ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ທ່ານຮູ້ຈັກ Area 51 ບໍ່?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
AREA 51 ແມ່ນ ຖານທັບລັບ ຂອງອາເມລິກາ

ເປັນເຂດທົດລອງເຄື່ອງບິນລັບ, ອາວຸດສົງຄາມ, ເທັກໂນໂລຍີທີ່ທັນສະໄໝ...
ແລະ ການຕິດຕໍ່ກັບສິ່ງທີ່ມີຊີວິດນອກໂລກ ທີ່ຖືກປິດລັບໂດຍລັດຖະບານອາເມລິກາ

ເຊິ່ງທາງລັດຖະບານເອງເຄີຍປະຕິເສດການມີຕົວຕົນຂອງພື້ນທີ່ດັ່ງກ່າວ
ແລະມີຂໍ້ມູນວ່າ Area 51 ແມ່ນຖານທັບຂອງມະນຸດຕ່າງດາວ(ວ່າຊັ້ນເດ)
ແລະມີຄົນຈຳນວນຫຼາຍອ້າງວ່າ ໄດ້ພົບເຫັນວັດຖຸບິນເລິກລັບ ຫຼື UFO (Unidentified Flying Object)
ບິນຢູ່ເໜືອບໍລິເວນນັ້ນຫຼາຍຄັ້ງ ຈົນຫຼາຍຄົນຄິດວ່າພື້ນທີ່ດັ່ງກ່າວນັ້ນເປັນຖານທັບຂອງພວກ UFO ໄປແລ້ວ.

ທຸກໆມື້ຈະມີຄົນເຂົ້າໄປເຮັດວຽກໃນພື້ນທີ່ນັ້ນບໍ່ຕ່ຳກ່ວາ 500ຄົນ
ໂດຍເດີນທາງຜ່ານສະໜາມບິນຂອງ Las Vegas ແລະຂື້ນຍົນທີ່ມີການຮັກສາຄວາມປອດໄພຢ່າງເຂັ້ມງວດ
ທຸກໆຄົນຈະຕ້ອງໄດ້ບອກລະຫັດຜ່ານ ແລະ ຕົວເລກປະຈຳໂຕ ກ່ອນ ຈຶ່ງຈະສາມາດຜ່ານເຂົ້າໄປໃນຍົນໄດ້.

ເຂດທົດລອງເຄື່ອງບິນລັບ Area 51 ຫຼືອີກຊື່ໜື່ງວ່າ Groom Lake
ຢູ່*********ງຈາກ Las Vegas ປະມານ 144Km ແລະມັນຍັງເຄີຍເປັນຖານທັບທະຫານ ມາກ່ອນໃນປີ ຄ.ສ 1955
ແລະທີ່ສຳຄັນ Area 51 ຍັງຖືກເປັນສະຖານທີ່ວິໄຈ ໂຄງການລັບອໍຣໍລ້າ (Aurora Project) ນຳອື່ນດ້ວຍ

ປະຫວັດຂອງ Area 51
ເດືອນມີນາ ປີ1955 Kelly Johnson ໄດ້ຮັບມອບໝາຍຈາກ CIA
ໃຫ້ອອກແບບເຮືອບິນ U2 ແລະໃຫ້ຫາສະຖານທີ່ເພື່ອທົບສອບມັນອີກດ້ວຍ.

Kelly Johnson ໄດ້ສົ່ງນັກບິນ2ຄົນອອກສຳຫຼວດພື້ນທີ່ເພື່ອໃຊ້ທົດລອງເຮືອບິນລຳດັ່ງກ່າວ
ແລະລາວກໍ່ຕັດສິນໃຈເລືອກ Groom Lake ໃນລັດ Nevada ເປັນພື້ນທີ່ທົດສອບເຮືອບິນໃນຄັ້ງນີ້.
ແລະລາວໄດ້ເອີ້ນມັນວ່າ Paradise Ranch ນັ້ນກໍ່ຄື Area 51 ນັ້ນເອງ...

U2 Spyplane

ຂໍຈົບໄວ້ພຽງເທົ່ານີ້ກ່ອນ
ແລ້ວໄວ້ມື້ໜ້າຊິມາຂຽນໃຫ້ອ່ານຕື່ມ ^ ^

sTUpId....!!!!

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ເມື່ອຍ..... ຊົ່ວຈະຂຽນແລ້ວ....

ລື່ມບອກໄປ ໃຜມີ Google Earth ລະເຂົ້າໄປເບິ່ງເອົາເດີ້ ວ່າມັນເປັນແນວໃດ

sTUpId....!!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າເກັ່ງນໍໄດ້ມາແຕ່ໃສ?ຍັງຈະກັບມາສຶກສາໃຫ້ເຂົ້າໃຈຄັກໆອີກເທຶ່ອໃໜ່.

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ເກ່ງເນາະ ຫາມາໄດ້ຈັ່ງໃດ

We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາຊິຮູ້

you will when you believe

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາຊິຮູ້ຄືກັນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຂ້ອຍໄປເຫັນໃນ Clip ທີ່ສຸດໃນໂລກ by Google Earth... ໜື່ງໃນນັ້ນກໍ່ມີ Area 51 ນຳ ມັນເປັນພື້ນທີ່ໆໜ້າສົນໃຈດີ ^^

sTUpId....!!!!

