ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » " ແມ່ນໃຜແທ້ທີ່ເປັນຄົນບາບ "

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
… ຍັງມີພໍ່ອຸປາສົກຄົນໜຶ່ງຍ່າງຢູ່ບໍລິເວນຫາດຊາຍ ໄດ້ພົບເຫັນຄົນເຮືອກຳລັງລາກເຮືອຂອງຕົນ ອອກຈາກຫາດຊາຍລົງສູ່ແມ່ນ້ຳ ເພື່ອທີ່ຈະໄປຮັບຜູ້ໂດຍສານ
... ຍາມນັ້ນກໍ່ພໍດີມີອາຈານເຊນຍ່າງຜ່ານມາ ອຸປາສົກຜູ້ນີ້ຈິ່ງເຂົ້າໄປຖາມອາຈານເຊນວ່າ ທ່ານອາຈານເມື່ອກີ້ຄົນເຮືອລາກເຮືອຈາກຫາດຊາຍລົງໄປແມ່ນ້ຳ ເພື່ອຮັບຜູ້ໂດຍສານ ເຮັດໃຫ້ບັນດາປູ ປາ ກຸ້ງ ຫອຍ ຖືກເຮືອທັບຕາຍເປັນຈຳນວນຫຼວງຫຼາຍ ຖ້າຕົກຢູ່ໃນກໍລະນີແບບນີ້ ບາບກຳຈະເປັນຂອງໃຜລະຫວ່າງຄົນເຮືອ ແລະ ຜູ້ໂດຍສານ.
• ອາຈານເຊນກໍ່ຕອບວ່າ "ບາບບໍ່ໄດ້ຕົກຢູ່ທີ່ຄົນເຮືອ ຫຼື ຜູ້ໂດຍສານດ໋ອກ"
• ອຸປາສົກເຮັດສີໜ້າແບບງງົງແລະອຸທານອອກມາວ່າ " ອ໋າວຖ້າເຊັ່ນນັ້ນແລ້ວບາບຈະຕົກເປັນຂອງໃຜລະທ່ານອາຈານ "
• ອາຈານເຊນ : ບາບກຳນັ້ນຈະຕົກຢູ່ກັບຕົວທ່ານ ເພາະຄົນເຮືອເຂົາທຳງານສຸດຈະຣິສເພື່ອຫາລ້ຽງຊີບ ສ່ວນຜູ້ໂດຍສານກໍ່ມີຈຸດປະສົງຈະຂ້າມແມ່ນ້ຳ ປູ ປາ ກຸ້ງ ຫອຍ ລີ້ຊ້ອນຕົວຢູ່ແຄມຫາດຊາຍຈິ່ງຖືກເຮືອທັບຕາຍ ກຳບໍ່ໄດ້ເປັນພຽງແຕ່ສອງຝ່າຍແຕ່ເປັນສາມຝ່າຍ ທັງຄົນເຮືອ, ຜູ້ໂດຍສານ ແລະສັດ ຈະຖືເປັນບາບຂອງຝ່າຍໃດໜຶ່ງແມ່ນເປັນໄປບໍ່ໄດ້ ເພາະທັງສາມຝ່າຍລ້ວນແລ້ວແຕ່ໄຮ້ຈິດ (ບໍ່ມີເຈຕະນາ)... ບາບກຳເກີດຈາກຈິດ ເມື່ອໄຮ້ຈິດກໍ່ບໍ່ເປັນບາບ ແຕ່ອຸປາສົກມີເຈຕະນາເພື່ອຫາຜິດ ເມື່ອອຸປາສົກມີຈິດເຈຕະນາ ບາບກຳຈິ່ງຕົກເປັນຂອງທ່ານອຸປາສົກ.


ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ ຢ່າຄິດມາກ!


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ບໍ່ດອກ, ຄົນບາບກະຄືຜູ້ທີ່ອ່ອນແອກວ່າ.


໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ເຫີ່ໆໆໆໆໆໆໆໆໆໆໆ...................

ສອຍໆ ຄຸສອງໜ່ວຍ ເປັນຫາບ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຄົນຮູ້ວ່າຜິດແລ້ວຍັງເຮັດຜິດຄືເກົ່ານັ້ນແລະບາບ


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ຄົນທີ່ຊອກຈັບຜິດແຕ່ຄົນອື່ນນັ້ນແຫຼະທີ່ບາບ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