ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ເບິ່ງດວງແບບອິນເດຍ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັດ​ວິ​ນີ (13 - 26 ເມ​ສາ)
ເປັນ​ຄົນ​ແຂ່ງ​ແກ່ນ ມີ​ອຳ​ນາຈ
ແລະ​ມອງ​ຫາ​ຄວາມ​ທ້າ​ທາຍ​ໃຫ້​ຊີ​ວິດ
ຢູ່​ສະເໝີ ມີ​ບຸກຄະລິກ​ລ່າ​ເລີງ​ແຈ່ມ​ໃສ ງົດ​ງາມ ສະຫລຽວ​ສະຫລາດ ແລະ​ເປີດ​ເຜຍ
ແຕ່​ກະ​ນັ້ນ​ກໍ​ມີ ຄວາມ​ເລິກ​ລັບ​ຢູ່ໃນ​ຕົວ​ເຮັດ​ໃຫ້ເປັນ​ຄົນ​ເຂົ້າໃຈ​ຢາກ
ໃນ​ເລື່ອງ​ຄວາມ​ຮັກ​ທ່ານກຳ​ລັງ​ມອງ​ຫາ​ຄູ່ທີ່
ພຽບ​ພ້ອມ​ແລະ​ສົມບູນ​ແບບ ແຕ່​ຕົວ​ເຈົ້າ​ເອງ​ມັກ​ບໍ່​ພ້ອມ​ທີ່​ຈະ​ມີ​ພັນ​ທະ
ສັນຍະລັກ ຫົວມ້າ ໝາຍ​ເຖິງ​ແຈ່ມ​ໃສ ລາ​ສີ​ເນື້ອ​ຄູ່ ພົນ​ນີສີ ແດງ​ເຂ້ັມ

ພົນ​ນີ (27 ເມ​ສາ - 10 ພຶດ​ສະພາ)
ເປັນ​ຄົນ​ມີ​ສະ​ເໜ່​ທາງ​ເພດ
ຊື່ນ​ຊົມ​ຄວາມ​ງາມ​ແລະ​ສິລະປະ​ ​ທຸກ
ຮູບ​ແບບ ແຕ່​ຕ້ອງ​ລະ​ວັງ​ຢ່າ​ໝົກ​ມຸ່ນ​ໃນ​ເລື່ອງ​ເພດ​ຫລາຍ​ເກີນ​ ໄປ
ບາງເທື່ອ​ອາດຈະ​ກ້າວ​ລ້າວ​ແລະ ເບິ່ງ​ເໝືອນ​ເຫັນ​ແກ່​ຕົວ
ຈຶ່ງ​ຕ້ອງ​ຫາ​ຄູ່​ທີ່​ບໍ່​ຢ້ານ​ການ​ຜູກ​ມັດ​ແລະ​ສາ​ມາດ​ຕອບ​ສະ​ນອງ​ຕອບ​ຄວາມ​ຕ້ອງ

ການ​ທາງ​ໂລ​ກີ​ແລະ​ເພ​ດ​ໄດ້ ສັນຍະລັກ ໂຍ​ນີ (ອະໄວຍະວະ​ເພດ​ຍິງ)
ໝາຍ​ເຖິງ​ມີ​ສະ​ເໜ່ ​ທາງ​ເພດ ລາ​ສີ​ເນື້ອ​ຄູ່ ອັດ​ວິ​ນີ ສີ ແດງ​ເຂ້ມ

ກະ​ຫະລະ​ຕິ​ກາ (11 - 24 ພຶດສະພາ)
ເປັນ​ຄົນ​ທຸ້ມເທ ສະ​ຫລາດ
ແລະ​ສຸ​ຂຸມ​ເຍືອກ​ເຢັນ​ຍາມ​ເກີດ​ວິກິດ ແຕ່​ກໍ​ມັກ​ໂມ​ໂຫ​ງ່າຍ​ແລະ​ເຖິງວ່າ​ຈະ

ບໍ່​ມັກ​ການ​ປະເຊີນ​ໜ້າ ແຕ່​ກໍ​ສູ້​ບໍ່​ຖອຍ​ເມື່ອ​ເຖິງ​ເວລາ
ເປັນ​ຄົົນທີ່​ເປີດ​ກວ້າງ​ຕໍ່​ໂລກ​ພາຍ​ນອກ
ແຕ່​ກໍ​ເຄັ່ງຄັດ​ໃນ​ສາດສະຫນາ​ໃນ​ເວລາ​ດຽວ​ກັນ ແລະ​ເຖິງ​ວ່າຈະ​ກຳ​ລັງ​ຕາ​ມຫາ​ຄວາມ​ຮັກ​ແຕ່
ກໍ​ຍັງ​ຄົງ​ຢ້ານ​ການຜູກ​ມັດ​ຢູ່​ດີ ສັນຍາລັກ ໃບ​ມີດ ໝາຍ​ເຖິງ​ໄຟ ລາ​ສີ​ເນື້ອ​ຄູ່ ເຊດ​ຖາ ສີຂາວ

ໂລ​ຫິ​ນີ (25 ພຶດສະພາ - 7 ມິ​ຖຸ​ນາ)
ເປັນ​ຄົນ​ອ່ອນ​ໄຫວປ່ຽນ​ແປງ​ຕົວ​ເອງ​ໄດ້​ວ່ອງໄວ ເອົາ​ແນ່​ເອົາ​ນອນ​ບໍ່​ຄ່ອຍ​ໄດ້ ແຕ່​ກໍ​ມີ​ ສະ​ເໜ່ແລະ​ມັກ​ຄວາມ​ສຸກ​ສະບາຍ ອາດ​ເປັນ​ຄົນ​ຂີ້​ຫຶງ​ຈຶ່ງ​ເຈັບ​ປວດ​ໄດ້​ງ່າຍ
ເບິ່ງ​ຈາກ​ພາຍນອກ​ອາດຈະ​​ເປັນຄົນ​ບໍ່​ຜູກ​ພັນ​ກັບ​ໃຜ ແຕ່​ເລິກ​ໆ ແລ້ວ​ໃຝ່​ຫາ​ຄວາມ​ຮັກ​ສຸດ​ຕົວ​ເລີຍ​ລະສັນຍະລັກ ລໍ້​ລົດ ໝາຍ​ເຖິງ​ຄວາມ​ງາມລາ​ສີ​ເນື້ອ​ຄູ່ ອະ​ໜຸ​ລາດ ສີຂາວ

ມະ​ລືກ​ສິນ (8 - 20 ມິ​ຖຸ​ນາ)
ເປັນ​ຄົນ​ເຂັ້ມແຂງ ສະຫລາດ​
ແລະ​ຫົວ​ໄວ​ອີກ​ຕ່າງ​ຫາກ ທຸ່ມນທ່ຽງ​ຜິດ​ກັບ​ໃຜ​ກໍ​ຕ້ອງ​ຊະນະ
ໃຫ້​ໄດ້ ເກີດ​ມາ ເປັນ​ຜູ້​ນຳ ແລະ​ມັກ​ມີ​ອຳນາດ​ເໜືອ​ຜູ້​ອື່ນ
ເຈົ້າ​ຕ້ອງ​ການ​ຄູ່​ຊີວິດ ແຕ່ມີພຽງ​ຄົົນທີ່​ເຈົ້າ​ຕ້ອງ​ການ​​ແທ້ໆ
ເທົ່າ​ນັ້ນ​ທີ່​ຈະ​ກະຕຸ້ນ​ອາລົມ​ປາດຖະຫນາ​ຂອງ​ເຈົ້າ​ໄດ້ ສັນຍະລັກ ຫົວ​ກວ້າງ
ໝາຍ​ເຖິງ​ສະຕິປັນຍາ ລາ​ສີ​ເນື້ອ​ຄູ່ ຫັດ​ຖະ ສີເ​ງິນ

ອານ​ຊາ (21 ມິ​ຖຸ​ນາ - 4 ກໍລະກົດ)
ເປັນ​ຄົນ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຊີ​ວິດ
ເປັນ​ທີ່​ຊື່ນຊອບ​ຂອງຄົນ​ອື່ນ ຈຶ່ງ​ມັກ​ວຸ້ນວາຍ​ຢູ່​ສະເໝີ ແລະ

ມັກ​ໃຫ້​ຄວາມ​ສຳຄັນ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ຫລາຍ​ເສຍ​ຈົນ​ລະ​ເລີຍ​ຄວາມ​ຄິດ​ຕົວ​ເອງ​ ໄປ
ຄວາມ​ທີ່ ມັກ​ຟັງ​ຄຳ​ຊຸບ​ຊິບ​ແລະ​ມັກ​ອອກ​ງານ​ສັງ​ຄົມ
ອາດ​ເຮັດໃຫ້​ເຈົ້າ​ເບິ່ງ​ເໝືອນ​ຄົນ​ມີ​ຄວາມ​ຄິດ​ຕື້ນ​ເຂີນ ແຕ່

ແທ້ໆແລ້ວ​ບໍໍ່ແມ່ນ​ຄົນ​ແບບ​ນັ້ນ​ເລຍ
ເຈົ້າ​ຍອມ​ສະລະ​ໄດ້​ທຸກ​ຢ່າງ​ພຽງ​ເພື່ອ​ເຮັດໃຫ້​ຝັນ​ເປັນ​ຈິງ
ສັນຍະລັກ ເພັດ ໝາຍ​ເຖິງ​ນັກ​ຍຸດທະສາດ ລາ​ສີ​ເນື້ອ​ຄູ່ ມະ​ລືກ​ສິນ ສີ​ຂຽວ

ປຸ​ນັບ​ສຸ (5 - 18 ກໍລະກົດ)
ເປັນ​ຄົນ​ໜ້າ​ຮັກ ຫ່ວງ​ໃຍ​ແລະ​ໃສ່​ໃຈ​ຜູ້​ອື່ນ
ເຈົ້າ​ຈະ​ຕ້ອງ​ຕັ້ງ​ເປົ້າ​ໝາຍ​ແລະ​ທະ​ຍານ​ໄປ​ສູ່​ຄວາມ
ສຳ​ເລັດ​ສະເໝີ​ບໍ່​ຢ່າງ​ນັ້ນ​ຈະ​ຮູ້ສຶກ​ວ່າ​ຕົວ​ເອງ​ຂາດ​ຫລັກ​ໃນ​ຊີ​ວິດ
ເຈົ້າ​ຢາກ​ມີ​ຄອບຄົວ​ໃຫຍ່ໆ
ແຕ່​ຖ້າ​ບໍ່​ມີ​ກໍ​ຈະ​ພະຍາຍາມ​ເຂົ້າ​ໃກ້​ກຸ່ມ​ຄົົນທີ່​ເປີດ​ໂອ​ກາດ​ໃຫ້​ເຈົ້າ​ໄດ້​ໃຊ້​ສັນ​ຊາດ​ຕະຍານ
ຄວາມ​ເປັນ​ແມ່ ແຕ່​ລະ​ວັງ​ບັນດາ​ຄູ່​ຮັກ​ຂອງ​ເຈົ້າ​ຈະ​ເຊັງ​ເສຍ​ກ່ອນ ສັນ​ລັກ​ສະນະ​
ຄັນ​ທະນູ ໝາຍ​ເຖິງ​ຄວາມ​ເປັນ​ແມ່ ລາ​ສີ​ເນື້ອ​ຄູ່ ພົນ​ນີ ສີ ເທົາ

ປຸດ​ຍະ (19 ກໍລະກົດ - 1 ສິງ​ຫາ)
ເປັນ​ຄົນດຸໝັ່ນ​ຂະຫຍັນພຽນ ທຸ້ມເທ​ໃຫ້​ກັບ​ການເຮັດ​ວຽກງານ
ແລະ​ມີ​ຄວາມ​ສາມາດ​ໃນ​ການ​ປັ້ນ​ຄວາມ​ຄິດ​ໃຫ້ເປັນ​ຄວາມ
ຈິງ​ຂຶ້ນ​ມາ ຫາ​ກວາງ​ແຜນ​ດີໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ງານ​ໄດ້​ບໍ່​ຍາກ​
ສຳລັບ​ເຈົ້າ ການ​ສະແດງ​ຄວາມ​ຮູ້ສຶກ​ອາດຈະ​ເປັນ​ເລື່ອງ​ຢາກ
ແຕ່​ກໍ​ຕ້ອງ​ພະຍາຍາມ​ແດ່ ບໍ່​ເຊັ່ນ​ນັ້ນ​ຄູ່​ແຂ່ງ
ເຈົ້າ​ອາດຈະ​ຮູ້ສຶກ​ວ່າ​ພວກເຂົາ​ຫລື​ຄົນ​ຮັກ ບໍ່​ເປັນ​ທີ່​ຕ້ອງ​ການ​ກໍ​ໄດ້ ສັນ​ລັກ​ສະນະ​

ດອກ​ໄມ້ ໝາຍ​ເຖິງ​ສີ​ສັນ ສະ​ດຸດ​ຕາ
ລາ​ສີ​ເນື້ອ​ຄູ່ ອັດ​ວິ​ນີ / ອາດ​ເລ​ສາ ສີ​ແດງ​ແລະດຳ

ອາດ​ເລ​ສາ (2 - 15 ສິງ​ຫາ)
ອາດຈະ​ເບິ່ງ​ເປັນ​ຄົນ​ຂີ້ຄ້ານ ແຕ່​​ແທ້ຈິງ
ແລ້ວ​ສະຫມອງ​ໄວ ບໍ່​ເຄີຍ​ຢຸດ​ນິ່ງ ຮັກ​ອິດສະຫລະ ແລະ​ອາດ​ຈະ
ຮັກ​ສັນ​ໂດດ​ດ້ວຍ ຮັກ​ຄວາມ​ສົງບ
ບໍ່​ຄ່ອຍຈະ​ຮ້າຍ​ໃຜ​ແຕ່​ໃຜ​ມາ​ແຫຍ່​ເປັນ​​ເລື່ອງ​ທັນທີ ແລະ​ ​​ເຖິງແມ່ນ
ວ່າ​ຈະ​ເປັນ​ຄົນ​ຂຶ້​ຫຶງ ກໍ​ບໍ່​ໄດ້​ຢາກ​ໃຫ້​ຄູ່​ຂອງ​ເຈົ້າ​ມີ​ນິ​ໄສ​ຢ່າງ​ດຽວ​ກັນ
ສັນຍາລັກ ງູ​ພິດ ໝາຍ​ເຖິງ​ອຳນາດ​ສະ​ກົດ​ໃຈ ລາ​ສີ​ເນື້ອ​ຄູ່ ບຸດ​ຢາ ສີ ແດງ

ມາ​ຄະ (16 - 29 ສິງ​ຫາ)
ເປັນ​ຄົນ​ສະຫລາດ ເອົາ​ຕົວ​ລອດ​ເກັ່ງ ລ່າ​ເລີງ​ແຈ່ມ​ໃສ
ໃຜ​ເຫັນ​ໃຜກໍຫຼົງ ເປັນ​ຜູ້​ນຳ​ທີ່​ໃຈ​ດີ ແຕ່