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຫາຊິຮູ້ ເຄີຍຍິນແຕ່ຊື່

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ແມ່ນຫວາ ຂ້ອຍລະຫາກະຮູ້ ອິອິ

何よりも真実を貴ぶ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຮູ້ແຕ່ area Sibounheung ກ໊່າກກກກ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຮູ້ແຕ່ area Sibounheung ກ໊່າກກກກ

ມາແຕ່ໃສລະນິ

sTUpId....!!!!

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຜນຜັງລວມງາມດີ....

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍທົ່ວໄປເຊື່ອກັນວ່າ Area 51 ນີ້ເປັນສະຖານທີ່ ທີ່ໃຊ້ເຝິກແລະພັດທະນາສຳຫຼັບໂຄງການລັບທີ່ສຸດຂອງທະຫານ ໂດຍສະເພາະເຄື່ອງບິນ
ສອດແນມແລະເທັກໂນໂລຍີທາງການບິນທີ່ລັກພັດທະນາກັນຢູ່. ຂ່າວລືກ່ຽວກັບArea 51ນີ້ ໄດ້ເລີ່ມໜາຫູຈົນປະຊາຊົນເກີດຄວາມສົງໃສວ່າ:
ທີ່ຈິງແລ້ວມັນຕ້ອງມີສິ່ງໃດສິ່ງນື່ງທີ່ເຊື່ອງໄວ້ໃນຖານທັບແຫ່ງນີ້ ແລະ ມີປະຊາຊົນກຸ່ມໜຶ່ງອອກມາລາຍງານວ່າ ໄດ້ເຫັນວັດຖຸປະຫຼາດລອຍຢູ່
ເໜືອຖານທັບ ແລະ ຫຼາຍຄົນກໍ່ກ່າວວ່າ ກອງທັບໄດ້ໃຊ້ຖານທັບນີ້ ໃນການສຶກສາຈານບິນແລະມະນຸດຕ່າງດາວທີ່ພວກເຂົາຈັບມາໄດ້.
ເຂດພື້ນທີ່ Area 51 ເປັນຊື່ເອີ້ນຂອງພື້ນທີ່ເຂດຫວງຫ້າມ ຂອງລັດຖະບານສະຫາລັດ ຕັ້ງຢູ່ທາງເໜືອຂອງ ລາສເວກັດ ປະມານ 95 ໄມລ໌
ແລະ ປະມານ 13 ໄມລ໌ ທາງຕະເວັນຕົກ ທາງຫຼວງສາຍທີ 375 ຖະໜົນກຣູມເລກ (Grom Lake Road) ໃກ້ກັບເມືອງ ຣາເຊລ (Rachel)
ພື້ນທີ່ນີ້ ອ້ອມຮອບໄປດ້ວຍເຂດທົດລອງຂອງລັດ ເນວາດ້າ (The Nevada Test Site) ແລະ ເປັນທີ່ຕັ້ງຂອງຖານທັບອາກາດ ເນລລິສ
(Nellis Air Force Range) .
ຖ້າວ່າພີ່ນ້ອງພັນລາວເຮົາຜູ້ໃດຜູ້ໜຶ່ງຢູ່ແຖວໆນັ້ນກະໄປເລາະແລະເອົາມາເລົ່າຕໍ່ໃຫ້ຟັງແດ່ເດີ..!

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...

ເຈົ້າຂອງຖີ່ນເພີ່ນ ມາອະທິບາຍເອງ.

ສ່ວນຕົວຕາມທີ່ຮູ້ມາ ຂະເຈົ້າວ່າເປັນບ່ອນລອງອາວຸດ ພາຫະນະ ລັບສຸດຍອດ ເຊື່ອກັນວ່າມີ ຊາກສົບມະນຸດຕ່າງດາວ ແບບ ແບ໊ງໄດ້ວ່າໄປຫັ້ນແຫລະ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ຂຈ ເຈົ້າຂອງກະທູ້ສຳລັບແບບສຳຫລວດທີດີເດີ້

ທ່ານຮອງຜູ້ຈັດກວນດ່ຽວກວນຕີນລະກາມາແກ້ໂຕໃໝ່ເນາະ ກ໊າກກກກກກກກກກກກກ

有自信不一定赢 没自信一定输

໒ ກະທູ້
໙໙ ໂພສ
ນັກການກະທູ້
ບໍ່ຮູ້ວ່າມີໃຜເຄີຍເບິ່ງວິດີໂອ ທີ່ວ່າກັນວ່າເປັນການຜ່າຕັດສົບມະນຸດຕ່າງດາວ ຢູ່ Area51 ຫລືຍັງ

