ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ຕ້ອງການຈ້າງຄົນລ້ຽງເດັກ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ກ່ຽວກັບວຽກ
1 ຮັບ-ສົ່ງເດັກ ຈາກເຮືອນ ຫາ ໂຮງຮຽນ ແລະ ໂຮງຮຽນຫາເຮືອນ (ໃນຂອບເຂດເມືອງສີສັດຕະນາກ)
2 ນັ່ງຮຽນຮ່ວມກັບເດັກ ເພື່ອຊ່ວຍຄູ ໃນການແນະນຳ ບົດຮຽນ ແລະ ຊ່ວຍແກ້ບັນຫາເດັກຊ່ວຍຄູ
3 ເກັບກຳ ພຶດຕິກຳຂອງເດັກ ແລະ ຂຽນລົງໃນປຶ້ມບັນທຶກປະຈຳວັນ ເພື່ອໃຫ້ຜູ້ປົກຄອງໄດ້ຕິດຕາມ
4 ພາເດັກກິນອາຫານທ່ຽງ (ໂຮງຮຽນມີອາຫານໃຫ້ ຫລື ພາມາກນຢູ່ເຮືອນ)
5 ເປັນຫມູ່ຫລິ້ນກັບເດັກ ໃນບາງໂອກາດ

ເງື່ອນໄຂ
1 ຕ້ອງມີຄວາມເຂົ້າໃຈຄວາມຕ້ອງການຂອງເດັກ ໂດຍຜ່ານການສັງເກດ
2 ຕ້ອງສາມາດສື່ສານກັບເດັກ ຜ່ານການໃຊ້ພາສາມື (ເຮົາຈະຝຶກໃຫ້ ແຕ່ຖ້າຮູ້ພາສາມື ຈະພິຈາລະນາໃຫ້ເປັນພິເສດ)
3 ຕ້ອງມີພາຫະນະ ຈະເປັນລົດຈັກຫລືລົດຖີບກໍ່ໄດ້
4 ເລີ່ມປະຕິບັດວຽກ ໃນເດືອນ 10 / 2011
5 ຄ່າຕອບແທນເລີ່ມຕົ້ນ ຂຶ້ນກັບ ຄວາມສາມາດ ແລະ ເຂົ້າກັບເດັກໄດ້ດີຂະຫນາດໃດ ຕໍ່ລອງກັນໄດ້

ກ່ຽວກັບເດັກ
1 ເດັກບໍ່ສາມາດ ປາກເວົ້າ ແລະ ບໍ່ໄດ້ຍິນ
2 ເດັກມີອາຍຸ 13 ປີ ເປັນຊາຍ
3 ເດັກມີຄວາມຮູ້ຄວາມສະຫລາດດີ ຊ່ວຍຕົວເອງໄດ້ ຄືຄົນທົ່ວໄປ ບໍ່ໄດ້ປັນຍາອ່ອນ ກຳລັງຮຽນຫ້ອງ ປ1
4 ເດັກມີສະມາທິ ຂ້ອນຂ້າງສັ້ນ ເວລາຮຽນ ຈຶ່ງວອກແວກງ່າຍ ຈຶ່ງຕ້ອງມີຜູ້ຊ່ວຍ
5 ເດັກມີບັນຫາກັບທາງໂຮງຮຽນ ໃນບາງເວລາ ເຊັ່ນ ຢາກກິນ ຢາກເມືອບ້ານ ຈຶ່ງຕ້ອງມີຜູ້ຕິດຕາມໃກ້ຊິດ ບໍ່ໃຫ້ເດັກລົບກວນຄົນເຈັບ ໃນໂຮງຫມໍ

ກ່ຽວກັບໂຮງຮຽນ
1 ແມ່ນ ໂຮງຮຽນໂສຕະສຶກສາວຽງຈັນ ໃນຂອບເຂດ ຂອງ ສູນຟຶ້ນຟູຄົນພິການ ຄູວຽງ
2 ທາງ ໂຮງຮຽນມີອາຫານທ່ຽງໃຫ້ກັບເດັກ ແລະ ມີຜູ້ມາບໍລິຈາກເລື້ອຍໆ

ຂໍ້ມູນບາງຢ່າງ ສາມາດຫາໄດ້ຈາກເວັບໄຊ



facebook.com/ພໍ່ບັກກືກ

ຕິດຕໍ່ທາງໂທລະສັບ 020 55616915
ຫລື ຫລັງໄມ ທາງເວັບໄຊ ພັນລາວ

ຫມາຍເຫດ: ວຽກນີ້ ອາດຈະເຫມາະ ສຳລັບ ນັກສຶກສາພາກຄ່ຳ, ຄົນພິການຫູ ທີ່ຍັງບໍ່ມີວຽກເຮັດ ...

ສົ່ງທ້າຍ: ພີ່ນ້ອງພັນລາວ ຊ່ວຍເຫລືອເດັກພິການລາວ ໂດຍການໄປຈັດວັນເກີດ ລ້ຽງເດັກພິການ ທີ່ໂຮງຮຽນໂສຕະສຶກສາ ຈະໄດ້ບຸນ ແລະ ມີນັກຮ້ອງນັກສະແດງ ທີ່ຕາບອດ ຫູຫນວກ ມາສະແດງ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຫລິ້ນຈື່ໆໆ


໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ພາສາມື ບໍ່ໄດ້ຍາກຫຍັງ ເດີ້ພີ່ນ້ອງ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໑໐ ກະທູ້
໒໔໒ ໂພສ
ນັກການກະທູ້