ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ໃຜທີ່ກຳລັງຊອກຫາວຽກເຮັດ

໒໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ປະກາດຮັບສະມັກພະນັກງານດ່ວນ
ໂຮງແຮມຊຳເມີເຊັທວຽງຈັນຕ້ອງການຮັບສະໝັກພະນັກງານດັ່ງນີ້ :
1. ພະນັກງານຮັບຕ້ອນ ( Receptionist ) ຫຼາຍຕຳແໜ່ງ
ເພດຍິງ/ຊາຍ ມີຄວາມສາມາດດ້ານພາສາອັງກິດ ອ່ານ, ຂຽນ ແລະ ຊຶ່ສານເຂົ້າໃຈເຮັດວຽກແຕ່
- ສາມາດນຳໄຊ້ຄອມພິວເຕີ (Word, Excel) ໄດ້ດີ
2. ພະນັກງານຫ້ອງການພະແນກຊ່າງ ( Engineering Clerk ) 1 ຕຳແໜ່ງ
ເພດຍິງ ມີຄວາມສາມາດດ້ານພາສາອັງກິດ ອ່ານ, ຂຽນ ແລະ ຊຶ່ສານເຂົ້າໃຈ
- ເຮັດວຽກວັນຈັນ ວັນສຸກແຕ່ 08:00 ໂມງ ເຊົ້າ 17:00 ໂມງ ແລະ ວັນເສົາແຕ່ 08:00 ໂມງ 12:00 ໂມງ
3. ພະນັກງານ ຜູ້ຊ່ວຍຄົວ ແລະ ແມ່ຄົວ/ພໍ່ຄົວ (Steward and Cook) ຫຼາຍຕຳແໜ່ງ
- ເພດ ຍິງ/ຊາຍ ເຮັດວຽກແຕ່ 06:00 ໂມງ ເຊົ້າ ຫາ 14:00 ໂມງ
- ມີຄວາມອົດທົນ ແລະ ຮັບຜິດຊອບຕໍ່ວຽກງານ,ສາມາດເຮັດວຽກຕາມຕະລາງໄດ້
4. ພະນັກງານຫ້ອງອອກກຳລັງກາຍ (Sport - Activity) 1 ຕຳແໜ່ງ
- ເພດ ຊາຍ, ເຮັດວຽກຕອນເຊົ້າ 13:00ໂມງ ຫາ 21:00ໂມງ
- ສາມາດ ເວົ້າ ແລະ ຂຽນ ພາສາອັງກິດໄດ້, ມີບຸກຄະລິກດີ
5. ພະນັກງານຂັບລົດ (Driver) 1 ຕຳແໜ່ງ
- ເພດຊາຍ, ເຮັດວຽກຕອນເຊົ້າ 07:00 ໂມງ ຫາ 15:00 ໂມງ.
- ມີຄວາມຮູ້ກ່ຽວກັບຈັກລົດ,ສາມາດແກ້ໄຂ້ບັນຫາຊະເພາະໜ້າໄດ້.
6. ພະນັກງານ ແມ່ບ້ານ (Attendants) ຫຼາຍຕຳແໜ່ງ
- ເພດ ຍິງ ເຮັດວຽກແຕ່ 08:00 ໂມງ ເຊົ້າ ຫາ 16:00 ໂມງ
- ຕ້ອງມີຄວາມຫ້າວຫັນ ແລະ ຮັບຜິດຊອບຕໍ່ວຽກງານ, ສາມາດເຮັດວຽກຕາມຕະລາງໄດ້
7. ພະນັກງານ ຄົນສວນ (Gardener) 1 ຕຳແໜ່ງ
- ເພດຊາຍ ສາມາດເຮັດວຽກຕາມຕະລາງໄດ້, ມີພາຫານະທຽວການເປັນຂອງຕົນເອງ
8. ພະນັກງານເສີບ ( Waiter ) 1 ຕຳແໜ່ງ
ເພດ ຍິງ/ຊາຍ ເຮັດວຽກແຕ່ 06:00 ໂມງ ເຊົ້າ ຫາ 14:00 ໂມງ
- ມີຄວາມອົດທົນ ແລະ ຮັບຜິດຊອບຕໍ່ວຽກງານ,ສາມາດເຮັດວຽກຕາມຕະລາງໄດ້
ສົນໃຈເຊີນຕິດຕໍ່ໄດ້ທີ່ພະແນກຝ່າຍບຸກຄົນຂອງໂຮງແຮມຊຳເມີເຊັດວຽງຈັນ ຫຼື ໂທ: 250888 Ext.140
ເອກະສານປະກອບມີ : ໃບຢັງຢືນທີ່ຢູ່, ໃບຮັບປະກັນ, , ສຳເນົາມະໂນຄົວ, ສຳເນົາບັດປະຊາຊົນ, ສຳເນົາໃບ ປະກາດ, ແລະໃບຜ່ານງານ ( ຖ້າມີ ). ຮູບຂະໜາດ 3x4 2 ໃບ

ໃຜມັກດາວໂຫລດ Windows, Apps, Games, Mac & Blogger Themes Full Free
https://laowares.blogspot.com/
https://themes2you.blogspot.com/
https://onesitestop.blogspot.com/