ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄຳອະທິຖານຈິດ (ການອະທິຖານ ເປັນໜຶ່່ງໃນບາຣະມີ ສິບທັດ)

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້


ຂໍໃຫ້ຊັບນີ້ເປັນຊັບຕໍ່ຊັບ ເປັນບຸນຕໍ່ບຸນ ເປັນສົມບັດຕໍ່ສົມບັດ ໃຫ້ຂ້າພະເຈົ້າໄດ້ມີມະຫາສົມບັດເອົາໄວ້ເຮັດທານບໍ່ຮູ້ຈັກໝົດຈັກສິ້ນຕັ້ງແຕ່ເກີດຈົນສິ້ນອາຍຸໄຂ, ຂໍໃຫ້ຊັບທີ່່ໄດ້ມາເປັນຊັບທີ່ສະອາດບໍລິສຸດ ໄດ້ບຳເພັນມະຫາທານບາຣະມີກັບເນື້ອນາບຸນຂອງໂລກ.
ຂໍໃຫ້ຂ້າພະເຈົ້າມີຄວາມສະອາດບໍຣິສຸດ ຫຼຸດພົ້ນຈາກກິເຫຼດອາສະວະ ເອົາຊະນະອຸປະສັກທັງປວງ ໃຫ້ມີສຸຂະພາບແຂງແຮງ ອາຍຸໄຂຍືນຍາວໄດ້ສ້າງຄວາມດີຕະຫຼອດທຸກຊາດໄປ.
ເມື່ອລະຈາກສັງຂານຂໍໃຫ້ມີຈິດຜ່ອງໃສ, ລະຈາກກາຍມະນຸດແລ້ວ ໃຫ້ເກີດໃໝ່ດ້ວຍທິບກາຍ ແລ້ວ ກັບໄປສູ່ເທວະໂລກຕາມກຳລັງບຸນຂອງຂ້າພະເຈົ້າ.
ຄັນຈະກັບມາເກີດໃຫ້ເກີດໃນດິນແດນທີ່ຮຸ່ງເຮືອງດ້ວຍພຸດທະສາສະໜາ, ເກີດໃນຕະກຸນສຳມາ ທິຖິ (ມີຄວາມເຫັນຖືກ), ເກີດໃນຄອບຄົວມະຫາເສດຖີຜູ້ໃຈບຸນ ຄ້ຳຈຸນພະພຸດທະສາສະໜາ, ໃຫ້ໄດ້ສ້າງແຕ່ຄວາມດີ ແລະ ບັນລຸທຳແຕ່ເຍົາໄວ ຮັກສາໄດ້ໝັ້ນຄົງ ຈົນສິ້ນອາຍຸໄຂ.
ຂໍໃຫ້ໄດ້ທີ່ສຸດແຫ່ງຮູບສົມບັດ, ຊັບສົມບັດ, ຄຸນສົມບັດ, ລາບ, ຍົດ, ສັນລະເສີນ ແລະ ໄດ້ບັນລຸມັກຜົນນິບພານ, ຫ່າງໄກຈາກຄົນພານທັງຫຼາຍ, ຄົນພານ ແລະ ສັດຕູຄອບງຳບໍ່ໄດ້, ສ້າງບາຣະມີເລື້ອຍໄປ ບໍ່ຖອຍຫຼັງກັບ, ຢ່າພາດພັ້ງກະທຳຄວາມຜິດ ມີຊີວິດເພື່ອ ທຳພະນິບພານໃຫ້ແຈ້ງ, ສະແຫວງບຸນສ້າງບາຣະມີຢູ່ໃນສຸກຂະຕິ ບໍ່ພັດຫຼົງໄປອະບາຍ.
ຄວາມຊົ່ວແມ່ນແຕ່ເລັກນ້ອຍຂໍໃຫ້ຢ່າໄດ້ຄິດ, ຢ່າໄດ້ເວົ້າ, ຢ່າໄດ້ເຮັດໄດ້ທຳ, ໃຫ້ໄດ້ທຳແຕ່ຄວາມດີຕາບຈົນຊີວິດສິ້ນອາຍຸໄຂ.
ບາບກຳອັນໃດທີ່ເຮັດຜິດພາດໄປ ຕັ້ງແຕ່ປະຖົມຊາດ ປະຖົມກັບ ທັ້ງໝົດທັງສິ້ນຢ່າໄດ້ຕາມທັນ ບໍ່ມີໂອກາດສົ່ງຜົນຕະຫຼອດໄປ.
ບຸນກຸສົນໃດທີ່ຕັ້ງໃຈກະທຳໄວ້ດີແລ້ວ ໃຫ້ສົ່ງຜົນກ່ອນ ສົ່ງຜົນສັກສິດ ມີລິດມີເດດ ມີອານຸພາບເປັນອັດສະຈັນທັນຕາເຫັນ.
ຂໍໃຫ້ຄຳອະທິຖານທັງປວງນີ້ຈົ່ງເປັນຜົນສຳເລັດ ຕິດຕາມຂ້າພະເຈົ້າໄປທຸກພົບທຸກຊາດ ຈົນໄດ້ເຂົ້າເຖິງພະນິບພານເທີ້ນ....
ນິບພານະ ປັດຈະໂຍ ໂຫຕຸ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫຍັງນະ?


