ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ຄົນຢູ່ກັບຜີ (ລື່ອງຜີ ພາກ 2)

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ບາງຄັ້ງມັນມີຄວາມຈຳເປັນຂອງຄົນບ້ານນອກຄົນໜຶ່ງທີ່ຈຳຕ້ອງຊອກຫາວຽກເຮັດງານທຳໃນເມືອງໃຫຍ່. ພາຍຫຼັງທີ່ອ້າຍສອນໄດ້ຮຽນຈົບປະລິນຍາຕີສາຂາເສດຖະສາດ ແລະ ບໍລິຫານທຸລະກິດຈາກ ມ.ຊ ແລ້ວ ລາວກໍ່ຊອກຫາບ່ອນເຮັດວຽກໄດ້ບ່ອນໜຶ່ງໃນກຳແພງນະຄອນວຽງຈັນ. ຈາກນັ້ນ, ລາວກໍ່ໄດ້ໄປຊອກຫາເຮືອນເຊົ່າ ບັງເອີນວ່າໄດ້ມີຫ້ອງແຖວໜຶ່ງມີຫ້ອງຫວ້າງພຽງຫ້ອງດຽວ ແຖມເຈົ້າຂອງເຮືອນຫ້ອງຖວຍັງຫຼຸດລາຄາໃຫ້ເປັນພິເສດ ລາວກໍ່ເລີຍຕົກລົງເຊົ່າຫ້ອງໆນັ້ນເພາະມັນໃກ້ກັບບ່ອນເຮັດວຽກຂອງຕົນ ໃນຫ້ອງເຊົ່າເຕັມໄປດ້ວຍໄຍແມງມຸມ ແລະ ຂີ້ເຫຍີ້ອຍຊະຊາຍຈຳນວນໜຶ່ງ ທີ່ລາວຈຳຕ້ອງໄດ້ທຳຄວາມສະອາດ ແລະ ມ້ຽນມັດຈັດແຈງ. ໃນຂະນະທີ່ລາວອານາໄມຫ້ອງຢູ່ນັ້ນ ກໍ່ປະກົດວ່າມີຜູ້ຍິງໄວ້ຜົມຍາວປົກໜ້າແລ່ນໄປມາພ້ອມທັງທືບຕີນໃສ່ຢູ່ຕໍ່ໜ້າຫ້ອງຂອງລາວໜຶ່ງ ເຖິງ ສອງຄັ້ງ ລາວຈຶ່ງຍ່າງອອກໄປເບິ່ງແຕ່ປະກົດວ່າບໍ່ເຫັນມີໃຜ. ພໍລາວອານາໄມເຮືອນເສັດສິ້ນກໍ່ຮູ້ສຶກອິດເມື່ອຍ ສະນັ້ນລາວຈຶ່ງເຂົ້ານອນແຕ່ຫົວຄ່ຳປະມານ 8 ໂມງປາຍ. ຊ່ວງທີ່ລາວພວມນອນລັບຢູ່ນັ້ນ ລາວກໍ່ໄດ້ຝັນໄປວ່າໄດ້ມີຜູ້ຍິງຄົນໜຶ່ງນຸ່ງເຄື່ອງຂາດໆໄວ້ຜົມຍາວປົກໜ້າແຖມມີເລືອດຍ້ອຍຕາມຜົມເຂົ້າມາບີບຄໍລາວ ລາວກໍ່ໄດ້ແຕ່ນອນດີ້ນຢູ່ຢ່າງນັ້ນ ພໍໄດ້ຈັງຫວະໜຶ່ງລາວກໍ່ພິກຕົວສະດຸ້ງຕື່ນຂຶ້ນມາ ໄດ້ປະກົດເຫັນຜູ້ຍິງຄົນນັ້ນນັ່ງໄຫ້ສະອຶກອື້ນຢູ່ຕີນຕຽງທີ່ນອນຂອງຕົນເອງ ແລະ ບຶດດຽວພາບຂອງຜູ້ຍິງຄົນນັ້ນກໍ່ຫາຍໄປ ລາວຮູ້ສຶກຢ້ານສັ່ນທະທ້ານໄປທັງຕົວ. ໃນຄືນນັ້ນເຫດການດັ່ງກ່າວເຮັດໃຫ້ລາວນອນບໍ່ຫຼັບ ລາວເລີຍອອກມາເດີນຍ່າງຫຼິ້ນເຂດແຄມທາງໃນຕົວເມືອງຈົນເຖິງແຈ້ງຈຶ່ງຄ່ອຍກັບຫ້ອງເຊົ່າຂອງຕົນ ພໍກັບມາກໍ່ພົບເຫັນພໍ່ເຖົ້າຜູ້ໜຶ່ງທີ່ພວມດື່ມນ້ຳຊາໃນຍາມເຊົ້າຢູ່ລະບຽງຫ້ອງແຖວທີ່ຖັດຈາກຫ້ອງຂອງລາວໄປ ລາວກໍ່ເລີຍໄປນັ່ງຫຼິ້ນ ແລະ ເລົ່າເລື່ອງທີ່ເກີດກັບລາວໃນຄືນນັ້ນທຸກຢ່າງສູ່ພໍ່ເຖົ້າຟັງ. ພໍ່ເຖົ້າຄົນນັ້ນໄດ້ບອກວ່າ: ກ່ອນໜ້ານີ້ໄດ້ມີສອງຜົວເມຍມາເຊົ່າຢູ່ ແຕ່ມີມື້ໜຶ່ງຜູ້ເປັນຜົວໄດ້ໜີໄປມີເມຍນ້ອຍ ເລີຍເຮັດໃຫ້ຜູ້ເປັນເມຍແຂວນຄໍຕາຍຢູ່ຫ້ອງນັ້ນ ນັບແຕ່ນັ້ນມາກໍ່ບໍ່ເຫັນມີໃຜມາເຊົ່າຫ້ອງນັ້ນເລີຍ ຫາກໍ່ມີຫຼານນີ້ແຫຼະມາເຊົ່າ. ບໍ່ເປັນຫຍັງດອກຫຼານເອີຍທຸກຫົນແຫ່ງມັນອາດມີຜີເຈົ້າຖິ່ນ ຫຼືບໍ່ກໍ່ຜີທີ່ມັນຄອບຄອງເປັນເຈົ້າຂອງສິ່ງນັ້ນຄອຍຫຶງຫວງ. ສະນັ້ນ, ບໍ່ວ່າຫຼານຈະເດີນທາງໄປໃສ, ໄປພັກໄປເຊົາຢູ່ໃສກໍ່ຕາມ ແຕ່ຍ່າງນ້ອຍຂໍໃຫ້ຫຼານນົບ ແລະ ບອກກັບສິ່ງສັກສິດໃຫ້ຊ່ວຍຄຸ້ມຄອງ ບອກກັບຜີເຈົ້າຖິ່ນນັ້ນວ່າ ເຮົາມາທີ່ນີ້ເປັນພຽງການມາພັກພາອາໄສເທົ່ານັ້ນ ບໍ່ໄດ້ມາລົບລູ່ທຳຮ້າຍຕົວທ່ານແຕ່ຢ່າງໃດ ເພື່ອໃຫ້ເຈົ້າຖິ່ນນັ້ນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງເຈດຕະນາເຮົາ ແລະ ຕ່າງຄົນຕ່າງຢູ່. ສ່ວນກໍລະນີຂອງຫຼານນີ້ ຜີຜູ້ຕາຍນັ້ນມັນເປັນຜີຕາຍຫຸງ ເຊິ່ງບໍ່ໄດ້ຕາຍຍ້ອນນາງໝົດອາຍຸ ສະນັ້ນດວງວິນຍານຂອງນາງຈຶ່ງວົນວຽນຢູ່ແຖວນີ້ເພາະຖ້າສັງຂານຄົບວັນຕາຍ ດວງວິນຍານຂອງນາງຈຶ່ງສາມາດໄປສູ່ສຸກຂະຕິໄດ້. ທຸກວັນສິນພໍ່ເຖົ້າ ຂໍແນະນຳໃຫ້ຫຼານເຮັດພາເຂົ້າໄປວັດເດີ ຖືວ່າເປັນການສົງສານນາງ ແຖມເຮົາກ່າໄດ້ບຸນກຸສົນນຳອີກ ບາງທີນັບແຕ່ນາງຕາຍໄປອາດບໍ່ໄດ້ມີໃຜທານຫຍັງໃຫ້.ນັບແຕ່ນັ້ນມາອ້າຍສອນກໍ່ປະຕິບັດຕາມຄຳຂອງພໍ່ເຖົ້າທີ່ຢູ່ຂ້າງບ້ານນັ້ນບອກ ແລະ ທຸກສິ່ງກໍ່ປົກກະຕິມາເຖິງທຸກວັນນີ້.


