ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຢາກຖາມກ່ຽວກັບພຸດທະວັດຈະນະ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຢາກຖາມທ່ານຜູ່ມັກຟັງ ຫລື ອ່ານພຸດທະວັດຈະນະວ່າ ເລື່ອງມະຫາປະຊາບໍດີໂຄຕະມີ (ນ້າສາວພະພຸດທະເຈົ້າ) ອອກບວດ ມີຢູ່ໃນພຸດທະວັດຈະນະບໍ?

ແລະ ພຸດທະທຳນາຍ ບ່ອນວ່າ ພຸດສາດສະໜາ ຊິເໝິດໄປ ໃນ ພັນປີ ຫລື 5 ພັນປີ ມີຢູ່ໃນພຸດທະວັດຈະນະບໍ?


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເລື່ຶອງນາງໂຄຕະມີຢູ່ໃນພຸດທະວະຈະນະ ອອກບວດເປັນພິກຂຸນີຮູບທຳອິດໃນພຸທະສາສະໜາ
ພຸທທະທຳນຳນາຍສາສະໜາຈະເໝິດໄປ 5 ພັນປີ ບໍ່ມີໃນພຸທະວະຈະ ເວົ້າເອງ ພຣະອົງບໍ່ໄດ້ຕັດໄວ ພຣະອົງຕັດວ່າສາສະໜາຈະເໝິດໄປລັກສະນະ ຄຳສອນທີ່ສາວົກກະວີແຕ່ງຂື້ນໃໝ່ຄຳສອນຂອງພຣະອົງຈະເໝິດໄປເພາະຄຳແຕ່ງຂື້ນໃໝ່ ອິກພຣະສູດຫນຶ່ງບອກວ່າ 1 ຈື່ບົດມາຜິດ,ຫົວຂໍ້,ອະທິບາຍຜິດ,ມາຕິກາ(ແມ່ບົດ) 2 ພິກຂຸເປັນຄົນວ່າຍາກ ບໍ່ອົດທັນ ບໍ່ຍອມຮັບຄຳຕັກເຕືອນໂດຍຄວາມເຄົ້າລົບໜັກແນ່ນ 3 ພິກສຸເຫຼົ່າໃດ ເປັນພຣະຫູສູດຄ່ອງແຄ່ວໃນຫຼັກພຣະພຸທທະວະຈະນະ ຊົງທັມ ຊົງວິໄນ ຊົງມາຕິດກາ ບໍ່ໄດ້ເອົາໃຈໃສ່ບອກສອນເນື້ອຄວາມແຫ່ງສູດທັງຫຼາຍແກ່ຄົນອື່ນ 4 ພິກສຸຊັ້ນເຖລະ ທຳການສະສົມບໍລິຂານ ປະພຶດຢໍຢອນໃນໃຕສິກຂາ ເປັນຜູ້ນຳໃນທາງຊາມ ບໍ່ຕັ້ງໜ້າປະຕິບັດໃນທາງແຫ່ງວິເວກ...ຄົນບວດພາຍຫຼັງກໍ່ຖືເອົາແບບຢ່າງ...
ບາງທີສາສະໜາອາດຈະຢູ່ຫຼາຍກວ່າ 5 ພັນປີ ບາງທີອາດຈະເໝິດໄປກ່ອນ 5 ພັນປີ ເບີ່ງໃນປັດຈຸບັນຄຳແຕ່ງໃໝ່,ທຳພິທີສະເດາະເຄາະສູດລົດນ້ຳ...ຄິດວ່າເປັນຄຳສອນຂອງພຣະອົງ ພຣະບາງກຸ່ມກະຫຼົງເຂົ້າມິດສາທິດຖິໂດຍບໍ່ຮູ້ຕົວຢ່າງທີ່ພຣະອົງຕັດຖ້າບໍ່ສຶກສາຄຳຂອງພຣະອົງແລ້ວຈະພັດຫຼົງເຂົ້າສູ່ມິດສາທິດຖິ ສອນມາຫາຊົນທຳມະຫາຊົນໃຫ້ໝົດສຸກ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ buddhist54 ຂຽນວ່າ...
ເລື່ຶອງນາງໂຄຕະມີຢູ່ໃນພຸດທະວະຈະນະ ອອກບວດເປັນພິກຂຸນີຮູບທຳອິດໃນພຸທະສາສະໜາ....


ຂອບໃຈ ທ່ານ buddhist54
ທ່ານຊ່ອຍບອກແນ່ໄດ້ບໍວ່າ ຊິຊອກອ່ານ ສະເພາະ ເລື່ອງນີ້ ໄດ້ໃນພຸດທະວັດຈະນະ ຈັ່ງໃດ, ບ່ອນໃດ? ທ່ານ ມີ link ຫລືຂໍ້ມູນເພິ່ມເຕີມບໍ?


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ໃນສັບພຸທທະວັດຈະນະທີ່ເປັນພາສາໄທໄດ້ເນັ້ນສັບພາສາສັບເປັນບາລີຫຼາຍເກີນໄປ ເຮັດໃຫ້ສາທຸຊົນຄົນທົ່ວໄປເຂົ້າໃຈຍາກຕ້ອງອາໃສພຮະອາຈາຮທີ່ເກັ່ງໆໃນສາດບາລີ ແລະພຣະໄຕປີດົກມາຂະຫຍາຍຄວາມເປັນພາສາບ້ານໆ ຍົກເລື່ອງລາວບ້ານໆ ມາເປັນຕົວຢ່າງ ເຊັ່ນເທດສະໜາຂອງພຣະອາຈານສົມພົບ ເພິ່ນໄດ້ອະທິບາຍທັງເນື້ອໃນຄວາມໝາຍໄດ້ດີ ພ້ອມແປພາສາບາລີພ້ອມ ມີປະມານສອງຮ້ອຍກ່ວາຕອນຢາກຟັງຕອນໃດກະເຊີດຫາມາຟັງໄດ້
http://www.madchima.org/forum/index.php?topic=8356.0

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂອບໃຈ ທ່ານ NeWLiFe ຫລາຍໆເນີ


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ທ່ານຊ່ອຍບອກແນ່ໄດ້ບໍວ່າ ຊິຊອກອ່ານ ສະເພາະ ເລື່ອງນີ້ ໄດ້ໃນພຸດທະວັດຈະນະ ຈັ່ງໃດ, ບ່ອນໃດ? ທ່ານ ມີ link ຫລືຂໍ້ມູນເພິ່ມເຕີມບໍ?


http://etipitaka.com/read?keywords=%E0%...number=206&volume=7 ຫຼື ໂຫຼດ etipitaka.com ຄົ້ນຫາໄດ້ โคตมี บวช ໃນໂປແກມ e-tipitaka ໃນນີ້ຈະບັນຈຸ ສະບັບຫຼວງ, ມະຫາຈຸລາ,ມະຫາມະກຸດ ມັກສຳນວນການແປສຳນັກນັກໃດເລືອກອ່ານທຽບຄຽງແຕ່ລະສຳນວນໄດ້

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ເຄີຍເຂົ້າໄປອ່ານຢູ່ http://etipitaka.com/ ນີ້ຢູ່
ແຕ່ບໍ່ຮູ້ວ່າ ບ່ອນໃດ ແມ່ນພຸດທະວະຈະນະ ແລະ ບ່ອນໃດບໍ່ແມ່ນ.
ເລີຍຢາກຖາມເພື່ອຄວາມຄັກໃຈ ວ່າເລື່ອງມະຫາປະຊາບໍດີໂຄຕະມີ ແມ່ນພຸດທະວະຈະນະບໍ?


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເລື່ອງມະຫາປະຊາບໍດີໂຄຕະມີ ແມ່ນມີໃນພຸດທະວະຈະນະ