ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ໃຜມີຄວາມຮູ້ກ່ຽວກັບສາດສະຫນາໃດ ກະຊ້ວຍຕອບແດ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
1ເປັນຫຍັງສາດສະຫນາພຸດ ພະພຸດທະເຈົ້າເພີນສອນບໍ່ໃຫ້ຂ້າສັດຕັດຊີວິດ ບໍ່ໃຫ້ບຽດບຽນຊີວິດຜູ້ອື່ນ. ເປັນຫຍັງພະຢູ່ລາວເພິນຈຶ່ງກິນຊີ້ນສັດ ມັນບໍ່ຂັດແຍ່ງກັນກັບລັກທັມຄຳສອນບໍ ຖ້າບໍ່ມີຜູ້ກິນກະບໍ່ມີຜູ້ຂ້າ ຕ່າງແຕ່ວ່າບໍ່ໄດ້ຂ້າເອງ ແຕ່ກະຢືມມືຄົນອືນຂ້າ
2 ເປັນຫຍັງສາດສະຫນາຄິດ ບອກວ່າ ພະເຈົ້າໄດ້ສ້າງໂລກ ແລະໄດ້ສ້າງ ອາດຳ ກັບ ເອວາເພື່ອເປັນຜູ້ໃຫ້ກຳເນີດມະນຸດ ແລະເອວາບໍ່ເຊືອຄຳຂອງພະເຈົ້າໄປກິນມາກໄມ່ພິດທີພະເຈົ້າບໍ່ໃຫ້ກິນ ດັງນັ້ນພະເຈົ້າຈຶ່ງລົງໂທດອາດຳແລະເອວາ ທີບໍ່ຟັງຄຳສັງຂອງພະອົງເຮັດໃຫ້ຄົນເຮົາຈຶ່ງມີເກີດແກ່ເຈັບຕາຍ.
ຖ້າວ່າແບບນັນພະອົງກະບໍ່ທຽງທຳ. ຄົນເຮົາເປັນລູກອາດຳກັບເອວາ ຈຶ່ງມີເກີດແກ້ເຈັບຕາຍໂດຍທີເຮົາບໍ່ໄດ້ຜິດ ຖ້າພໍ່ແມ່ເຮັດຜິດຜູ້ເປັນລູກຕ້ອງຜິດນຳຊັ້ນວ່າ.
ແລະຄົນທີເຊື່ອໃນພະເຈົ້າເທົ່ານັ້ນທີຈະຫລອດ.
-ຖ້າຫາກຜູ້ໃດເຈັບປວຍແລ້ວອະທິທານຫາພະອົງ ແລະມີຄວາມສັດທາໃນພະອົງ ຄົນນັ້ນລອດ. ເພາະອົງປຽບເຫມືອນພະບິດາ ຖ້າເປັນເຊັ່ນນັ້ນພະອົງກະເຮັດບໍ່ຖືກ ບໍມີພໍ່ຄົນໃດທີເຫັນລູກເຈັບແລ້ວຈະບໍ່ຊ່ອຍເຫລືອດອກ ບໍ່ຕ້ອງໃຫ້ລູກມາອ່ອນວອນໃຫ້ຊອຍດອກ
-ຄົນທີມີບຸນເທົ່ານັ້ນຈຶ່ງຈະໄດ້ເຫັນພະອົງ ພະອົວຈຶ່ງຈະປະຈັກໃຫ້ເຫັນ.ສະແດງວ່າຄົນບາບບໍ່ໄດ້ເຫັນພະອົງ ຖ້າພະອົງເປັນພະບິດາ ພະອົງກະເຮັດບໍ່ຖືກແລ້ວ ເປັນຫຍັງພະອົງຈຶ່ງບໍ່ປະກົດໃຫ້ພວກຄົນບາບນັ້ນເຫັນແລ້ວສັ່ງສອນພວກຄົນບາບໃຫ້ເຮັດແຕ່ຄວາມດີ
3 ສາດສະຫນາ ອິດສະລາມ ຂ້າພະເຈົ້າບໍ່ມີຄວາມຮູ້ກຽວກັບສາດສະຫນານີ້ປານໃດ ແຕ່ກະພໍຮູ້ຢູ່ນ້ອຍຫນຶ່ງແລະເກີດຄວາມບໍ່ເຂົ້າໃຈວ່າເປັນຫຍັງປະເທດຂອງຄົນອິດສະລາມ ຊາດສະຫນາຈະໄປມີສ່ວນໃນການປົກຄອງ ແລະທະນາຄານ. ສະຫວັດດີການສັງຄົມ. ຄົນໃນປະເທດນັ້ນຕ້ອງນັບຖືໂດຍລີກລ່ຽງບໍ່ໄດ້

www.satoshi250.com
freemoney on faucetbox

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາກ່ອນຫມູ່ເລີຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເຮັດດີທຳດີຊີວິດຈະເລີນແນ່ນອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະສົງໃນສາສະຫນາພຸດບໍ່ມີສິດເລືອກຮັບຂອງຈາກການບິນທະບາດ ຫມາຍຄວາມວ່າ ຖ້າມື້ນັ້ນໆໄດ້ແຕ່ຜັກຕົ້ມກັບເຂົ້າມາສັນ ກໍໄດ້ສັນແຕ່ຜັກກັບເຂົ້າ ແລະຖ້າມື້ໆຫນຶ່ງບໍ່ມີໃຜໃສ່ບາດເລີຍ ກໍຖືວ່າມື້ນັ້ນໆຕ້ອງໄດ້ອົດສັນ ແລ້ວກໍບໍ່ມີສິດໃຊ້ເງິນໄປຊື້ຫລືໃຊ້ຄົນໄປຊື້ມາໃຫ້ສັນອີກ ຫາກວ່າຕາມກົດທີ່ເຄັ່ງຄັດໃນທາງສາສະຫນາ
ສະຫລຸບຄື ພະສົງບໍ່ໄດ້ຮ້ອງຂໍໃຫ້ສາສະນິກກະຊົນຂ້າສັດເພື່ອໃສ່ບາດ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະເລີນພອນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮັບຂອງທາບ ກໍ່ບາບ ເມື່ອ ມີຂອງທານຕ້ອງໄດ້ຮັບ ໂຍມ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ບໍ່ຮັບຂອງທາບ ກໍ່ບາບ ເມື່ອ ມີຂອງທານຕ້ອງໄດ້ຮັບ ໂຍມ



ບ້ານນອກ ມີຄວາມໝາຍວ່າແນວໃດ?


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ບໍ່ຮັບຂອງທາບ ກໍ່ບາບ ເມື່ອ ມີຂອງທານຕ້ອງໄດ້ຮັບ ໂຍມ



ບ້ານນອກ ມີຄວາມໝາຍວ່າແນວໃດ?



ຖາມບໍ່ເຂົ້າເລື້ອງ ສົງໃສສະຖາບັນຫຼົງຫຼັກສູດ
ຖາມເຈົ້າຄືນວ່າ "ບໍ່ຮັບຂອງທານ ກໍ່ບາບ ເມື່ອ ມີຂອງທານຕ້ອງໄດ້ຮັບ " ກັບຄຳວ່າ "ບ້ານນອກ ມີຄວາມໝາຍວ່າແນວໃດ" ມັນກ່ຽວກັນບ່ອນໃດ ຫຼືເຈົ້າຕັ້ງແກ້ງບໍ່ເຂົ້າໃຈ

ເຈົ້າບໍ່ຮູ້ແທ້ ກໍ່ຊິຕອບ ຈັກໜ່ອຍຊິຫາວ່າບໍ່ "ຮັບຂອງທານ"
ບ້ານນອກ ກໍ່ບໍ່ແມ່ນໃນເມືອງຊັ້ນລະບໍ




໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ nixsona ຂຽນວ່າ...
ພະສົງໃນສາສະຫນາພຸດບໍ່ມີສິດເລືອກຮັບຂອງຈາກການບິນທະບາດ ຫມາຍຄວາມວ່າ ຖ້າມື້ນັ້ນໆໄດ້ແຕ່ຜັກຕົ້ມກັບເຂົ້າມາສັນ ກໍໄດ້ສັນແຕ່ຜັກກັບເຂົ້າ ແລະຖ້າມື້ໆຫນຶ່ງບໍ່ມີໃຜໃສ່ບາດເລີຍ ກໍຖືວ່າມື້ນັ້ນໆຕ້ອງໄດ້ອົດສັນ ແລ້ວກໍບໍ່ມີສິດໃຊ້ເງິນໄປຊື້ຫລືໃຊ້ຄົນໄປຊື້ມາໃຫ້ສັນອີກ ຫາກວ່າຕາມກົດທີ່ເຄັ່ງຄັດໃນທາງສາສະຫນາ
ສະຫລຸບຄື ພະສົງບໍ່ໄດ້ຮ້ອງຂໍໃຫ້ສາສະນິກກະຊົນຂ້າສັດເພື່ອໃສ່ບາດ



