ່ງໝັ້ນໃຫ້ທານ, ຮັກສາສິນ, ໝັ່ນຈະເລີນສະມາທິພາວະນາ (ນັ່ງສະມາທິ ແລະ ສວດມົນ)
ອາດີດທີ່ຜິດພາດໃຫ້ລືມໄປໃຫ້ໝົດ
ຄວາມຊົ່ວແມ່ນແຕ່ເລັກນ້ອຍຢ່າໄດ້ເຮັດອີກ
ໝັ່ນສ້າງຄວາມດີ ດ້ວຍການໃຫ້ທານ,ຮັກສາສິນ ແລະ ຈະເລີນ ສະມາທິພາວະນາ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ເພາະຢາກໄດ້ບຸນ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ...
ເພາະຢາກໄດ້ບຸນ

ແມ່ນແລ້ວ ເພາະບຸນເປັນຫຼັກຄວາມຈິງຂອງທຳມະຊາດ ທີ່ບໍ່ສາມາດປ່ຽນແປງໄດ້ ບຸນຄືສິ່ງສຳຄັນທີ່ສຸດໃນການດຳເນີນຊີວິດ ທັ້ງໃນໂລກນີ້ ແລະ ໂລກໜ້າ. ທີ່ຍັງມີຊີວິດຢູ່ທຸກວັນນີ້ກໍ່ເພາະບຸນ, ທີ່ມີວຽກເຮັດງານທຳທຸກວັນນີ້ ມີຊັບສິນເງິນທອງໃຊ້ກໍ່ເພາະບຸນ, ທີ່ບໍ່ເປັນຄົນພິການ ເສຍອົງຄະກໍ່ເພາະບຸນ, ໃນເມື່ອບຸນສຳຄັນພຽງນີ້ໃຜໆກໍ່ຕ້ອງຢາກໄດ້ຢູ່ແລ້ວ ວ່າບໍ່?

໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ຫລືວ່າທ່ານຢາກເຮັດບາບ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດດີໄດ້ດີ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເຮັດບຸນຍ້ອນເຮັດແລ້ວລະຮູ້ສຶກດີກະເລີຍເຮັດ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກທາງໃຈ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ເຮັດການໄດ້ເງິນເດືອນ
- ເຮັດເຮືອນໄດ້ຢູ່ເຮືອນ
- ເຮັດນາໄດ້ເຂົ້າ
-ເຮັດສວນປູກຜັກໄດ້ກິນຜັກ
- ຢາກໄດ້"ບຸນ" ເຮັດ "ບຸນ" (ຄິດວ່າ)

໑໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເຫດທີ່ເຮົາຕ້ອງເຮັດບຸນກໍ່ເພາະວ່າ ບຸນຄືຄວາມດີຄືສິ່ງຖືກຕ້ອງ ເມື່ອເຮັດແລ້ວຈະໄດ້ດີໄດ້ຄວາມສຸກ ບຸນນີ້ເມື່ອເຮັດແລ້ວຈະສະບາຍໃຈມີຄວາມສຸກ ແລະອີກຢ່າງໜຶ່ງບຸນນີ້ເປັນທີ່ເພິ່ງທາງໃຈໃຫ້ຄົນເຮົາ ບຸນນີ້ມີປະໂຫຍດໃນຊາດນີ້ແລະຊາດໜ້າ...

