![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຈຸດປະສົງ: ແມ່ນເພື່ອໃຫ້ການຄົ້ນຫາຂໍ້ມູນໃນອິນເຕີເນັດທີ່ກ່ຽວກັບພິທີເສີຍ ເຄາະເສີຍລາງແມ່ນມີສໍາລັບທີ່ເປັນພາສາລາວໃຫ້ຄົນນັບຕັ້ງແຕ່ ລຸ້ນຜູ້ໂພສເຖິງລຸ້ນຕໍ່ໆໄປມີບົດຄວາມໃຫ້ໄດ້ອ່ານແລະໄດ້ສຶກສາ ຄົ້ນຄວ້າກັນ ບົດຄວາມນີ້ແປມາຈາກ: ຕໍາລາ ມໍລະດົກອີສານ ຍັງມີບາງວັກບາງຕອນທີ່ແປບໍ່ສົມບູນຫວັງວ່າ ຈະມີຜູ້ນໍາໄປຕໍ່ຍອດແລະປັບປຸງແກ້ໄຂໃຫ້ດີກວ່ານີ້ ໂດຍ: ສີທະນົນໄຊ ໄຊຍະເສນາ https://www.facebook.com/noy.sx.zero ເຄາະຕໍ່ຕົນສົນຕໍ່ເນື້ອເຄາະໃຄເຫື້ອໃນຄີງກໍໃຫ້ໝົດເສຍມື້ນີ້ວັນນີ້ເພິ່ນມັກຖ້ວຍໃສ່ຄຳຕາຍກໍໃຫ້ຫາຍເສຍມື້ນີ້ວັນນີ້ເຄາະງົວຄວາຍຕາຍຈາກເຈົ້າກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະຂຸນກວນຕາຍເສຍຈາກບ່າວກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະທ້າວຕາຍຈາກນາງກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະທຸກຍາກໄຮ້ບໍ່ມີສັງກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະທາງຫຼັງເຜິ່ນອ້ອມຂ້າ ກໍໃຫ້ຫາຍເສຍມື້ນີ້ວັນນີ້ເຄາະທາງໜ້າເຜິ່ນອ້ອມຟັນ ກໍໃຫ້ຫາຍສາມື້ນີ້ວັນນີ້ ເຄາະມືໄປຢູ່ນນ້ຳດອມປາ ເຄາະຂາໄປຢູ່ນາດອມເຂົ້າ ກໍໃຫ້ຫາຍສາມື້ນີ້ວັນນີ້ ຂວັນໄປເຂົ້າຖ້ຳເປັນງູ ຂວັນໄປເຂົ້າຫູເປັນເງືອກ ກໍໃຫ້ຫາຍສາມື້ນີ້ວັນນີ້ ຂວັນໄປເລືອກມ່ວນບ້ານເມືອງບົນ ຂວັນໄປຄົ່ວເມືອງຄົນຜີປ່າຊ້າ ກໍໃຫ້ຫາຍສາມື້ນີ້ວັນນີ້ ຂວັນຫົວຂື້ນໄປທ່ຽວເມືອງແມນ ຂວັນແຂນຂື້ນໄປຢູ່ດອມແຖນເມືອງຟ້າ ກໍໃຫ້ຫາຍສາມື້ນີ້ວັນນີ້ ຂວັນຫົວເອົາຂອງເມືອງຖວາຍແຖນຕື້ ຂື້ນສູ່ມື້ເມື່ອເຝົ້າແຖນລິງ ກໍໃຫ້ຫາຍສາມື້ນີ້ວັນນີ້ ເຮືອນສິຫຼົມເປັນວັງ ເຮືອນສິພັງເປັນຫ້ວຍ ກໍໃຫ້ຫາຍສາມື້ນີ້ວັນນີ້ ສາຍຝົນຕົກລົງກາງຮ່ອງ ສ້າຍຟ້າທ່ອງກາງນາ ກໍໃຫ້ຫາຍສາມື້ນີ້ວັນນີ້ ສຸນັນຕຸ ໂຫນໂຕ ເທວາ ດູຮາເທພດາເຈົ້າທັງຫຼາຍຂໍໃຫ້ປັດອັນຕະລາຍທັງພາຍໃນ ແລະ ພາຍນອກ ໃຫ້ພົ້ນອອກຈາກຄິງຕົນແດ່ຝູງຂ້າທຸກຄົນ ທັງຜູ້ເຖົ້າ ແລະ ລູກເຕົ້າໃຫ້ຢູ່ສະຫວັດດີ ມີອາຍຸຍືນຕາບຕໍ່ເທົ້າເຂົ້າສູ່ນິບພານທຸກຕົນທຸກຄົນເຖີດ. |
|
![]() ![]() ![]() |
|
![]() ພິກສຸທັງຫລາຍ! ສັດເຫລົ່າໃດປະພຶດສຸຈະລິດດ້ວຍກາຍ ປະພຶດສຸຈະລິດດ້ວຍວາຈາ ປະພຶດສຸຈະລິດດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັດເຫລົ່ານັ້ນ. ສັດເຫລົ່າໃດປະພຶດສຸຈະລິດດ້ວຍກາຍ ປະພຶດສຸຈະລິດ ດ້ວຍວາຈາ ປະພຶດສຸຈະລິດດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍ ເປັນເວລາທ່ຽງທີ່ດີຂອງສັດເຫລົ່ານັ້ນ. ສັດເຫລົ່າໃດປະພຶດສຸຈະລິດດ້ວຍກາຍ ປະພຶດສຸຈະລິດ ດ້ວຍວາຈາ ປະພຶດສຸຈະລິດດ້ວຍໃຈ ໃນເວລາຄ່ຳ ເວລາເຢັນກໍ ເປັນເວລາຄ່ຳທີ່ດີຂອງສັດເຫລົ່ານັ້ນ. ສັດທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ ວ່າເປັນເລິກດີ ມຸງຄຸນດີ ສະຫວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະບູຊາດີ ໃນພົມມະຈາລີບຸກຄົນທັງຫລາຍ. |
|
![]() ອ້າງເຖິງຂໍ້ຄວາມຈາກ buddhist54 ຂຽນວ່າ... ພິກສຸທັງຫລາຍ! ສັດເຫລົ່າໃດປະພຶດສຸຈະລິດດ້ວຍກາຍປະພຶດສຸຈະລິດດ້ວຍວາຈາ ປະພຶດສຸຈະລິດດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັດເຫລົ່ານັ້ນ. ສັດເຫລົ່າໃດປະພຶດສຸຈະລິດດ້ວຍກາຍ ປະພຶດສຸຈະລິດ ດ້ວຍວາຈາ ປະພຶດສຸຈະລິດດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍ ເປັນເວລາທ່ຽງທີ່ດີຂອງສັດເຫລົ່ານັ້ນ. ສັດເຫລົ່າໃດປະພຶດສຸຈະລິດດ້ວຍກາຍ ປະພຶດສຸຈະລິດ ດ້ວຍວາຈາ ປະພຶດສຸຈະລິດດ້ວຍໃຈ ໃນເວລາຄ່ຳ ເວລາເຢັນກໍ ເປັນເວລາຄ່ຳທີ່ດີຂອງສັດເຫລົ່ານັ້ນ. ສັດທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ ວ່າເປັນເລິກດີ ມຸງຄຸນດີ ສະຫວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະບູຊາດີ ໃນພົມມະຈາລີບຸກຄົນທັງຫລາຍ. |

![]() ຄັນຖືສິນປະຕິບັດທຳ ກະບໍ່ຈຳເປັນຕ້ອງໄປເສຍເຄາະ |