ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໐ ກະທູ້
໒໔໒ ໂພສ
ນັກການກະທູ້
ເລຶ່ອງຜີ ບັງບົດມີຢູ່ຂຶ່ງບໍ່....? ຂ້ອຍໄດ້ຍິນຜູ້ເຖົ້າລົມກັນວ່າມີຈິງແຕ່ເພິ່ນກໍ່ບໍ່ສາມາດໃຫ້ຄວາມກະຈ່າງແຈ້ງໄດ້ຈຶ່ງໄດ້
ຕັ້ງກະທູ້ນີ້ຂື້ນເພື່ອມີໃຜຮູ້ດີກະລູນາຕອບໃຫ້ຫາຍຂອ້ງໃຈແນ່ຈະເປັນພະຄູນຢ່າງສູງ.ຂອບໃຈ



໕ ກະທູ້
໑໗໑ ໂພສ
ນັກການກະທູ້
perd sod der eeeeee


໕ ກະທູ້
໑໗໑ ໂພສ
ນັກການກະທູ້
bor hu


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຄີຍໄດ້ຍີນແຕ່ຜູ້ເຖົ້າແຕ່ກະບໍ່ຮູ້ດີ ແຕ່ຂ້ອຍເຊື່ອວ່າຜີມີຈີງ


໒ ກະທູ້
໒໔໐ ໂພສ
ນັກການກະທູ້
ເລື້ອງຜີນີບໍ່ເຊື່ອປານໃດ້ ແຕ່ຂ້ອຍຈະເລົ່າຕອນຍັງນ້ອຍໃຫ້ຟັງ
ປີ1992 ຂ້ອຍອາຍຸ 12ປີ ກຳລັງຫລິ້ນແຖວຫນ້າບ້ານກັບຫມູ່ ໄດ້ຍິນສຽງຮ້ອງແບບສຸດສຽງ ຫມູ່ເວົ້າວ່າ ໃຜໄຫ້ ພາກັນແລ່ນນຳສຽງໄປ ເຫັນກຸ່ມຄົນຫລາຍໆ ຫຸ້ມບາງຢ່າງຢູ່ ແຕ່ຂ້ອຍບໍ່ເຫັນມັນເທື່ອວ່າແມ່ນຫຍັງ ເລີຍຖ້າມຫມູ່ ມັນວ່າອ້າຍຕົ້ນ ຈັບຜີຍັກວາຍໄດ້ ຕອນນັ້ນມີສຽງເອີ້ນຂອງພໍ່ຕູ້ເວົ້າວ່າ ບັກນ້ອຍ ເມືອແມະ ບໍ່ເບິ່ງ ຂ້ອຍຫັນໄປຫາພໍ່ຕູ້ ເຫັນຈ໊ະໆ ເລີຍ ມັນຖືກມັດຂັດຫລັງ ໄວ້ໃນກົງໄມ້ ປະມານ 1ແມດ ເປັນໂຕຄ້າຍໆລິງ ຂົນສີອອກນ້ຳຕານອ່ອນ ມີເລືອດຕິດຕາມຂົນ ມີຜົມຍາວ ເຫັນແຕ່ຕີນມັນຍັນກົງ ຕີນມັນໃຫຍ່ກວ່າຫົວ ຕາມຈື່ໄດ້ ຫນ້າສັ້ນໆ ຕາເລວ ພໍ່ຕູ້ວ່າມັນບໍ່ໄດ້ເລວ ຕາມັນປີ້ນທາງຂວາງ ພາບນັ້ນຕິດຕາມາຮອດດຽວນີ້ເລີຍ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຢ້ານຜີ


໐ ກະທູ້
໒໖໒ ໂພສ
ນັກການກະທູ້
ບັງບົດບໍ່ແມ່ນຜີ! ແຕ່ຫາກເປັນອີກສັງຄົມໜຶ່ງທີ່ມີຄວາມຈເລີນທາງດ້ານຈິດໃຈ, ມີຄວາມສາມັກຄີກັນດີ, ມີຄວາມຊື່ສັຈສູງ, ບໍ່ຂ້າສັດຕັດຊີວິດ, ຖືໄດ້ວ່າ: ເປັນສັງຄົມທີ່ສີວິໄລທີ່ສຸດຂອງສັງຄົມມນຸດ, ພວກເຂົາເລົ່ານັ້ນຖື ສິລ ແປດ. ຖ້າໃຜຢາກເຂົ້າໄປອາສັຍຢູ່ນຳສັງຄົມເຂົາເຈົ້າແລ້ວຕ້ອງຖືສິລແປດ ປະມາລ ໘ ປີ. ຈາກນັ້ນທ່ານກໍ່ຈະສາມາດເຂົ້າໄປຢູ່ແລະດຳລົງຊີວິດໃນສັງຄົມເຂົາເຈົ້າໄດ້!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ໃສ ?


໐ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ມັນມີຄວາມຈີງ ເພາະວ່າ ຂ້າພະເຈ້າເຄີຍໄປເຮັດວຽກຢູ່ຈຳປາສັກ ເມືອງປະທຸຸມພອນ ບ້ານຕະອອງ ບ້ານພະໂພ ທີ່ເອີນກັນວ່າຜີບາງບົດ ນີ້ ຈະຢູ່ເປັນກູ່ມ ຊາວບ້ານບອກວ່າ ທຸກວັນສີນ 15 ຈະໄດ້ຍີນສຽງກອງດັງມາຈາກພູ ຂ້າພະເຈົ້າກໍ່ໄດ້ຍີນແທ້ ຜີບາງບົດ ຫລື ອີກຊື່ກະຄືຜີດາບົດ ຈະນຸ່ງຂາວຮົ່ມຂາວ ມີຄວາມເຊື່ອວ່າຖ້າໃຜ ຖືສີນ 8 ຜີຈະມາພາໄປທ່ຽວຫມູບ້ານ 3ເດືອນ ຕືອ ແປວ່າຄົນຜູ້ນັ້ນຈະຫາຍໄປແບບບໍ່ຮູ້ຮ່ອງຮອຍ ແຕ່ພໍກັບມາຈະເວົ້າພາສາຄົນບໍ່ຮູ້ເລື່ອງ // ຄືຄົນເປັນບ້ານີ້ລະ // ຖ້າຖາມຂ້າພະເຈົ້າວ່າເຊື່ອບໍ່ ເລື່ອງຜີຂ້າພະເຈ້າຂໍຕອບເລີຍວ່າ ຜີມີແທ້ໃນໂລກນີ້ ,,,,


໐ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ


໑໐ ກະທູ້
໒໔໒ ໂພສ
ນັກການກະທູ້
ເປັນຕາຢ້ານເນາະ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍເຫັນແຕ່ແສງໄຟຫນ່ວຍຊ້ຳ ໝາກສົ້ມໂອ ແສງມັນໂຢດປຸບໆໄປຕາມແຄມໜອງ..ເຂົາເຈົ້າເອີ້ນແສງນັ້ນວ່າ ຜີໂພງ...
ສ່ວນຜີບັງບົດເຄີຍໄດ້ຍິນແຕ່ຜູ່ເຖົ້າເລົ່າຕໍ່ກັນມາແຕ່ບໍເຄີຍເຫັນ.... ອີກຫລາຍສິບປີ ຂ້ອຍກະຊິເປັນຜູ່ເຖົ້າຂ້ອຍກໍຈະເລົ່າສູ່ລູກຫລານຂ້ອຍຟັງ....ທັງໆທີ່ຂ້ອຍກະບໍເຄີຍເຫັນຜີບັງບົດ..


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານຜີ


໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ບັງບົດບໍ່ແມ່ນຜີ! ແຕ່ຫາກເປັນອີກສັງຄົມໜຶ່ງທີ່ມີຄວາມຈເລີນທາງດ້ານຈິດໃຈ, ມີຄວາມສາມັກຄີກັນດີ, ມີຄວາມຊື່ສັຈສູງ, ບໍ່ຂ້າສັດຕັດຊີວິດ, ຖືໄດ້ວ່າ: ເປັນສັງຄົມທີ່ສີວິໄລທີ່ສຸດຂອງສັງຄົມມນຸດ, ພວກເຂົາເລົ່ານັ້ນຖື ສິລ ແປດ. ຖ້າໃຜຢາກເຂົ້າໄປອາສັຍຢູ່ນຳສັງຄົມເຂົາເຈົ້າແລ້ວຕ້ອງຖືສິລແປດ ປະມາລ ໘ ປີ. ຈາກນັ້ນທ່ານກໍ່ຈະສາມາດເຂົ້າໄປຢູ່ແລະດຳລົງຊີວິດໃນສັງຄົມເຂົາເຈົ້າໄດ້!


ເຫັນດີນໍາ ເວົ້າໄດ້ດີແນວນີ້ຄືຊິເປັນຄົນທັມມະທັມໂມເນາະ? ນ່າຮັກແລ້ວແຖມເປັນຄົນທັມະທັມໂມອີກ

[suck]

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວບັງບົດບໍ່ແມ່ນຜີ ຂ້ອຍເຄີຍໄດ້ຍີນຜູ້ເຖົ້າເພິ່ນເວົ້າໃຫ້ຟັງວ່າຢູ່ໃນສັງຄົມຂອງຂະເຈົ້າຈະມີແຕ່ຄວາມຊື່ສັດບໍລິສຸດຕໍ່ກັນ ຖ້າຜູ້ໃດບໍ່ຊັດຊື່ຈະບໍ່ສາມາດມອງເຫັນຂະເຈົ້າໄດ້


໑໐ ກະທູ້
໒໔໒ ໂພສ
ນັກການກະທູ້


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ຂ້ອຍເຄີຍເຫັນຜີບັງບົດ
ມີມື້ໜຶ່ງຕອນຂ້ອຍຍັງນ້ອຍຮຽນຢູ່ ປໍ 5 ອີກປະມານ 1 ເດືອນຈະເສັງປິດເທີມ ຂ້ອຍກັບໝູ່ອີກປະມານ 5 ຄົນ ພາກັນໄປຮຽນໜັງສືທີ່ສາລາຂ້າງບ້ານແຕ່ 11 ໂມງເຊົ້າຈົນເຖິງ 8 ໂມງແລງ ແຕ່ລະຄົນຕ່າງກໍ່ພາກັນຕັ້ງໃຈຮຽນໜັງສື ພໍຮອດ 6 ໂມງແລງຟ້າກໍ່ເລີ່ມມືດມົວມາ ໝູ່ຂ້ອຍເລີຍເອົາທຽນໄຂມາໄຕ້ໄດ້ປະມານ 2-3 ນາທີຟ້າກໍ່ເລີ່ມມີລົມແຮງໆ ເຂົ້າມາ ບາດນີ້ ຢູ່ແຄມຝາສາລາ ມີແຕ່ຮູບຜີຕິດຢູ່ ທຸກຄົນພາກັນຫຼຽວເບິ່ງຮູບຕິດຝາແລ້ວກໍ່ເບິ່ງໜ້າກັນໄປມາ ຢູ່ແປັບໜຶ່ງລົມທັ່ງມາແຮງໆ ເຮັດໃຫ້ຮູບຕິດຝາຫຼຸດອອກມາຕິດກັບເຈ້ຍບົດຮຽນ ຂພຈ ກໍ່ເລີຍເຫັນຜີບັງບົດ(ຮູບຜີບັງບົດຮຽນ)
ຂອບໃຈທີ່ອ່ານ

Expert of Math apply, Math analysis and General Math

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ທີ່ຈິງແລ້ວຕາມຫຼັກວິທະຍາສາດນັ້ນແມ່ນໝາຍເຖິງມິຕິຄູ່ຂະໜານ... ກໍຄືມະນຸດອາດຈະເປັນຢູ່ມິຕິທີ4ນັ້ນເອງ... ເວລາທັງສອງມິຕິນີ້ແມ່ນຈະມີຮອບວຽນຕ່າງກັນກໍຄືເວລາໃນມິຕິທີ3ກໍຄືທີ່ເຮົາຢູ່ນີ້ແມ່ນຈະແລ່ນໄວກວ່າເວລາຢູ່ມິຕິທີ4 (ຍົກຕົວຢ່າງ) ຄົນຢູ່ມິຕິທີ4ສາມາດເບິ່ງເຫັນຄົນຢູ່ມິຕິທີ3 ແຕ່ມິຕິທີ3ບໍ່ສາມາດເຫັນມິຕິທີ4ໄດ້... ອາດຈະເວົ້າວ່າພວກເຂົາມີຄວາມຈະເລີນກວ່າກໍຄືຈະເລີນທາງດ້ານວັດທະນະທໍາ ມີສິລທໍາສູງຈິ່ງເຮັດໃຫ້ເວລາເດີນຊ້າກວ່າ ມີອາຍຸຍືນກວ່າຄົນປົກກະຕິ ໆລໆ

ລະຈະມາເວົ້າໃຫ້ຟັງອີກ ອິ ອິ ອິ

<img alt="http://punlao.com" src="http://punlao.com/glittergenerator/tipos/14/a.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/l.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/e.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/x.gif" /><br><a href="http://punlao.com"><b>http://punlao.com</b></a>

໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ຕາຢ້ານເນາະ ມີແທ້ບໍ?

ຄົນລາວຄົນມີນ້ຳໃຈ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ໄດ້ຍິນເຖົ້າແກ່ເວົ້າຢູ່
ແຕ່ບໍ່ເຄີຍເຫັນຜີ
ເຫັນແຕ່ໝີ

ຢູ່ຫ່າງໆ ຢ່າງຫ່ວງໆ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ເຄີຍເຫັນ ແລະ ກາບໍ່ຢາກເຫັນອີກ
ປະຈຸບັນນີ້ ເຄີຍເຫັນແຕ່........ຫູໜີ....
ເຄີຍເຫັນບໍ່....


໐ ກະທູ້
໒໗໗ ໂພສ
ນັກການກະທູ້
ມີແທ້ຫວານິ


໑ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ຫູໜີ ແມ່ນຫຍັງມັນເປັນຕາຢ້ານກ່ວາຜີບັງບົດຫວາ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
555 ກະມັນມີແທ້ລະບໍ

mr kong

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຂ້ອຍກະເຄີຍໄດ້ຍິນແຕ່ຜູ້ເຖົ້າເວົ້າໃຫ້ຟັງ