ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ແກ້ວວິເສດທັງສາມດວງ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສັບພະສິ່ງທີ່ຢູ່ໃນໂລກນີ້ລ້ວນແຕ່ມີທັງສຸກແລະທຸກເປັນຂອງຄູ່ກັນ, ມະນຸດທຸກຄົນບໍ່ມີໃຜທີ່ຈະປາຖະໜາຄວາມທຸກ ທຸກໆຄົນລ້ວນແຕ່ປາຖະໜາຈະມີແຕ່ຄວາມສຸກສົມຫວັງ ສະໜຸກສະບາຍ. ຜູ້ທີ່ບໍ່ທັນໄດ້ ກໍ່ຫາທາງແລະພະຍາຍາມຂົນຂວາຍເພື່ອໃຫ້ໄດ້ມາເຊິ່ງຄວາມສຸກ, ສ່ວນຜູ້ທີ່ໄດ້ແລ້ວ ກໍເພີດເພີນລະເລີງໃຈຈົນລືມຕົວ, ແລະຄົນທີ່ມີທັງຄວາມສຸກແລະຄວາມທຸກລ້ວນແຕ່ມີຄວາມຫວາດລະແວງຕໍ່ສິ່ງທີ່ຕົນຄິດວ່າຈະເກີດຂຶ້ນເຊັ່ນ: ຄົນທີ່ມີຄວາມສຸກແລ້ວກໍ່ຢ້ານຈະມີຄົນມາຍາດເອົາໄປ, ສ່ວນຄົນທີ່ທຸກກໍຢ້ານແຕ່ວ່າຕົນເອງຈະມີແຕ່ຄວາມທຸກຕະຫຼອດໄປ ຈຶ່ງພະຍາຍາມຊອກຫາຫົນທາງເພື່ອດິ້ນຮົນອອກຈາກກອງທຸກ ກອງໄຟທີ່ກຳລັງເຜົາຜານເພື່ອໄປເພິ່ງເຢັນ. ດັ່ງນັ້ນເອງທີ່ເພິ່ງທີ່ດີທີ່ສຸດແລະປະເສີດທີ່ສຸດຂອງຄົນເຮົາກໍ່ຄືແກ້ວວິເສດສາມດວງນີ້ເອງ, ແກ້ວວິເສດທັງສາມດວງທີ່ວ່ານີ້ອັນໄດ້ແກ່: ພຣະພຸດ, ພຣະທັມ ແລະ ພຣະສົງ.
ເຫດໃດແກ້ວວິເສດນີ້ຈຶ່ງໄດ້ຂະໜານນາມວ່າເປັນທີ່ເພິ່ງຂອງທຸກໆຄົນ? ນັ້ນກໍ່ຍ້ອນວ່າ: ແກ້ວວິເສດທັງສາມດວງທີ່ເປັນທີ່ເພິ່ງແກ່ທຸກໆຄົນນັ້ນມີຄວາມສາມາດຢູ່ 5 ປະການຄື:

1. ສາມາດດັບໄຟກິເລດແຫ່ງທຸກທັງຫຼາຍທັງປວງໄດ້.

2. ສາມາດຈຸດປະກາຍດວງປະທີບໃຫ້ແກ່ດວງຕາແລະດວງໃຈຂອງຄົນເຮົາໃຫ້ແຈ້ງສະຫວ່າງຂຶ້ນໄດ້.

3. ສາມາດປ່ຽນແນວຄວາມຄິດຈິດໃຈທີ່ເຮົາມີມາແຕ່ເມື່ອກ່ອນ ເພື່ອໃຫ້ຫັນປ່ຽນໄປໃນທາງທີ່ດີມີສີລທັມໄດ້.

4. ສາມາດຫັນປ່ຽນຊີວິດການເປັນຢູ່ຂອງເຮົາໃຫ້ຄ່ອຍໆຈະເລີນຮຸ່ງເຮືອງສະຖາພອນຂຶ້ນໄດ້.

5. ສາມາດຊ່ວຍຊັກຈູງຈິດໃຈຂອງເຮົາໃຫ້ກ້າວໄປຕາມເສັ້ນທາງທີ່ສະຫວ່າງສະໄຫວແຫ່ງດວງທັມວິເສດເພື່ອອະນາຄົດແລະພົບໜ້າ.

ທຸກສັບພະສິ່ງໃນໂລກລ້ວນແຕ່ເກີດຈາກເຫດແລະກໍ່ຕ້ອງຈົບລົງດ້ວຍເຫດ ເມື່ອຮູ້ທາງອອກເຊັ່ນນີ້ເຫດໃດຈຶ່ງຕ້ອງຈົມຢູ່ກັບຄວາມທຸກ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນຊັ້ນພວກກຜູ່ມີອຳນາດວາດໃຫຍ່ຢູ່ລາວນີ້ບໍ່ແກ້ວສາມດວງຕິເບາະຫຼືຈັ່ງໃດ?


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກເດີ່ອ້າຍອັນນີ້ນ້ອງກະບໍ່ຮູ້ຄືກັນເນີ້