ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ການຈະເລີນສະຕີ

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຂໍຄຳແນະນຳກ່ຽວກັບການຈະເລີນສະຕີແດ່
ຂອບໃຈ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຄຳວ່າ “ຈະເລີນ” ໃນທີ່ນີ້ໝາຍເຖິງການເຮັດໃຫ້ເຕັມ ການເຮັດໃຫ້ມີຂຶ້ນ ການສ້າງຂຶ້ນ. ການຈະເລີນສະຕິ ຈຶ່ງໝາຍຄວາມວ່າ ການເຮັດໃຫ້ສະຕິນັ້ນມີຫຼາຍຂຶ້ນ ສົມບູນຂຶ້ນ.

ການປະຕິບັດກໍມີຫຼາຍວິທີ ແລ້ວແຕ່ຈຣິດຂອງແຕ່ລະບຸກຄົນ.


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ແລ້ວຊີຈະເລີນຈັ່ງໃດລະ?


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ້າວ. ສອບ ສຸລິນຄຳ ການທີ່ເຮົາຈະມີການຈະເລີນສະຕິໄດ້ນັ້ນ ກ່ອນອື່ນເຮົາກໍ່ຈະຕ້ອງ ມີສີລທຳແລະມີສະມາທິ ສະຕິປັນຍານັ້ນແມ່ນເນື້ອຫາຂອງເຫດແລະຜົນເຊິ່ງຍົກເອົາສະພາວະຂອງທັມມະທີ່ລະອຽດ ຮອບຄອບ ລຶກຊື້ງ ແລະ ປານີດ ຂຶ້ນມາວິເຄາະວິໃຈຊີ້ແຈງ ນັ້ນຄື ເລື່ອງຂອງສະຕິປັນຍາທີ່ຕ້ອງມີປີຊາຍານອັນເລິກເຊິ່ງ, ສ່ວນສີລແລະສະມາທິແມ່ນຫຍັງນັ້ນໄປຊອກຫາເບິ່ງເອົາເດີ່ແລ້ວຈະເຫັນ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດດີ..ທຳດີ..ມີເຫດ..ມີຜົນ..ເອື້ອເຟື້ອ..ເຜື່ອແຜ່..ບໍ່ບຽດບຽນ..ບໍ່ເຫັນແກ່ຕົວ..

ເທົ່ານີ້ແຫຼະ..ມັນບໍ່ຍາກດອກ..
ທຸກຄົນກໍເຮັດໄດ້..(ແຕ່ສ່ວນຫຼາຍບໍ່ເຮັດ)


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຂອບໃຈສຳລັບທຸກຄວາມເຫັນ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
???


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
???

ແມ່ນອີ່ຫຍັງນິນ່າ ທ້າວ ສອບ ໝາຍຖາມນິນ່າບໍ່ເຂົ້າໃຈ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
nai khuam khit khong koy ka khue va kan kha yaiy tua khong phu ying eeee

ຄົນຄິດຮອດບ້ານ

໐ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ປະຕິບັດຕົນຢູ່ໃນສິນ5


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ jen ຂຽນວ່າ...
ປະຕິບັດຕົນຢູ່ໃນສິນ5




໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ຄົນທຳມະທຳໂມຕ້ວານິ

~Vਕਆpïrєی™~

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງໄດ້ໄປວິປັດສະນາກຳມະຖານ ການບຳເພັນຕົນດ້ວຍການຈະເລີນສະຕິນັ່ງພາວັນນາ ຫາຄວາມຈິງດ້ວຍທຳມະ ນັ່ງລະນຶກຫາຄວາມດີຄວາມຊົ່ວ ແລະ ວິທີຄວບຄຸມສະຕິສຳປັດສະຍະຂອງຕົນໃຫ້ມີສະຕິທຸ່ນທ່ຽງບໍ່ຄອນແຄນ ໜີ້ງສະຫງົບ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
ແລ້ວຊີຈະເລີນຈັ່ງໃດລະ?

ເບື້ອງຕົ້ນກໍໃຫ້ຮັກສາສີນ ໕ ໃຫ້ຄົບກ່ອນ ເພື່ອບໍ່ໃຫ້ຈິດໃຈວອກແວກຊ້າຍຂວາ ໂດຍການໝັ່ນສັງເກດພຶດຕິກຳຂອງຕົນເອງ ບໍ່ໃຫ້ປະພຶດໃນຂໍ້ຫ້າມແຫ່ງສີນທີ່ຕົນສະມາທານໄວ້

ຮັກສາສີນ ໕ ນີ້ ຊິວ່າງ່າຍກໍງ່າຍ ຊິວ່າຍາກມັນກໍຍາກຢູ່ ໂດຍຫຍໍ້ແລ້ວ ມັນມີຢູ່ ໕ ປະການ ເປັນສີນຂອງຄຣາວາສທີ່ຄວນປະຕິບັດໃຫ້ໄດ້ ເຊິ່ງປະກອບດ້ວຍ:

໑. ງົດເວັ້ນຈາກການຂ້າ ແລະທໍລະມານສັດ.
໒. ງົດເວັ້ນຈາກການລັກຂະໂມຍ ເອົາຂອງທີ່ຄົນອື່ນບໍ່ໄດ້ໃຫ້ຕົນມາເປັນຂອງຕົນ.
໓. ງົດເວັ້ນຈາກເລື່ອງຊູ້ສາວ ໄປຮັກເມຍເຂົາ ຜົວເຂົາ ແບບນີ້ບໍ່ໃຫ້ເຮັດ.
໔. ງົດເວັ້ນຈາກການເວົ້າຂີ້ຕົວະ ເວົ້າໃນສິ່ງທີ່ບໍ່ເປັນຄວາມຈິງ.
໕. ງົດເວັ້ນຈາກນ້ຳເມົາທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເຫຼົ້າເບຍໃຫ້ງົດເວັ້ນ ບໍ່ໃຫ້ກິນ.

ເມື່ອຈິດສາມາດຕັ້ງໝັ້ນຢູ່ໃນສີນທັງ ໕ ຂໍ້ໄດ້ດີແລ້ວ ກໍຈະງ່າຍຕໍ່ການຈະເລີນກັມມະຖານໃນລຳດັບຕໍ່ໄປ ແຕ່ອັນນັ້ນມັນຍັງອີກໄກ ໃຫ້ປະຕິບັດໃນສີນໄດ້ກ່ອນ ຄ່ອຍວ່າກັນ.


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ່ງສະມາທິ ກຳນົດລົມຫາຍໃຈເຂົ້າອອກ
ອອກໃຫ້ຮູ້
ເຂົ້າໃຫ້ຮູ້
ຮູ້ທັນຈິດທຸກຂະນະ ຄືຈິດພຸດທະ (ຈິດຜູ້ຮູ້ຜູ້ຕື່ນ)

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒ ກະທູ້
໑໐໗ ໂພສ
ນັກການກະທູ້
ເຂົາມາອ່ານຊືໆ ກະແຕກະບໍ່ທຳມະດາ

(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ
ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