ຖ້າພະສົ່ງເພີນບໍ່ເລືອກຮັບທອງຈາກການບິນທະບາດ ກະສະແດງວ່າ ເອົາຫຍັງມາທານກໍ້ຈະຮັບເອົາຫມົດສັນວ່າ ຖ້າມີຄົນໄປລັກເອົາເຄື່ອງຂອງຄົນອື່ນ ຫລືໄປປົ້ນຂ້າຄົນອືນແລ້ວເອົາມາທານໃຫ້ເພີນ ແລ້ວ ເພີນເອງກະຮູ້ວ່າຂອງນັ້ນບໍ່ບໍລິສຸດ ເພີນຫຍັງຈະຮັບເອົາສັ້ນຫວ່າ ແລ້ວຈະບໍ່ບາບຫວ່າ
ຄືພະຢູ່ຈີນເພີນຈະບໍ່ສັນຊີ້ນສັດເລີຍ ເພາະເພີນຄິດຫວ່າ ການກິນຊີນສັດນັ້ນເປັນບາບ ເພາະໄດ້ໄປປົ້ນເອົາຊີວິດຂອງຜູ້ອືນມາກິນເທືງຈະບໍ່ໄດ້ລົງມືຂ້າດ້ວຍຕົວເອງກໍ່ຕາມ ແຕ່ກະໄດ້ຮັບຮູ້ວ່າຊີ້ນນັ້ນບໍ່ບໍລິສຸດ ເພາະບໍ່ມີສັດໃດໃນໂລກມັນຈະຍອມໃຫ້ຄົນຂ້າມັນໂດຍບໍ່ຂັດຂືນຕໍ່ສູ້

www.satoshi250.com
freemoney on faucetbox

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ
ມາຈອບ



໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຶ້ນກັບວ່າພະອົງໃດເຄັ່ງຫລືບໍ່ເຄັ່ງ ພະໃນລາວທີ່ບໍ່ສັນຊິ້ນສັດເລີຍກໍມີ
ສາສະຫນາພຸດມີດ້ວຍກັນຫລາຍນິກາຍ
ຄືຈັ່ງໃນຢີ່ປຸ່ນ ພະໃນສາສາະຫນາພຸດສາມາດມີເມຍມີລູກໄດ້ ເຄີຍຮູ້ມາກ່ອນບໍ່ ?
ລອງຄົ້ນຂໍມູນເບິ່ງຖ້າຢາກເຂົ້າໃຈໃນສາສະຫນາພຸດຈິງໆ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus007 ຂຽນວ່າ...
1ເປັນຫຍັງສາດສະຫນາພຸດ ພະພຸດທະເຈົ້າເພີນສອນບໍ່ໃຫ້ຂ້າສັດຕັດຊີວິດ ບໍ່ໃຫ້ບຽດບຽນຊີວິດຜູ້ອື່ນ. ເປັນຫຍັງພະຢູ່ລາວເພິນຈຶ່ງກິນຊີ້ນສັດ ມັນບໍ່ຂັດແຍ່ງກັນກັບລັກທັມຄຳສອນບໍ ຖ້າບໍ່ມີຜູ້ກິນກະບໍ່ມີຜູ້ຂ້າ ຕ່າງແຕ່ວ່າບໍ່ໄດ້ຂ້າເອງ ແຕ່ກະຢືມມືຄົນອືນຂ້າ


ສະບາຍດີ ທຸກຄົນເດີ
ຂໍສົນທະນານຳໜ້ອຍໜຶ່ງແດ່່່່ ເປັນການແລກປ່ຽນຄວາມຄິດເຫັນກັນເໜາະ :

ຖາມ : ເປັນຫຍັງສາດສະຫນາພຸດ ພະພຸດທະເຈົ້າເພີນສອນບໍ່ໃຫ້ຂ້າສັດຕັດຊີວິດ
ຕອບ : ພຣະພຸດທະເຈົ້າຊົງຕັດວ່່າ :
"ບຸກຄົນຄົ້ນຫາດ້ວຍຈິດຕະລອດທິດທັງໜົດ ບໍ່ໄດ້ພົບໃຜຊຶ່ງເປັນທີ່ຮັກຍິ່ງກວ່່າຕົນໃນທີ່່ໃດໆເລີຍ
ສັດທັງຫຼາຍເຫຼົ່າອື່ນ ກໍຮັກຕົນຫຼາຍເຊັ່ນນັ້ນເໝືອນກັນ ສະນັ້ນ ຜູ້ຮັກຕົນຈື່ງບໍ່ຄວນບຽດບຽນສັດອື່ນ"


