ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຕອບບັນຫາທີ່ຄາໃຈຂອງຊາວພຸດ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ທ່ານໃດມີຂໍ້ສົງໃສຢາກຮູ້ຫຍັງຖາມາມາໂລດໂດຍສະເພາະເລຶ່ອງກ່ຽວກັບການສ້າງບຸນ ທຸກຢ່າງທາງສາສະໜາພຸດ ຈະພະຍາຍາມຊອກຫາຂໍ້ມູນນຳມາຕອບ ຈະໄປຫາໝໍ google ຊອກໃຫ້ເດີ.

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ລູກສາວຫຼ້າມູນໂປະ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນິບພານເປັນແນວໃດ ສະຫວັນເປັນແນວໃດ ມີຄົນເຄີຍເຫັນບໍ ຄັນເຫັນໃສຮູບ ຫຼື ວີດີໂອທີ່ເປັນຫຼັກຖານໂດຍບໍຕ້ອງສັນນິຖານຫຼືຢູ່ໃນໂລກແຫ່ງຈິນຕະນາການແບບທີ່ຜ່ານມາ,

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TuKitaMarBorDaek ຂຽນວ່າ...
ນິບພານເປັນແນວໃດ ສະຫວັນເປັນແນວໃດ ມີຄົນເຄີຍເຫັນບໍ ຄັນເຫັນໃສຮູບ ຫຼື ວີດີໂອທີ່ເປັນຫຼັກຖານໂດຍບໍຕ້ອງສັນນິຖານຫຼືຢູ່ໃນໂລກແຫ່ງຈິນຕະນາການແບບທີ່ຜ່ານມາ,

ຈະຂໍຕອບແທນເຈົ້າຂອງກະທູ້ສາເນາະ ແຕ່ຈະບໍ່ຕອບວ່າ ນິບພານເປັນແນວໃດ ສວັນເປັນແນວໃດດອກ ແຕ່ ຂພຈ ຈະບອກວ່າສິ່ງທີ່ກວ່າມານີ້ມັນມີຈິງ ມັນເປັນນາມມະທຳ ບໍ່ສາມາດຈັບບາຍໄດ້ ຕ້ອງໃຊ້ໃຈເປັນຕົວສຳພັດເພາະມັນເປັນໂລກແຫ່ງຈິດວິນຍານ ບໍ່ມີຕົວຕົນ ຈັບບາຍບໍ່ໄດ້ ແຕ່ສາມາດພິສູດໄດ້.
ດັ່ງຈະຍົກຕົວຢ່າງ: ກ່ຽວກັບຄວາມຊົ່ວ-ຄວາມດີ ຄວາມຮັກ-ຄວາມຊັງ
ທ້າວ ກ ຖາມ: ຄວາມຊົ່ວ-ຄວາມດີ ຄວາມຮັກ-ຄວາມຊັງ ສິ່ງເຫຼົ່ານີ້ມີຈິງບໍ່?
ທ້າວ ຂ ຕອບ: ມີ ແລະ ຖ້າຖາມຫຼາຍໆຄົນກໍ່ຈະຕອບວ່າມີຫັ້ນລະ
ທ້າວ ກ : ແລ້ວຖ້າມີເອົາມາພິສູດໄດ້ບໍ່ ຖ່າຍຮູບມາໃຫ້ເບິ່ງແດ່ໄດ້ບໍ່?
ທ້າວ ຂ : ກໍ່ຄືສິຕອບບໍ່ໄດ້ດອກ ເພາະສິ່ງເຫຼົ່ານີ້ເປັນນາມມະທຳ ບໍ່ມີຕົວຕົວ ບໍ່ສາມາດຈັບບາຍໄດ້ ຖ້າໃຫ້ເວົ້າງ່າຍໆກໍ່ຄື ມັນບໍ່ແມ່ນວັດຖຸ ແຕ່ມັນເປັນຈິດໃຈ ບໍ່ເປັນຕົວເປັນຕົນ ເບີ່ງດ້ວຍຕາເປົ່າຈະບໍ່ເຫັນ ແລະ ສິ່ງທີ່ເບີ່ງເຫັນຢ່າຄິດວ່າມັນບໍ່ມີ ຄວາມຊົ່ວຄວາມດີກໍ່ເຊັ່ນກັນ.

...ຮັກແພງ...

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VirusInformation ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ TuKitaMarBorDaek ຂຽນວ່າ...
ນິບພານເປັນແນວໃດ ສະຫວັນເປັນແນວໃດ ມີຄົນເຄີຍເຫັນບໍ ຄັນເຫັນໃສຮູບ ຫຼື ວີດີໂອທີ່ເປັນຫຼັກຖານໂດຍບໍຕ້ອງສັນນິຖານຫຼືຢູ່ໃນໂລກແຫ່ງຈິນຕະນາການແບບທີ່ຜ່ານມາ,

ຈະຂໍຕອບແທນເຈົ້າຂອງກະທູ້ສາເນາະ ແຕ່ຈະບໍ່ຕອບວ່າ ນິບພານເປັນແນວໃດ ສວັນເປັນແນວໃດດອກ ແຕ່ ຂພຈ ຈະບອກວ່າສິ່ງທີ່ກວ່າມານີ້ມັນມີຈິງ ມັນເປັນນາມມະທຳ ບໍ່ສາມາດຈັບບາຍໄດ້ ຕ້ອງໃຊ້ໃຈເປັນຕົວສຳພັດເພາະມັນເປັນໂລກແຫ່ງຈິດວິນຍານ ບໍ່ມີຕົວຕົນ ຈັບບາຍບໍ່ໄດ້ ແຕ່ສາມາດພິສູດໄດ້.
ດັ່ງຈະຍົກຕົວຢ່າງ: ກ່ຽວກັບຄວາມຊົ່ວ-ຄວາມດີ ຄວາມຮັກ-ຄວາມຊັງ
ທ້າວ ກ ຖາມ: ຄວາມຊົ່ວ-ຄວາມດີ ຄວາມຮັກ-ຄວາມຊັງ ສິ່ງເຫຼົ່ານີ້ມີຈິງບໍ່?
ທ້າວ ຂ ຕອບ: ມີ ແລະ ຖ້າຖາມຫຼາຍໆຄົນກໍ່ຈະຕອບວ່າມີຫັ້ນລະ
ທ້າວ ກ : ແລ້ວຖ້າມີເອົາມາພິສູດໄດ້ບໍ່ ຖ່າຍຮູບມາໃຫ້ເບິ່ງແດ່ໄດ້ບໍ່?
ທ້າວ ຂ : ກໍ່ຄືສິຕອບບໍ່ໄດ້ດອກ ເພາະສິ່ງເຫຼົ່ານີ້ເປັນນາມມະທຳ ບໍ່ມີຕົວຕົວ ບໍ່ສາມາດຈັບບາຍໄດ້ ຖ້າໃຫ້ເວົ້າງ່າຍໆກໍ່ຄື ມັນບໍ່ແມ່ນວັດຖຸ ແຕ່ມັນເປັນຈິດໃຈ ບໍ່ເປັນຕົວເປັນຕົນ ເບີ່ງດ້ວຍຕາເປົ່າຈະບໍ່ເຫັນ ແລະ ສິ່ງທີ່ເບີ່ງເຫັນຢ່າຄິດວ່າມັນບໍ່ມີ ຄວາມຊົ່ວຄວາມດີກໍ່ເຊັ່ນກັນ.

...ຮັກແພງ...

ຂອບໃຈສຳຫລັບຄຳຕອບ,

ສຳຫລັບຄວາມຊົ່ວ ແລະ ຄວາມດີເຮົາສາມາດພິສູດອອກມາໃຫ້ເຫັນເປັນທີ່ປະຈັກຕາໄດ້ ເປັນຮູບມະທຳ ເຊັ່ນ: ຄວາມດີ ຄື ຖ້າຫາກວ່າມີ ບຸກຄົນໃດໜຶ່ງຮູ້ຈັກການເຄົາລົບນອບນ້ອມຖອມຕົວກິລິຍາມາລະຍາດດີປະຕິບັດຄວາມດີຕໍ່ພໍ່ແມ່ ຍາດຕິພີ້ນ້ອງ ໃຫ້ຄວາມຊ່ວຍເຫຼືອຄົນອ້ອມຂ້າງ ມີຄວາມເມດຕາກະລຸນາຕໍເພື່ອນມານຸດຮ່ວມໂລກ, ປະຕິບັດມາໂດຍຕະຫຼອດ ໃນເມື່ອຄົົນອື່ນເຫັນຂະເຈົ້າກໍຈະຖ່າຍຮູບຖ່າຍວີດີໂອເອົາມາເຜີຍແຜ່ ໃຫ້ສັງຄົມໄດ້ເຫັນຄວາມດີຂອງລາວ ເຊັ່ນ:
- ການບໍລິຈາກເລືອດເພື່ອຊ່ວຍເຫຼືອ