ຫລັງຈາກທີ່ມີນັກຂ່າວນຳພາບນັ້ນມາອອກອາກາດ ກໍມີນັກວິເຄາະປະເມີນແລ້ວວ່າ Fake Fake Fake

ເພາະລັກສະນະການຖືມີດຂອງຫມໍ ກັບຜິດຫນັງຂອງມະນາວຕ່າງດຸດ ມັນເບິ່ງບໍ່ເປັນທຳມະຊາດ

ແລະອີກເລື່ອງກໍມີເລື່ອງຂອງທິດສະດີ ສົມຮູ້ຮ່ວມຄຶດ ວ່າກັນວ່າລັດຖະບານອາເມຣິກາ ລັກຕິດຕໍ່ກັບມະນຸດຕ່າງດາວ (ຖ້າມັນຕິດຕໍ່ແທ້ ອາເມຣິກາຄືສິໂງ່ສຸດແລ້ວທີ່ບໍ່ຂໍເທັກໂນໂລຍີນຳຂະເຈົ້າ) ແລະທີ່ວ່າມີຄົນເຫັນ UFO ນັ້ນ ເຮົາວ່າບໍ່ແມ່ນດອກ ມັນສິອີ່ຫຍັງກະດັກກະດໍ້ ຄັນ UFO ມາໂລກແທ້ ມັນຄືໄປແຕ່ອາເມຣິກາຫວະ ມັນຄືບໍ່ໄປບ່ອນອື່ນແນ່ ເອີແປກ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...

ທີ່ທ່ານອ້າຍ HITMII ວ່າກະຖືກຕ້ອງ..... ອັນທີ່ວ່າເຫັນ UFO ຫັ້ນ ສົງໄສຄົງຈະແມ່ນ
ເຫັນຍົນຮົບທີ່ເຂົາບີນໄປບີນມາແຖວນັ້ນແລະ ລະໄປຕູ່ວ່າແມ່ນ UFO...
ແຕ່ເລື່ອງຄລິບຫັ້ນ ຄັນເບິ່ງດີໆມັນກະເປັນຕາເຊື່ອຢູ່ໄດລະ

ຄລິບຜ່າ ເອລ້ຽນ

sTUpId....!!!!

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ເອລຽນ ໂຕແທ້ຫວາ ຄ້າຍຄືຄົນໃດເນາະ

"no one is perfect"

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...

ສ່ວນຕົວຕາມທີ່ຮູ້ມາ ຂະເຈົ້າວ່າເປັນບ່ອນລອງອາວຸດ ພາຫະນະ ລັບສຸດຍອດ ເຊື່ອກັນວ່າມີ ຊາກສົບມະນຸດຕ່າງດາວ ແບບ ແບ໊ງໄດ້ວ່າໄປຫັ້ນແຫລະ

