ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ວິທີການເບິ່ງຈິດ ຫຼວງພໍ່ປາໂມດ ປາໂມດໂຊ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ການເບິ່ງຈິດ ວິທີເບິ່ງຈິດ
ທັມມະເທດສະຫນາຂອງ ຫຼວງພໍ່ປາໂມດ ປາໂມດໂຊ
ສວນສັນຕິທັມ ອຳເພອສີລາຊາ ຈັງຫວັດຊນບຸຮີ ປະເທດໄທ
ທີມງານເຜຍແພ່ທັກສະທາງຄອມພຶວເຕີ້ pcampus.net ເລີຍບເລີຍງຫຼືຖອດບົດຄວາມ




ແມ່ນເປັນບົດຄວາມທີ່ຖອດຈາກສຽງທັມມະເທດສະຫນາໃນວັນທີ່ 21 ກັນຍາ 2551 ໄຟລ໌ MP3 ດາວໂຫຼດ
ທ່ານສາມາດດາວໂຫຼດໄດ້ ດາວໂຫຼດຄິກກດບ່ອນນີ້ເບາໆ ເພິ່ນເວົ້າເປັນຄຳໄທ
ຖ້າຍັງຟັງບໍ່ເຂົ້າໃຈກໍ່ຖ້າຕິດຕາມໃນກະທູ້ນີ່ໄດ້ເລີຍ ຂ່ອຍສິຂຽນຈົນຈົບ

ຈະເຮິນພອນຍາດໂຍມ ໄຜຟັງທັມມະຫຼວງພໍ່ເດີ້ ເຮົາສິມີກຳລັງ ຢ່າງໜ່ອຍຕ້ອງຕື່ນມາຕັ້ງແຕ່ເຊ້າ ພຸລັງຄົນຈອດລົດທຶ້ມໄວ້ຕັ້ງແຕ່ໄກ ຍ່າງເຂົ້າມາເປັນກິໂລເລີຍ ມື້ນີ້ເຫັນຈອດລົດຍູ່ໃກ້ໆບິ້ກຊີ (ສູນການຄ້າ bigC) ກໍ່ມີ ແລ້ວກໍ່ຢ່າງອອກກຳລັງກາຍຕັ້ງແຕ່ເຊົ້າ ແຂັງແຮງ ຖ້າຕື່ນແຕ່ເຊົ້າໆເຮົາກໍ່ຈະມີເວລາຍ່າງສູ່ມື້ ກໍ່ຈະເຮັດໃຫ້ແຂັງແຮງ ແມ່ນຈິຕໃຈເຮົານັ້ນ ຖ້າຮຽນທັມມະແລ້ວກໍ່ແຂັງແຮົງ ຮຽນແລ້ວມີຄວາມສຸກ ແຕ່ທັມມະທີ່ເຮົາສຶກສານີ້ຄືອ ຮູປທັມ(ຈັບຕ້ອງໄດ້) ນາມະທັມ(ຈັບຕ້ອງບໍ່ໄດ້) ແມ່ນຄືກາຍກັບໃຈ ກາຍກັບໃຈຂອງເຮົາເປັນຕົວທຸກຂ໌ ແຕ່ວ່າຍິ່ງເຮົາຮູ້ທຸກຂ໌ທໍ່ໃດ ເຮົາກໍ່ຍິ່ງມີຄວາມສຸກທໍ່ນັ່ນ ເປັນເລື່ອງແປກຖ້າເຮົາໜີທຸກ ເຮົາຂີ້ດຽດທຸກ ເຮົາຮັກແຕ່ຄວາມສຸກ ເຮາກໍ່ສິຈົມຢູ່ໃນຄວາມທຸກຂ໌ ແຕ່ຖ້າຍາມໃດກໍ່ຕາມເຮົາສາມາດຢູ່ກັບທຸກສິ່ງທຸກຢ່າງໄດ້ ຢູ່ກັບສະພາວະທັ້ງໝດເລົຍ ທີ່ປາກົດຕໍ່ໜ້າຕໍ່ຕາເຮົາ ຢູ່ກັບມັນໄດ້ຢ່າງເປັນກາງ ເຮົາກໍ່ສິບໍ່ທຸກ ຖຶງສະພາວະນັ້ນເປັນທຸກເຮົາຈະບໍ່ທຸກນຳເລົຍ