- ການດູແລຮັກສາປ່ິນປົວເອົາໃຈໃສ່ເພື່ອນມະນຸດດ້ວຍກັນ

- ການເບິ່ງແຍງບຸກຄົນທີ່ມີພະຄົນຕໍເຮົາ

- ການປູກຕົ້ນໄມ້ຄືນສູ່ທຳມະຊາດ

ແລະອື່ນໆ ຮູບພາບເຫຼົ່ານີ້ເຊິ້ງສະແດງເຖິງຄວາມດີຂອງຄົນເຮົາເຊິ່ງມັນສະແດງໃຫ້ເຮົາເຫັນ ແລະ ສຳຜັດໄດ

ແລະ ຄວາມຊົ່ວນັ້ນ ກໍຈະເຫັນປະຈັກຕາຫຼາຍຢ່າງ ດ້ວຍການປະພຶດປະຕິບັດໃນສິ່ງທີ່ບໍ່ດີໃນສິງທີ່ສັງຄົມລັງກຽດບໍວ່າຈະເປັນ ການປຸ້ນຈີ່, ການຂົ່ມຂຶນ,ການຊໍ້ໂກງອື່ນ ໃນເມື່ອເຮັດເຮັດບໍດີສັງຄົມກໍຈະຖ່າຍຮູບອອກມາເປັນຫຼັກຖານ ແລ້ວກໍກ່າວປະນາມໄປໃນທາງທີ່ບໍດີ,

ຂອບໃຈ,

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍເຫັນໃຜມາຕອບເພື່ອຄວາມກະຈາງແຈ້ງແນ່ເນາະ,

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TuKitaMarBorDaek ຂຽນວ່າ...
ນິບພານເປັນແນວໃດ ສະຫວັນເປັນແນວໃດ ມີຄົນເຄີຍເຫັນບໍ ຄັນເຫັນໃສຮູບ ຫຼື ວີດີໂອທີ່ເປັນຫຼັກຖານໂດຍບໍຕ້ອງສັນນິຖານຫຼືຢູ່ໃນໂລກແຫ່ງຈິນຕະນາການແບບທີ່ຜ່ານມາ,

ທັມມະຄືສິ່ງທີ່ເລິກເຊິ່ງຜູ້ມີບຸນ ມີປັນຍາ ຜູ້ມີຄວາມໝັ່ນພຽນປະຕິບັດເທົ່ານັ້ນຈຶ່ງຈະຮູ້ແຈ້ງເຫັນຈິງ ທັມມະບໍ່ມີຕົວຕົນ ທັມມະບໍ່ມີຫລັກຖານ ໄຮ້ຣົດ ໄຮ້ກິ່ນ ແຕ່ສາມາດສຳພັດໄດ້ດ້ວຍໃຈເຮົາເອງ...