ແມ່ນລະ ປະມານນັ້ນລະດ່ຽວ.!
ສະຖານທີ່ນີ້ເລົ່າລືກັນມານານແລ້ວວ່າເປັນສະຖານທີ່ ເຊື່ອງຈານບິນແລະມະນຸດຕ່າງດາວ ຊຶ່ງຕົກໃນ ຣອສເວລ (Roswell)
ແລະລັດຖະບານໄດ້ປິດເລື່ອງນີ້ເປັນຄວາມລັບຢ່າງສຸດລິດ, ແຕ່ຍິ່ງປິດກໍ່ຍິ່ງກະຕຸ້ນໃຫ້ຄົນຢາກຮູ້ຢາກເຫັນຂອງຄົນທົ່ວໄປ ໂດຍມີການອ້າງອີງ
ເລື່ອງລາວຕ່າງໆ. ອັນທີ່ເປັນເລື່ອງທີ່ຮືຮາໃນຕອນນັ້ນກະວ່າໄດ້ ຄືເລື່ອງຂອງອີ່ຕາ ບ໊ອບ ລາຊາຣ໌ (Bob Lazar) , ບ໊ອບ ລາຊາຣ໌ ເປັນຄົນຢູ່ກັບ
ລາສເວກັສ ຫັ້ນລະ ລາວວ່າລາວເຄີຍເຮັດວຽກຢູ່ສະຖານທີ່ນີ້ໃນຊ່ວງປີ 1988 - 1989 ໂດຍທຳໜ້າທີ່ເປັນເຈົ້າໜ້າທີພິເສດຜະແນກອາກາດ
ສະຍານ ລາວກ່າວວ່າໃນເຂດພື້ນທີ່ນີ້ມີເທັກໂນໂລຍີທີ່ທັນສະໄໝຫຼາຍ ແລະ ລາວຍັງໄດ້ເຫັນວັດຖຸສິ່ງບິນຂະໜາດໃຫຍ່ສິ່ງນຶ່ງ ຊຶ່ງລາວບອກ
ໄດ້ທັນທີເລີຍວ່າ ນັ້ນແມ່ນຈານບິນຢ່າງແນ່ນອນ ລາວບອກວ່າວັດຖຸສິ່ງບິນທີ່ລຶກລັບນີ້ ຢູ່ໃນສ່ວນທີ່ເອີ້ນວ່າ:ເອສ-ໂຟຣ໌ (S - 4) ໃນ ປາປຸສ ເລຄ
( papoose Lake ) ທີ່ຢູ່ທາງໃຕ້ຂອງ ກຣຸມ ເລຄ ທີ່ນັ້ນຖືກກໍ່ສ້າງໃຫ້ຟາງຕາ ກົມກືນໄປກັບພື້ນທະເລຊາຍໂດຍຮອບ ຖ້າຫາກເບິ່ງຢ່າງຜິວ
ເຜີນ ແນ່ນອນຈະບໍ່ມີທາງສັງເກດເຫັນແນ່ນອນ. ນອກຈາກນີ້ແລ້ວ ບ໊ອບ ລາຊາຣ໌ ຍັງເວົ້າອີກວ່າ ລາວໄດ້ເຫັນມະນຸດຕ່າງດາວພາຍໃນນີ້ດ້ວຍ
ໂດຍບອກວ່າ"ເປັນສິ່ງມີຊີວິດ" ທີ່ສູງປະມານ 3-4 ຟິດທ໌ ,ໜັກປະມານ 35-50 ປອນດ໌(ປະມານ 15-25 ກິໂລ) ,ມີຜິວສີເທົາແລະມີຫົວທີ່ໃຫຍ່.
ຫຼັງຈາກການໃຫ້ສຳພາດທາງໂທລະພາບຂອງ ບ໊ອບ ລາຊາຣ໌ ໄດ້ເຜີຍແຜ່ອອກໄປ ເໝືອນກັບເຕີມເຊື້ອຟືນ ເຮັດໃຫ້ຜູ້ຄົນທີ່ສົນໃຈໃນເລື່ອງນີ້
ເພີ່ມຂື້ນ ໆ ເປັນລຳດັບ, ແຕ່ກ່ອນກໍ່ມາເບິ່ງເປັນບາງຄັ້ງບາງຄາວ ແຕ່ບັດນີ້ແມ່ນກາຍເປັນຜູ້ຄົນທີ່ມາຈາກທຸກສາລະທິດ ຕ່າງຫຼັ່ງໄຫຼກັນມາ
ຈັບຕາຈ້ອງເບິ່ງສິ່ງລຶກລັບຕາມທີ່ ບ໊ອບ ລາຊາຣ໌ບອກ ແລະ ກໍ່ມີອີກຫຼາຍຈຳນວນຄົນທີ່ບອກວ່າເຫັນຄືກັນ, ແຕ່ປະຊາຊົນຄົນທີ່ອາໃສຢູ່ແຖບນັ້ນ
ບາງກຸ່ມພັດບອກວ່າ ບໍ່ເຫັນຈະມີສິ່ງໃດຜິດປົກກະຕິແຕ່ຢ່າງໃດ(ບໍ່ມີຫຍັງເກີດຂື້ນ).
- ເມື່ອເລື່ອງລາວກ່າວຂານກັນຫຼາຍຂື້ນຢ່າງຕໍ່ເນື່ອງ ແນ່ນອນທາງລັດຖະບານສະຫາລັດຍ່ອມບໍ່ຢູ່ເສີຍຢູ່ແລ້ວຈຶ່ງໂດດອອກມາໂຕ້ຕອບກັບວ່າ:
ອະແຮ໊ມ....ອະແຮ໊ມ...ຕ໊ອກ..ຕ໊ອກ. ຫະໂລ່ ຯ .1...2...3 ( ອັນນີ້ຜູ້ຂ້າຕື່ມໃສ່ເອງ ແຮະໆ ) ^-^
ສິ່ງທີ່ຜູ້ຄົນທັງຫຼາຍໄດ້ເຫັນແລະຄິດວ່າເປັນຈານບິນນັ້ນ ທີ່ຈິງແລ້ວມັນແມ່ນເຄື່ອງບິນລຸ້ນໃໝ່ໆຂອງກອງທັບອາກາດ ເດີ... ໂດຍທາງ
ກອງທັບມັກຈະໃຊ້ພື້ນທີ່ນີ້ ເປັນສະຖານທີ່ທົດລອງອາກາສະຍານລຸ້ນໃໝ່ໆກ່ອນທີ່ຈະອອກສູ່ສາຍຕາສາທາລະນະຊົນ ເຊັ່ນ: U-2, A-12,
SR-71 ແລະ F-117A. ນອກຈາກນີ້ຍັງລວມເຖິງເຄື່ອງບິນລຸ້ນໃໝ່ອີກ 2 ຊະນິດຄື: ເຄື່ອງບິນສອດແນມຄວາມໄວສູງ ທີ່ເອີ້ນວ່າ Aurora ແລະ B-2 ທີ່ຈະມາແທນ F-117A ຊື່ງມີຂະໜາດນ້ອຍກວ່າ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຢາກເບີ່ງ ເອລ້ຽນ ຫວາ? ມັນເປັນໂຕຈັ່ງໃດກະໄດ້ ໄປຫລີ້ນ Spore ແມະ ກ໊າກກ ສ້າງເອົາໂລດ