ຖາມ : ເປັນຫຍັງພະຢູ່ລາວເພິນຈຶ່ງກິນຊີ້ນສັດ
ຕອບ : ພິກຂຸ ພິກຂຸນີ ບວດໃນສາສນາພຸດ ຈະຢູ່່ໃນທີ່່ໃດໆຂອງໂລກກໍຕາມ ກໍຊື່ວ່່າເປັນສາວົກ (ຜູ້ຟັງຄຳສອນ) ຂອງພຣະພຸດທະເຈົ້າ
ພິກຂຸ ພິກຂຸນີ ຈະສັນຊິ້ນສັດກໍໄດ້ ຫຼືຈະບໍ່ສັນຊິ້ນສັດກໍໄດ້ ຕາມພຣະວິນັຍບໍ່ໄດ້ຫ້າມການສັນຊິ້ນສັດ

- ເມື່ອບໍ່ຮູ້ ບໍ່ເຫັນ ບໍ່ໄດ້ງິນ ບໍ່ລັງກຽດ ວ່່າເຂົາຂ້າເພື່ອເຮົາ ກໍສັນຊິ້ນສັດນັ້ນໄດ້
- ເມື່ອຮູ້ ເຫັນ ໄດ້ງິນ ລັງກຽດ ວ່່່າເຂົາຂ້າເພື່ອເຮົາ ຊິ້ນສັດນັ້ນກໍບໍ່ຄວນສັນ ເພາະມັນຜິດວິໄສ (ວິຖີຊີວິດ) ຂອງນັກບວດ

ຖາມ : ມັນບໍ່ຂັດແຍ່ງກັນກັບລັກທັມຄຳສອນບໍ
ຕອບ : ພຣະພຸດທະເຈົ້າຊົງບັນຍັດວ່່າ ພິກຂຸໃນທັມວິນັຍນີ້ ເປັນຜູ້ ລະປານາຕິບາດ ເວັ້ນຂາດຈາກປານາຕິບາດ
ວາງທ່່ອນໄມ້ແລະອາວຸດເສັຍແລ້ວ ມີຄວາມລະອາຍ ເຖິງຄວາມເອັນດູ ກະຣຸນາ ຫວັງປະໂຍດເກື້ອກູນໃນບັນດາສັດທັງຫຼາຍຢູ່່
ແມ້ນີ້ ກໍເປັນສິນຂອງເຈົ້າປະການໜຶ່ງ

- ບໍ່ຂັດກັບຫຼັກທັມວິນັຍເລີຍ ພຣະພຸດທະເຈົ້າຊົງບັນຍັດວິນັຍນີ້ ໃຫ້ສາວົກຂອງພຣະອົງ ລະປານາຕິບາດ ເວັ້ນຂາດຈາກປານາຕິບາດ
- ການທີ່ພຣະພຸດທະເຈົ້າໄດ້ເກີດຂຶ້ນມາໃນໂລກນີ້ ກໍຍິ່ງເອື້ອປະໂຫຍດໃຫ້ບັນດາສັດທັງຫຼາຍບໍ່ໄດ້ຖືກຂ້າ
ດ້ວຍວ່່າຊົນເຫຼົ່າໃດ ມີສັທທາໃນພຣະອົງ ກໍຈະລະປານາຕິບາດ ເວັ້ນຂາດຈາກປານາຕິບາດ

ຖາມ : ຖ້າບໍ່ມີຜູ້ກິນກະບໍ່ມີຜູ້ຂ້າ
ຕອບ : ຂໍໃຫ້ທ່່ານຜູ້ອ່່ານໄດ້ພິຈາຣະນາຢ່່າງລະອຽດ ຖິີ່ຖ້ວນ ເລິກເຊິງ ຮອບຄອບ ວ່່່າ :

- ກ່່ອນການເກີດ ລະຫວ່່າງການເກີດ ພາຍຫຼັງການເກີດຂຶ້ນຂອງພຣະພຸດທະເຈົ້ານັ້ນ ການຂ້າກໍມີຢູ່່່ໃນໂລກໜ່່ວຍນີ້ຢູ່່ແລ້ວ
ເຖິງແມ້ວ່່າ ພຣະພຸດທະເຈົ້າຈະເກີດ ຫຼືບໍ່ເກີດຂຶ້ນມາໃນໂລກນີ້ກໍຕາມແຕ່່ ການຂ້າກໍຈະຄົງຍັງມີຢູ່ເລື້ອຍໄປ

ຖາມ : ຕ່າງແຕ່ວ່າບໍ່ໄດ້ຂ້າເອງ ແຕ່ກະຢືມມືຄົນອືນຂ້າ
ຕອບ : ຂໍຕອບວ່່າ ບໍ່ມີໃຜໄດ້ຍືມມືຜູ້ໃດຂ້າ

