ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ຢາກຮູ້ ບັນດາບໍລິສັດ ພັດທະນາໂປແກຣມ ທະນາຄານ

໑໑ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ສະບາຍດີ ສະມາຊິກພັນລາວທຸກທ່ານ ຄືວ່າ ຂ້າພະເຈົ້າ ຢາກຮູ້ ບັນດາບໍລິສັດ ພັດທະນາໂປແກຣມ ທະນາຄານ (ໂປແກຣມ Bank) ທີ່ຕັ້ງຫລື ມີສາຂາຢູ່ໃນ ລາວ. ໃຜຮູ້ກະລຸນາຊ່ວຍບອກຂ້າພະເຈົ້າແດ່ ຂໍເບີໂທ ແລະຊື່ບໍລິສັດກໍ່ໄດ້.
ຂໍຂອບໃຈລ່ວງໜ້າ


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເສຍດາຍເດ,,,,,,,,ຄັນເປັນຄົນທຳມະດານີ້ຊິຮັບພັດທະນາໃຫ້ເລີຍແຫລະ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ...


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເສຍດາຍບໍ່ຮູ້ຈ້ຳ ^_^


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຄັນໂປຣແກມບັນຊີນີ້ຄືຊິໄດ້ຢູ່ ສຳລັບທະຄານມັນບໍ່ໄດ້ເອີ້ນວ່າໂປຣແກມນະ ມັນເປັນລະຫນື່ງເລີຍ ເຂົາ
ເຈົ້າຈ້າງບໍລິສັດທີ່ປຶກສາຕ່າງປະເທດມາອອກແບບໃຫ້ເລີຍນະ ຢູ່ລາວບໍ່ມີດອກ


໑໑ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ຢູ່ລາວກະມີຢູ່ ແຕ່ຂ້າພະເຈົ້າຮູ້ແຕ່ບໍລິສັດດຽວ ຢາກຮູ້ຫລາຍບໍລິສັດ ມາສົມທຽບລາຄາກັນ ຈັ່ງໃດກໍ່ຂອບໃຈເດີ


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຄັນໂປຣແກມບັນຊີນີ້ຄືຊິໄດ້ຢູ່ ສຳລັບທະຄານມັນບໍ່ໄດ້ເອີ້ນວ່າໂປຣແກມນະ ມັນເປັນລະຫນື່ງເລີຍ ເຂົາ
ເຈົ້າຈ້າງບໍລິສັດທີ່ປຶກສາຕ່າງປະເທດມາອອກແບບໃຫ້ເລີຍນະ ຢູ່ລາວບໍ່ມີດອກ

ຄົນລາວກະເຮັດໄດ້


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຄັນໂປຣແກມບັນຊີນີ້ຄືຊິໄດ້ຢູ່ ສຳລັບທະຄານມັນບໍ່ໄດ້ເອີ້ນວ່າໂປຣແກມນະ ມັນເປັນລະຫນື່ງເລີຍ ເຂົາ
ເຈົ້າຈ້າງບໍລິສັດທີ່ປຶກສາຕ່າງປະເທດມາອອກແບບໃຫ້ເລີຍນະ ຢູ່ລາວບໍ່ມີດອກ

ຄົນລາວກະເຮັດໄດ້



ຫວະ ບໍລິສັດໃດລະ ບອກກັນແນ່ຕິ ? ເພາະຂ້ອຍກະຢາກໄດ້ຂໍ້ມູນສ່ວນນີ້ຄືກັນ ແຕ່ວ່າຢູ່ລາວມັນຊ່າງຫາຍາກ ຫາເຢັນແທ້ໆ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂປຣແກຣມ ຫັຍງ ລະ ທີ ຢາກຮູ້ ນະ
ເພາະ ທະນາຄານແຕ່ ລະ ແຫ່ງເຂົາ ກະໃຊ້ ບໍ່ຄື ກັນ


ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທີ່ ຮູ້ ທະນາຄານແຕ່ ລະແຫ່ງເພີ່ນໃຊ້ ໂປຣແກມບັນຊີ ບໍ່ ຄືກັນໃນການເຮັດບັນຊີ ຫລື ບັນ ທຶກປະຈຳວັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຂ້ອຍຮູ້ຈັກແຕ່ອາຈານຂອງຂ້ອຍ ຂ້ອຍບໍ່ຮູ້ຊື່ບໍລິສັດຂອງເພິ່ນນະ
ລອງອີເມວໄປຖາມເບິ່ງເດີ kheuangkham@nuol.edu.la
ການພັດທະນາໂປຣແກຣມພັດທະນາຕາມຄວາມຕ້ອງການຂອງຜູ້ໃຊ້ ໂດຍທີ່ເຈົ້າເຂົ້າໄປຫາກຸ່ມຜູ້ພັດທະນາແລ້ວບອກຄວາມຈຳເປັນແລະຄວາມຕ້ອງການຂອງທ່ານແກ່ເຂົາເຈົ້າ ຈາກນັ້ນ ເຂົາເຈົ້າຈະນຳໄປວິເຄາະອອກແບບຕາມຂັ້ນຕອນ.....


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເຂົ້າໄປທີ່ ວິທະຍາໄລທີ່ຂ້ອຍກຳລັງຮຽນຢູ່ກໍ່ໄດ້ ວິທະຍາໄລ ສຸດສະກະ ພົວພັນທີ່ ບໍລິສັດ ເມໂກຊອບ ອາຄານຮຽນເລີຍ