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ...
ເພາະຢາກໄດ້ບຸນ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດໃຫ້ຈິດໃຈສະງົບ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ເຮັດ​ແລ້ວ​ສະ​ບາຍ​ໃຈ
ເຮັດ​ແລ້ວ ເປັນ​ປະ​ໂຫຍດ​ກັບ​ໂຕ​ເອງ ແລະ​ຜູ້​ອື່ນ ບໍ່​ຫລາຍ​ກໍ່​ຫ​ນ້ອຍ ເຫດ​ຜົນ ຂ​ພ​ຈ ປະ​ມານ​ນີ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ໃນເມື່ອເວົ້າເລື່ອງບຸນແລ້ວ ເວົ້າເລື່ອງການໃຫ້ທານແດ່ຈັກໜ້ອຍເພື່ອເປັນທຳທານ: (ຢ້າຄ້ານອ່ານເດີ) ໃຜຢາກໄດ້ໄຟລ໌ໂຕນິລະບອກເດີສິສົ່ງໄປໃຫ້

“ທານ”: ໝາຍເຖິງການໃຫ້ດ້ວຍຄວາມບໍລິສຸດໃຈໂດຍບໍ່ຫວັງຜົນຕອບແທນ, ເມື່ອເຮົາໃຫ້ທານໄປແລ້ວເຖິງຈະບໍ່ຫວັງຜົນຕອບແທນໃດໆກໍ່ຕາມ ແຕ່ກໍ່ຈະມີບຸນເກີດຂຶ້ນ ແລະ ບຸນນັ້ນກໍ່ຈະຊ່ວຍອອກແບບຊີວິດຂອງເຮົາໃຫ້ສົມບູນພ້ອມດ້ວຍຊັບສົມບັດ, ຖ້າຜູ້ໃດຫາກປາສະຈາກ ທານບາຣະມີ ແລ້ວເກີດມາກໍ່ຈະຍາກຈົນສ້າງບາຣະມີໄດ້ບໍ່ສະດວກ. ດັ່ງນັ້ນ, ການໃຫ້ ທານ ຈຶ່ງເປັນພື້ນຖານຂອງການພັດທະນາຄຸນນະພາບຊີວິດໃຫ້ມີຄວາມຈະເລີນກ້າວໜ້າ. ທານແມ່ນໜຶ່ງໃນບຸນກິຣິຍາວັດຖຸ 10, ການເຮັດທານຈຶ່ງເປັນການສ້າງບຸນຢ່າງໜຶ່ງ. ຄໍາວ່າ “ທານ” ນີ້ໂດຍທົ່ວໄປມັກສັບສົນກັບຄຳວ່າ “ບຸນ” ເນື່ອງຈາກເຮົາມັກຈະຖະຫວາຍເຄື່ອງຂອງໃຫ້ກັບພະສົງວ່າເປັນການ “ເຮັດບຸນ” ແຕ່ຖ້າ ໃຫ້ເຄື່ອງຂອງແກ່ຄົນຍາກຈົນ ຫຼື ຄົນທີ່ດ້ອຍກ່ວາຕົນວ່າ: “ໃຫ້ທານ” ແຕ່ແທ້ຈິງແລ້ວການໃຫ້ນັ້ນບໍ່ວ່າຈະໃຫ້ໃຜກໍ່ຕາມຖືວ່າເປັນການໃຫ້ທານທັ້ງນັ້ນ ແລະ ໄດ້ບຸນທັ້ງນັ້ນ.

ທານແບ່ງອອກເປັນ 4 ປະເພດດັ່ງນີ້:
1.ອາມິສະທານ: ຄືການໃຫ້ວັດຖຸສິ່ງຂອງຕ່າງໆເປັນທານເຊັ່ນ: ເຂົ້າ, ນ້ຳ, ຜ້າ, ຍານພາຫະນະ, ທີ່ຢູ່ອາໄສ, ດອກໄມ້ເຄື່ອງຫອມ ທູບທຽນ ເປັນຕົ້ນ.
ການໃຫ້ອາມິສະທານນີ້ແບ່ງຕາມຄຸນນະພາບຂອງສິ່ງທີ່ໃຫ້ທານໄດ້ 3 ຢ່າງ:
- ທາດທານ: ໃຫ້ສິ່ງຂອງທີ່ດ້ອຍກ່ວາຂອງຕົນເອງໃຊ້ ໄດ້ບຸນນ້ອຍ
- ສະຫາຍທານ: ໃຫ້ສິ່ງຂອງສະເໝີກັບສິ່ງທີ່ຕົນເອງໃຊ້ ໄດ້ບຸນຫຼາຍຂຶ້ນ
- ສາມີທານ: ໃຫ້ສິ່ງຂອງທີ່ດີກ່ວາຕົນເອງໃຊ້ໄດ້ບຸນຫຼາຍທີ່ສຸດ