ອ້າງເຖິງຂໍ້ຄວາມຈາກ WanJaiiiiIIIiiiIIiiii ຂຽນວ່າ...
ຂຈ ເຈົ້າຂອງກະທູ້ສຳລັບແບບສຳຫລວດທີດີເດີ້

ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ໂດຍທົ່ວໄປເຊື່ອກັນວ່າ Area 51 ນີ້ເປັນສະຖານທີ່ ທີ່ໃຊ້ເຝິກແລະພັດທະນາສຳຫຼັບໂຄງການລັບທີ່ສຸດຂອງທະຫານ ໂດຍສະເພາະເຄື່ອງບິນ
ສອດແນມແລະເທັກໂນໂລຍີທາງການບິນທີ່ລັກພັດທະນາກັນຢູ່. ຂ່າວລືກ່ຽວກັບArea 51ນີ້ ໄດ້ເລີ່ມໜາຫູຈົນປະຊາຊົນເກີດຄວາມສົງໃສວ່າ:
ທີ່ຈິງແລ້ວມັນຕ້ອງມີສິ່ງໃດສິ່ງນື່ງທີ່ເຊື່ອງໄວ້ໃນຖານທັບແຫ່ງນີ້ ແລະ ມີປະຊາຊົນກຸ່ມໜຶ່ງອອກມາລາຍງານວ່າ ໄດ້ເຫັນວັດຖຸປະຫຼາດລອຍຢູ່
ເໜືອຖານທັບ ແລະ ຫຼາຍຄົນກໍ່ກ່າວວ່າ ກອງທັບໄດ້ໃຊ້ຖານທັບນີ້ ໃນການສຶກສາຈານບິນແລະມະນຸດຕ່າງດາວທີ່ພວກເຂົາຈັບມາໄດ້.
ເຂດພື້ນທີ່ Area 51 ເປັນຊື່ເອີ້ນຂອງພື້ນທີ່ເຂດຫວງຫ້າມ ຂອງລັດຖະບານສະຫາລັດ ຕັ້ງຢູ່ທາງເໜືອຂອງ ລາສເວກັດ ປະມານ 95 ໄມລ໌
ແລະ ປະມານ 13 ໄມລ໌ ທາງຕະເວັນຕົກ ທາງຫຼວງສາຍທີ 375 ຖະໜົນກຣູມເລກ (Grom Lake Road) ໃກ້ກັບເມືອງ ຣາເຊລ (Rachel)
ພື້ນທີ່ນີ້ ອ້ອມຮອບໄປດ້ວຍເຂດທົດລອງຂອງລັດ ເນວາດ້າ (The Nevada Test Site) ແລະ ເປັນທີ່ຕັ້ງຂອງຖານທັບອາກາດ ເນລລິສ
(Nellis Air Force Range) .
ຖ້າວ່າພີ່ນ້ອງພັນລາວເຮົາຜູ້ໃດຜູ້ໜຶ່ງຢູ່ແຖວໆນັ້ນກະໄປເລາະແລະເອົາມາເລົ່າຕໍ່ໃຫ້ຟັງແດ່ເດີ..!

ເຈົ້າຂອງຖີ່ນເພີ່ນ ມາອະທິບາຍເອງ.

ສ່ວນຕົວຕາມທີ່ຮູ້ມາ ຂະເຈົ້າວ່າເປັນບ່ອນລອງອາວຸດ ພາຫະນະ ລັບສຸດຍອດ ເຊື່ອກັນວ່າມີ ຊາກສົບມະນຸດຕ່າງດາວ ແບບ ແບ໊ງໄດ້ວ່າໄປຫັ້ນແຫລະ

ທ່ານຮອງຜູ້ຈັດກວນດ່ຽວກວນຕີນລະກາມາແກ້ໂຕໃໝ່ເນາະ ກ໊າກກກກກກກກກກກກກ

ໂທະໆ ໃຜແກ້ ໂຕ ເລສແຫ້ງ ເອີ້ຍ!

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໑໙໑ ໂພສ
ນັກການກະທູ້
Area 51

ມັນແມ່ນບ່ອນຂາຍປີ້ງປາ....ຈື່ໆວ່າເຄີຍໄປຊື້ປີ້ງປາແຖວນັ້ນ....ເອີ້ຍບໍ່ແມ່ນ....

ເຄີຍໄດ້ຍິນກ່ຽວກັບເລື້ອງນີ້ຄືກັນວ່າເປັນບ່ອນພັດທະນາ, ເກັບມ້ຽນ ແນວລັບສຸດຍອດໄວ້ ບໍ່ແນ່ໃຈວ່າມັນຊິເກັບໜັງ Miyabi ໄວ້ບໍ່

......ສ່ວນເລື້ອງ UFO ເບິ່ງຊ່ອງ Discovery ອາເມກາມັນວ່າແມ່ນ Technology ຂອງນາຊີວ່າຊັ້ນ

