ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຂພຈ ເປັນຄົນຫນື່ງ ທີ່ເກີດຢູ່ໃນເມືອງພຸດ ແລະ ຄອບຄົວຂອງຄົນພຸດ ກະຕັ້ງແຕ່ນ້ອຍຈົນໃຫຍ່ ໃດ້ຍີນມາໃສ່ຫູຕະຫລອດກໍ່ຄື ຄຳວ່າບາບ ແລະບຸນ... ແບບປະມານວ່າ... ບາບຄບໍ່ດີ ບຸນຄືດີ.. ເກີດມາຕ້ອງເຮັດບຸນເຮັດທາງນຳວັດນຳວາ( ຮູ້ສຶກຸືກປູກຝັງມາແບບນັ້ນ)
ແຕ່.... ຂພຈ ມານັ່ງຄິດຄັກໆແທ້ໆ... ຂພຈ ຮູ້ສຶກວ່າ ຄົນລາວສ່ວນໃຫຍ່ບໍ່ເຂົ້າໃຈສອງຄຳນີ້... ຫລືອາດຈະເຂົ້າໃຈຜິດໆໄປ ເລີຍຈະລົບກວນຖາມສະມາຊິກພັນລາວແຫ່ງນີ້ວ່າ...ໃນຄວາມຄິດຂອງທ່ານ... ບາບແລະບຸນນັ້ນ ແມ່ນຫຍັງແທ້
(ຕອບຕາມຫລັກສາສະຫນາກໍ່ໃດ້ ຫລື ຄວາມເຂົ້າໃຈຍີ່ງດີ)


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມງ່າຍຕອບຍາກ ເລື່ອງນີ້ມັນເປັນເລື່ອງຂອງຈິດ ລ້ວນໆບໍ່ສາມາດເອົາສູດທາງວິທະຍາສາດມາເວົ້າໄດ້
ຖ້າຕາມຂ້ອຍເຊື່ອ
ບາບເກີດຈາກສິ່ງທີ່ເຮົາເຮັດບໍ່ດີຜ່ານມາແລ້ວມີຜົນບໍ່ດີໃສ່ເຮົາຄືນ
ບຸນແມ່ນຜົນຈາກການທຳດີທີ່ຜ່ານມາ

ຖ້າເຈົ້າສົນໃຈອີ່ຫລີ ແນະນຳໃຫ້ເບິ່ງ ຮິວ ຈິດສຳພັດ ກັບອາຈານ ວ ວັດສິລະເມທີ ນຳ youtube


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ບຸນ ແປວ່າເຄື່ອງຊຳລະຈິດໃຈໃຫ້ບໍລິສຸດ ສະອາດ ປາສະຈາກກິເລສ ເຊິ່ງກົງກັນຂ້າມກັບຄຳວ່າ ບາບ
ບຸນ ມາຈາກສັບພາສາບາລີວ່າ "ປຸນຍະ" ແປວ່າ ເຄື່ອງຊຳລະຈິດໃຈໃຫ້ສະອາດບໍລິສຸດ ບຸນເປັນເຄື່ອງກຳຈັດສິ່ງເສົ້າຫມອງທີ່ເອີ້ນກວ່າ ກິເລສ ດັ່ງນັ້ນການທຳບຸນຈິ່ງເປັນການຊ່ວຍລົດລະເລິກຄວາມໂລບ ຄວາມເຫັນແກ່ຕົົວ ຄວາມມີໃຈຄັບແຄບ ຂີ້ຖີ່ ຫວງແຫນ ຢຶດຕິດໃນວັດຖຸສິ່ງຂອງ ອັນເປັນສາເຫດຫນຶ່ງຂອງຄວາມທຸກໃຫ້ອອກໄປຈາກໃຈ ເຮັດໃຫ້ໃຈເປັນອິສະຫລະ ພ້ອມຈະກ້າວຕໍ່ໄປໃນຄຸນຄວາມດີຢ່າງອື່ນ ຫລືເປິດຊ່ອງໃຫ້ນຳເອົາຄຸນສົມບັດອັນດີງາມອື່ນໆ ມາໃສ່ເພິ່ມເຕິມແກ່ຊີວິດ ເປັນການຍົກລະດັບຈິດໃຈໃຫ້ສູງຂຶ້ນ ຂໍ້ຄວາມໄດ້ຈາກບ່ອນນີ້


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຸນຄື ການທີ່ ຂ້ອຍໄດ້ນອນນຳຜູ້ສາວງາມໆ ຕື່ນຂຶ້ນມາຕອນເຊົ້າ ແຟນເຂົານຳມາອັດຂ້ອຍຕາຕູບຕາໂປ ນີ້ແຫລະຄືບາບ...55 ບໍ່ມີຫຍັງ....ອ່າວມັນກ່ຽວຫັຍງ!!!!!.....


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄວາມຮູ້ສຶກຫລາຍກ່ວາ ຮູ້ສຶກດີເປັນບຸນ ຮູ້ສຶກບໍ່ດີເປັນບາບ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