2. ອະໄພຍະທານ: ຄືການໃຫ້ຊີວິດສັດໂລກເປັນທານ, ການລະງັບຄວາມຄຽດແຄ້ນ ໃຫ້ອອກຈາກໃຈ ອະໄພເຊິ່ງກັນ ແລະ ກັນ.

3. ວິທະຍາທານ: ຄືການໃຫ້ຄວາມຮູ້ເປັນທານ ແລະ ໃຫ້ຄຳແນະນຳສັ່ງສອນທີ່ດີທີ່ມີປະໂຫຍດໃນການດຳລົງຊີວິດ.

4. ທຳມະທານ: ຄືການໃຫ້ຄວາມຮູ້ທາງທຳເປັນທານເຊັ່ນ: ການແນະນຳສັ່ງສອນໃຫ້ເຂົ້າໃຈເລື່ອງ ບຸນ, ບາບ ໃຫ້ຖິ້ມຄວາມຊົ່ວສ້າງຄວາມດີ ເຮັດໃຈໃຫ້ສະອາດຜ່ອງໃສດ້ວຍການເຮັດສະມາທິພາວະນາເຊິ່ງເປັນທາງມາແຫ່ງຄວາມສະອາດບໍລິສຸດ ທາງກາຍ, ວາຈາ, ໃຈ ຈົນໝົດກິເຫຼດທັງຫຼາຍໄດ້.
ການໃຫ້ທຳມະເປັນທານ ປຽບເໝືອນການໃຫ້ແສງສະຫ່ວາງສ່ອງທາງໃຫ້ຊີວິດໃຫ້ດຳເນີນໄປໃນທາງທີ່ຖືກຕ້ອງດີງາມ. ທຳມະທານຈຶ່ງມີອະນິສົງຫຍິ່ງໃຫ່ຍ ແລະ ປະເສີດກ່ວາການໃຫ້ທານທັງປວງ.

ການໃຫ້ທານທີ່ມີອະນິສົງຫຼາຍ.

ການໃຫ້ທານທີ່ມີອະນິສົງຫຼາຍຈົນບໍ່ສາມາດປະເມີນຄ່າໄດ້ຕາມຫຼັກຂອງ ພຸດທະສາສະໜາ ແລ້ວຈະຕ້ອງຄົບດ້ວຍອົງປະກອບທັງສາມປະການຄື:

- ວັດຖຸທານບໍລິສຸດ: ໝາຍເຖິງສິ່ງຂອງທີ່ນຳມາໃຫ້ທານນັ້ນຫາໄດ້ໂດຍສຸຈະຣິດ ບໍ່ໄດລັກ ຫຼື ສໍ້ໂກງໃຜມາ.

- ບຸກຄົນບໍລິສຸດ: ໝາຍເຖິງຜູ້ຮັບ ແລະ ຜູ້ໃຫ້ມີສິນທຳຕາມເພດພາວະຂອງຕົນ (ຜູ້ໃຫ້ຢ່າງນ້ອຍຮັກສາສິນ 5 ໄດ້).

- ເຈດຕະນາບໍລິສຸດ: ໝາຍເຖິງມີເຈຕະນາໃຫ້ດ້ວຍຄວາມເລື່ອມໃສສັດທາ ເຊື່ອໃນຜົນຂອງທານ ທັ້ງກ່ອນໃຫ້, ຂະນະທີ່ໃຫ້ ແລະ ຫຼັງຈາກໃຫ້ໄປແລ້ວ.