ແຕ່ພັດທະນາບໍ່ທັນ...ຖືກຕີແຕກກ່ອນ ແລະ ມີເຈົ້າໜ້າທີ່ລະດັບສູງຂອງ ນາຊີໜີໄປພ້ອມກັບແບບ ມັນວ່າຈານບິນອາດເປັນຂອງນາຊີ ຫຼື ອື່ນໆ ບລາ ບລາ ບລາ......ເຮົາກະບໍ່ໄດ້ເຊື່ອປານໃດດອກ.555.....................ບໍ່ຢາກເຊື່ອບັກເມກາແລ້ວ ມັນມົ້ວ...ອັນຍົນຕຳຕຶກ World trade

ມັນມີທິດສະດີສົມຄົບຄິດອອກມາ ເຂົາເຈົ້າຍັງວ່າມັນເປັນຄົນເຮັດເອງ ເພາະລັກສະນະການຫຼົ່ມຂອງຕຶກມັນລົງລວງດິ່ງຄືກັບຖືກລະເບີດຖານທີ່ຮອງຮັບນ້ຳໜັກຂອງຕຶກ

ອ້າວວວວວວວວວ ກະດຽວເວົ້າ Area 51 ບ່ອນຂາຍປີ້ງປາ ມາຮອດ World Trade ໄດ້ແນວໃດວະ ງົງງງງງງງງງງງງງງງງ

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄດ້ຍິນມາວ່າ ຄັ້ງຫນຶ່ງ Area 51 ເຄີຍເປັນສະຖານທີ່ຖ່າຍທຳຫນັງຈໍຍັກເລື່ອງຫນຶ່ງ ເປັນເລື່ອງທີ່ແຫກຕາຄົນທົ່ວໂລກມາຮອດທຸກມື້ນີ້

ນັ້ນກະແມ່ນ ເລື່ອງ ມະນຸດໄປຢຽບດວງຈັນຂອງອາເມຣິກາ

ຫລາຍຮູບພາບຈາກດາວທຽມສອດແນມຂອງຣັດເຊຍທີ່ຖ່າຍພື້ນຜິວຂອງ Area 51ໄວ້ໄດ້ ໄດ້ບັງເອີນໄປຄ້າຍຄືກັບຮູບພາບພື້ນຜິວຂອງດວງຈັນ ທີ່ປະຕິບັດການຄັ້ງນັ້ນຖ່າຍໄວ້ໄດ້ ໂດຍສະເພາະພວກຫລຸມໃຫຍ່ໆ ແລະ ສະພາບອ້ອມຂ້າງຂອງຫລາຍໆຫລຸມນັ້ນ

ແລ້ວພວກນັ້ນກະອ້າງວ່າ ຍ້ອນຄວາມບໍ່ທັນສະໄຫມຂອງເທັກໂນໂລຢີ ພາບຈຶ່ງບໍ່ແຈ້ງແລະເປັນຂາດໆ ແຕ່ຄວາມຈິງແລ້ວ ເຂົາປັບພາບໃຫ້ຊ້າລົງເຄິ່ງຫນຶ່ງ ເວລາໂດດຂຶ້ນສູງໆ ກະພໍຊິໄດ້ເຫັນຕົກລົງມາຊ້າໆ ຍ້ອນແຮງດຶງດູດທີ່ມີຫນ້ອຍກວ່າຢູ່ຫນ້າໂລກ ຖ້າເຮົາເອົາພາບວີດີໂອນັ້ນມາປັບໃຫ້ມັນໄວຂຶ້ນ ແລ້ວຊິເຫັນໄດ້ວ່າ ຕົວລະຄອນພວກນັ້ນແລ່ນຢູ່ເທິງຫນ້າໂລກດີໆນິແຫລະ(ມີແຖມຫນ້ອຍຫນຶ່ງ ທຸງຊາດອາເມຣິກາປິວສະບັດຢູ່ເທິງດວງຈັນໄດ້ເສີຍ ເວົ້າແລ້ວຊິຫາວ່າເບິ່ງໂລກໃນແງ່ຮ້າຍ ເພາະຫລັງຈາກປະຕິບັດການຄັ້ງນັ້ນສິ້ນສຸດລົງ ພວກທີ່ມີສ່ວນກ່ຽວຂ້ອງກະຄ່ອຍໆເສຍຊີວິດໄປເທື່ອລະຄົນ ບາງຄົນກະຮູ້ສາເຫດ ບາງຄົນກະບໍ່ຮູ້ ສ່ວນຫລາຍແມ່ນຕາຍຍ້ອນອຸບັດຕິເຫດ ມີບາງຄົນຫາຍສາບສູນ)

ໄດ້ຍິນມາອີກວ່າ ເຂດນີ້ກະເຈົ້າຫວງຫ້າມເອົາແທ້ເອົາວ່າ ໃຜບໍ່ມີສ່ວນກ່ຽວຂ້ອງແຕ່ໄປສະເຫນີຫນ້າແຖວນັ້ນ ເຂົາຍິງຖິ້ມທັນທີ ແບບບໍ່ມີຍົກເວັ້ນທຸກປະການ

ເລື່ອງຊິເລົ່າໃຫ້ຟັງຍັງມີຫລາຍຢູ່ ແຕ່ຕອນນີ້ບໍ່ມີເວລາພິມແລ້ວ ຊິໄປຮຽນຫນັງສືກ່ອນ ມື້ອື່ນເສັງແຕ່ເຊົ້າ

ບັ໊ບບາຍຊົ່ວຄາວເດີ ພີ່

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...