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ກະອ່ານເບິ່ງກ່ອນແຫລະ ມັນເປັນຄຳອະທິຖານເວລາໃຫ້ຊັບເປັນທານ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

ຄວາມສະອາດບໍຣິສຸດ ເກີດໄດ້ຈາກການປະຕຶບິດຊອງຕົນ
ຂໍຈາກເທວະດາບໍ່ໄດ້


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອະທິຖານ = ຄວາມຕັ້ງໃຈໝັ້ນ ບໍ່ຫວັ່ນໄຫວໃນການສະສົມຄວາມດີ (ຄວາມໝາຍ ຄຳວ່າ ອະທິຖານ ໃນປາລະມີ ສິບທັດ ທີ່ມີຢູ່ໃນຫຼັກຄຳສອນຂອງພຸດທະສາສະໜາ)
ອະທິຖານ = ການຂໍ ໃຫ້ໄດ້ຕາມຄວາມຕ້ອງການຂອງຕົນ (..........)


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ TaizenLaoTaiIsaan ຂຽນວ່າ...

ຄວາມສະອາດບໍຣິສຸດ ເກີດໄດ້ຈາກການປະຕຶບິດຊອງຕົນ
ຂໍຈາກເທວະດາບໍ່ໄດ້




໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ TaizenLaoTaiIsaan ຂຽນວ່າ...