ແຝງ​ດ້ວຍ​ຄວາມ​ເຂັ້ມແຂງ ຂໍ້​ດີ​ເຫລົ່າ​ນີ້​ເຮັດໃຫ້​ຄົນ​ຫລວງຫລາຍ​ຊື່ນ​ຊົນທ່ານ
ແຕ່​ຂະນະ​ດຽວ​ກັນ​ກໍ​ມີກນ
ຄອຍຖ້າ​ອິດສາ​ດ້ວຍ ເຈົ້າ​ມີ​ຄວາມ​ສຸກ​ດີ​ຢູ່​ກັບ​ຊີວິດ​
ແຕ່​ຄົນ​ຮັກ​ໃນ​ອຸດົມຄະຕິ​ຂອງ​ເຈົ້າ​ນັ້ນ​
ຂ້າງ​ຈະ​ຫາ​ຍາກ​ທ ສັນຍະລັກ ອງ ໝາຍ​ເຖິງ​ຊື່​ສຽງ ລາ​ສີ​ເນື້ອຄູ່
ເຊດ​ຖາ ສີຄີມ

ບຸ​ລົບ​ຜົນ​ຄຸ​ນີ (30 ສິງ​ຫາ - 12 ກັນຍາ)
ເປັນ​ຄະ​ນອົບ​ອຸ່ນ ມີ​ສະ​ເໜ່
ແລະ​ດວງ​ດີ ເຈົ້າ​ເຮັດວຽກ​ໜັກ ແຕ່​ກໍ​ຮູ້​ຈັກ​ຫາ​ຄວາມ​ສຸກ​ກັບ​ຊີ​ວິດ
ຄວາມ​ກະ​ຕື​ລື​ລົ້ນ​ທີ່​ມີ​ຢູ່​ເຕັມ​ປ່ຽມ​ຈະ​ນຳ​ເຈົ້າ​ໄປ​ສູ່​ຄວາມ​ສຳ​ ເ​ລັດ
ນອກ​ຈາກ​ນີ້ ເຈົ້າ​ຍັງ
ເປັນ​ຄົນ​ຈິງ​ໃຈ​ບໍ່​ຕົວະ ລົດ​ນິຍົມ​ເຈົ້າ​ນັ້ນ​ເລີດ​ຫລູ​
ມັກ​ຈະ​ເປັນ​ສີ​ສັນ​ໃຫ້​ກັບ​ງານ​ລ້ຽງ ສະເໝີ
ເຈົ້າ​ຢາກ​ໃຫ້​ຕົວ​ເອງ​ແລະ​ຄູ່​ມີ​ເປົ້າ​ໝາຍ​ດຽວ​ກັນ​ແລະ​ຄຽງ​ຂ້າງ​ກັນ​ກ້າວ​ໄປ​ສູ່​ເປ້ົາ
ໝາຍ​ທີ່​ຕັ້ງ​ໄວ້ ສັນຍະລັກ ເຕົາ​ຝີງ ໝາຍ​ເຖິງ​ໂຊກ ລາ​ສີ​ເນື້ອ​ຄູ່ ມາ​ຄະ ສີ ນ້ຳ​ຕານ

ອຸ​ຕົນ​ຜົນ​ຄຸ​ນີ (13 - 25 ກັນຍາ)
ເປັນ​ຄົນ​ມີ​ມະນຸ​ດ​ສຳພັນ​ດີ ໜັກ​ແນ່ນ
ແລະ​ເກີດ​ມາ​ເປັນ​ຜູ້​ໃຫ້​ຢ່າງ​ແທ້​ຈິງ ເປັນ​ເຈົ້າ​ແຫ່ງ
ຍຸດທະວິທິ ແລະ​ເປັນ​ນັກ​ວາງ
ແຜນ​ທີ່​ດີ​ແຕ່​ຄວາມ​ຮູ້ສຶກ​ບໍ່​ຄ່ອຍ​ຫມັ້ນຄົງ​ແລະ​ຕຶງ​ຄຽດ ອາດເຮັດ
ໃຫ້​ເຈົ້າ​ປະພຶດ​ຕົນ​ຂາດ​ເຫດຜົນ ເກີດ​ຄວາມ​ປະ​ໝ່າ ແລະ​ບໍ່​ໝັ່ນໃຈ​ ​ໄດ້
ເຈົ້າ​ຄອຍຖ້າ​ເປັນ​ກຳ​ລັງ​ໃຈ ໃຫ້​ຄູ່​ຂອງ​ເຈົ້າສະ​ເໝີ
ແລະ​ກໍ​ຫວັງ​ໃຫ້​ພວກເຂົາ​ຫລື​​ເຂົາ​ເຫັນ​ຄຸນຄ່າ​ຂອງ​ສິ່ງ​ທີ່​ເຈົ້າ​ເຮັດ ແລະ​ຕອບ​ແທນ
ເຈົ້າ​ດ້ວຍ​ຄວາມ​ຮັກ ສັນຍະລັກ ຂາ​ຕຽງ ໝາຍ​ເຖິງ​ສູ້​ຊີວິດ ລາ​ສີ​ເນື້ອຄູ່
ບຸ​ລົບ​ຜົນ​ຄຸ​ນີ ສີ ຟ້າ​ສົດ​ໃສ

ຫັດ​ຖະ (26 ກັນຍາ - 9 ຕຸລາ)
ເປັນ​ຄົນ​ມີ​ສະ​ເໜ່ ​ແລະ​ໜ້າ​ສົນ​ໃຈ
ແຕ່​ກໍ​ອາລົມ​ເສຍ​ໄດ້​ງ່າຍໆ ເຈົ້າ​ທະ​ເຍີ​ທະ​ຍານ​ແລະ​ເປັນ​ເຈົ້າ​ຂອງ
ຊະ​ຕາ​ຊີວິດ​ຂອງ​ຕົວ​ເອງ ບາງເທື່ອ​ອາດຈະ​ເບິ່ງ​ເໝືອນ​ເປັນ​ຄົນ​ເຫັນ​ແກ່​ຕົວ
ແຕ່​ແທ້ໆ ແລ້ວ​ເຈົ້າເປັນ​ຄົນ​ໃຈ​ກວ້າງ​ກວ່າ​ໃຜໆ
ເມື່ອ​ເຈົ້າ​ຕົກລົງ​ປົງ​ໃຈ​ກັບ​ຄູ່​ຂອງ​ເຈົ້າ​ແລ້ວ ເຈົ້າ​ຈະ​ເບິ່ງແຍງ​ເອົາ​ໃຈ​ໃສ່​ເຂົາ
ຫລື​ນາງ​ເປັນ​ຢ່າງ​ດີ ແລະ​ຈະ​ເປັນ​ຜູ້​ໃຫ້​ທີ່​ແສນ​ອາ​ລີ ສັນຍະລັກ ຝ່າ​ມື
ໝາຍ​ເຖິງ​ການ​ຝຶກ​ຕົນ​ດ້ວຍ​ໂຍ​ຄະ ລາ​ສີ​ເນື້ອ​ຄູ່ ມະ​ລືກ​ສິນ ສີຂຽວ

ຈິ​ຕາ (10 - 22 ຕຸລາ)
ເປັນ​ຄົນ​ມັກ​ເຂົ້າ​ສັງຄົມ ຮັກ​ຊີວິດ​ກາງ​ແຈ້ງ
ແລະ​ມັກ​ເມົາ​ເປັນ​ຊີວິດ​ຈິດ​ໃຈ ເຈົ້າ​ອາດຈະ​ເບິ່ງມີ
ຄວາມ​ສຸກ​ກັບ​ການ​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງໆ ແລະ​ຫາ​ເພື່ອນ​ໃໝ່​ໄດ້​ງ່າຍໆ
ແຕ່​ໂດຍ​ທຳມະຊາດ​ຂອງ ເຈົ້າ​ແລ້ວ ເຈົ້າ​ຮັກ​ຄວາມ​ສັນ​ໂດດ
ແມ່ນ​ຈະ​ຢາກ​ໃຊ້​ຊີວິດ​ຮ່ວມ​ກັບ​ໃຜ​ສັກ​ຄົນພຽງ​ໃດ ແຕ່​ເຈົ້າ​ກໍ​ບໍ່
ເຄີຍ​ທຸ້ມ​ໃຫ້​ພວກເຂົາ​ ​ເຕັມ 100 ເປີເຊັນ​ໄດ້​ ສັນຍະລັກ ໄຂ່​ມຸກ
ໝາຍ​ຖັງ​ຄວາມ​ງາມ ລາ​ສີ​ເນື້ອ​ຄູ່ ຫັດ​ຖະ ສີດຳ