ເລື່ອງຊິເລົ່າໃຫ້ຟັງຍັງມີຫລາຍຢູ່ ແຕ່ຕອນນີ້ບໍ່ມີເວລາພິມແລ້ວ ຊິໄປຮຽນຫນັງສືກ່ອນ ມື້ອື່ນເສັງແຕ່ເຊົ້າ
ບັ໊ບບາຍຊົ່ວຄາວເດີ ພີ່

ບ໊ະ..!ກຳລັງຄັກພັດວ່າຊິໄປຮຽນໜັງສືກ່ອນລະ ຈັ່ງໃດກະຢ່າງ ບາດເສັງແລ້ວໆກະມາຂຽນຕໍ່ເດີ.."ພະນັກງານນຳຖາມ"
- ຍັງມີອີກຈຸດນຶ່ງຄື ແຖວຈອມພູ ຕີຄາບູ (Tikaboo Peak) ແຖວນີ້ຖ້າເຂົ້າໄປສຸມ4ສຸມ5 ໃນເຂດດັ່ງກ່າວແນ່ນອນຈະຕ້ອງມີພວກກອງກຳລັງ
ຮັກສາຄວາມປອດໄພຂີ່ລົດຈິບເຊໂຣກີ ສີຂາວເລາະຕະເວນຢູ່ ໂດຍພວກເຂົາຈະໃສ່ຊຸດທະຫານພານ ແຕ່ຈະບໍ່ຕິດເຄືອງໝາຍຍົດ ແລະ
ຖືແຜນປະກາດຂອງລັດຖະບານ ຜູ້ລະເມີດຈະຖືກຈັບທັນທີ ເມື່ອສອບຖາມໄດ້ລາຍລະອຽດແລ້ວກໍ່ຈະໄດ້ປ່ອຍຕົວພ້ອມທັງເສຍຄ່າປັບ$600
ແຕ່ຖ້າສອບຖາມແລ້ວບໍ່ໄດ້ຂໍ້ຄວາມຫຍັງເຮັດໂຊ່ງໂລ່ງເຊັ່ງເລ່ງຢູ່ລະ ລະວັງໃສ້ແຕກ.ອິອິອິອິ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ເຄີຍໄດ້ຍິນມາວ່າ ຄັ້ງຫນຶ່ງ Area 51 ເຄີຍເປັນສະຖານທີ່ຖ່າຍທຳຫນັງຈໍຍັກເລື່ອງຫນຶ່ງ ເປັນເລື່ອງທີ່ແຫກຕາຄົນທົ່ວໂລກມາຮອດທຸກມື້ນີ້
ນັ້ນກະແມ່ນ ເລື່ອງ ມະນຸດໄປຢຽບດວງຈັນຂອງອາເມຣິກາ
ຫລາຍຮູບພາບຈາກດາວທຽມສອດແນມຂອງຣັດເຊຍທີ່ຖ່າຍພື້ນຜິວຂອງ Area 51ໄວ້ໄດ້ ໄດ້ບັງເອີນໄປຄ້າຍຄືກັບຮູບພາບພື້ນຜິວຂອງດວງຈັນ ທີ່ປະຕິບັດການຄັ້ງນັ້ນຖ່າຍໄວ້ໄດ້ ໂດຍສະເພາະພວກຫລຸມໃຫຍ່ໆ ແລະ ສະພາບອ້ອມຂ້າງຂອງຫລາຍໆຫລຸມນັ້ນ
ແລ້ວພວກນັ້ນກະອ້າງວ່າ ຍ້ອນຄວາມບໍ່ທັນສະໄຫມຂອງເທັກໂນໂລຢີ ພາບຈຶ່ງບໍ່ແຈ້ງແລະເປັນຂາດໆ ແຕ່ຄວາມຈິງແລ້ວ ເຂົາປັບພາບໃຫ້ຊ້າລົງເຄິ່ງຫນຶ່ງ ເວລາໂດດຂຶ້ນສູງໆ ກະພໍຊິໄດ້ເຫັນຕົກລົງມາຊ້າໆ ຍ້ອນແຮງດຶງດູດທີ່ມີຫນ້ອຍກວ່າຢູ່ຫນ້າໂລກ ຖ້າເຮົາເອົາພາບວີດີໂອນັ້ນມາປັບໃຫ້ມັນໄວຂຶ້ນ ແລ້ວຊິເຫັນໄດ້ວ່າ ຕົວລະຄອນພວກນັ້ນແລ່ນຢູ່ເທິງຫນ້າໂລກດີໆນິແຫລະ(ມີແຖມຫນ້ອຍຫນຶ່ງ ທຸງຊາດອາເມຣິກາປິວສະບັດຢູ່ເທິງດວງຈັນໄດ້ເສີຍ ເວົ້າແລ້ວຊິຫາວ່າເບິ່ງໂລກໃນແງ່ຮ້າຍ ເພາະຫລັງຈາກປະຕິບັດການຄັ້ງນັ້ນສິ້ນສຸດລົງ ພວກທີ່ມີສ່ວນກ່ຽວຂ້ອງກະຄ່ອຍໆເສຍຊີວິດໄປເທື່ອລະຄົນ ບາງຄົນກະຮູ້ສາເຫດ ບາງຄົນກະບໍ່ຮູ້ ສ່ວນຫລາຍແມ່ນຕາຍຍ້ອນອຸບັດຕິເຫດ ມີບາງຄົນຫາຍສາບສູນ)
ໄດ້ຍິນມາອີກວ່າ ເຂດນີ້ກະເຈົ້າຫວງຫ້າມເອົາແທ້ເອົາວ່າ ໃຜບໍ່ມີສ່ວນກ່ຽວຂ້ອງແຕ່ໄປສະເຫນີຫນ້າແຖວນັ້ນ ເຂົາຍິງຖິ້ມທັນທີ ແບບບໍ່ມີຍົກເວັ້ນທຸກປະການ

