ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຖ້າຫາກຖາມວ່າ ....
ວັນທີ 14 ກຸມພາ ເປັນວັນຫຍັງ?
ທຸກຄົນຄືຈະຮູ້ກັນວ່າ...ເປັນວັນ ວາເລັນໄທ... ຫລື
ເປັນວັນແຫ່ງຄວາມຮັກຂອງໜຸ່ມ-ສາວ ນັ້ນເອງ.....
ແຕ່ໃນທາງພຸດທະສາສະໜາ ຖືເອົາວັນມາຄະບູຊາ ຂື້ນ 15 ຄ່ຳ ເດືອນ 03...ເປັນວັນພະທັມ...ວັນແຫ່ງຄວາມຮັກ.. ທີ່ອົງສັມມາສັມພຸດທະເຈົ້າຂອງເຮົາ ໄດ້ມອບຫລັກທັມອັນຫຍິ່ງໃຫຍ່ໃນການດຳເນີນຊີວິດໃຫ້ແກ່ຊາວໂລກ.
ພະອົງໄດ້ວາງຫລັກໃນການດຳເນີນຂອງຊາວພຸດ...ເພື່ອສ້າງຄວາມຮັກອັນຍິ່ງໃຫຍ່ໃຫ້ແກ່ຊາວໂລກ.... ດ້ວຍພະໂອວາດ 03 ຂໍ້..ໄດ້ແກ່:
01. ຄືການບໍ່ກະທຳບາບທັງປວງ..ຈັດເປັນສິນ..ໄດ້ແກ່: ບໍ່ຂ້າສັດ..ບໍ່ລັກສັບ.. ບໍ່ປະພຶດໃນກາມ..ບໍ່ເວົ້າຕົວະ..ຫລີກໜີຈາກອະບາຍຍະມຸກທັ້ງປວງ.
02. ຄື: ການທຳກຸສົນໃຫ້ຖຶງພ້ອມ..ຈັດເປັນສະມາຖິ...ໄດ້ແກ່: ມີເມດຕາ..ປະກອບອາຊີບສຸດຈະລິດ..ຍິນດີໃນຂອງໆຕົນ.. ມີສັດຈະ...ມີສະຕິບໍ່ປະໝາດ.
03. ຄືການສຳລະຈິດໃຈໃຫ້ບໍລິສຸດ..ຈັດເປັນປັນຍາ..ໄດ້ແກ່..ໝັ່ນຈະເລີນຈິດພາວະນາ..ຮູ້ແລະເຂົ້າໃຈຕົວເອງ..ຮັກສາຈິດປ່ອຍວາງ..
ນອກຈາກນີ້ ເຮົາຊາວພຸດຄວນດຳເນີນຊີວິດຕາມພະອົງໄດ້ວາງໄວ້ 06 ຂໍ້ໄດ້ແກ່:
1) ຈະຕ້ອງບໍ່ເວົ້າຮ້າຍປ້າຍສີໃຜ...
2) ຈະຕ້ອງບໍ່ໄປທຳຮ້າຍໃຜ...
3) ຈະຕ້ອງ ເຄັງຄັດລະບຽບວິໄນ ກິລິຍາມາລະຍາດ..
4) ບໍ່ເຫັນແກ່ປາກແກ່ທ້ອງ..ກິນ/ຢູ່ ພໍດີ..
5) ຕ້ອງອາໄສຢູ່ໃນຊຸມຊົນທີ່ດີ..ສະຫງົບ..ຫ່າງໄກແຫລ່ງອະບາຍຍະມຸກ..
6) ຕ້ອງຝຶກຜົນຈິດຂອງຕົນໃຫ້ພັດທະນາກ້າວໜ້າ..
ແລະຕ້ອງຍຶດໝັ້ນຢ່າງແທ້ຈິງແລະຈິງໃຈ ໃນອຸດົມການຂອງຊາວພຸດຄື: ມີຂັນຕິ...ຄວາມອົດທົນ.. ເປັນທັມເຄື່ອງເຜົາກິເລດ..
ບໍ່ເຮັດໃຫ້ຜູ້ອື່ນເດືອດຮ້ອນ..ບໍ່ຄິດພະຍາດບາດອາຄາດແຄ້ນໃຜ..ເພື່ອຈຸດມຸ່ງໝາຍອັນສູງສຸດ..ຄື: ພະນິພານ...ຈິດໃຈສະຫງົບນິ່ງ..ເຢັນເປັນປົກກະຕິ..ສະຫງົບເຢັນ..ຕະຫລອດເວລາ....
ນີ້ຄື..ພະທັມອັນຍິ່ງໃຫຍ່..ທີ່ພະພຸດທະເຈົ້າໄດ້ມີຄວາມຮັກ..ຄວາເມດຕາ..ອັນຫາປະມານບໍ່ໄດ້...ຕໍ່ຊາວໂລກ..ເພື່ອໃຊ້ເປັນຫລັກໃນການດຳເນີນຊີວິດໄດ້ຢ່າງສະຫງົບສຸກ.
|