- ຂໍໃຫ້ທ່່ານຜູ້ອ່່ານທຳຄວາມເຂົ້າໃຈໃນຈຸດນີ້ໃຫ້ດີວ່່່າ :
ສັດຕົວທີ່ຖືກຂ້າ ແລ້ວຜູ້ທີ່ໄດ້ຂ້າສັດນັ້ນນຳເອົາຊິ້ນໄປຂາຍ ຫຼືແລກປ່່ຽນໃນກໍລະນີຕ່່າງໆ
ຖາມວ່່າ ສັດຕົວນັ້ນຕາຍໄປເພາະເຈຕະນາແລະການກະທຳຂອງໃຜ ?
ສ່່ວນຜູ້ຊື້ຊິ້ນສັດເພື່ອການບໍລິໂພກ ກໍບໍ່ໄດ້ລະບຸ ເຈາະຈົງ ວ່່າສັດຕົວນີ້ ສັດຕົວນັ້ນຈົ່່ງມາຕາຍ ເພື່ອໃຫ້ຂ້າພະເຈົ້າຈະໄດ້ກິນຊິ້ນຂອງເຈົ້າ ເຖີດນ່່າ

ພຣະພຸດທະເຈົ້າຊົງຕັດວ່່າ ' ເຮົາກ່່າວຊຶ່ງ ເຈຕະນາ ວ່່່່່າເປັນກັມມ໌ '

ທ່ານໃດ ຢາກຮູ້ເລື່ອງສາສນາທີ່ຖືກຕ້ອງແທ້ຈິງ ກະຣຸນາໄປຄົ້ນຫາໄດ້ທີ່ນີ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

- ແບ້
- ໝູ
-ໄກ່
-ເປັດ
. . . . . . . . .
ພວກນີ້ເກີດມາຕາຍຫຸງ 99.9%



໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+1 ໃຫ້ກັບທ່ານ salika


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ການທີ່ພະພຸດທະເຈົ້າສອນບໍ່ໃຫ້ຂ້າສັດນັ້ນບໍ່ໝາຍຄວາມວ່າບໍ່ໃຫ້ຄົນໃນໂລກນີ້ກິນສັດ ແຕ່ຈຸດປະສົງຂອງຄຳເວົ້ານີ້ແມ່ນເພິ່ນຢາກເຕືອນວ່າຂ້າສັດ ຂ້າໄດ້ແຕ່ບາບຈະມີຜົນຮ້າຍຕໍ່ຄົນຂ້າ ດັ່ງນັ້ນກ່ອນຈະກິນຫລືຂ້າສັດກະຕ້ອງມີຄວາມຮູ້ສຶກອີ່ຕົນແນ່ຈັກຫນ່ອຍ ຫລືຂ້າກະບໍ່ໃຫ້ທໍລະມານຫລາຍ
ຄົນທີ່ຂ້າສັດກະຄວນເຂົ້າວັດເຮັດບຸນ ແລ້ວສົ່ງຈິດອະທິຖານໃຫ້ສັດທີ່ເຮົາຂ້ານັ້ນເພື່ອບໍ່ໃຫ້ຈອງເວນຫລືຫລຸດ
ຜ່ອນບາບເຫັນບໍ່ເປັນຫຍັງຈຶ່ງຕ້ອງມີວັນສິນ ແລະມື້ວັນສິນເຂົາກໍ່ບໍ່ຂ້າສັດ .
ຄົນກິນຄົນຂ້າ ກະບາບຄືກັນຢູ່ທີ່ບາບຫນ້ອຍບາບຫລາຍ

2.ເລື່ອງທິດສະດີຂອງ ສາດສະຫນາ ຄິດ ຢາກຖາມວ່າ ພະເຈົ້າເກີດຈາກແມ່ແລ້ວແມ່ພະເຈົ້າເກີດຈາກໃສ ອາໃສຢູ່ບ່ອນໃດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳ ມູ ນາ ປະ ຕິ ໂລ ໂກ ຈຳເປັນ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ແລ້ວແຕ່ ເວວວວນກຳ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ແລ້ວແຕ່ ເວວວວນກຳ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ແລ້ວແຕ່ ເວວວວນກຳ


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ຂ້ອຍວ່າທຸກສາດສະຫນາ ລ້ວນແຕ່ສອນໃຫ້ຄົນເປັນຄົນດີ ເອົາຂໍ້ດີແຕ່ລະສາດສະຫນາ ມາໃຊ້ດີກວ່າ

www.satoshi250.com
freemoney on faucetbox

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ໄອ ໂດນໂນ່ວ!!!..... .


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus007 ຂຽນວ່າ...
ຂ້ອຍວ່າທຸກສາດສະຫນາ ລ້ວນແຕ່ສອນໃຫ້ຄົນເປັນຄົນດີ ເອົາຂໍ້ດີແຕ່ລະສາດສະຫນາ ມາໃຊ້ດີກວ່າ



ສາດສະຫນາພຸດສອນອັນໃດບໍ່ດີບໍ່ຖືກຕ້ອງ, ລອງສຶກສາສາດສະຫນານີ້ດີໆກ່ອນ.


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກສາດສະໜາ ສອນໃຫ້ຄົນ ເປັນຄົນດີໝົດ ແຕ່ກໍ່ມີຄົນບາງກຸ່ມ ສວຍໃຊ້ຊ່ອງຫວ່າງ ເອົາສາດສະໜາ ເປັນເຄື່ອງມື ຮັບໃຊ້ໃຫ້ແກ່ ການເມືອງ, ລັດທິ ແລະລະບອບ, ບາງເທຶ່ອ ກໍ່ບິດເບືອນ ຫຼັກຂອງສາດສະໜາ



໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຊັ້ນ.... ຂ້າພະເຈົ້າຂໍອະນຸຍາດຖາມຜູ່ຮູ້ແນ່ຈັກນ່ອຍ... ສົມມຸດວ່າ... ຫາກຂ້າພະເຈົ້າ... ເປັນຄົນລາວ ທີ່ພໍ່ແມ່ນັບຖືພຸດແບບນີ້... ແຕ່ວ່າ... ຂ້າພະເຈົ້າບໍ່ຖືພຸດ...
ແລະບໍ່ຖືສາດສະໜາໃດເລີຍ... ຂ້າພະເຈົ້າຈະບາບບໍ? ຂ້າພະເຈົ້າຈະກາຍເປັນຄົນຊົ່ວຢູ່ບໍ?....ຂ້າພະເຈົ້າຈະເປັນພວກນອກຮີດບໍ່?....
ແຕ່ຂ້ອຍຫມັ້ນໃຈວ່າ...ຂ້ອຍເປັນຄົນດີ


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ papeun ຂຽນວ່າ...
ຊັ້ນ.... ຂ້າພະເຈົ້າຂໍອະນຸຍາດຖາມຜູ່ຮູ້ແນ່ຈັກນ່ອຍ... ສົມມຸດວ່າ... ຫາກຂ້າພະເຈົ້າ... ເປັນຄົນລາວ ທີ່ພໍ່ແມ່ນັບຖືພຸດແບບນີ້... ແຕ່ວ່າ... ຂ້າພະເຈົ້າບໍ່ຖືພຸດ...
ແລະບໍ່ຖືສາດສະໜາໃດເລີຍ... ຂ້າພະເຈົ້າຈະບາບບໍ? ຂ້າພະເຈົ້າຈະກາຍເປັນຄົນຊົ່ວຢູ່ບໍ?....ຂ້າພະເຈົ້າຈະເປັນພວກນອກຮີດບໍ່?....
ແຕ່ຂ້ອຍຫມັ້ນໃຈວ່າ...ຂ້ອຍເປັນຄົນດີ


ຄືກັນເລີຍ ຫາກຂ້າພະເຈົ້າ... ເປັນຄົນລາວ ທີ່ພໍ່ແມ່ນັບຖືພຸດ ແລະບໍ່ຖືສາດສະໜາໃດເລີຍ
ຈະດີຫລືຊົ່ວຢູ່ທີການກະທຳ ບ່າງຄົນເບິງພາງນອກຄືຈະດີ ແຕ່ພາຍໃນຊົວກະມີ ເຊັ່ນ ພວກມານສາດສະຫນາ ທີຫາກິນນຳສາດສະຫນາ ເອົາເງິນທີ່ໄດ້ໄປໃຊ້ຈ່າຍເພື່ອຫາຄວາມສຸກໃສ່ຕົນໃຫ້ຄົນນົບຄົນຫວ້າຍ ແຕ່ພາຍໃນຈິດໃຈ ຫາຄວາມດີບໍ່ໄດ້ເລີຍ ແຖມຫຍັງເຮັດໃຫ້ສາດສະຫນາ ເຊື່ອມເສີຍອີກ

www.satoshi250.com
freemoney on faucetbox

໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ທ່ານSaLIKAກ່າວໄດ້ດີຫລາຍ ພຣະສັນຊີ້ນໄດ້ ຫາກເພິ່ນໄດ້ຮູ້ໄດ້ເຫັນໄດ້ຍິນວ່າເຂົາຂ້າເພື່ອເຮົາ ພຣະກາບໍ່ຄວນສັນ ຄຳຖາມທີສອງ ເປັນຄຳຖາມໂລກແຕກ ຫາກພຣະເຈົ້າມີຈິງຄົງບໍ່ປ່ອຍໄຫ້ເດັກນ້ອຍອົດຕາຍດອກ ຄຳຖາມທີສາມ ອິສລາມເອົາສາສນາມາປົກຄອງປະຊາຊົນ ເຂົ້າມາປົນການເມືອງ ດັ່ງນັ້ນກົດຫມາຍກັບຄຳສອນຂອງເຂົາຈຶ່ງໄປນຳກັນ


໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແລ້ວຜູ້ຕັ້ງກະທູ້ ແມ່ນຖືສາດສະໜາໃດ?


