ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ​ເຈົ້າ​ນາຍ​ທີ່​ບໍ່ມີ​ຕົວ​ຕົນ

໓ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
​ເຈົ້າ​ນາຍ​ທີ່​ບໍ່ມີ​ຕົວ​ຕົນ


​ເຈົ້າ​ນາຍ​ທີ່​ເບິ່ງ​ບໍ່​ເຫັນ​ຕົວ​ຕົນ....​ປຽບ​ເໝືອນ​ເງົາ​ມື​ດ
ທີ່​ມີ​ແຕ່​ສັ່ງ​ໃຫ້​ເຮົາ​ເຮັດ​ສິ່ງ​ນັ້ນ ສິ່ງ​ນີ້​ຢູ່​ຕະຫລອດ​ເວລາ
ທັງ​​ເວັນ​ທັງຄືນ...​ບໍ່​ມີ​ເວລາ​ຜັກ​ຜ່ອນ...​ບໍ່​ມີ​ວັນພັກ​ລາ​ສະການ.

​ແລະ​ສິ່ງ​ທີ່​ນາຍ​ສັ່ງ​ກໍ່​ຄ້າຍ​ກັບ​ວ່າ​ນາຍ​ຈະ​ຮັກ​ເຮົາ​ຫລາຍ
​ເພາະວ່າ...ຈະ​ສັ່ງ​ໃຫ້​ເຮົາ​ສະ​ແຫວ​ງຫາ​ຄວາມ​ສຸກ​ຫລີກ​ໜີ​ຄວາມທຸກ
ທັ້ງໆ​ທີ່​ຄວາມສຸກ​ທີ່​ໄດ້​ມາ​ນັ້ນ ມັນ​ເປັນ​ພຽງ​ພາບ​ລວງ​ຕາ
ທີ່​ບໍ່​ສາມາ​​ດໄຂວ່​ຄວ້າ​ເອົາ​ມາ​ໄດ້...!!!

​ເຈົ້າ​ນາຍ​ຕ້ອງການ​ເຫັນ​ຮູບງາມໆ...​ກໍ່​ຕ້ອງປະຕິ​ບັດ​ຕາມ​ນາຍ​ສັ່ງ
​ເຈົ້າ​ນາຍ​ຕ້ອງການ​ຟັງສຽງ​ມ່ວນໆ...​ກໍ່​ຕ້ອງປະຕິ​ບັດ​ຕາມ​ນາຍ​ສັ່ງ
​ເຈົ້າ​ນາຍ​ຕ້ອງການ​ສູດ​ກິ່ນ​ຫອມໆ...​ກໍ່​ຕ້ອງປະຕິ​ບັດ​ຕາມ​ນາຍ​ສັ່ງ
​ເຈົ້າ​ນາຍ​ຕ້ອງການ​ກິນ​ອານ​ຫານ​ແຊບໆ...​ກໍ່​ຕ້ອງປະຕິ​ບັດ​ຕາມ​ນາຍ​ສັ່ງ
​ເຈົ້າ​ນາຍ​ຕ້ອງການ​ສຳ​ພັດ​ແບບ​ສະບາຍໆ...​ກໍ່​ຕ້ອງປະຕິ​ບັດ​ຕາມ​ນາຍ​ສັ່ງ
​ເຈົ້າ​ນາຍ​ຕ້ອງການ​ໄປ​ທ່ຽວ​ບ່ອນ​ຕ່າງໆ...​ກໍ່​ຕ້ອງປະຕິ​ບັດ​ຕາມ​ນາຍ​ສັ່ງ
......ໆ​ລໆ.....

ຖ້າ​ປະຕິບັດ​ຕາມ​ທີ່​​ເຈົ້າ​ນາຍ​ສັ່ງ...​ກໍ່​ຈະ​ໄດ້​ຮັບ​ລາວ​ວັນ​ຄື​ສຸກ(​ແບບ​ໂລກໆ)
ຖ້າ​ບໍ່​ປະຕິບັດຫລືຂັດ​ໃຈ​ເຈົ້າ​ນາຍ...​​ເຈົ້າ​ນາຍ​ກໍ່​ລົງ​ໂທດ..​ໂດຍ​ການ​ທຸກທໍ​ລະ​ມານ
​ເພາະ​ບໍ່​ໄດ້​ດັ່ງ​ໃຈ.....