ມື້ 2 ວັນມານີ້ ມີຄົນເອົາປຶ້ມໄປໃຫ້ຫຼວງພໍ່ເລິ່ມໜຶ່ງ ຊື່ “ທະນາຄານຄວາມສຸກ” ເປົນຂອງໂຄສກທີ່ເພິ່ນຊຽນຂຶ້ນມາ ຂຽນດີ ອ່ານງ່າຍ ໄດ້ອ່ານແລ້ວມີຄວາມສຸກດີ ເອາທັມມະມາເວ້າໃຫ້ເດັກນ້ອຍຟັງງ່າຍ ພວກໄວລຸ່ນກະຟັງລູ້ເລື່ອງ ທັມມະແຕ່ກ່ອນນີ້ ແມ່ນເປັນພາສາບູລານ ເວລາສິເທດແຕ່ລະເທີ່ຍກໍ່ຕ້ອງໄດ້ເວົ້າໃຫ້ມັນເຄິ້ມງ່າຍ ຕ້ອງເວົ້າຊ້າໆ ຫຼວງພໍ່ເວົ້ານຳບໍ່ເປັນ ຫຼວງພໍ່ມາເທດກໍ່ຕ້ອງໃຂ້ຄຳທີ່ມັນຄ່ອງແຄ້ວວ່ອງໄວຂຶ້ນ ແຕ່ວ່າຕອນນີ້ເຮຶ່ມຕາມພາສາເດັກນ້ອຍສະໝັຍໃໝ່ບໍ່ທັນແລ້ວ ບ່ຮູ້ເລົຍວ່າມັນເວົ້າອິຫຍັງກັນ ຟັງບໍ່ຄ່ອຍສິຮູ້ເລື່ອງ ພາສາມັນປຽນໄປເລື່ອຍໆ(ຂອງໄທເດີ້ບ່ແມ່ນຂອງລາວເດີ້) ແຕ່ກິເຫລດຄົນ ມັນຄືເກ່າ ສິຈັກຍຸກ ຈັກສະໄໝ ກິເຫລດມັນກະຍັງໜ້າຕາຄືເກ່າເລີຍ ກໍ່ມີແຄ່ລາຄະ ໂທສະ ໂມຫະ (ໂລບ ໂກດ ຫຼງ) ມີຢູ່ສາມຕົວນີ່ລ່ະໝຸນວຽນກັນຢູ່ ຄອງຈິດໃຈຂອງເຮົາຢູ່ຕະຫລອດເວລາ ເຮົາສິເຮັດແນວໄດ໋ຈັ່ງສິຮູ້ທັນ ຖ້າເຮົາບໍ່ຮູ້ທັນ ກິເຫຼດ ຄອບງຳໃຈເຮົາ ເຮົາກໍ່ຫາຄວາມສຸກບໍ່ໄດ້ ຖ້າເຮົາຮູ້ຈັກນຳທັນກິເຫຼດທີ່ມັນໝຸນວຽນເຂົ້າມາ ໃນໃຈກິເຫຼດກໍ່ຄອບງຳໃຈບໍ່ໄດ້ ຈິຕໃຈກໍ່ຈະມີແດ່ຄວາມສຸກ ກິເຫລດນັນໝຸນວຽນເຂົ້າມາໃນໃຈໄດ້ແນວໄດ໋ ຫ້າມມັນ ໄດ້ບໍ່ ບໍ່ໄດ້ເພາະເປັນແນວໄດ ເພາະໃຈນັ່ນລ່ະເປັນຕົວສ້າງກິເຫຼດຂຶ້ນມາ ໃຈຂອງເຮົາສ້າງກິເຫລດຂຶ້ນມານັ່ນເອີງ

ດັງນີ້ແລ້ວ ເຮົາຫັດພາວະນາເບິ່ງຈິດເບິ່ງໃຈໄປຖຶງບ່ອນໜຶ່ງ ເຮົາກໍ່ເຫັນເລີຍ ເວລາທີ່ຕາເຮົາເຫຼີຍວເຫົນຮູປ ໃຈເຮົາຄຶດວ່າອັນນີ້ບໍ່ດີ ນີ່ລ່ະຄືສັດຕູເຮົາ ໂທສະກໍ່ເກິດ ເຫັນບໍ່ ເຮົາຄຶດຂຶ້ນມາເອີງ ໃຈມັນປຸງກິເຫລດຂຶ້ນມາເອີງ ມັນປຸງໂທສະຂຶ້ນມາເອີງ ຫຼືເຮົາເຫຼີຍວເຫົນພູ່ສາວ ມັນພຸ່ງາມ ເຮົາກໍ່ຄຶດໄປເນາະບາດນິ ປ້າດ!!ຄົນອິຫຍັງຄືມາພູ່ງາມຫຼາຍແທ້ ຕອນນີ້ລ່ະ ໃຈມັນປຸງລາຄະຂຶ້ນມາ ມັນນຳກ້ນຄວາມຄຶດຂອງເຮົາມາເອີງ? ພະພຸດທະເຈ້າພະອົງເຄີຍຕອບຄຳຖາມ ມີຄົນຖາມເພິ່ນວ່າ ພະອົງມີກາມລາຄະບໍ່ ເພິ່ນບອກວ່າ ເພິ່ນບໍ່ມີດອກກາມລາຄະ ເພາະວ່າເພຶ່ນບ່ມີກາມວິຕົກ ເພິ່ນບ່ໄດ້ຄຶດ ທຳນອງດຽວກັນນັ້ນ ຫາກຖາມເພິ່ນວ່າເພິ່ນສິມີພະຍາບາດຫຼືໂທສະຫຼືບໍ່ ເພິ່ນກໍ່ບໍ່ມີ ເພາະວ່າເພິ່ນບໍ່ມີພະຍາບາດວິຕົກ ດັງນີ້ແລ້ວຕົງທີ່ໃຈມັນຫຼົງໄປຄຶດນີ່ ມັນມີໂມຫະ ພໍເຮົາຫຼົງໄປຄຶດມັນກໍ່ເກິດຮາຄະແດ່ ເກິດໂທສະແດ່ ໃຈເຮົານັ່ນເອີງ ມັນປຸງຂຶ້ນມາ ພໍປຸງຂຶ້ນມາແລ້ວບໍ່ແລ້ວໄດ໋ ລາຄະ ໂທສະ ໂມຫະນັ່ນເອີງກໍ່ກັບມາຍ້ອມໃຈເຮົາ ກັບມາປູງໃຈເຮົາ ເຊີ່ນ ໃຈເຮົາປຸງໂທສະຂຶ້ນມາ ໂທສະມາຄອບງຳເຮົາ ເຮັດໃຫ້ເກິດພຶດຕິກຳທາງໃຈຂຶ້ນມາກ່ອນ ເຊິ່ນ ຢາກດ່າເຂົາ ກໍ່ເກິດພຶດຕິກຳທາງຄຳເວົ້າ ໄປດ່າເຂົາເກິດພຶດຕິກຳທາງໃຈ ຢາກເຕົະປາກເຂົາກໍ່ເກິດເປັນການກະທຳຂຶ້ນມາ ກໍ່ເພາະວ່າອຳນາດກິເຫຼດມັນມາຄອບງຳເສີຍເອີງ ຕະເຫຼຽຕົນ ນ່າເວດທະນາອີຫລີ

ແລ້ວພໍ່ພົບກັນໃນຕອນຕໍ່ໄປ
ຖອດຄວາມຈາກປຶ້ມໄທ ຫັວຊໍ້ທັມມະເທດສະໜາໂດຍຫຼວງພໍ່ປາໂມດ ປາໂມດໂຊ
ໂດຍ ນັດຖະພນ ພົມພັກດີ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
file MP3 ຄື່ໂຫຼດບໍ່ໄດ້


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
file MP3 ຄື່ໂຫຼດບໍ່ໄດ້



ຕອນນີ້ຂ່ອຍແກ້ໄຂລິ້ງຄ໌ໃຫ້ແລ້ວເດີ້

ຫຼືສາມາດເຂ້າໄປເບິ່ງເພິ່ມເຕິມໄດ້ທີ່

http://www.fungdham.com/sound/pramote.html ກົດຄ່ອຍໆ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈິດຫຼາຍດວງ

ຣວມກັນເປັນດວງດຽວ

ກາຍເປັນຈິດ ທີ່ບັງຄັບບັນຊາໄດ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