- ນິບພານ: ຄືຈຸດທີ່ສູງສົ່ງຂອງພຣະພຸດທະສາສະໜາ ນິບພານຄືເດນທີ່ລຸດພົ້ນຈາກການວຽນວ້າຍ ຕາຍເກີດ ເພາະການເກີດ ແກ່ ເຈັບ ຕາຍ ຄືທະເລແຫ່ງຄວາມທຸກ. ຢາກຮູ້ວ່າການວຽນວ້າຍຕາຍເກີດມີບໍ່? ຖ້າມີພີ່ນ້ອງ ຫຼື ມີຄົນຮູ້ຈັກເສຍຊີວິດ ໃຫ້ເອົາສີຫຼືເຄື່ອງໝາຍຕ່າງໆໄປຕິດໄວ້ໃນຕົວຜູ້ຕາຍແລ້ວຈະເຫັນວ່າເຂົາເກີດມາແມ່ນໃຜ. ຄວາມຈິງທີ່ທຸກຄົນສາມາດເຮັດໄດ້,
- ສະຫວັນ ຄືຄົນທີ່ເຄີຍໄດ້ສ້າງກັມດີຊ່ວງທີ່ໃຊ້ຊີວິດເປັນຄົນ ຕາຍໄປຈຶ່ງໄປໃຊ້ກັມດີຢູ່ສະຫວັນ ມີອາຍຸຢູ່ທີ່ນັ້ນ 500 ຊາດ ເມື່ອຫມົດສິ້ນກັມດີ ກໍ່ກັບມາເກີດອີກ.

ປລ, ບໍ່ມີຮູບ ບໍ່ມີພາບປະກອບແຕ່ເຊື່ອໂລດວ່າເມື່ອໃດທີ່ເຮົາສ້າງຄວາມດີ ເຮົາເອງຈະມີແຕ່ຄວາມສຸກຄວາມຈະເລີນຍິ່ງໆຂື້ນໄປ...
=ຖ້າຢາກຮູ້ວ່າຈິດມີຈິງຫຼືບໍ່ ຂໍໃຫ້ເຈົ້ານັ່ງສະມາທິ ມື້ລະ 20-30 ນາທີ ທຸກໆວັນບໍ່ເກີນສາມເດືອນເຈົ້າຈະຮູ້ເອງ ແຕ່ຕ້ອງມີຄວາມຕັ້ງໃຈຈິງ ແລະຂ້ອຍກະຫວັງວ່າບໍ່ທີ່ເຮັດໄດ້ຄືຜູ້ທີ່ມີບຸນວາດສະໜາສູງສົ່ງທີ່ສຸດ=

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...

ຂອບໃຈສຳລັບຄຳຕອບ,
ແຕ່ອ່ານເບິ່ງແລ້ວເນື່ອໃນທີ່ຂຽນມາກໍ່ຍັງຄົງຢູ່ໃນໂລກແຫ່ງຈິນຕະນາການຢູ່ ເຊັ່ນປະໂຫຍກນີ້: - ສະຫວັນ ຄືຄົນທີ່ເຄີຍໄດ້ສ້າງກັມດີຊ່ວງທີ່ໃຊ້ຊີວິດເປັນຄົນ ຕາຍໄປຈຶ່ງໄປໃຊ້ກັມດີຢູ່ສະຫວັນ ມີອາຍຸຢູ່ທີ່ນັ້ນ 500 ຊາດ ເມື່ອຫມົດສິ້ນກັມດີ ກໍ່ກັບມາເກີດອີກ.

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ผมไม่รู้ ผมเมา

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ທຳມະເປັນເລື່ອງທີ່ປຸທຸຊົນຄົນທຳມະດາຈະເຂົ້າເຖິງໄດ້ຍາກ ແຕ່ບຸກຄົນຜູ້ທີ່ຮູ້ແກ່ນແທ້ແຫ່ງທຳອາດຈະມີ.

xana

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ໃຜຊິບ໋ເຊື່ອກ໋່ແມ່ນສິດຂອງເຂົາເຈົ້າ ສ່ວນຂ້ອຍຂ໋ຍຶດໝັ້ນໃນພຣະລັດຕະນະໄຕ ຂ໋ສັດທາ ແລະ ເຊື່ອໃນການຕຣັດສະຣູ້ຂອງອົງສົມເດັດສຳມາສຳພຸດທະເຈົ້າ ວ່າມີຈິງ. ບ໋່ວ່າກັນເນາະ.