ນອກຈາກນີ້ການໃຫ້ທານຈະໄດ້ບຸນຫຼາຍ ຫຼື ນ້ອຍຍັງຂຶ້ນກັບເຈດຕະນາຂອງຜູ້ໃຫ້ອີກດ້ວຍ ຖ້າໃຫ້ທານໂດຍສະເພາະເຈາະຈົງບຸກຄົນໃດບຸນຄົນໜຶ່ງ ຈະໄດ້ບຸນນ້ອຍກ່ວາ ການໃຫ້ທານແກ່ຄະນະສົງໂດຍບໍ່ສະເພາະເຈາະຈົງຜູ້ໃດຜູ້ໜຶ່ງເຊິ່ງເອີ້ນວ່າ: “ ສັງຄະທານ “, ດັ່ງທີ່ ພະສຳມະສຳພຸດທະເຈົ້າໄດ້ຮັບຮອງໄວ້ວ່າ: “ ສັງຄະທານເປັນປາມຸກຂອງຜູ້ຫວັງບຸນ ພະສົງນັ້ນແຫຼະເປັນປາມຸກຂອງຜູ້ບູຊາ ແລະ ເປັນເນື້ອນາບຸນຂອງໂລກ ບໍ່ມີເນື້ອນາບຸນທີ່ຍິ່ງກ່ວາ “.

ສິ່ງຂອງທີ່ໃຫ້ແລ້ວບໍ່ໄດ້ບຸນ.

ສິ່ງຂອງບາງຢ່າງບໍ່ສົມຄວນທີ່ຈະໃຫ້ໃຜ ເພາະໃຫ້ແລ້ວນອກຈາກຈະບໍ່ໄດ້ບຸນແລ້ວ ຍັງມີໂທດ ຫຼື ບາບກຳເກີດຂຶ້ນ ທັງຜູ້ໃຫ້ແລະ ຜູ້ຮັບ ເຊັ່ນ: ສຸລາ, ຢາເສບຕິດ, ສິ່ງຕ່າງໆທີ່ເຮັດໃຫ້ປະໝາດມົວເມົາໝົກໝຸ້ນໃນກາມ, ຮູບພາບຕ່າງໆທີ່ຍົ່ວຍຸໃຫ້ເກີດກາມະຣົມອາວຸດ ຫຼື ຢາພິດ ທີ່ຈະນຳສູ່ການກະທຳຜິດ.

ອະນິສົງ ຂອງການໃຫ້ທານ:

