![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຈຸດປະສົງ: ແມ່ນເພື່ອໃຫ້ການຄົ້ນຫາຂໍ້ມູນໃນອິນເຕີເນັດທີ່ກ່ຽວກັບພິທີເສີຍ ເຄາະເສີຍລາງແມ່ນມີສໍາລັບທີ່ເປັນພາສາລາວໃຫ້ຄົນນັບຕັ້ງແຕ່ ລຸ້ນຜູ້ໂພສເຖິງລຸ້ນຕໍ່ໆໄປມີບົດຄວາມໃຫ້ໄດ້ອ່ານແລະໄດ້ສຶກສາ ຄົ້ນຄວ້າກັນ ບົດຄວາມນີ້ແປມາຈາກ: ຕໍາລາ ມໍລະດົກອີສານ ຍັງມີບາງວັກບາງຕອນທີ່ແປບໍ່ສົມບູນຫວັງວ່າ ຈະມີຜູ້ນໍາໄປຕໍ່ຍອດແລະປັບປຸງແກ້ໄຂໃຫ້ດີກວ່ານີ້ ໂດຍ: ສີທະນົນໄຊ ໄຊຍະເສນາ https://www.facebook.com/noy.sx.zero ການເສີຍເຄາະນັ້ນ ໃຫ້ຈັດເຄື່ອງສັກກາລະເພື່ອບູຊາພະເຄາະໃຫ້ຫາຍເຄາະດັ່ງນີ້: 1. ທຽນຮອບຫົວ 1 ເສັ້ນ 2. ທຽນຍາວ 1ສອກ 1ເສັ້ນ 3. ທຽນຄ່າຄີງ (ທຽນຍາວຈາກແອວເຖິງຄໍ) 1 ເສັ້ນ 4. ທຽນຍາວ 1 ຄືບ 5 ຄູ່ 5. ທຽນຍາວຄ່າໃຈມື (ຍາວເທົ່າກັບຈາກປາຍນິ້ວມືກາງເຖິງກາງຝ່າມື) 1 ເສັ້ນ 6. ຄໍ່າໝາກ(ມ້ຽງ) ເທົ່າອາຍຸ 7. ເຂົ້າດໍາເຂົ້າແດງເຂົ້າເຫຼືອງເຂົ້າຕອກແຕກ ດອກໄມ້ ນໍ້າສົ້ມປ່ອຍ ເສດຕະສັດ ທຸງຊໍທຸງໄຊ ໂທງ4ແຈ 9 ຫ້ອງ ຍາວແຈລະ 1 ສອກ 1 ໂທງ ຮູບແຮ້ງ 1 ຮູບ ຮູບຄົນ 1 ຮູບ ຫຼັກໃນໂທງຍາວ 1 ສອກ 9 ຫຼັກ ປັກ 9ບັກ ຫ້ອຍຝ້າຍແດງ2ຫຼັກ ຝ້າຍດໍາ2ຫຼັກຝ້າຍຂາວ2ຫຼັກ ຝ້າຍເຫຼືອງ2ຫຼັກ ດອກຝ້າຍ1ຫຼັກ ດ້າຍສາຍສິນຈົນອ້ອມໂທງຍາວ 1 ວາ 1 ເສັ້ນ ເອົາຜົມ 1 ເສັ້ນ ຕັດເລັບຕີນເລັບມືໃສ່ດ້ວຍນີ້ວລະ 1 ຊິີ້ນ ເສື້ອຜ້າຄົນປ່ວຍທີ່ເຄີຍໃຊ້(ເອົາຂົນຜ້າ ຫຼື ເສັ້ນດ້າຍບາງເສັ້ນກໍໄດ້) ໃສໃນໂທງ ພິທີກໍານີ້ຈະທໍາກັນທີ່ບ້ານຄົນປ່ວຍ (ຜູ້ທີ່ມີເຄາະ) ທໍາໃຫ້ໄດ້ຄັ້ງລະຫລາຍຄົນ ແຕ່ຕ້ອງເອົາເຄື່ອງບູຊາດັ່ງກ່າວຈາກທຸກຄົນ ເວລາເຮັດຄວນເຮັດໃນເວລາເຊົ້າຢ່າໃຫ້ເລີຍທ່ຽງວັນ ເຮັດໄດ້ທໍາວັນ ເວັ້ນວັນຈົມ ວັນເດືອນດັບ ແລະ ວັນເກົ້າກອງ ແຕ່ທີ່ນິຍົມຄື ວັນພະຫັດ,ສຸກ,ເສົາ.https://www.facebook.com/noy.sx.zero |
|
![]() ເສຍໄປກະເທົ່ານັ້ນແລະ ຈະບໍ່ເກີດປະໂຫຍດຫຍັງໝົດຖ້າຕົນເອງບໍ່ທຳຄວາມດີ. ຄົນດີຄິດດີທຳດີ ມີສິນຫ້າເປັນທີ່ຕັ້ງບໍ່ບຽດບຽນສັດໂລກດ້ວຍກັນ ຢູ່ໃສກໍ່ຈະເລີນ...ເຖິງຄົນບໍ່ໃຫ້ກຽດຫຼືບໍ່ເຫັນຄ່າຂອງຄວາມດີທີ່ເຮົາມີ ເຊື່ອໂລດວ່າເຫຼົ່າເທວະດາ ຄຸດນາກ ທໍລະນີ ແລະສຳພະເວສີຕ່າງໆຍ່ອມໃຫ້ການຄຸ້ມຄອງ ເພື່ອເປັນເກາະປ້ອງກັນໃຫ້ເຮົາໄດ້ບຳເພັນຕົນເພາະພວກເຂົາເຫຼົ່ານັ້ນຍັງຖ້າສ່ວນບຸນກຸສົນຂອງເຮົາຢູ່. ເພາະຄົນຄືຜູ້ທີ່ປະເສີດສູງສຸດໃນສາມໂລກມີໂອກາດບຳເພັນຕົນເພື່ອລຸດພົ້ນຈາກການວຽນຫວ້າຍ ຕາຍເກີດ ກ້າວຂື້ນສູ່ແດນພຣະນິບພານໄດ້. ![]() |
|
![]() ຖ້າເຮັດແລ້ວສະບາຍໃຈ ບໍ່ບຽດບຽນສັງຄົມກະເຮັດໄປໂລດ ![]() |
|
![]() ເສີຍເຄາະເສີຍລາງ ບໍ່ແມ່ນສິ່ງທີພຸທທະສອນບໍ່ແມ່ນສິ່ງທີ່ມາບັນດານຫຍັງໃຫ້ ເປັນມິດສາທິດຖີ ຄວາມເຫັນຜິດວ່າມີໃຜບັນດານໃຫ້ໄດ້ |
|
![]() |