​ຄ້າຍ​ກັບ​ວ່າ​ແລ່ນ​ໄລ່​ຈັບ​ເງົາ....ທີ່​ບໍ່​ມີ​ຕົວ​ຕົນ​
​ເຮົາ​ກໍ່​ຍັງ​ເຮັດ​ຕາມ​ເຈົ້າ​ນາຍ​ສັ່ງ​ມາ​ຕະຫລອດ...
.........​ແລ້ວ​ທ່ານ​ອິດ​ເມື່ອຍ​ບໍ່?..........

ຄວາມສຸກ​ທີ່​ໄດ້​ມາ​ນັ້ນ.....​ແມ່ນ​ສຸກ​ທີ່​ແທ້​ຈິງ​ຫລື​ບໍ່?...
​ແລ້ວ​ຮູ້​ຕົວ​ເອງ​ຢູ່​ບໍ່​ວ່າ....​ຕົນ​ເອງ​ເປັນ​ທາດ​ຮັບ​ໃຊ້ຢູ່....
ທີ່​ຄອຍ​ຮັບ​ໃຊ້​​ເຈົ້ານາຍ.....​ທີ່​ບໍ່​ມີ​ຕົວ​ຕົນ....

​ເປັນ​ຫຍັງ...​ຄື​ບໍ່​ຢຸດ​ຄິດ.....ຄິດ​ທີ່​ຈະ​ປົດ​ປ່ອຍ​ຕົວ​ເອງ
​ໃຫ້​ເປັນ​ອິສະລະ....​ຈາກ​ເຈົ້າ​ນາຍ...​“ກິ​​ເລດ“
ຜູ້​ທີ່​ເປັນ​ນາຍ​ເຮົາ​ມາ​ໂດຍ​ຕະຫລອດ...

......ຫລື.......
ຈະ​ຍອມ​ໃຫ້...“ກິ​ເລດ“...ມາ​ເປັນ​ເຈົ້າ​ນາຍ​ເຮົາ​ຕະຫລອດ​ຊີວິດ...
​ຂໍ​ໃຫ້​ນຳ​ໄປ​ຄິດ​ພິຈາລະນາ​ໄຕ່ຕອງ​ເບິ່ງ​ໃຫ້​ດີໆ.....
ວ່າ​​ເຈົ້າ​ນາຍ​ຜູ້​ນີ້...​ມີ​ຄຸນ​ຫລື​ໂທດ...​ກັນ​ແທ້...​ແນວ​ໃດ?..



໓ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ຝາກໄວ້ເປັນຄະຕິເຕືອນໃຈໃຫ້ສຳລັບທຸກຄົນເດີ່!
ເພາະມັນເປັນຄວາມຈິງໃຈຍຸກປະຈຸບັນນີ້...!!!


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິເລດຄືຄວາມວ່າງເປົ່າ
ຄົນເຮົາກໍຢູ່ນຳຄວາມວ່າງເປົ່າໃນແຕ່ລະມື້
ແຕ່ບໍ່ຮູ້ເປັນຫຍັງ ຕ້ອງຍົກຄວາມວ່າງເປົ່າໃຫ້ເປັນນາຍ....

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າຟ້າວພາກັນຄິດຫາການຕັສຣຸເດິ,
ໃຊ້ຊີວີດໃນຍາມຫນຸ່ມແຫນ້ນໃຫ້ມີຄວາມຫມາຍ
ຈັກຫນ່ອຍຕາຍໄປແລ້ວຈະມາເຂົ້າຄວາມຝັນຜູ່ອຶ່ນວ່າເສັຍດາຍນັ້ນນີ້...


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາມີຄວາມຢາກບໍ່ມີວັນສິ້ນສຸດ ຢາກໄດ້ນັ້ນ ຢາກໄດ້ນີ້ ເມື່ອໄດ້ມາແລ້ວຍັງບໍ່ພໍ ແລະ ຢາກໄດ້ອີກຕື່ມ
ເມື່ອມີຄວາມຢາກເກີດຂື້ນໃນໂຕແລ້ວບໍ່ສາມາດຄວບຄຸມໄດ້ ຈະກາຍເປັນຄົນໂລບມາກໂລພາ
ເຮັດໃຫ້ຄົນເຮົາກາຍເປັນໂຈນເປັນປີສາດກໍ່ມີ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