ກະທູ້ມາໃໝ່ | ຫມວດ | ກະດານແຫ... » ທັມມະ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂໍຄຳແນະນຳກ່ຽວກັບການຈະເລີນສະຕີແດ່ ຂອບໃຈ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄຳວ່າ “ຈະເລີນ” ໃນທີ່ນີ້ໝາຍເຖິງການເຮັດໃຫ້ເຕັມ ການເຮັດໃຫ້ມີຂຶ້ນ ການສ້າງຂຶ້ນ. ການຈະເລີນສະຕິ ຈຶ່ງໝາຍຄວາມວ່າ ການເຮັດໃຫ້ສະຕິນັ້ນມີຫຼາຍຂຶ້ນ ສົມບູນຂຶ້ນ. ການປະຕິບັດກໍມີຫຼາຍວິທີ ແລ້ວແຕ່ຈຣິດຂອງແຕ່ລະບຸກຄົນ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແລ້ວຊີຈະເລີນຈັ່ງໃດລະ? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ທ້າວ. ສອບ ສຸລິນຄຳ ການທີ່ເຮົາຈະມີການຈະເລີນສະຕິໄດ້ນັ້ນ ກ່ອນອື່ນເຮົາກໍ່ຈະຕ້ອງ ມີສີລທຳແລະມີສະມາທິ ສະຕິປັນຍານັ້ນແມ່ນເນື້ອຫາຂອງເຫດແລະຜົນເຊິ່ງຍົກເອົາສະພາວະຂອງທັມມະທີ່ລະອຽດ ຮອບຄອບ ລຶກຊື້ງ ແລະ ປານີດ ຂຶ້ນມາວິເຄາະວິໃຈຊີ້ແຈງ ນັ້ນຄື ເລື່ອງຂອງສະຕິປັນຍາທີ່ຕ້ອງມີປີຊາຍານອັນເລິກເຊິ່ງ, ສ່ວນສີລແລະສະມາທິແມ່ນຫຍັງນັ້ນໄປຊອກຫາເບິ່ງເອົາເດີ່ແລ້ວຈະເຫັນ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄິດດີ..ທຳດີ..ມີເຫດ..ມີຜົນ..ເອື້ອເຟື້ອ..ເຜື່ອແຜ່..ບໍ່ບຽດບຽນ..ບໍ່ເຫັນແກ່ຕົວ.. ເທົ່ານີ້ແຫຼະ..ມັນບໍ່ຍາກດອກ.. ທຸກຄົນກໍເຮັດໄດ້..(ແຕ່ສ່ວນຫຼາຍບໍ່ເຮັດ) |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂອບໃຈສຳລັບທຸກຄວາມເຫັນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
??? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ... ???ແມ່ນອີ່ຫຍັງນິນ່າ ທ້າວ ສອບ ໝາຍຖາມນິນ່າບໍ່ເຂົ້າໃຈ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
nai khuam khit khong koy ka khue va kan kha yaiy tua khong phu ying eeee
ຄົນຄິດຮອດບ້ານ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ປະຕິບັດຕົນຢູ່ໃນສິນ5 |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມີແຕ່ຄົນທຳມະທຳໂມຕ້ວານິ
~Vਕਆpïrєی™~
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຕ້ອງໄດ້ໄປວິປັດສະນາກຳມະຖານ ການບຳເພັນຕົນດ້ວຍການຈະເລີນສະຕິນັ່ງພາວັນນາ ຫາຄວາມຈິງດ້ວຍທຳມະ ນັ່ງລະນຶກຫາຄວາມດີຄວາມຊົ່ວ ແລະ ວິທີຄວບຄຸມສະຕິສຳປັດສະຍະຂອງຕົນໃຫ້ມີສະຕິທຸ່ນທ່ຽງບໍ່ຄອນແຄນ ໜີ້ງສະຫງົບ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ... ແລ້ວຊີຈະເລີນຈັ່ງໃດລະ?ເບື້ອງຕົ້ນກໍໃຫ້ຮັກສາສີນ ໕ ໃຫ້ຄົບກ່ອນ ເພື່ອບໍ່ໃຫ້ຈິດໃຈວອກແວກຊ້າຍຂວາ ໂດຍການໝັ່ນສັງເກດພຶດຕິກຳຂອງຕົນເອງ ບໍ່ໃຫ້ປະພຶດໃນຂໍ້ຫ້າມແຫ່ງສີນທີ່ຕົນສະມາທານໄວ້ ຮັກສາສີນ ໕ ນີ້ ຊິວ່າງ່າຍກໍງ່າຍ ຊິວ່າຍາກມັນກໍຍາກຢູ່ ໂດຍຫຍໍ້ແລ້ວ ມັນມີຢູ່ ໕ ປະການ ເປັນສີນຂອງຄຣາວາສທີ່ຄວນປະຕິບັດໃຫ້ໄດ້ ເຊິ່ງປະກອບດ້ວຍ: ໑. ງົດເວັ້ນຈາກການຂ້າ ແລະທໍລະມານສັດ. ໒. ງົດເວັ້ນຈາກການລັກຂະໂມຍ ເອົາຂອງທີ່ຄົນອື່ນບໍ່ໄດ້ໃຫ້ຕົນມາເປັນຂອງຕົນ. ໓. ງົດເວັ້ນຈາກເລື່ອງຊູ້ສາວ ໄປຮັກເມຍເຂົາ ຜົວເຂົາ ແບບນີ້ບໍ່ໃຫ້ເຮັດ. ໔. ງົດເວັ້ນຈາກການເວົ້າຂີ້ຕົວະ ເວົ້າໃນສິ່ງທີ່ບໍ່ເປັນຄວາມຈິງ. ໕. ງົດເວັ້ນຈາກນ້ຳເມົາທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເຫຼົ້າເບຍໃຫ້ງົດເວັ້ນ ບໍ່ໃຫ້ກິນ. ເມື່ອຈິດສາມາດຕັ້ງໝັ້ນຢູ່ໃນສີນທັງ ໕ ຂໍ້ໄດ້ດີແລ້ວ ກໍຈະງ່າຍຕໍ່ການຈະເລີນກັມມະຖານໃນລຳດັບຕໍ່ໄປ ແຕ່ອັນນັ້ນມັນຍັງອີກໄກ ໃຫ້ປະຕິບັດໃນສີນໄດ້ກ່ອນ ຄ່ອຍວ່າກັນ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ນັ່ງສະມາທິ ກຳນົດລົມຫາຍໃຈເຂົ້າອອກ ອອກໃຫ້ຮູ້ ເຂົ້າໃຫ້ຮູ້ ຮູ້ທັນຈິດທຸກຂະນະ ຄືຈິດພຸດທະ (ຈິດຜູ້ຮູ້ຜູ້ຕື່ນ)
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຂົາມາອ່ານຊືໆ ກະແຕກະບໍ່ທຳມະດາ
(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ |