ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ສີ່ງທີ່ບັນພະບູລຸດເຮົາເອີ້ນວ່າເວດມົນແລະເທບພະເຈົ້າ

໖ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ພວກເຈົ້າເຄີຍຄິດຫລືນືກສົງໄສບໍ່ວ່າ ສີ່ງທີ່ບັນພະບູລຸດເຮົາເອີ້ນວ່າເວດມົນໃນອາດີດຕະການນັ້ນ ມັນອາດເປັນເທັກໂນໂລຢີຂັ້ນສູງຂອງພວກນັກເດີນທາງຂ້າມດວງດາວທີ່ຊົງພູມປັນຢາເຜົ່າພັນໜື່ງ ທີ່ເດີນທາງມາພົບດວງດາວຫລ້າຫລັງທີ່ມີຊື່ວ່າໂລກ ແລະກໍ່ມາພົບກັບມະນຸດໃນຍຸກນັ້ນ ແລ້ວມະນຸດໃນຍຸກນັ້ນກາຮູ້ສືກແປກແລະປະຫລາດໃຈເມື່ອເຫັນພວກເຂົາເຈົ້ານັ້ນມີຄວາມສາມາດບີນໄດ້ ມີອິດທະລິດອານານຸພາບໃນມືທີ່ພວກເຂົານັ້ນບໍ່ມີເຊັ່ນ ປືນເລເຊີ, ອາວູດທີ່ໃຊ້ດ້ວຍສັ່ງການດ້ວຍສຽງເປັນພາສາຂອງພວກເຂົາ
ແລະນີ້ເອງທີ່ເຮັດໃຫ້ມະນຸດໃນຍຸກນັ້ນເຂົ້າໃຈວ່າ ມັນແມ່ນພະລັງວຶເສດ ແລ້ວພວກເຂົາເຈົ້າຈື່ງຄິດວ່າ ພວກທີ່ລົງມາຈາກຟ້າຄືເທບພະເຈົ້າຂອງພວກເຂົານັ້ນເອງ ຢ່າງເຊັ່ນ ຕໍານານຂອງກີກ Zeus ເທບພະເຈົ້າແຫ່ງສາຍຟ້າ, ຊາວສຸເມຣຽນ ທີ່ວ່າເທບພະເຈົ້າຂອງເຂົານັ້ນມາຈາກດາວນິເມຣຸ
ໃນຄວາມຄິດຂອງຂ້າພະເຈົ້າແລ້ວເທບພະເຈົ້າໃນອາດີດຕະການຂອງມະນຸດໃນຍຸກກ່ອນ ນັ້ນແມ່ນມະນຸດຕ່າງດາວທີ່ຊົງພຸມປັນຢາເຜົ່າພັນໜື່ງທີ່ເຄີຍເດີນທາງມາທີ່ໂລກຂອງເຮົາໃນອະດີດຕະການ ແລ້ວພວກເຈົ້າຄິດວ່າແນວໃດ ຂ້າພະເຈົ້າເປັນນ້ອງໃໝ່ເດີຜິດພາດປະການໃດໃນການຕັ້ງກະທູ້ກໍ່ຂໍອະໄຟນໍາ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫະຫະ ຢ່າວ່າຊັ້ນຊີ້ເດີ້ ບໍ່ແມ່ນເບີ່ງໜັງຫຼາຍເກີນໄປບໍ່ນໍທ່ານ ແຮະໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢ້ານແທ້


໖ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ VirusInformation ຂຽນວ່າ...
ຫະຫະ ຢ່າວ່າຊັ້ນຊີ້ເດີ້ ບໍ່ແມ່ນເບີ່ງໜັງຫຼາຍເກີນໄປບໍ່ນໍທ່ານ ແຮະໆ



5555+ ຂ້ອຍສຶກສາເບີ່ງປະຫວັດສາດຂອງມະນຸດໂບຮານ ທີ່ມີອາຣຶຍະທໍາໃນຍຸກແລກເລີມບໍ່ວ່າຈະເປັນ ຊົນເຜົ່າ ສູເມຣຽນ, ອີຢີບໂບຮານ, ເຜົ່າອິນຄາ, ແລະຊາວມາຍັນ ພວກເຂົາເວົ້າຄ່າຍໆກັນກໍ່ຄື ເທບຂອງເຂົານັ້ນລົງມາແຕ່ເທິ່ງຟ້າ ດ້ວຍວັດຖຸຂະໜາດໃຫຍ່ມີແສງສີເຟີງສົ່ງສຽງກ້ອງກັນລານ ແລະນິ້ທີເປັນຈຸດສົນໃຈຂອງຂ້ອຍ ທັ້ງໆທີ່ ອາຣິຍະທໍາພວກເຂົາບໍ່ໄດ້ຕິດຕໍ່ສື່ສານກັນ ແລະຢູ່ໃນສະໄໝທີ່ແຕກຕ່າງ
ພຣະພຸດທະອົງກ່າວໄວ້ ບໍ່ມີແຕ່ມະນຸດເທົ່ານັ້ນໃນຈັກກະວານຍັງມີເປັນອານັນຕາຢູ່ຂ້າງນອກຫັນ ເຄີຍເຫັນຜ່ານໆໃນພຣະໄຕປີດົກ
ແລະກາເບີ່ງມາຈາກສາລະຄະດີ Ancient Aliens The Series