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus007 ຂຽນວ່າ...
1ເປັນຫຍັງສາດສະຫນາພຸດ ພະພຸດທະເຈົ້າເພີນສອນບໍ່ໃຫ້ຂ້າສັດຕັດຊີວິດ ບໍ່ໃຫ້ບຽດບຽນຊີວິດຜູ້ອື່ນ. ເປັນຫຍັງພະຢູ່ລາວເພິນຈຶ່ງກິນຊີ້ນສັດ ມັນບໍ່ຂັດແຍ່ງກັນກັບລັກທັມຄຳສອນບໍ ຖ້າບໍ່ມີຜູ້ກິນກະບໍ່ມີຜູ້ຂ້າ ຕ່າງແຕ່ວ່າບໍ່ໄດ້ຂ້າເອງ ແຕ່ກະຢືມມືຄົນອືນຂ້າ
2 ເປັນຫຍັງສາດສະຫນາຄິດ ບອກວ່າ ພະເຈົ້າໄດ້ສ້າງໂລກ ແລະໄດ້ສ້າງ ອາດຳ ກັບ ເອວາເພື່ອເປັນຜູ້ໃຫ້ກຳເນີດມະນຸດ ແລະເອວາບໍ່ເຊືອຄຳຂອງພະເຈົ້າໄປກິນມາກໄມ່ພິດທີພະເຈົ້າບໍ່ໃຫ້ກິນ ດັງນັ້ນພະເຈົ້າຈຶ່ງລົງໂທດອາດຳແລະເອວາ ທີບໍ່ຟັງຄຳສັງຂອງພະອົງເຮັດໃຫ້ຄົນເຮົາຈຶ່ງມີເກີດແກ່ເຈັບຕາຍ.
ຖ້າວ່າແບບນັນພະອົງກະບໍ່ທຽງທຳ. ຄົນເຮົາເປັນລູກອາດຳກັບເອວາ ຈຶ່ງມີເກີດແກ້ເຈັບຕາຍໂດຍທີເຮົາບໍ່ໄດ້ຜິດ ຖ້າພໍ່ແມ່ເຮັດຜິດຜູ້ເປັນລູກຕ້ອງຜິດນຳຊັ້ນວ່າ.
ແລະຄົນທີເຊື່ອໃນພະເຈົ້າເທົ່ານັ້ນທີຈະຫລອດ.
-ຖ້າຫາກຜູ້ໃດເຈັບປວຍແລ້ວອະທິທານຫາພະອົງ ແລະມີຄວາມສັດທາໃນພະອົງ ຄົນນັ້ນລອດ. ເພາະອົງປຽບເຫມືອນພະບິດາ ຖ້າເປັນເຊັ່ນນັ້ນພະອົງກະເຮັດບໍ່ຖືກ ບໍມີພໍ່ຄົນໃດທີເຫັນລູກເຈັບແລ້ວຈະບໍ່ຊ່ອຍເຫລືອດອກ ບໍ່ຕ້ອງໃຫ້ລູກມາອ່ອນວອນໃຫ້ຊອຍດອກ
-ຄົນທີມີບຸນເທົ່ານັ້ນຈຶ່ງຈະໄດ້ເຫັນພະອົງ ພະອົວຈຶ່ງຈະປະຈັກໃຫ້ເຫັນ.ສະແດງວ່າຄົນບາບບໍ່ໄດ້ເຫັນພະອົງ ຖ້າພະອົງເປັນພະບິດາ ພະອົງກະເຮັດບໍ່ຖືກແລ້ວ ເປັນຫຍັງພະອົງຈຶ່ງບໍ່ປະກົດໃຫ້ພວກຄົນບາບນັ້ນເຫັນແລ້ວສັ່ງສອນພວກຄົນບາບໃຫ້ເຮັດແຕ່ຄວາມດີ
3 ສາດສະຫນາ ອິດສະລາມ ຂ້າພະເຈົ້າບໍ່ມີຄວາມຮູ້ກຽວກັບສາດສະຫນານີ້ປານໃດ ແຕ່ກະພໍຮູ້ຢູ່ນ້ອຍຫນຶ່ງແລະເກີດຄວາມບໍ່ເຂົ້າໃຈວ່າເປັນຫຍັງປະເທດຂອງຄົນອິດສະລາມ ຊາດສະຫນາຈະໄປມີສ່ວນໃນການປົກຄອງ ແລະທະນາຄານ. ສະຫວັດດີການສັງຄົມ. ຄົນໃນປະເທດນັ້ນຕ້ອງນັບຖືໂດຍລີກລ່ຽງບໍ່ໄດ້