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ເມື່ອອ່ານ ແລະ ໃຊ້ວິຈາລະນະຍານໃນການອ່ານເລື່ອງຜີຄັ້ງນີ້ຈົບແລ້ວ ຢ່າລືມເມັ້ນໄວ້ແດ່ເດີເພື່ອໃຫ້ຜູ້ຂຽນ ມີກຳລັງໃຈຊອກຫາປະສົບການຕົວຈິງ ຂອງຄົນໃນສັງຄົມກ່ຽວກັບເລື່ອງຜີມາຝາກອີກໃນເລື່ອງຜີພາກ 3 ຕອນຕໍ່ໄປ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານກະຢ້ານນຳຊະ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົມຄວນໄດ໊ເນາະ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມັກເລື່ອງຜີ ເປັນຕາຢ້ານ ມັກກາຕູນຄັກກວ່າ

21 3-15-13-16-12-5-20-5 13-5


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາກກກກ ຖືກບີບຄໍ
ເຫັນໜ້າລ້າໆກ່າຍັງວ່າຢ້ານລະ

ຮັກນ້ອງຕອນເມົາ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອາກກກກ ຖືກບີບຄໍ
ເຫັນໜ້າລ້າໆກ່າຍັງວ່າຢ້ານລະ

ໄດ້ຍ້ອນແຕ່ພິກໄດ້ເນາະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກໆ
ມັກຟັງເລື່ອງລີ້ລັບຫຼາຍ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງຜີໃນຫ້ອງເຊົ່ານີ້ມີຫຼາຍເນາະ


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ກະດຽມ ຄໍ ເວີ້ຍ

♡ເເມ່ລູກອ໋ອນ♡



.

໒໑ ກະທູ້
໒໕໙ ໂພສ
ນັກການກະທູ້

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຢ້ານເນາະ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ແປກເວີ່ຍ ຜີແຂວນຄໍຕາຍ ພັດມີເລືອດຕາມຕົນຕົວ