xana

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ເກີດຊາດນີ້ພູມໃຈອີ່ຫລີທີ່ໄດ້ພົບພຸດທະສາດສະໜາ ເໝືອນວ່າພົບຂຸມຊັບອັນລ້ຳຄ່າ ເປັນຊັບອັນປະເສີດກ່ວາສົມບັດໃດ ສົມກັບທີ່ພຣະພຸດທະອົງຊົງສັນລະເສີນໄວ້ວ່າເປັນອະຣິຍະຊັບ ມີຄ່າເໜືອກ່ວາຊັບສົມບັດ ໃດໆໃນໂລກ ສຳຄັນທີ່ວ່າໃຜຊິມີໂອກາດໄດ້ພ໋້ຂຸມຊັບນັ້ນ ຢູ່ໃກ້ແຕ່ເໝືອນຢູ່ໄກ ຢູ່ໄກກ໋່ເໝືອນຢູ່ໃກ້.

xana

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TuKitaMarBorDaek ຂຽນວ່າ...
ນິບພານເປັນແນວໃດ ສະຫວັນເປັນແນວໃດ ມີຄົນເຄີຍເຫັນບໍ ຄັນເຫັນໃສຮູບ ຫຼື ວີດີໂອທີ່ເປັນຫຼັກຖານໂດຍບໍຕ້ອງສັນນິຖານຫຼືຢູ່ໃນໂລກແຫ່ງຈິນຕະນາການແບບທີ່ຜ່ານມາ,

ຖາມເພາະຢາກຮູ້ ຫຼືຢາກເອົາຊະນະ (ຖ້າຢາກເອົາຊະນະຈະບໍ່ໄດ້ຄຳຕອບທີ່ພໍໃຈ ເຖິງມັນຈະຖືກຕ້ອງກະບໍ່ເຊື່ອຢູ່ດີ ເພາະຢາກຊະນະ, ແຕ່ຖ້າຢາກຮູ້ແລະສົນໃຈຈົງອ່ານຕໍ່່ໄປ)