ຄວາມສະອາດບໍຣິສຸດ ເກີດໄດ້ຈາກການປະຕຶບິດຊອງຕົນ
ຂໍຈາກເທວະດາບໍ່ໄດ້

ແມ່ນແລ້ວ ຄວາມສະອາດບໍຣິສຸດແມ່ນເກີດໄດ້ຈາກການປະຕິບັດຂອງຕົນເອງ ແມ່ນຂໍຈາກເທວະດາບໍ່ໄດ້ ແຕ່ການອະທິຖານ ບໍ່ແມ່ນການຂໍຈາກເທວະດາ ການອະທິຖານຄືການຕັ້ງເປົ້າໝາຍເອົາໄວ້ ໃຫ້ປະສົບຜົນສຳເລັດຕາມຄຳອະທິຖານດ້ວຍບຸນທີ່ເຮົາສ້າງຂຶ້ນມາເອງ ບໍ່ໄດ້ຂໍຈາກໃຜທັ້ງນັ້ນ ປຽບເໝືອນກັບເຮົາມີເງິນ ຖ້າເຮົາຢາກໄດ້ເຮືອນເຮົາກໍ່ເອົາເງິນໄປສ້າງເຮືອນ, ຢາກໄດ້ບຸນ ກໍ່ເອົາເງິນໄປເຮັດບຸນ, ແຕ່ຖ້າບໍ່ມີເງິນເຮົາກະເຮັດບໍ່ໄດ້, ເຊັ່ນດຽວກັນເມື່ອເຮົາເຮັດບຸນ ເຮົາໄດ້ບຸນ ແລະ ມີບຸນ ແລ້ວເຮົາກໍ່ອະທິຖານເພື່ອເອົາບຸນທີ່ເຮົາໄດ້ມານັ້ນວ່າຍາກໃຫ້ເກີດຜົນແນວໃດ ເຊັ່ນ:​ອະທິຖານແນວບໍ່ດີເຊັ່ນ ດ້ວຍບຸນທີ່ຂ້າພະເຈົ້າໄດ້ເຮັດທານໃນຄັ້ງນີ້ຈົ່ງສົ່ງຜົນໃຫ້ຂ້າພະເຈົ້າ ລັກຊັບໄດ້ສຳເລັດ ບຸນນັ້ນອາດຊ່ວຍໃຫ້ລັກຊັບໄດ້ສຳເລັດ ແຕ່ ເອີ້ນວ່າເອົາບຸນແລກບາບ, ສະນັ້ນເມື່ອເຮັດບຸນ ແລ້ວ ການອະທິຖານເຮົາກໍ່ຕ້ອງຄິດໃຫ້ຮອບຄອບ ລ້ອມກອບເອົາໄວ້ ເຊັ່ນ ອະທິຖານໃຫ້ມີຊັບໄວ້ເຮັດທານບໍ່ໝົດບໍ່ສິ້ນ ແຕ່ກໍ່ລ້ອມກອບໄວ້ ວ່າຊັບທີ່ໄດ້ຂໍໃຫ້ເປັນຊັບບໍລິສຸດ ເພື່ອບໍ່ໃຫ້ມີເຫດໃຫ້ເຮົາຕ້ອງໄດ້ຊັບບໍ່ບໍຣິສຸດມາເຮັດທານ ສະນັ້ນຈຶ່ງເຫັນວ່າ ຄົນບາງຄົນອະທິຖານອັນໃດກໍ່ໄດ້ສົມປາຖະໜາ ແຕ່ບາງຄົນອາທິຖານຈັງໃດກໍ່ບໍ່ສົມຫວັງແລ້ວມັກໂທດ ພະໂທດເຈົ້າວ່າບໍ່ສັກສິດ ແທ້ຈິງແລ້ວ ການອະທິຖານຈະເປັນຈິງໄດ້ ຕ້ອງມີບຸນເປັນຕົ້ນທຶນສະເໝີ ບຸນກໍ່ປຽບເໝືອນເງິນ ຖ້າບໍ່ມີເງິນ ແຕ່ຢາກໄດ້ລົດ ໄດ້ເຮືອນກໍ່ເປັນໄປບໍ່ໄດ້. ບຸນກໍ່ເຊັ່ນກັນ ບໍ່ມີບຸນແລ້ວ ອະທິຖານກໍ່ບໍ່ສຳເລັດຕາມປາຖະໜາ ຢາກໄດ້ຜົນ ເຮົາຕ້ອງປະກອບເຫດ ຄຳເວົ້ານີ້ເປັນກົດຕາຍຕົວຂອງທຳມະຊາດ ເຊັ່ນ ເຮົາປູກໝາກມ່ວງ (ເຮົາປະກອບເຫດ) ຜົນຂອງມັນກໍ່ຄືໄດ້ໝາກ ມ່ວງ ເຖິງເຮົາບໍ່ຢາກໄດ້ໝາກມ່ວງກໍ່ເປັນໄປບໍ່ໄດ້ ເພາະເຮົາປະກອບເຫດປູກມັນຂຶ້ນມາ ບຸນ ແລະ ບາບກໍ່ເຊັ່ນກັນ ເຮົາປະກອບເຫດແບບໃດ ຍ່ອມໄດ້ຮັບຜົນຂອງເຫດນັ້ນແນ່ນອນ ແຕ່ທຸກຢ່າງຕ້ອງໃຊ້ເວລາອອກຜົນ.


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ laogalaxy ຂຽນວ່າ...
ອະທິຖານ = ຄວາມຕັ້ງໃຈໝັ້ນ ບໍ່ຫວັ່ນໄຫວໃນການສະສົມຄວາມດີ (ຄວາມໝາຍ ຄຳວ່າ ອະທິຖານ ໃນປາລະມີ ສິບທັດ ທີ່ມີຢູ່ໃນຫຼັກຄຳສອນຂອງພຸດທະສາສະໜາ)
ອະທິຖານ = ການຂໍ ໃຫ້ໄດ້ຕາມຄວາມຕ້ອງການຂອງຕົນ (..........)



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸສາທຸ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ສາທຸ ສາທຸ ສາທຸ.......


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ສາທຸ ມີຄວາມໝາຍວ່າ ຖືກແລ້ວ, ດີແລ້ວ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laogalaxy ຂຽນວ່າ...
ອະທິຖານ = ຄວາມຕັ້ງໃຈໝັ້ນ ບໍ່ຫວັ່ນໄຫວໃນການສະສົມຄວາມດີ (ຄວາມໝາຍ ຄຳວ່າ ອະທິຖານ ໃນປາລະມີ ສິບທັດ ທີ່ມີຢູ່ໃນຫຼັກຄຳສອນຂອງພຸດທະສາສະໜາ)
ອະທິຖານ = ການຂໍ ໃຫ້ໄດ້ຕາມຄວາມຕ້ອງການຂອງຕົນ (..........)



໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອະນຸໂມທະນາ ສາທຸ