ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ເລື່ອງເລິກລັບ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ທີ່ມາແມ່ນໄປກິນເຂົ້າເຮືອນຫມູ່ ລາວລະເວົ້າວ່າ: ເຮີຍ! ໂຕເຫັນແລ້ວບໍ ຮູບຄົນຫົວກຸດ? ຂ້ອຍເວົ້າວ່າ: ຫົວກຸດຫຍັງ ອຸບັດຕິເຫດບໍ? ລາວເວົ້າວ່າ: ບໍ່ນ໋າ! ຮູບຫມູ່ຂ້ອຍນິນ໋າ ຖ່າຍຢູ່ໂຮງຮຽນເຕັກນິກ ແຂວງວຽງຈັນ. ຂ້ອຍຈັບເອົາມາເບິ່ງແລ້ວເວົ້າວ່າ: ໂຟໂຕຊັອບຕິ ຂ້ອຍກະເຮັດເປັນແນວນີ້ນະ! ລາວເວົ້າວ່າ: ບໍ່ນ໋າ ຫມູ່ກັນບໍ່ມີໃຜເຮັດຫລິ້ນແນວນັ້ນດອກ .... ຂ້ອຍກະຢ້ຽມສ່ອງໄປມາ ແລ້ວເວົ້າວ່າ: ແສງແດດບັງຕິ!!! ( ກະລຸນາໃຊ້ວິຈາລະນາຍານໃນການຮັບຊົມ ) |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ບໍ່ແນ່ໃຈວ່າແຕ່ງຮູບຫລືອບໍ່ ຖ້າເຮັດຈິງກະບໍ່ຄວນຫລິ້ນແນວນີ້ ແຕ່ເລື້ອງແນວນີ້ບໍ່ເຊື່ອກະຍ່າລົບຫລູ່ເດີ ເຄີຍເກິດກັບຫມູ່ໂຕເອັງ ຮຽນນຳກັນຕັ້ງແຕ່ຍູ່ມັດຖະຍົມ ພໍຂຶ້ນປີຫນຶ່ງກໍຍັງເປັນບັ້ດດີ້ພັກຫ້ອງດຽວກັນອີກ ພໍຂຶ້ນປີສອງຂ້ອຍກໍແຍກອອກມາ ເລື້ອງມາເກິດຕອນປີສີ່ໃກ້ສິຈົບ ຫມູ່ອີກຄົນເລ່າໃຫ້ຟັງວ່ານັ່ງສັງສັນກັນຍູ່ດີໆ ຫາງຕາເຫັນວ່າຫມູ່ຄົນນີ້ບໍ່ມີຫົວ ມັນກະບໍ່ແນ່ໃຈຄືກັນວ່າອາດສິເມົາ ແຕ່ກໍ່ເລົ່າໃຫ້ຫມຼ່ຂ້ອຍຟັງຍູ່ ໂດຍປົກກະຕິກະບໍ່ເອົາເລື້ອງແນວນີ້ມາລໍ້ຫລິ້ນກັນຍູ່ແລ້ວ ຊ່ວງຊັມເມີມັນກໍ່ຂໍກັບບ້ານວ່າສິໄປສະເດາະເຄາະຕໍ່ຊະຕາ ບໍ່ຈັກມື້ເອື້ອຍເພິ່ນກໍ່ໂທມາບອກວ່າເພິ່ນເສຍແລ້ວ ຂີ່ມໍໄຊໄປກັບເອື້ອຍອີກຄົນ ໄປຕຳກັບສິບລໍ້ ເສຍຊີວິດທັ້ງຄູ່ ຫມູ່ຂ້ອຍເປັນລູກຊາຍຄົນດຽວໃນບ້ານຊ່ຳ ເຄີຍລົມກັບພຮະ ເພິ່ນໃຫ້ສະຕິວ່າ ເລື້ອງບາງຍ່າງແກ້ໄຂຫຍັງບໍ່ໄດ້ ແຕ່ບາງຍ່າງສາມາດຜ່ອນຫນັກເປັນເບົາໄດ້ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເປັນຕາຢ້ານ ຂ້ອຍເອົາຮູບນີ້ລົງໃນເຟສບຸກ ຕອນນີ້ມີຄົນກົດ like ແລະ ກົດແຊ ຫລາຍໆ, ກັອບໂພສຕໍ່ອີກ (ບໍ່ເຄີຍມີໃຜມາກົດແຊຮູບທີ່ຂ້ອຍເອົາລົງຫລາຍປານນີ້ ) https://m.facebook.com/story.php?story_fbid=638273589596540&substory_index=2&id=100002417157023 |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຫັນຢູ່ F |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ລັດສະຫມີສອງສາວບັງ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຫມືອນຕັດອອກ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |