ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ການຫຼິ້ນມາຢາກົນ ກັບ ການຫຼິ້ນຂອງ( ໃສ່ເຄື່ອງ) ແມ່ນຄ້າຍຄືບໍ?

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ການຫຼິ້ນມາຢາກົນ ກັບ ການຫຼິ້ນຂອງ ຄ້າຍຄືກັນບໍ?

ແບບວ່າ ຍິນເຂົາເຈົ້າເວົ້າຫຼາຍວ່າ: ແບບໝໍດູ ໝໍເດົາທີ່ອ້າງວ່າຕົວເອງມີຄວາມສາມາດທາງດ້ານເວກມົນຄາຖາ

ແຕ່ສຸດທ້າຍຕຳຫຼວດກໍ່ຈັບໄດ້ວ່າແມ່ນຫຼອກຫຼວງປະຊາຊົນ ແລ້ວ ເອົາເຂົ້າຄຸກ ຫຼື ປັບໄໝຫັ້ນນະ

ຍິນເຂົາເຈົ້າເລົ່າເລື່ອງການຫຼິ້ນຂອງນະຂ້ອຍຢ້ານໆ ແບບວ່າໃຜຖືກຂອງລະເຈັບເປັນ ຫຼື ຕາຍຫັ້ນນະ ແມ່ນແນວໃດນະ?

_______________________________________________

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນອັນດຽວກັນໃດສະຫາຍເອີຍ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄືກັນ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄົນລາວບໍ?
ຫລິ້ນຂອງຫຍັງລະ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼິ້ນຂອງໃຫ້ຄົນເຈັບປ່ວຍໄຂ້ຫັ້ນເດ
ຫຼິ້ນກົນແມ່ນການສະແດງໂຊ

ວ່າແຕ່ຂ້ອຍບໍ່ຮູ້ຈັກເດີການຫຼິ້ນຂອງນະ ໄດ້ຍິນກໍ່ຢ້ານລະ

ຍິນເຂົາວ່າ ການໃສ່ສະເໜ໋ນະ ຖ້າຜູ້ໜຶ່ງຕາຍ ຕໍ່ມາບໍ່ດົນ ຜູ້ໜຶ່ງກໍ່ຈະຕາຍນຳ
ການຫຼິ້ນຂອງອື່ນໆຖ້າແກ້ບໍ່ທັນກໍ່ຈະຕາຍ ວ່າຊັ້ນ

ບໍ່ຮູ້ເດີ ເລົ່າຕາມເຂົາວ່າ ຊື່ໆ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາວພາສຸກເອີຍດຽວນີ້ນ່າສະເໜທີ່ເຈົ້າວ່າຫັ້ນລະເພີ່ນເຊົາໃຊ້ແລ້ວເກືອບວ່າບໍ່ມີເລີຍຍ້ອນດຽວນີ້ເພີ່ນມີສະເໜໂຕໃຫ່ມແລະແຮງກ່ວາເກົ່ານັ້ນກໍ່ຄືເງິນ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ຄືກັນຈັກດີ້ ຫລີ້ນມາຍາກົນດີ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຄົນລະແນວປານຟ້າກັບດິນ


໗ ກະທູ້
໕໐໔ ໂພສ
ຊຳນານການເວັບບອດ
ຫຼິ້ນຂອງ....ລອງແລ້ວບໍ່ເປັນຕາຢ້ານດັ່ງທີ່ຄິດ ບໍ່ເຊື່ອກະລອງເບິ່ງ (ຂອງໃຜ ຂອງລາວ)

ຮັກເຈົ້າເດີ...!!!