ສວາ​ຕີ (23 ຕຸລາ - 5 ພະ​​ຈິ​ກ)
ເປັນ​ຄົນ​ແອກ​ທີ​ຟ ບໍ່​ເຄີຍ​ຢູ່​ນິ່ງ
ແຕ່​ມັກ​ຈະ​ຕັດ​ສິນ​ໃຈ​ບໍ່​ໄດ້​ວ່າ​ຈະ​ເຮັດ-ຫຍັງ​ເປັນ​ສິ່ງ​ຕໍ່ໄປ ເພາະ​ຢາກ​ເຮັດຫຼາຍຢ່າງ
ເຕັມ​ໄປຫມົດ​ເຖິງແມ່ນວ່າ​ເຈົ້າ​ມີ​ອຸດົມ​ການເປັນ​ແຮງ​ບັນ​ດານ​ໃຈ​ແລະ​ເປັນ​ພະ​ລັງ
ຂັບ​ເຄື່ອນ ແຕ່​ຄົນ​ມັກ​ຫາ​ວ່າ​ເຈົ້າ​ເປັນ​ຈອມ​ບົງ​ການ
ເຈົ້າ​ກໍ​ພຽງມີ​ຄວາມ​ມຸ້ງ​ໝັ້ນ​ເທົ່າ​ນັ້ນ​ເອງ ສ່ວນ​ໃນ​ດ້ານ​ຄວາມ​ຮັກ
ພັນ​ທະ​ທາງ​ໃຈ​ຕໍ່​ກັນ​ນັບ​ເປັນ​ຄຸນສົມບັດ​ສຳຄັນ​ທີ່ສຸດ​ສຳລັບຄູ່
ຮັກ​ໃນ​ອຸດົມຄະຕິ​ຂອງ​ເຈົ້າ ສັນຍະລັກ ປະ​ກາລັງ ໝາຍ​ເຖິງ​ຄວາມ​ທະ​ເຍີ​ທະ​ຢານ
ລາ​ສີ​ເ​ນື້ອ​ຄູ່ ພົນ​ນີ ສີດຳ

ວິ​ສາ​ຂະ (6 - 18 ພະ​​ຈິ​ກ)
ເປັນ​ຄົນ​ທະ​ເຍີ​ທະ​ຢານ
ແຕ່​ບໍ່​ແມ່ນ​ວ່າ​ຄວາມ​ສຳ​ເລັດ​ທາງ​ດ້ານ​ວັດ​ຖຸ​ຈະ​ເຮັດໃຫ້​ເຈົ້າ​ພໍ​ໃຈ​ສະເໝີ​ໄປ ຫາກ​ຕ້ອງ
ການ​ເຕີມ​ຊີວິດ ໃຫ້​ເຕັມ​ອາດຈະ​ຕ້ອງ​ປ່ຽນ​ການ​ມອງ​ໂລກ​​ໃຫມ່

ຂໍ້​ດີ​ຂອງ​ເຈົ້າ​ກໍ​ຄື ສາມາດ​ເຂົ້າ​ກັບ​ຄົນ​ໄດ້​ທຸກ​ລະ​ດັບ
ມີ​ຄວາມ​ສົນ​ໃຈ​ໃນ​ສິ່ງ​ຕ່າງໆ
ຫລາກ​ຫລາຍ​ແລະ​ເຖິງວ່າ​ເຈົ້າ​ຍອມ​ຮັບ
ການ​ຜູກ​ພັນ​ກັບ​ໃຜ​ຄົນ​ໜຶ່ງ
ແຕ່​ເຈົ້າ​ກໍ​ຍັງ​ຄົງ​ຕ້ອງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ຢູ່
ສັນຍະລັກ ແທ່ນ​ປັ້ນ​ໝໍ້ ໝາຍ​ເຖິງ​ຄວາມ​ຫວັງ ລາ​ສີ​ເນື້ອ​ຄູ່ ຈິ​ຕາ ສີ

ອະ​ໜຸ​ລາດ (19 ພະ​​ຈິ​ກ - 1 ທັນວາ)
ເຈົ້າ​ເປັນ​ຄົົນທີ່​ມີ​ຄວາມ​ຂັດ​ແຍ້ງ​ຢູ່ໃນ​ຕົວ
ບາງເທື່ອ​ເຈົ້າ​ອາດຈະ​ສົນ​ໃຈ​ໃນ​ເລື່ອງ​ຂອງ​ຈິດ​ວິນ​ຍານ
ແຕ່​ກໍ​ວັດ​ຖຸ​ນິຍົມ​ແບບ​ສຸດ​ຂົ້ວ​ໃຈ​ດີ​ກໍ​ໄດ້ ໃຈ​ຮ້າຍ​ກໍ​ບໍ່
ສ້າງ​ສຽງ​ຫົວ​​ໃຫ້​ຄົນ​ຮອບ​ຂ້າງ
ໄດ້​ໃນ​ນາ​ທີ​ໜຶ່ງ ແຕ່​ກໍ​ກັບ​ຫົດ​ຫູ່​ຊຶມ​ເສົ້າ​ໃນ​ນາ​ທີ​ຖັດ​ມາ

ດັ່ງ​ນັ້ນ​ເຈົ້າ​ຈຶ່ງ​ໄຂວ່​ຄວ້າ​ຫາ​ທາງ
ສາຍ​ກາງ​ຢູ່​ຕະຫລອດ​ເວລາ ເຈົ້າ​ກຳ​ລັງ​ຕາ​ມຫາ​ຮັກ​ ​ແທ້
ແລະ​ກໍ​ພ້ອມ​ຈະ​ສະລະ​ທຸກ​ສິ່ງ​ເພື່ອ​ມັນ ສັນຍະລັກ ດອກ​ບົວ ໝາຍ​ເຖິງ​ຄວາມ​ຮັກ
ລາ​ສີ​ເນື້ອ​ຄູ່ ເຊດ​ຖາ ສີ ນ້ຳ​ຕານ​ແດງ

ເຊດ​ຖາ (2 - 14 ທັນວາ)
ເຈົ້າ​ເປັນ​ຄົນ​ລ່າ​ເລີງ ທະ​ເຍີ​ທະ​ຢານ
ຕ້ອງ​ການ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ບໍ່​ເຄີຍ​ເຮັດ​ ​ໄດ້
ມາ​ກ່ອນ ແລະ​ເຊື່ອ​ໄດ້​ເລີຍ​ວ່າ​ເຈົ້າ​ຈະ​ເຮັດ​ສຳ​ເລັດ ຫາກ​ມີ​ວິ​ໄນ​ໃນ​ຕົວ​ເອງ​ຫລາຍ​ພໍ
ເຈົ້າ​ເຊື່ອ​ມັ່ນ​ໃນ ເລື່ອງ​ຈິດ​ວິນ​ຍານ ແຕ່​ກໍ​ນິຍົມ​ຍິນ​ດີ​ກັບ​ເພດ​
ບາງເທື່ອ​ອາດຈະ​ປະ​ໝ່າ ແຕ່​ຕ້ອງ ສະແດງ​ອໍ​ກວ່າ​ໝັ່ນໃຈ​ເອົາ​ໄວ້​ກ່ອນ

ນອກ​ຈາກ​ນີ້​ເຈົ້າ​ຍັງ​ຂີ້​ຫຶງ ໃນ​ຂະນະ​ທີ່​ຕົວ​ເອງ​ເປັນ​ຄົນ​ຫລາຍ​ ໃຈ
ເຈົ້າ​ຕ້ອງ​ການ​ຄູ່​ທີ່​ເຮັດ​ຫນ້າທີ່​ຄູ່​ສົນທະນາ​ໄດ້​ຢ່າງ​ຊານ​ສະຫລາດ ສັນ​ລັກ​ສະນະ

ຕຸ້ມ​ຫູ ໝາຍ​ເຖິງ​ຄວາມ​ສະ​ຫງ່າ​ງາມ ລາ​ສີ​ເນື້ອ​ຄູ່ ມາ​ຄະ ສີຄີມ

ມູ​ລະ (15 - 27 ທັນວາ)
ທົດລອງ​ຂອງ​ໃໝ່​ໆ ຢູ່​ສະ​ເໝີ
ແລະ​ຍັງ​ເປັນ​ຜູ້​ນຳ​ທີ່ມ​ອງ​ໂລກ​ໃນ​ແງ່​ດີ​ອີກ​ດ້ວຍ
ເຈົ້າ​ເປັນ​ຄົນ​ເບື່ອ​ງ່າຍ ແຕ່​ເພາະ​ວ່າ ເປັນ​ຄົນ​ປັບ​ຕົວ​ເກ່ງ
ຈຶ່ງ​ລຸກ​ຂຶ້ນ​ມາ​ປ່ຽນ​ຫຍັງ​ຕໍ່ຫຍັ​ງໄດ້​ເມື່ອ​ສິ່ງ
ຕ່າງໆ ຮອບ​ຕົວ​ນັ້ນ​ເບິ່ງ​ລາບ​ລຽບ​ເກີນ​ໄປ
ຄວາມ​ສຳພັນ​ລະຫວ່າງ​ເຈົ້າ​ແລະ​ຄູ່​ຄອງຈະ​ເປັນ​ໄປ​ໄດ້​ດ້ວຍ
ດີ ຕາບ​ໃດ​ທີ່​ພວກເຂົາ​ຍອມ​ໃຫ້​ເຈົ້າ​ເປັນ​ຕົວ​ຂອງ​ຕົວ​ເອງ​ຕໍ່ໄປ ສັນ​ລັກ​ສະນະ
ຫາງ​ສິງ​ໃຫຍ່ ໝາຍ​ເຖິງ​ຄວາມ​ບໍ່​ຢຸດ​ນິ່ງ ລາ​ສີ​ເນື້ອ​ຄູ່ ບຸບ​ພາ​ສາ​ຫະ ສີ​ເຫລືອງ​

ບຸ​ລົບ​ສາ​ຫະ (28 ທັນວາ - 10 ມັງກອນ)
ເປັນ​ຄົນສ້າງສັນ ສະຫລຽວ​ສະ​ຫລາດ
ແລະ​ມີ​ປັນຍາ ຫາກ​ເຈົ້າ​ໄດ້​ເຮັດວຽກ​ທີ່​ກົງ​ກັບ​ຄວາມ​ສາມາດ​ແລ້ວ
ທຸກ​ຢ່າງ​ຈະ​ຜ່ານ​ສະ​ຫລຸຍ​ໄປ​ດ້ວຍ​ດີ ແລະ​ຜົນ​ທີ່​ໄດ້​ກໍ​ຈະ​ເປັນ​ທີ່​ໜ້າ​ພໍ​ໃຈ
ເຈົ້າ​ປ່ຽນ​ຕົວ​ເອງ​ໄປ​ໄດ້ ເລື້ອຍ​ໆ ແຕ່​ອາດຈະ​ພົບ​ຄວາມ​ຫຍຸ້ງ​ຍາກ
ຫາກ​ຄູ່​ຂອງ​ເຈົ້າ​ບໍ່​ຍອມ​ປ່ຽນ​ຕາມ​ໄປ​ດ້ວຍ
ສັນຍະລັກ ງາ​ຊ້າງ ໝາຍ​ເຖິງ​ບຸກຄະລິກ​ທີ່​ໂດດ​ເດັ່ນ ລາ​ສີ​ເນື້ອ​ຄູ່ ເລວະ​ດີ ສີ ດຳ

ອຸດ​ຕາ​ສາ​ຫະ (11 - 23 ມັງກອນ)
ເປັນ​ຄົນ​ກະ​ສັບ​ກະ​ເສັງ​ສະຫມອງດີ
ເຂົ້າ​ຂັ້ນ​ປັນຍາ​ຊົນ ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ແລະ​ໄລ່​ຕາມ​ຄວາມ​ຝັນ​ ໄດ້

ໂດຍ​ບໍ່​ຫຍໍ້​ທໍ້ ເຈົ້າ​ກຽດຊັງ​ການ​ຫລອກລວງ​ແລະ​ຄົນ​ໂກງ
ແລະ​ຈະ​ບໍ່​ຍອມ​ຢຸດ​ຈົນ​ກວ່າ​ຈະ​ໄດ້​ທຳລາຍ​ຄົນ
ພວກ​ນີ້​ໃຫ້​ສິ້ນ​ຊາກ ໜຶ່ງ​ໃນ​ຄວາມ​ຕ້ອງ​ການ​ຂອງ​ເຈົ້າ​ຄື​ການ​ໄດ້​ຢູ່​ຄົນ​ດຽວ
ດັ່ງ​ນັ້ນ​ຄວາມ ສຳພັນ​ຂອງ​ເຈົ້າ​ອາດຈະ​ຊັບ​ຊ້ອນ
ແລະ​ຫຍຸ້ງຍາກ​ກວ່າ​ຄົນ​ອື່ນ ສັນຍະລັກ ຂາ​ຕຽງ
ໝາຍ​ເຖິງ​ການ​ສັນ​ໂດດ ລາ​ສີ​ເນື້ອ​ຄູ່ ສີທອງ​ແດງ

ສົນ​ວະ​ນະ (24 ມັງກອນ - 5 ກຸມພາ)
ເຈົ້າ​ມີ​ສະຫມອງ​ສຽບ​ແຫລມ​ຄື​ມີດ​ພ້າ
ແລະ​ຮູບ​ລັກ​​ພາຍນອກ​ອັນ​ແຂງ​ແກ່ນ​ໄວ້​ເພື່ອ​ເປັນ​​ເກາະ​ກຳ​ບັງ
ປ້ອງ​ກັນ​ຕົວ ຖະ​ວິນ​ຫາ​ຄວາມ​ສະຫງົບ​ທ່າມ​ກາງ​ສັບ​ສຽງ​ແຫ່ງ​ຊີ​ວິ​ດ
ແຕ່​ກໍ​ເປັນ​ຜູ້​ຟັງ​ທີ່​ດີ ແລະ ສະຫຼາດ​ໃນ​ການ​ແກ້​ບັນຫາ​ໃຫ້​ຜູ້​ອື່ນ
ຄູ່​ຂອງ​ເຈົ້າ​ຈະ​ຕ້ອງ​ເຄົາລົບ​ເງື່ອນ​ໄຂ​ທີ່​ເຈົ້າ​ຕັ້ງ​ໄວ້
ແລະ​ຈະ​ຕ້ອງ​ເຂົ້າໃຈ​ດ້ວຍ​ວ່າ​ບາງເທື່ອ​ເຈົ້າ​ກໍ​ຕ້ອງ​ການ​ຢູ່​ຄົນ​ດຽວ ສັນຍະລັກ ຫູ
ໝາຍ​ເຖິງ​ຄວາມ​ງຽບ ລາ​ສີ​ເນື້ອ​ຄູ່ ສີຟ້າ

ທະ​ນິດ​ຖາ (6 - 18 ກຸມພາ)
ເກີດ​ມາ​ພ້ອມ​ພອນ​ສະຫວັນພິເສດ​ໃນ​ທາງ​ສາຍ​ທຳ
ແຕ່​ກໍ​ບໍ່​ແມ່ນວ່າ​ຈະ​ຖິ້ມ​ເລື່ອງ​ທາງ​ໂລກ ເຈົ້າ​ມີ​ຄວາມ
ສາມາດ​ຮອບ​ດ້ານ ບຸກຄະລິກ ໂດດ​ເດັ່ນ ຜ່ອງ​ໃສ ແລະ​ບໍ່​ເຫັນ​ແກ່​ຕົວ
ຄູ່​ຂອງ​ເຈົ້າ​ອາດຈະ ຮູ້ສຶກ​ວ່າ​ເຈົ້າ​ເຮັດ​ຕົວ​ຫ່າງ​ ເ​ຫິນ
ແຕ່​ຫາກ​ເຈົ້າ​ພົບ​ຄູ່​ທີ່​ວາດ​ຝັນ​ໄວ້​ແລ້ວ​ ເຈົ້າ​ຈະ​ຊື່​ສັດ
ກັບ​ພວກເຂົາ​ຢ່າງ​ທີ່ສຸດ ແລະ​ໂຊກ​ຂອງ​ເຈົ້າ​ທີ່​ຄົນ​ຮອບ​ຂ້າງ
ຍອມ​ຮັບ​ຂໍ້​ເສຍ​ຫລາຍ​ຢ່າງ​ຂອງ
ເຈົ້າ​ໄດ້ ສັນຍະລັກ ຂຸ່ຍ​ຫລື​ກອງ ໝາຍ​ເຖິງ​ມະ​ໂຫລີ
ລາ​ສີ​ເນື້ອ​ຄູ່ ສົດ​ພິ​ສັດ ສີເງິນ

ສົດ​ພິ​ສັດ (19 ກຸມພາ - 3 ມີ​ນາ)
ເປັນ​ຄົນ​ຢຶດໝັ່ນ​ໃນ​ຫລັກ​ການ
ເບິ່ງ​ເລິກ​ລັບ​ໃນ​ບາງເທື່ອ ແລະ​ມັກ​ຕັ້ງ​ເປົ້າ​ໝາຍ​ທີ່​ໄກ​ເກີນ​ເອື້ອມ
ໃຫ້​ກັບ​ຕົວ​ເອງ ເຈົ້າ​ມອງ​ການໄກ​ແຕ່​ຂາດ​ຄວາມຫມັ້ນ​ໃຈ
ຕ້ອງ​ການ​ມີ​ຄວາມ​ສຳພັນ​ທີ່​ໜ້າ​ຕື່ນ​ເຕ້ນ
ແຕ່​ຝ່າຍ​ກົງກັນຂ້າມ​ຈະ​ຮູ້​ໄດ້​ຢ່າງໃດ​ຫາກ​ເຈົ້າ​ບໍ່​ເລີ່ມ​ຕົ້ນ​ສົ່ງ​ສັນຍາ​ນ​ໃຫ້​ເຂົາ​
ຮັບ​ຮູ້​ເສຍ​ກ່ອນ ສັນຍະລັກ ດວງ​ດາວ ໝາຍ​ເຖິງ​ຄວາມ​ຮູ້​ແຈ້ງ
ລາ​ສີ​ເນື້ອ​ຄູ່ ທະ​ນິດ​ຖາ ສີ ຂຽວ​ອ່ອນ

ບຸ​ລົບ​ພັດ​ຮົບ​ (4 - 16 ມີ​ນາ)
ເຈົ້າ​ເປັນ​ຄົນ​ອ່ອນ​ໄຫວ ແລະ​ຫ່ວງ​ໃຍ​ຄົນ​ຮອບ​ຂ້າງ
ເຮັດໃຫ້​ຄົນ​ຫລວງຫລາຍ​ເຂົ້າ​ມາ​ຂໍ​ຄຳ​ປຶກ​ສາ​ຈາກ​ເຈົ້າ ​ເຖິງ
ແມ່ນ​ຕອນ​ນີ້​ເຈົ້າ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ທາງ​ດ້ານ​ວັດ​ຖຸ​ແລ້ວ​ກໍ​ຕາມ
ເຈົ້າ​ກໍ​ຄວນ​ວາງ​ແຜນ​ການ​ເງີນ​ຂອງ
ເຈົ້າ​ໃຫ້​ດີ ນອກ​ຈາກ​ນີ້​ເຈົ້າ​ມັກ​ຈະ​ມອງ​ຄົນ​ຂ້າງ​ກາຍ​ໃນ​ແງ່​ດີ​ເກີນ​​​ໄປ​ເມື່ອ​ເວົ້າ​ເຖິງ​ຄວາມ ສຳພັນ​ແລ້ວເຈົ້າ​ອາດຈະ​ເບິ່ງ​ເໝືອນ​ເປັນ​ຝ່າຍ​ທີ່​ຕ້ອງ​​ເພິ່ງ​ພາ
ແຕ່​ແທ້ໆແລ້ວ​ເຈົ້າ​ເປັນ​ຄົນ ທີ່​​ເພິ່ງ​ຕົວ​ເອງ​ໄດ້​ໂດຍ​ບໍ່​ຕ້ອງ​ງໍ້​ໃຜ
ສັນຍະລັກ ດາບ ໝາຍ​ເຖິງ​ສັນ​ຕິ​ສຸກ
ລາ​ສີ​ເນື້ອ​ຄູ່ ອຸດ​ຕົນ ສີເ​ງິນ

ອຸດ​ຕົນ​ພັດ​ຮົບ​ (17 - 30 ມີ​ນາ)
ເປັນ​ຄົນ​ສະຫລາດ ໃຈ​ບຸນ ມີ​ອຸດົມ​ການ
ແລະ​ເຄົາລົບ​ຄວາມ​ຝັນ​ຂອງ​ຜູ້​ອື່ນ ເຈົ້າ​ເຊື່ອ​ໃນ​ໂຊກ​ຊະ​ຕາ ແລະ
ມັກ​ມີ​ຄວາມ​ຮູ້ສຶກ​ບໍ່ຢາກ​ຍຸ່ງ​ກ່ຽວ​ຜູກ​ພັນ ບໍ່​ຢຶດ​ຕິດ​ກັບ​ສິ່ງ​ຕ່າງໆ
ໃນ​ຊີວິດ ເຈົ້າ​ຈະ ເປັນ​ຄູ​ທີ່​ດີ​ໄດ້​ຖ້າ​ເລືອກ​ຈະ​ໄປ​ທາງ​ນັ້ນ
ເຈົ້າ​ມັກ​ຈະ​ພະຍາຍາມ​ປະ​ຄອງ​ຄວາມ​ສຳພັນ​ໃຫ້​ຢູ່
ລອດ ແຕ່​ຖ້າ​ມັນ​ບໍ່​ງອກ​ງາມ ເຈົ້າ​ກໍ​ຈະ​ຕັດ​ໃຈ​ແລະ​ກ້າວ​ໄປ​ຂ້າງ​ໜ້າ​ຕໍ່​ໄປ
ສັນຍະລັກ ຝາ​ແຝດ ໝາຍ​ເຖິງ​ຄວາມ​ມືດ​ທີ່​ງົດ​ງາມ
ລາ​ສີ​ເນື້ອ​ຄູ່ ສີມ້ວງ

ເລວະ​ດີ (31 ມີ​ນາ - 12 ເມ​ສາ)
ເຈົ້າ​ເປັນ​ຄົນ​ມີ​ຈິດ​ໃຈ​ເມດຕາ ຫ່ວງ​ໃຍ​ຜູ້​ອື່ນ
ແລະ​ອ່ອນ​ໄຫວ ເຈົ້າ​ອຸ​ທິດ​ຕົວ​ເພື່ອ​ປະໂຫຍດ​ສວ່ນ
ລວມ ແຕ່​ເປັນ​ປະ​ເພດ​ຕິດ​ທອງ​ຫລັງ​ພະ ເຈົ້າ​ເປັນ​ຄົນ​ມີ​ຄວາມ​ງາມ
ແຕ່​ຂາດ​ຄວາມຫມັ້ນ​ໃຈ ເຈົ້າ​ຕ້ອງ
ຮຽນ​ຮູ້​ທີ່​ຈະ​ສັດ​ທາ​ແລະ​ໄວ້​ໃຈ​ຄົນ​ອື່ນ​ນຳ ສຳລັບ​ເລື່ອງ​ຄວາມ​ຮັກ
ເຈົ້າ​ເປັນ​ຄົນ​ໂລ​ແມນ​ຕິກ ຈຶ່ງ​ຕ້ອງ​ການ​ຄົົນທີ່​ເຂົ້າໃຈ​ວ່າ​ເລິກໆ
ແລ້ວ​ເຈົ້າ​ຕ້ອງ​ການ​ຫຍັງ
ສັນຍະລັກ ປາ ໝາຍ​ເຖິງ ຄວາມ​ບໍລິສຸດ
ລາ​ສີ​ເນື້ອ​ຄູ່ ສີ​ນ້ຳ​ຕານ

ບໍມີວັນໄດ້ຮັກກັນ

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ກະ​ຫະລະ​ຕິ​ກາ (11 - 24 ພຶດສະພາ)
ເປັນ​ຄົນ​ທຸ້ມເທ ສະ​ຫລາດ
ແລະ​ສຸ​ຂຸມ​ເຍືອກ​ເຢັນ​ຍາມ​ເກີດ​ວິກິດ ແຕ່​ກໍ​ມັກ​ໂມ​ໂຫ​ງ່າຍ​ແລະ​ເຖິງວ່າ​ຈະ

ບໍ່​ມັກ​ການ​ປະເຊີນ​ໜ້າ ແຕ່​ກໍ​ສູ້​ບໍ່​ຖອຍ​ເມື່ອ​ເຖິງ​ເວລາ
ເປັນ​ຄົົນທີ່​ເປີດ​ກວ້າງ​ຕໍ່​ໂລກ​ພາຍ​ນອກ
ແຕ່​ກໍ​ເຄັ່ງຄັດ​ໃນ​ສາດສະຫນາ​ໃນ​ເວລາ​ດຽວ​ກັນ ແລະ​ເຖິງ​ວ່າຈະ​ກຳ​ລັງ​ຕາ​ມຫາ​ຄວາມ​ຮັກ​ແຕ່
ກໍ​ຍັງ​ຄົງ​ຢ້ານ​ການຜູກ​ມັດ​ຢູ່​ດີ ສັນຍາລັກ ໃບ​ມີດ ໝາຍ​ເຖິງ​ໄຟ ລາ​ສີ​ເນື້ອ​ຄູ່ ເຊດ​ຖາ ສີຂາວ

ຂ້ອຍບໍ່ເຄີຍເຄັ່ງຄັດສາດສະໜາ ຕອນຢູ່ລາວເປັນຄົນຢ້ານວັດ
ກໍ່ຄົງ​ຢ້ານ​ການຜູກ​ມັດ​
ອັນນີ້ກະຖືກອີກເພາະໄປໃສ່ມາໃສ່ມັກຄົນດຽວເເລະກະມັກອອກຕ່າງປະເທດເລື້ອຍໆ
ສະນັ້ນການຜູກມັດໃຜຄົນໜື່ງເວລາໄປບ່ອນຫ່າງໄກມັນມີເເຕ່ເຮັດໃຫ້....ບໍ່ຮູ້ລະ
ສະຫຼູບບໍ່ມັກການຜູກມັດ,ນີໄສຄ້າຍກັບທີ່ເບີ່ງດວງໄວ້ເເຕ່ສະຫຼາດຫັ້ນບໍ່ເເນ່ໃຈຄືກັນ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົນ​ວະ​ນະ (24 ມັງກອນ - 5 ກຸມພາ)
ເຈົ້າ​ມີ​ສະຫມອງ​ສຽບ​ແຫລມ​ຄື​ມີດ​ພ້າ
ແລະ​ຮູບ​ລັກ​​ພາຍນອກ​ອັນ​ແຂງ​ແກ່ນ​ໄວ້​ເພື່ອ​ເປັນ​​ເກາະ​ກຳ​ບັງ
ປ້ອງ​ກັນ​ຕົວ ຖະ​ວິນ​ຫາ​ຄວາມ​ສະຫງົບ​ທ່າມ​ກາງ​ສັບ​ສຽງ​ແຫ່ງ​ຊີ​ວິ​ດ
ແຕ່​ກໍ​ເປັນ​ຜູ້​ຟັງ​ທີ່​ດີ ແລະ ສະຫຼາດ​ໃນ​ການ​ແກ້​ບັນຫາ​ໃຫ້​ຜູ້​ອື່ນ
ຄູ່​ຂອງ​ເຈົ້າ​ຈະ​ຕ້ອງ​ເຄົາລົບ​ເງື່ອນ​ໄຂ​ທີ່​ເຈົ້າ​ຕັ້ງ​ໄວ້
ແລະ​ຈະ​ຕ້ອງ​ເຂົ້າໃຈ​ດ້ວຍ​ວ່າ​ບາງເທື່ອ​ເຈົ້າ​ກໍ​ຕ້ອງ​ການ​ຢູ່​ຄົນ​ດຽວ ສັນຍະລັກ ຫູ
ໝາຍ​ເຖິງ​ຄວາມ​ງຽບ ລາ​ສີ​ເນື້ອ​ຄູ່ ສີຟ້າ
----------------------------------
​ຮູບ​ລັກ​​ພາຍນອກ​ອັນ​ແຂງ​ແກ່ນ​ໄວ້​ເພື່ອ​ເປັນ​​ເກາະ​ກຳ​ບັງ ຮະຮະ ອັນນີ້ຖືກທີ່ສຸດ ມີຫນ້າຕາເປັນອາວຸດ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັດ​ວິ​ນີ (13 - 26 ເມ​ສາ)
ເປັນ​ຄົນ​ແຂ່ງ​ແກ່ນ ມີ​ອຳ​ນາຈ
ແລະ​ມອງ​ຫາ​ຄວາມ​ທ້າ​ທາຍ​ໃຫ້​ຊີ​ວິດ
ຖືກ80
ຢູ່​ສະເໝີ ມີ​ບຸກຄະລິກ​ລ່າ​ເລີງ​ແຈ່ມ​ໃສ ງົດ​ງາມ ສະຫລຽວ​ສະຫລາດ ແລະ​ເປີດ​ເຜຍ
ແຕ່​ກະ​ນັ້ນ​ກໍ​ມີ ຄວາມ​ເລິກ​ລັບ​ຢູ່ໃນ​ຕົວ​ເຮັດ​ໃຫ້ເປັນ​ຄົນ​ເຂົ້າໃຈ​ຢາກ
ໃນ​ເລື່ອງ​ຄວາມ​ຮັກ​ທ່ານກຳ​ລັງ​ມອງ​ຫາ​ຄູ່ທີ່
ພຽບ​ພ້ອມ​ແລະ​ສົມບູນ​ແບບ ແຕ່​ຕົວ​ເຈົ້າ​ເອງ​ມັກ​ບໍ່​ພ້ອມ​ທີ່​ຈະ​ມີ​ພັນ​ທະ
ສັນຍະລັກ ຫົວມ້າ ໝາຍ​ເຖິງ​ແຈ່ມ​ໃສ ລາ​ສີ​ເນື້ອ​ຄູ່ ພົນ​ນີສີ ແດງ​ເຂ້ັມ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັດ​ວິ​ນີ (13 - 26 ເມ​ສາ)
ເປັນ​ຄົນ​ແຂ່ງ​ແກ່ນ ມີ​ອຳ​ນາຈ
ແລະ​ມອງ​ຫາ​ຄວາມ​ທ້າ​ທາຍ​ໃຫ້​ຊີ​ວິດ
ຖືກ80
ຢູ່​ສະເໝີ ມີ​ບຸກຄະລິກ​ລ່າ​ເລີງ​ແຈ່ມ​ໃສ ງົດ​ງາມ ສະຫລຽວ​ສະຫລາດ ແລະ​ເປີດ​ເຜຍ
ແຕ່​ກະ​ນັ້ນ​ກໍ​ມີ ຄວາມ​ເລິກ​ລັບ​ຢູ່ໃນ​ຕົວ​ເຮັດ​ໃຫ້ເປັນ​ຄົນ​ເຂົ້າໃຈ​ຢາກ
ໃນ​ເລື່ອງ​ຄວາມ​ຮັກ​ທ່ານກຳ​ລັງ​ມອງ​ຫາ​ຄູ່ທີ່
ພຽບ​ພ້ອມ​ແລະ​ສົມບູນ​ແບບ ແຕ່​ຕົວ​ເຈົ້າ​ເອງ​ມັກ​ບໍ່​ພ້ອມ​ທີ່​ຈະ​ມີ​ພັນ​ທະ
ສັນຍະລັກ ຫົວມ້າ ໝາຍ​ເຖິງ​ແຈ່ມ​ໃສ ລາ​ສີ​ເນື້ອ​ຄູ່ ພົນ​ນີສີ ແດງ​ເຂ້ັມ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ເບິ່ງລະລາຍຕາດີ (ຫຼາຍໆ)

ຊົ່ວຢ່າງສ້າງສັນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມູ​ລະ (15 - 27 ທັນວາ)
ທົດລອງ​ຂອງ​ໃໝ່​ໆ ຢູ່​ສະ​ເໝີ
ແລະ​ຍັງ​ເປັນ​ຜູ້​ນຳ​ທີ່ມ​ອງ​ໂລກ​ໃນ​ແງ່​ດີ​ອີກ​ດ້ວຍ
ເຈົ້າ​ເປັນ​ຄົນ​ເບື່ອ​ງ່າຍ ແຕ່​ເພາະ​ວ່າ ເປັນ​ຄົນ​ປັບ​ຕົວ​ເກ່ງ
ຈຶ່ງ​ລຸກ​ຂຶ້ນ​ມາ​ປ່ຽນ​ຫຍັງ​ຕໍ່ຫຍັ​ງໄດ້​ເມື່ອ​ສິ່ງ
ຕ່າງໆ ຮອບ​ຕົວ​ນັ້ນ​ເບິ່ງ​ລາບ​ລຽບ​ເກີນ​ໄປ
ຄວາມ​ສຳພັນ​ລະຫວ່າງ​ເຈົ້າ​ແລະ​ຄູ່​ຄອງຈະ​ເປັນ​ໄປ​ໄດ້​ດ້ວຍ
ດີ ຕາບ​ໃດ​ທີ່​ພວກເຂົາ​ຍອມ​ໃຫ້​ເຈົ້າ​ເປັນ​ຕົວ​ຂອງ​ຕົວ​ເອງ​ຕໍ່ໄປ ສັນ​ລັກ​ສະນະ
ຫາງ​ສິງ​ໃຫຍ່ ໝາຍ​ເຖິງ​ຄວາມ​ບໍ່​ຢຸດ​ນິ່ງ ລາ​ສີ​ເນື້ອ​ຄູ່ ບຸບ​ພາ​ສາ​ຫະ ສີ​ເຫລືອງ​

ບໍ່ດີປານໃດ

ບໍມີວັນໄດ້ຮັກກັນ

໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ເບິ່ງລະ

ຮັກແທ້ມີຢູ່ໃສຫວະ?

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຢູ່ ໂລຫິນີ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກໜ້ອຍໜຶ່ງ,,,,,,,,,,,,,,,,,,,ຂອບໃຈ.........

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວາວ ມີຫຼາຍແບບນໍ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຸ​ລົບ​ສາ​ຫະ (28 ທັນວາ - 10 ມັງກອນ)
ເປັນ​ຄົນສ້າງສັນ ສະຫລຽວ​ສະ​ຫລາດ
ແລະ​ມີ​ປັນຍາ ຫາກ​ເຈົ້າ​ໄດ້​ເຮັດວຽກ​ທີ່​ກົງ​ກັບ​ຄວາມ​ສາມາດ​ແລ້ວ
ທຸກ​ຢ່າງ​ຈະ​ຜ່ານ​ສະ​ຫລຸຍ​ໄປ​ດ້ວຍ​ດີ ແລະ​ຜົນ​ທີ່​ໄດ້​ກໍ​ຈະ​ເປັນ​ທີ່​ໜ້າ​ພໍ​ໃຈ
ເຈົ້າ​ປ່ຽນ​ຕົວ​ເອງ​ໄປ​ໄດ້ ເລື້ອຍ​ໆ ແຕ່​ອາດຈະ​ພົບ​ຄວາມ​ຫຍຸ້ງ​ຍາກ
ຫາກ​ຄູ່​ຂອງ​ເຈົ້າ​ບໍ່​ຍອມ​ປ່ຽນ​ຕາມ​ໄປ​ດ້ວຍ
ສັນຍະລັກ ງາ​ຊ້າງ ໝາຍ​ເຖິງ​ບຸກຄະລິກ​ທີ່​ໂດດ​ເດັ່ນ ລາ​ສີ​ເນື້ອ​ຄູ່ ເລວະ​ດີ ສີ ດຳ
ບໍ່ເຂົ້າກັບເຈົ້າຂອງເລີຍ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອານຊາ( 21 ມິຖຸນາ - 4 ກໍລະກົດ )
ເປັນຄົນປະສົບຄວາມສຳເລັດ ໜ້າສົນໃຈດີ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມູລະ
ຖືກໆໆ

I believe in the IMPOSSIBLE

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈິ​ຕາ (10 - 22 ຕຸລາ)
ເປັນ​ຄົນ​ມັກ​ເຂົ້າ​ສັງຄົມ ຮັກ​ຊີວິດ​ກາງ​ແຈ້ງ
ແລະ​ມັກ​ເມົາ​ເປັນ​ຊີວິດ​ຈິດ​ໃຈ ເຈົ້າ​ອາດຈະ​ເບິ່ງມີ
ຄວາມ​ສຸກ​ກັບ​ການ​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງໆ ແລະ​ຫາ​ເພື່ອນ​ໃໝ່​ໄດ້​ງ່າຍໆ
ແຕ່​ໂດຍ​ທຳມະຊາດ​ຂອງ ເຈົ້າ​ແລ້ວ ເຈົ້າ​ຮັກ​ຄວາມ​ສັນ​ໂດດ
ແມ່ນ​ຈະ​ຢາກ​ໃຊ້​ຊີວິດ​ຮ່ວມ​ກັບ​ໃຜ​ສັກ​ຄົນພຽງ​ໃດ ແຕ່​ເຈົ້າ​ກໍ​ບໍ່
ເຄີຍ​ທຸ້ມ​ໃຫ້​ພວກເຂົາ​ ​ເຕັມ 100 ເປີເຊັນ​ໄດ້​ ສັນຍະລັກ ໄຂ່​ມຸກ
ໝາຍ​ຖັງ​ຄວາມ​ງາມ ລາ​ສີ​ເນື້ອ​ຄູ່ ຫັດ​ຖະ ສີດຳ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