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອືມ ກໍ່ຫນ້າຈະເປັນໄປໄດ້ .... ເພາະມີສີ່ງກໍ່ສ້າງບາງຢ່າງບໍ່ຫນ້າຈະເປັນຝືມືມະນຸດເລິຍ ....


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ທັງເທບພະເຈົ້າທັງມະນຸດຕ່າງດາວແມ່ນໃຜກໍ່ບໍ່ຮູ້ວ່າມີຈິງຫລືບໍ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແທ້ບໍເນາະ


໖ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຂ້ອຍວ່າມັນມີແທ້ໆແຫລະມະນູດຕ່າງດາວນິ
ປັນຫາຄືໄລຍະທາງເທົ່ານັ້ນທີ່ເປັນອຸປະສັກເພາະມັນໄກຂອງໂຄດໄກ ຂະຫນາດໂລກເຮົາຍັງມີແຫລະ
ດາວດວງອື່ນກໍ່ຕ້ອງເປັນໄປໄດ້ຄືກັນ
ໂລກຂອງເຮົາເປັນພຽງເມັດນ້ອຍໆໃນຂີ້ຝຸ່ນຂອງ ຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂີ້ຝຸ່ນຂອງຂີ້ຝຸ່ນ
ໃນແກແລັກຊີບໍ່ມີຄວາມສຳຄັນຫຍັງເລີຍໃນເອກະພົບ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ມັນເປັນຄວາມເຊຶ່ອມາແຕ່ດົນນານ
ມັນກາຄ້າຍຄືກັບການເຊຶ່ອຖືໃນສາດສະໜາ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຈຂກທ ເບິ່ງໜັງຫລາຍໄປ (^__________^)


໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຂ້ອຍກະຢາກຮູ້ຄືກັນວ່າ ໂລກແລະຈັກກະວານທັງຫຼາຍທີ່ເຮົາເຫັນຢູ່ນີ້ ມັນເກີດຂື້ນເອງໂດຍທຳມະຊາດແທ້ບໍ່ ຫຼືວ່າທຸກສິ່ງທຸກຢ່າງມັນມີຜູ້ທີ່ສ້າງຂື້ນມາ
ແລະໃຜເປັນຜູ້ສ້າງ ແລ້ວເປັນຫຍັງຄົນເຮົາຈຶ່ງມີຫຼາຍຊົນຊາດຊົນເຜົ່າທີ່ແຕກຕ່າງກັນໄປ.

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຊື່ອຢ່າລົບລູ່ ໃຜທີ່ມີອາຍຸຄົບຮອບ 24-26 ທຸກຄົນຕ້ອງມີອຸປະສັກເກືອບວ່າຕາຍທັງເປັນເລີຍແລະ
ຄັນຜ່ານມາໄດ້ແລ້ວແມ່ນດີ ອີກຢ່າງຄັນໃຜບໍ່ເຈີໃນຊ່ວງອາຍຸນີ້ ໃຫ້ກຽມຕົວໄວ້ໃນຊ່ວງ 34-36



໖ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຈຂກທ ເບິ່ງໜັງຫລາຍໄປ (^__________^)




ໜັງ ສາລະຄະດີ ບັນທືກປະຫວັດສາດ ຄຳພີ ໜັງສື ເປັນຄຳຖາມທີ່ໃຫ້ຄຳຕອບຂ້ອຍໄດ້ເຕີມແຕ່ງຈິນຕະນາການຂອງຂ້ອຍ


໔ ກະທູ້
໒໘໔ ໂພສ
ນັກການກະທູ້
ຕອນຂ້ອຍເບິງໜັງຫຼາຍໂພດ ຂ້ອຍກະເຄີຍຄິດແບບນີ້ແຫຼະ ມັນບໍ່ມີແນວພິສູດ ກະເລີຍຄິດວ່າເຮົາຄິດໄປເອງ