ເລື່ອງຊິເລົ່າໃຫ້ຟັງຍັງມີຫລາຍຢູ່ ແຕ່ຕອນນີ້ບໍ່ມີເວລາພິມແລ້ວ ຊິໄປຮຽນຫນັງສືກ່ອນ ມື້ອື່ນເສັງແຕ່ເຊົ້າ
ບັ໊ບບາຍຊົ່ວຄາວເດີ ພີ່

ອາຮະ ເຮົາກະບໍ່ເຊື່ອວ່າ ເມກາໄປຢຽບດວງຈັນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໒໔໖ ໂພສ
ນັກການກະທູ້
ມັນເເມ່ນອີຫຍັງ ))))))))))

学会放弃才会幸福
忍受痛苦才有未来!

໑ ກະທູ້
໒໑໓ ໂພສ

ໂຕເມກາຢຽບດວງຈັນ . ກາຍັງເປັນຂໍ້ສົນທະນາກັນຢູ່ລະຫວ່າງ ອາເມກາ ກັບ ລັດເຊຍ .... ຫວ່າ ແມ່ນໃຜຢຽບກ່ອນກັນ ,,,,,,, ມາອະທີບາຍຕໍ່ໄວໄວເດີ ຖ້າອ່ານ ( ໜ້າສົນໃຈ )

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໒ ກະທູ້
໙໙ ໂພສ
ນັກການກະທູ້
ໂອ່ ຊອດມາໃສ່ເລື່ອງຍານອັບ 11 ເຮົາກະຂໍເສີມ

ອັນນີ້ເຄີຍເບິ່ງສາລະຄະດີອັນນຶ່ງ ຂອງ ອອສເຕເລຍ ເຮັດ ໃນນັ້ນເຂົາກະຍົກຫລັກຖານຂຶ້ນມາອ້າງ ໃນນັ້ນລວມມີິ ກໍລະນີທຸງປິວໄດ້ພ້ອມ

ແຕ່ດ້ວຍວິທະຍາການສະໄຫມໃຫມ່ ເຮັດໃຫ້ເຂົາເຈົ້າສາມາດຈັບຜິດໄດ້ເຕັມໆໆໆ

ເລື່ອງມັນມີຢູ່ວ່າເຂົາເອົາວິດີໂອໂຕນັ້ນມາ Zoom Zoom Zoom Zoom ເຂົ້າໄປເບິ່ງພື້ນຜິວ ປາກົດວ່າເທິງພື້ນຜິວນັ້ນມີຮອຍຂີິດໆໆໆ ເປັນຊື່ຄົນໆນຶ່ງຢູ່ ຫລັງຈາກນັ້ນເຂົາກໍຄົ້ນຫາຄົນດັ່ງກ່າວ ແລະກໍໄປຮູ້ວ່າຊາຍຜູ່ນັ້ນ ອ້າງຕົນວ່າເປັນໂປຣດິວເຊີ ໃນການກຳກັບການຖ່າຍທຳຄັ້ງນັ້ນ ແລະລາວຮູ້ໂຕດີວ່າຖ້າເລື່ອງນີ້ແດງອອກໄປ ລາວຕ້ອງບໍ່ລອດແນ່ນອນ ລາວເລີຍຕັດສິນໃຈ ຂີດຮອຍນ້ອຍໆໆເປັນຊື່ລາວໄວ້ເທິງພື້ນ ຈາກການຄົ້ນຫາຂໍ້ມູນຂອງຄົນຜູ່ນີ້ບວກກັບຄົນອີກຈຳນວນນຶ່ງທີ່ເຊື່ອວ່າເປັນທີມງານຖ່າຍທຳ ປາກົດວ່າທັງຫມົດຕາຍດ້ວຍອຸບັດຕິເຫດທາງລົດ ແບບບໍ່ຈະແຈ້ງ ຫນ້າສົງໄສເນາະ ອິອິ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຄວາມຣູ້ເພີ້ມ ອີກລະຂອບໃຈຫຼາຍຯເດີ້

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]