ເວົ້າເລື່ອງຫຍັງໂຈ້!! ບໍ່ເຫັນຈະເຂົ້າໃຈເລີຍ
ບໍ່ວ່າຈະຖືສາສະໜາໃດກໍ່ຕາມມັນກະຂື້ນກັບຄົນທີ່ເເຊື່ອແລະສັດທາໃນສາສະໜານັ້ນໆ ເພາະເຮົາເປັນຊາວພຸດທີ່ເຮົາເຊື່ອແລະສັດທາສາສະໜາຂອງເຮົາ ສະນັ້ນເຮົາຈື່ງບໍ່ເຂົ້າໃຈໃນສາສະໜາອື່ນໆ ແລະສາສະໜາອື່ນໆກະຄືກັນ ກະເວົ້າເອົາແຕ່ດ້ານດີໆຂອງຕົນເອງອອກມາອ້າງ. ສາສະໜາໃດມັນກະຄືກັນໝົດຫັ້ນລະ!!
-ເພີ່ມເຕີມ: ຕາມທີ່ໄດ້ຍິນມາວ່າ: ສາສະໜາພຸດ ເຊີ່ງພະພຸດທະອົງຖືໄດ້ວ່າເປັນພຽງນັກບຸນຄົນໜຶ່ງເທົ່ານັ້ນ(ບໍ່ໄດ້ລົບຫຼູ່ເດີ່) ທີ່ສອນມະນຸດທຳແຕ່ຄວາມດີແລະປະພຶດແຕ່ສີ່ງດີໆ ເຊີ່ງພະພຸດທະອົງແຕ່ກອ່ນແມ່ນເປັນມະນຸດ ແລະ ມີລູກມີເມຍແລ້ວໆຈື່ງບັນລຸທັມແລ້ວຈື່ງກາຍເປັນພະພຸທະເຈົ້າໃຫ້ເຮົານັບຖືຈົນເທົ່າທຸກມື້ນີ້.
ແຕ່ແຕກຕ່າງຈາກສາສະໜາ ກາໂຕລິກ (ບໍ່ແມ່ນຄຣິດເດີ່ໂຈ້) ກາໂຕລິກຈະນັບຖືພະເຈົ້າ ຫຼື ພະເຍຊູ ກຣິດໂຕຣ ເຊິ່ງ ພະເຍຊູ ກຣິດໂຕຣ ນັ້ນໄດ້ເກີດຈາກ ຍິງພົມມະຈັນທ່ານໜຶ່ງຊຶ່ວ່າ ມາເຣຍ ເຊີ່ງເປັນປະສົງຂອງພະເຈົ້າໃຫ້ກຳເນິດກັນນາງມາເຣຍ ສະນັ້ນ ພະອົງ ພະເຍຊູ ກຣິດໂຕຣຈື່ງບໍລິສຸດຕັ້ນແຕ່ກຳເນິດຈົນເຖິງວັນເພີ່ນສີ້ນລົມຢູ່ເທີງໄມັກາງເຂນ ສະນັ້ນຄົນຈື່ງຖືສາສະໜາກາໂຕລິກຫຼາຍກ່ວາສາສະໜາພຸດ... "ທີ່ເຫຼືອໄປອານຕໍ່ເດີ່ໃນພຣະຄຳພີໃບເບີນ!!"


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ SC ຂຽນວ່າ...
ແລ້ວຜູ້ຕັ້ງກະທູ້ ແມ່ນຖືສາດສະໜາໃດ?
ຂ້ອຍກະເຕີບໃຫຍ່ໃນສາດສະຫນາພຸດ ຂ້ອຍຄິດວ່າຄຳສອນຂອງພະພຸດທະເຈົ້າເປັນຄຳສອນທີດີ ແຕ່ກະລອງໄປສືກສາສາດສະຫນາອືນເບິງແລ້ວກະບໍ່ເຂົ້າໃຈ ຂ້ອຍວ່າພະສາດສະຫນາພຸດທຸກມື້ນີ້ເຮັດໃຫ້ຂ້ອຍວ່ານັບຖືເຮັດໃຫ້ຄວາມສັດທາຂ້ອງຂ້ອຍເລີມນ້ອຍລົງ ພະພຸດທະເຈົ້າຢູ່

www.satoshi250.com
freemoney on faucetbox

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>