ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄວາມວຸ້ນວາຍໃນໃຈ

໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
''ພາຍໃນຈິດໃຈຂອງຂ້ອຍ ມັນບັງຊ້ອນ ຄວາມຮູ້ສຶກສັບສົນວຸ້ນວາຍເອົາໄວ. ຄວາມວຸ້ນວາຍທີ່ທຳລາຍສຳມາທິຈິດຂອງຂ້ອຍ ມັນເພີ່ມຂື້ນທຸກວັນ
ຂ້ອຍພະຍາຍາມທີ່ຈະຄີຄາຍບັນຫາເຫຼົ່ານີ້ ໃຫ້ເຂົ້າລູ່ເຂົ້າທາງ ແຕ່ແລ້ວມັນກໍ່ສູນເປົ່າ ຍິ່ງຂ້ອຍພະຍາຍາມຫຼາຍເທົ່າໃດ ເໝື່ອນກັບວ່າຄວາມ ວຸ້ນວາຍເຫລົ່ານັ້ນກໍ່ເພີ່ມຂື້ນຫຼາຍເທົ່ານັ້ນ ຫຼືນີ້ເປັນລິຂິດຟ້າ ທີ່ຂຽນ ບົດອັນໂຫດຮ້າຍນີ້ມາສຳລັບຂ້ອຍ 'ແຕ່ຂ້ອຍກໍ່ບໍ່ທໍ້ດອກ 'ພຽງແຕ່ອຶດໃຈດຽວທີ່ຄິດ ຂ້ອຍກໍ່ຮູ້ສຶກວ່າມັນບໍ່ສຳເລັດ ຫຼືສີ້ນລົມ ຫາຍໃຈຂອງຂ້ອຍ ກ່ອນ ແລ້ວຄວາມວຸ້ນວາຍນັ້ນຈະຄີຄາຍ ''

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ລະແມ່ນຫຍັງລະຄືຄວາມຫວຸ້ນວາຍຂອງເຈົ້າ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູນເປົ່າ ອຶດໃຈ ຈະຄີຄາຍ


໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ບັນຫາທີ່ບອກໃຜບໍ່ໄດ້ ຕ້ອງເກັບໄວ້ຄົນດຽວ ມັນທໍລະມານ ແລະ ວຸ້ນວາຍໃຈ

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...
ບັນຫາທີ່ບອກໃຜບໍ່ໄດ້ ຕ້ອງເກັບໄວ້ຄົນດຽວ ມັນທໍລະມານ ແລະ ວຸ້ນວາຍໃຈ

ສະສົມພໍມັນວຸ້ນວາຍຫັນແລະ ບໍ່ບອກໃຜນະ ເກັບໄວ້ລະເບີດຄົນດຽວນະ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...
ບັນຫາທີ່ບອກໃຜບໍ່ໄດ້ ຕ້ອງເກັບໄວ້ຄົນດຽວ ມັນທໍລະມານ ແລະ ວຸ້ນວາຍໃຈ


ພັດວ່າ ຄັນບໍ່ຢາກວຸ່ນວາຍກະບອກຄົນທີ່ຮູ້ໃຈ ຫລືຍາດພີ່ນ້ອງຊ່ວຍ


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ມີຫຍັງກະບອກກັນກະໄດ້ພໍຊ່ວຍໄດ້ກະຊິຊ່ວຍ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປທ່ຽວໃຫ້ສະບາຍໃຈ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...
ບັນຫາທີ່ບອກໃຜບໍ່ໄດ້ ຕ້ອງເກັບໄວ້ຄົນດຽວ ມັນທໍລະມານ ແລະ ວຸ້ນວາຍໃຈ


ເຈົ້າເປັນເກບໍ ເລີຍບອກໃຜບໍ່ໄດ້ ຖ້າບອກແລ້ວຢ້ານພໍ່ແມ່ຮັບບໍ່ໄດ້ 55+


໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...
ມີຫຍັງກະບອກກັນກະໄດ້ພໍຊ່ວຍໄດ້ກະຊິຊ່ວຍ


ຂອບໃຈຫຼາຍໆເດີ

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...
ບັນຫາທີ່ບອກໃຜບໍ່ໄດ້ ຕ້ອງເກັບໄວ້ຄົນດຽວ ມັນທໍລະມານ ແລະ ວຸ້ນວາຍໃຈ


ເຈົ້າເປັນເກບໍ ເລີຍບອກໃຜບໍ່ໄດ້ ຖ້າບອກແລ້ວຢ້ານບໍ່ແມ່ຮັບບໍ່ໄດ້ 55+


ບໍ່ ! ມັນບໍ່ແມ່ນເລື່ອງແບບນີ້ ມັນກ່ວານັ້ນ

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ໄປທ່ຽວໃຫ້ສະບາຍໃຈ


ໂອ໋ ! ແມ່ນແລ້ວ ສິກຽມທຣີບໄປທ່ຽວກ່ອນ ຂອບໃຈເດີ

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...

ບໍ່ ! ມັນບໍ່ແມ່ນເລື່ອງແບບນີ້ ມັນກ່ວານັ້ນ


ກວ່ານັ້ນກໍ່ເປັນກະເທີຍແລ້ວລະ ຫ່າໆ


໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ຖ້າຄິດວ່າຄວາມວຸ້ຍວາຍນັ້ນເປັນຄວາມສຸກຂອງທ່ານກໍ່ປ່ອຍໃຫ້ມັນວຸ້ຍວາຍຕໍ່ໄປ ຖ້າບໍ່ແມ່ນກໍ່ແກ້ໄຂດ້ວຍການປຶກສາຫາລຶກັບຄົນໃກ້ສິດ ຫຼືປຶກສາກັບເພື່ອນໆໃນພັນລາວກໍ່ຍິ່ງດີ!
ຂໍໃຫ້ໂຊກດີບໍ່ມີທຸກ!


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປກຶນເບຍແກ້ເຊັງໂວຍ..............


໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...

ບໍ່ ! ມັນບໍ່ແມ່ນເລື່ອງແບບນີ້ ມັນກ່ວານັ້ນ


ກວ່ານັ້ນກໍ່ເປັນກະເທີຍແລ້ວລະ ຫ່າໆ


ບໍ່ແມ່ນເລື່ອງ ພັນນີ້

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ເຂົ້າວັດ
ປຶກສາຄູບາອາຈານທີ່ໄວ້ໃຈໄດ້
ເພິ່ນຫາກຈະແນະນຳທາງແກ້ໄຂຊ່ວຍໄດ້
ລອງເບິ່ງເນີ
ເຫີໆໆໆໆໆໆໆ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...

ບໍ່ແມ່ນເລື່ອງ ພັນນີ້


ຫ່ວຍ....ແລ້ວມັນເລື່ອງພັນຫຍັງລະນີ່ ບໍ່ຊ່າງຈະເດົາ ປວດກະໂຫລກ....


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາບອກຂ້ອຍແມແລ້ວຂ້ອຍສິບໍ່ບອກໃຜດອກ



໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ໃຊ້ຊີວິດ ໃນມື້ນີ້ ສະເໝືອນເປັນມື້ສຸດທ້າຍຂອງຊີວິດ
ແລ້ວເຈົ້າຊີຮູ້ວ່າ ບໍ່ມີປັນຫາໄດ໋ ສຳຄັນເລີ້ຍ
ເປັນຄຳເວົ້າຂອງ ສະຕີປຈ໊ອບ ກ່ອນຕາຍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຍິ້ມແລ້ວກະບໍ່ມີຄວາມວຸ້ນວາຍ


໙ ກະທູ້
໑໔໑ ໂພສ
ນັກການກະທູ້
ທ່ານເກັບໄວ້ຄົນດຽວ

ລະວັງຈະລະເບີດເດີ້

ຄືກັນກັບລົດເວລາເຮົາສູບລົມມັນເຂົ້າໄປ

ຖ້າໃນລະດັບພໍດີ ມັນກໍ່ບໍ່ແຕກ

ຖ້າເກີນພໍດີມັນຊິລະເບີດເອງ


໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ສິໄປເຊຍກິລາດີກ່ວາ ບັນຫາຊ່າງມັນ 5555
ລາວ ສູ້ໆ

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