ນິພພານ ສະຫວັນ ນາຣົກ ຄວາມດີ ຄວາມຊົ່ວ... (ເພິ່ນບອກວ່າຢາກໄດ້ຫຼັກຖານ) ດ໋ຽວຈັດໃຫ້.
- ການທີ່ມີຫຼັກຖານ ແມ່ນເພື່ອມາຢືນຢັນວ່າສິ່ງນີ້ມີສິ່ງນີ້ແມ່ນ (ແລ້ວໃຜຊິຢືນຢັນໃຫ້ເຈົ້າໄດ້? ຕ້ອງແມ່ນເຈົ້າຢືນຢັນໃຫ້ກັບຕົນເອງ ຮູ້ເຫັນແລະເຂົ້າໃຈດ້ວຍຕົນເອງແມ່ນບໍ່? ເພາະເຈົ້າຈະເປັນຄົນຕັດສິນໃຈເອງວ່າມັນແມ່ນແບບນີ້ ມັນເປັນແບບນີ້) ສະພາວະນັ້ນທັມມະເພິ່ນເອີ້ນວ່າປັຈຈັຕຕັງ ແປວ່າ ຮູ້ໄດ້ສະເພາະຕົນ,
- ທຸກຄົນສາມາດຮູ້ສິ່ງທີ່ພຣະພຸທທະເຈົ້າສອນໄດ້ ເພິ່ນບໍ່ໄດ້ບັງຄັບໃຫ້ເຊື່ອ ແຕ່ໃຫ້ພິສູດເບິ່ງ ເວົ້າງ່າຍໆຖ້າຢາກຮູ້ກະປະຕິບັດຕາມທາງ ອະຣິຍະມັຄມີອົງແປດ ເຈົ້າເຖິງຈະຮູ້ໄດ້ວ່ານິພພານ ສະຫວັນມີບໍ່ຫຼືບໍ່ມີ, ເໝືອນກັບຊີວິດມະນຸດເງິນເດືອນຮຽນຈົບມາເພື່ອຈະມີເງິນເດືອນລ້ຽງຊີວິດ ແຕ່ຮຽນມາແລ້ວບໍ່ໄປຫາເຮັດວຽກເຮັດງານມັນຈະໄດ້ເງິນຫຼືບໍ່? (ເວົ້າງ່າຍໆຄືຕ້ອງສ້າເຫດປັຈຈັຍມັນຈິ່ງໄດ້ຜົນ ນິພພານສະຫວັນກະຄືກັນ ເຈົ້າຕ້ອງສ້າງເຫດປັຈຈັຍ ທີ່ຈະໄປເຖິງມັນໃຫ້ໄດ້ກ່ອນ ຈັ່ງເຫັນຜົນ, ຄືເຈົ້າຈະຮູ້ເຫັນເອງ ເໝືອນຕອນນີ້ເຈົ້າກຳລັງຫິວເຂົ້າແຮ໊ງແຮງ ຖ້າຕອນນີ້ຂ້ອຍກຳລັງກິນເຂົ້າເຈົ້າຊິອີ່ມບໍ່? ເຈົ້າກະອີ່ມບໍ່ໄດ້ເພາະເຈົ້າບໍ່ໄດ້ສ້າງເຫດ ເຈົ້າພຽງແຕ່ຮູ້ວ່າຕ້ອງກິນເຂົ້າ ແຕ່ເຈົ້າຍັງບໍ່ໄດ້ກິນເຂົ້າ , ເຈົ້າກິນເຂົ້າ=ຄືເຈົ້າສ້າງເຫດ ຜົນໄດ້ຮັບກະຄືຕົວເຈົ້າເອງເຊົາຫິວ /ອີ່ມ\\) (ສິ່ງທີ່ເວົ້າມາທັງໝົດນີ້ເປັນຄຳຕອບຂອງຄຳຖາມເຈົ້າຄື ຢາກຮູ້ຕ້ອງທຳເອງ ເຮັດເອງ ຈະເຫັນເອງ)
- ກັບເຂົ້າມາຫານິພພານ ໃນທາງທິສສະດີ ເປັນສຸນຍະຕາ ບໍ່ມີການເກີດ ແກ່ ເຈັບ ຕາຍ, ບໍ່ມີຮັກ ບໍ່ມີຊັງ, ບໍ່ມີສຸກ ບໍຍ່ມີທຸກ, ວ່າງເປົ່າຈາກຕົວຕົນ ... ສ່ວນຈະຈິງເທັດຊ່ຳໃດ ແມ່ນເຮົາເປັນຄົນພິສູດເອງ, ເດີນຕາມທາງທີ່ພຣະອົງຊົງຊີ້ທາງ ກໍ່ຈະເຫັນເອງ ມັນບອກກັນບໍ່ໄດ້ ເອົາມາໃຫ້ກັນເບິ່ງບໍ່ໄດ້ ເຈົ້າຕ້ອງໄປເບິ່ງເອງ(ຄືກັນກັບຢາກເຫັນຊ້າງປ່າ ແຕ່ມານັ່ງຖ້າເບິ່ງຢູ່ຕະຫຼາດເຊົ້າມັນຊິເຫັນບໍ່? ເຖິງຊິມີຮູບໃຫ້ເບິ່ງວ່ານີ້ຊ້າງປ່າ ແຕ່ໃນໃຈເລິກໆແລ້ວມັນກະຍັງບໍ່ເຊື່ອດອກວ່າມີແທ້ ມັນຕ້ອງໄປເຫັນໂຕເປັນໆ, ຖ້າມີຄົນບອກວ່າຖ້າເຈົ້າຢາກເຫັນຊ້າງປ່າໃຫ້ໄປພຸ້ນເດີ້ພູໜ່ວຍນັ້ນເດີ້ ຍ່າງໄປຈັກສອງສາມວັນເທິງສັນພູໜ່ວນນັ້ນພຸ້ນເຈົ້າຈັ່ງເຫັນ ຖ້າເຈົ້າສົນໃຈແລະຟາກເຫັນເຈົ້າກໍ່ຈະຕ້ອງໄປຕາມທີ່ເຂົາບອກເພື່ອພິສູດວ່າຊ້າງປ່າມີຈິງ) ເໝືອນກັບເຈົ້າຢາກເຫັນນິພພານແລ້ວມານັ່ງຖາມໝູ່ຢູ່ໜ້າຈໍນີ້ມັນຊິເຫັນບໍ່???
ຝາກໄວ້ຕາມນີ້ແຫຼະ ຖ້າສົນໃຈກະເຮັດເອົາບໍ່ເຂົ້າໃຈກະຖາມອີກ ຊິຕອບໃຫ້

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