1. ເປັນທາງມາຂອງຊັບສົມບັດ: ຄົນຈໍານວນຫຼວງຫຼາຍມັກບໍ່ເຊື່ອວ່າການໃຫ້ທານຈະເຮັດໃຫ້ອຸດົມສົມບູນດ້ວຍຊັບສິນເງິນທອງ ເພາະບໍ່ເຄີຍເຫັນວ່າບຸນເປັນແນວໃດເນື່ອງຈາກບໍ່ສາມາດເຫັນດ້ວຍຕາ, ບໍ່ໄດ້ຍິນດ້ວຍຫູ, ບໍ່ສາມາດຮັບ ກິ່ນໄດ້ດ້ວຍດັງ ແລະ ບຸນບໍ່ສາມາດຮັບຮູ້ໄດ້ດ້ວຍຜິວໜັງ ບໍ່ສາມາດຮັບຮູ້ໄດ້ດວ້ຍອິນຊີທັງຫ້າໃດໆຈິ່ງສະຫຼຸບວ່າບຸນບໍ່ມີຈິງ ແມ້ແຕ່ນະຣົກ ສະຫັວນກໍ່ເຊື່ອວ່າບໍ່ມີ, ແຕ່ສຳລັບ ພະອໍຣະຫັນ ຫຼື ອົງສຳມາສຳພຸດທະເຈົ້າແລ້ວທີ່ປະຕິບັດທຳເຮັດໃຈໃຫ້ຜ່ອງໃສຈົນຈິດສະອາດບໍລິສຸດຍ່ອມຮູ້ເຫັນວ່າ ບຸນມີຈິງ ໂລກນີ້ໂລກໜ້າມີຈິງ, ຊີວິດຫຼັງຄວາມຕາຍມີຈິງ ເຊິ່ງສິ່ງເຫຼົ່ານີ້ໃຜໆກໍ່ສາມາດໄປຮູ້ໄປເຫັນໄດ້ດ້ວຍຕົນເອງ ຖ້າຕັ້ງໃຈປະຕິບັດທຳ ນັ່ງສະມາທິພາວະນາຈົນຈິດສະຫງົບສະອາດທີ່ສຸດກໍ່ຈະໄດ້ຍານພິເສດທີ່ເອີ້ນວ່າ “ ທິບຈັກຂຸ “ ຈຶ່ງສາມາດຮູ້ເຫັນເລື່ອງນີ້ໄດ້. ບຸນທີ່ເກີດຈາກການໃຫ້ທານແມ່ນຢູ່ເບື້ອງຫຼັງຂອງການຮັ່ງມີດ້ວຍຊັບສົມບັດທັ້ງນັ້ນ, ດັ່ງນັ້ນຈຶ່ງເຫັນໄດ້ວ່າມະນຸດເຮົາເກີດມາແລ້ວມີຖານະແຕກຕ່າງກັນຢ່າງເຫັນໄດ້ຊັດ ບາງຄົນເກີດມາກໍ່ເກີດມາໃນຄອບຄົວທີ່ຮັ່ງມີພຽບພ້ອມດ້ວຍຊັບສົມບັດທັ້ງໆທີ່ຍັງບໍ່ໄດ້ສ້າງໄດ້ສາຫັຍງ ກໍ່ຍ້ອນອະນິສົງຂອງການໃຫ້ທານໃນອາດີດຊາດຂອງເຂົາເຈົ້ານັ້ນເອງ.

2. ຜູ້ໃຫ້ທານຍ່ອມເປັນທີ່ຮັກຂອງຄົນທັງຫຼາຍ.
3. ຄົນດີທັງຫຼາຍຍ່ອມຈະຄົບຫາແຕ່ຜູ້ໃຫ້ທານ.
4. ຊື່ສຽງຂອງຜູ້ໃຫ້ຍ່ອມກະຈາຍໄປທົ່ວທຸກແຫ່ງຫົນ.
5. ຜູ້ໃຫ້ຍ່ອມແກ່ກ້າອາດຫານ ບໍ່ເຂີນອາຍໃນທີ່ປະຊຸມຊົນ.
6. ເມື່ອລະຈາກໂລກນີ້ແລ້ວຜູ້ໃຫ້ຍ່ອມບັງເກີດໃນສຸຂະຕິໂລກສະຫວັນ.

ຈົ່ງໝັ້ນໃຫ້ທານ, ຮັກສາສິນ, ໝັ່ນຈະເລີນສະມາທິພາວະນາ (ນັ່ງສະມາທິ ແລະ ສວດມົນ)
ອາດີດທີ່ຜິດພາດໃຫ້ລືມໄປໃຫ້ໝົດ
ຄວາມຊົ່ວແມ່ນແຕ່ເລັກນ້ອຍຢ່າໄດ້ເຮັດອີກ
ໝັ່ນສ້າງຄວາມດີ ດ້ວຍການໃຫ້ທານ,ຮັກສາສິນ ແລະ ຈະເລີນ ສະມາທິພາວະນາ

ຫາກ​ກໍ່​ກິນ​ເຂົ້າ​ທ່ຽງ​ແລ້ວ
ເລີຍ​ຄ້ານ​ອ່ານ​ຄື ວ່າ​ແລະ
ແຕ່​ກໍ່ ອະ​ນຸ​ໂມ​ທະ​ນາ ສາ​ທຸ ນຳ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນບໍ່ຢາກເຮັດບາບ