ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ພິທີເສີຍເຄາະ­ເສີຍ­ລາງ

໑໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຈຸດປະ­­ສົງ: ແມ່ນເພື່ອໃຫ້­ການ­ຄົ້ນ­ຫາ­ຂໍ້­ມູນໃນ­ອິນເຕີເນັດ­ທີ່ກ່ຽວກັບ­ພິທີເສີຍ ເຄາະ­­ເສີຍ­ລາງແມ່ນ­ມີສໍາ­ລັບ­ທີ່ເປັນ­ພາ­ສາ­ລາວໃຫ້­ຄົນ­ນັບ­ຕັ້ງແຕ່­ ລຸ້ນ­ຜູ້ໂພສເຖິງ­ລຸ້ນ­ຕໍ່ໆ­­ໄປມີບົດ­ຄວາມໃຫ້ໄດ້ອ່ານແລະ­­ໄດ້­ສຶກ­ສາ­ ຄົ້ນ­ຄວ້າກັນ
ບົດ­ຄວາມ­ນີ້ແປມາ­ຈາກ: ຕໍາ­ລາ ມໍລະ­­ດົກ­ອີສານ
ຍັງ­ມີບາງ­ວັກ­ບາງ­ຕອນ­ທີ່ແປບໍ່­ສົມ­ບູນ­ຫວັງວ່າ ຈະ­­ມີຜູ້­ນໍາໄປຕໍ່ຍອດແລະ­­ປັບ­ປຸງແກ້ໄຂໃຫ້­ດີກວ່ານີ້
ໂດຍ: ສີທະ­­ນົນໄຊ ໄຊຍະ­­ເສນາ https://www.facebook.com/noy.sx.zero
ການເສີຍເຄາະ­ນັ້ນ ໃຫ້­ຈັດເຄື່ອງ­ສັກ­ກາ­ລະ­ເພື່ອບູຊາ­ພະ­ເຄາະ­ໃຫ້­ຫາຍເຄາະ­ດັ່ງ­ນີ້:
1. ທຽນ­ຮອບ­ຫົວ 1 ເສັ້ນ
2. ທຽນ­ຍາວ 1ສອກ 1ເສັ້ນ
3. ທຽນຄ່າ­ຄີງ (ທຽນ­ຍາວຈາກແອວເຖິງ­ຄໍ) 1 ເສັ້ນ
4. ທຽນ­ຍາວ 1 ຄືບ 5 ຄູ່
5. ທຽນ­ຍາວຄ່າໃຈມື (ຍາວເທົ່າກັບ­ຈາກ­ປາຍ­ນິ້ວມືກາງເຖິງ­ກາງຝ່າມື) 1 ເສັ້ນ
6. ຄໍ່າ­ໝາກ(ມ້ຽງ) ເທົ່າອາຍຸ
7. ເຂົ້າດໍາເຂົ້າແດງເຂົ້າເຫຼືອງເຂົ້າ­ຕອກແຕກ ດອກໄມ້ ນໍ້າ­ສົ້ມປ່ອຍ ເສດຕະ­ສັດ ທຸງ­ຊໍທຸງໄຊ ໂທງ4ແຈ 9 ຫ້ອງ ຍາວແຈລະ­ 1 ສອກ 1 ໂທງ ຮູບແຮ້ງ 1 ຮູບ ຮູບ­ຄົນ 1 ຮູບ ຫຼັກໃນໂທງ­ຍາວ 1 ສອກ 9 ຫຼັກ ປັກ 9ບັກ ຫ້ອຍຝ້າຍແດງ2ຫຼັກ ຝ້າຍ­ດໍາ2ຫຼັກຝ້າຍ­ຂາວ2ຫຼັກ ຝ້າຍເຫຼືອງ2ຫຼັກ ດອກຝ້າຍ1ຫຼັກ ດ້າຍ­ສາຍ­ສິນ­ຈົນອ້ອມໂທງ­ຍາວ 1 ວາ 1 ເສັ້ນ ເອົາ­ຜົມ 1 ເສັ້ນ ຕັດເລັບ­ຕີນເລັບ­ມືໃສ່ດ້ວຍ­ນີ້ວລະ­ 1 ຊິີ້ນ ເສື້ອຜ້າ­ຄົນປ່ວຍ­ທີ່ເຄີຍໃຊ້(ເອົາ­ຂົນຜ້າ ຫຼື ເສັ້ນດ້າຍ­ບາງເສັ້ນ­ກໍໄດ້) ໃສໃນໂທງ
ພິທີກໍານີ້ຈະ­ທໍາກັນ­ທີ່ບ້ານ­ຄົນປ່ວຍ (ຜູ້­ທີ່­ມີເຄາະ­) ທໍາໃຫ້ໄດ້­ຄັ້ງລະ­ຫລາຍ­ຄົນ ແຕ່ຕ້ອງເອົາເຄື່ອງ­ບູຊາດັ່ງກ່າວຈາກ­ທຸກ­ຄົນ ເວລາເຮັດ­ຄວນເຮັດໃນເວລາເຊົ້າ­ຢ່າໃຫ້ເລີຍທ່ຽງ­ວັນ ເຮັດໄດ້­ທໍາວັນ ເວັ້ນ­ວັນ­ຈົມ ວັນເດືອນ­ດັບ ແລະ­ ວັນເກົ້າກອງ ແຕ່­ທີ່­ນິຍົມ­ຄື ວັນພະ­ຫັດ,ສຸກ,ເສົາ.https://www.facebook.com/noy.sx.zero


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍໄປກະເທົ່ານັ້ນແລະ ຈະບໍ່ເກີດປະໂຫຍດຫຍັງໝົດຖ້າຕົນເອງບໍ່ທຳຄວາມດີ.
ຄົນດີຄິດດີທຳດີ ມີສິນຫ້າເປັນທີ່ຕັ້ງບໍ່ບຽດບຽນສັດໂລກດ້ວຍກັນ ຢູ່ໃສກໍ່ຈະເລີນ...ເຖິງຄົນບໍ່ໃຫ້ກຽດຫຼືບໍ່ເຫັນຄ່າຂອງຄວາມດີທີ່ເຮົາມີ ເຊື່ອໂລດວ່າເຫຼົ່າເທວະດາ ຄຸດນາກ ທໍລະນີ ແລະສຳພະເວສີຕ່າງໆຍ່ອມໃຫ້ການຄຸ້ມຄອງ ເພື່ອເປັນເກາະປ້ອງກັນໃຫ້ເຮົາໄດ້ບຳເພັນຕົນເພາະພວກເຂົາເຫຼົ່ານັ້ນຍັງຖ້າສ່ວນບຸນກຸສົນຂອງເຮົາຢູ່.
ເພາະຄົນຄືຜູ້ທີ່ປະເສີດສູງສຸດໃນສາມໂລກມີໂອກາດບຳເພັນຕົນເພື່ອລຸດພົ້ນຈາກການວຽນຫວ້າຍ ຕາຍເກີດ ກ້າວຂື້ນສູ່ແດນພຣະນິບພານໄດ້.


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ຖ້າເຮັດແລ້ວສະບາຍໃຈ ບໍ່ບຽດບຽນສັງຄົມກະເຮັດໄປໂລດ


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເສີຍເຄາະ­ເສີຍ­ລາງ ບໍ່ແມ່ນສິ່ງທີພຸທທະສອນບໍ່ແມ່ນສິ່ງທີ່ມາບັນດານຫຍັງໃຫ້ ເປັນມິດສາທິດຖີ ຄວາມເຫັນຜິດວ່າມີໃຜບັນດານໃຫ້ໄດ້



໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